ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ

10:04 | 07/02/2024

ໃນ​ບັນຍາກາດຂອງ​ການ​ຢ້ຽມຢາມ​ທີ່ຫວຽດນາມ, ວັນ​ທີ 5 ມັງກອນ 2024, ຄະນະ​ຜູ້​ແທນ ​ສະພາ​ແຫ່ງ​ຊາດ​ລາວ ນໍາ​ໂດຍ​ທ່ານ​​ຮອງ​ປະທານ ​ສະພາ​ແຫ່ງ​ຊາດ ​ຈະເລີີນ ເຢຍປາວເຮີ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໂຮງຮຽນ​ມິດຕະພາບ T78.

ຊາວ​ໜຸ່ມ ​ສືບ​ຕໍ່​ຂຽນ​ບົດ​ບາດ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຫວຽດ​ນາມ - ລາວ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ: ໂຮງ​ຮຽນ​ມິດ​ຕະ​ພາບ T78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ

ໃນ​ບັນຍາກາດຂອງ​ການ​ຢ້ຽມຢາມ​ທີ່ຫວຽດນາມ, ວັນ​ທີ 5 ມັງກອນ 2024, ຄະນະ​ຜູ້​ແທນ ​ສະພາ​ແຫ່ງ​ຊາດ​ລາວ ນໍາ​ໂດຍ​ທ່ານ​​ຮອງ​ປະທານ ​ສະພາ​ແຫ່ງ​ຊາດ ​ຈະເລີີນ ເຢຍປາວເຮີ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໂຮງຮຽນ​ມິດຕະພາບ T78.

ເຂົ້າ​ຮ່ວມ​ໃນການ​ເຮັດ​ວຽກ ​ມີ​ບັນດາ​ການ​ນຳ​​ຂອງ​ສະພາ​ແຫ່ງ​ຊາດ​ລາວ, ບັນດາ​ສະມາຊິກຂຶ້ນກັບຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຄະນະ​ກຳມາທິິການກົດໝາຍ, ຄະນະກໍາມາທິການວັດທະນະທຳ - ສັງຄົມ ​ແລະ ຄະນະກໍາມາທິິການການຕ່າງປະເທດ ຂອງພາ​ແຫ່ງ​ຊາດ​ລາວ.

​ຝ່າຍ​ຫວຽດນາມ, ມີ​ຜູ້ຕາງໜ້າ​ການ​ນຳ, ພະນັກງານ, ລັດຖະກອນ​ຂອງ​ບັນດາ​ອົງການ​ ທີ່​ຂຶ້ນ​ກັບ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ໂທລະພາບແຫ່ງຊາດ​ຫວຽດນາມ; ຄະນະພັກເມືອງ, ຄະນະກຳມະການປະຊາຊົນເມືອງ ຟູ໋ເຖາະ-ຮ່າໂນ້ຍ; ຕາງໜ້າຄະນະພັກ, ຄະນະນຳ, ອະດີດພະນັກງານ, ຄູ-ອາຈານ, ນັກສຶກສາລາວ ແລະ ນັກສຶກສາຫວຽດນາມ ຂອງໂຮງຮຽນມິດຕະພາບ T78 ເຂົ້າຮ່ວມ.

 Đoàn công tác Quốc hội nước Cộng hòa Dân chủ Nhân dân Lào thăm, làm việc tại trường Hữu nghị T78. ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນມິດຕະພາບ T78.

ຄະນະຜູ້ແທນສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນມິດຕະພາບ T78.

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ ປອ ​ເລ​ຟູ້​ທັ້ງ, ​ເລຂາ​ຄະນະ​ພັກ, ອຳນວຍ​ການ​ໂຮງຮຽນ ​ໃຫ້​ຮູ້​ວ່າ: ຄູ​ອາຈານ ​ແລະ ນັກຮຽນ​ໂຮງຮຽນ T78 ມິດຕະພາບ ​ມີຄວາມເປັນ​ກຽດ ​ແລະ ຍິນ​ດີ​ຕ້ອນຮັບ​ທ່ານ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ພ້ອມຄະນະປະຕິບັດງານຂອງສະພາ​ແຫ່ງ​ຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ທີ່ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ການ​ຢ້ຽມ​ຢາມ​ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈໃສ່​ອັນ​ເລິກ​ເຊິ່ງ ແລະ ຄວາມ​ຮັກ​ແພງ​ເປັນ​ພິ​ເສດຂອງ​ການ​ນຳ​ພັກ -ລັດ​ຂອງລາວ ແລະ ໃນນາມສ່ວນຕົວ ຂອງທ່ານ​ຮອງ​ປະ​ທານ ​ສະ​ພາ​ແຫ່ງ​ຊາດ​ລາວ ຕໍ່ກັບ​ໂຮງ​ຮຽນ.

TS Lê Phú Thắng – Bí thư Đảng ủy, Hiệu trưởng trường Hữu nghị T78 phát biểu tại cuộc gặp. ທ່ານ ເລຟູ້ທັ້ງ, ເລຂາຄະນະພັກ, ອຳນວຍການໂຮງຮຽນ ມິດຕະພາບ T78 ກ່າວຄຳເຫັນທີ່ກອງປະຊຸມພົບປະ.
ທ່ານ ເລຟູ້ທັ້ງ, ເລຂາຄະນະພັກ, ອຳນວຍການໂຮງຮຽນ ມິດຕະພາບ T78 ກ່າວຄຳເຫັນທີ່ກອງປະຊຸມພົບປະ.

ຂໍ້້ມູູນກ່ຽວກັບການເຄື່ອນໄຫວຂອງໂຮງຮຽນ, ທ່ານ ປອ ເລ ຟູ້ທັ້ງ ໃຫ້ຮູ້ວ່າ: ພາຍຫຼັງ 66 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ໂຮງຮຽນມິດຕະພາບ T78 ໄດ້ຕ້ອນຮັບ ແລະ ບໍາລຸງສ້າງນັກສຶກສາຕ່າງປະເທດໃຫ້ລາວນັບໝື່ນຄົນ. ນີ້​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ແຫ່ງການສ້າງສາ ​ແລະ ປະກອບສ່ວນໃນການປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

​ໃນ​ສົກ​ຮຽນ 2023-2024, ​ໂຮງຮຽນ​ມີ​ນັກຮຽນ 1.500 ກວ່າ​ຄົນ, ​ໃນ​ນັ້ນ​ມີ​ນັກ​ສຶກສາ​ລາວ 213 ຄົນ: ນັກຮຽນ​ທີ່ພວມ​ກຽມ​ພາສາ​ຫວຽດນາມ 173 ຄົນ ​ເພື່ອ​ກະກຽມ​ເງື່່ອນໄຂທາງ​ດ້ານ​ພາສາ ​ເພື່ອ​ສືບ​ຕໍ່​ຮຽນ​ຕໍ່​ລະດັບ​ສູງ​ກວ່າ; ນັກ​ສຶກສາ 40 ຄົນ​ທີ່​ຮຽນ​ຈົບ ​ຫຼັກສູດກຽມພາສາ​ຫວຽດນາມ ພວມ​ສືບ​ຕໍ່​ຮ່ຳຮຽນ​ລະດັບສາມັນ​ກັບ​ນັກ​ສຶກສາ ຫວຽດນາມ. ທາງໂຮງຮຽນຍາມໃດກໍ່ເອົາໃຈໃສ່, ສະໜອງເງື່ອນໄຂ ແລະ ອຳນວຍຄວາມສະດວກ ເພື່ອໃຫ້ນັກສຶກສາລາວ ມີຄວາມໝັ້ນໃຈໃນການຮຽນ ແລະ ເຊື່ອມຕົວເຂົ້າກັບສະພາບແວດລ້ອມໃນການດຳລົງຊີວິດຢູ່ ຫວຽດນາມ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ຈະເລີນ ເຢຍປາວເຮີ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ ​ໄດ້​ສະ​ແດງ​ຄວາມປິຕິຊົມຊືື່ນ ​​ເມື່ອ​ໄດ້​ມາ​ຢ້ຽມຢາມ​ໂຮງຮຽນທີ່​ນັກຮຽນ​ລາວ​ຫຼາຍ​ລຸ້ນຄົນ ໄດ້​ຮ່ຳຮຽນ, ໃນນັ້ນ ​ຫຼາຍ​ຄົນກໍ່ໄດ້ກາຍເປັນການນຳຂັ້ນສູງຂອງ​ພັກ ​ແລະ ລັດ​ລາວ.

Phó Chủ tịch Quốc hội Lào (thứ 3, từ phải sang) tặng quà lưu niệm cho đại diện Ban Giám hiệu trường Hữu nghị T78. ຮອງປະທານສະພາແຫ່ງຊາດລາວ (ທີ່ 3 ຈາກຂວາ) ມອບຂອງທີ່ລະນຶກໃຫ້ຜູ້ຕາງໜ້າຄະນະອໍານວຍການໂຮງຮຽນມິດຕະພາບ T78.

ທ່ານຮອງປະທານສະພາແຫ່ງຊາດລາວ (ທີ່ 3 ຈາກເບື້ອງຂວາ) ມອບຂອງທີ່ລະນຶກໃຫ້ຜູ້ຕາງໜ້າຄະນະອໍານວຍການໂຮງຮຽນມິດຕະພາບ T78.

ທ່ານ ​ຈະເລີນ ເຢຍປາວເຮີ ​ໄດ້​ຫວນ​ຄືນ​ຄວາມ​ຊົງ​ຈຳໃນ​ຊຸມ​ປີ​ທີ່​ຕົນ​ຮ່ຳຮຽນ​ຢູ່​ໂຮງຮຽນ (​ໄລຍະ​ທີ່​ໂຮງຮຽນ T78 ຖືກ​ຍົກ​ຍ້າຍ​ຢູ່​ຕາ​ແສງ ເຟືອງ​ທິງ, ຕາ​ມນົງ, ຂຶ້ນກັບວິງ​ຟຸກ) ​ແລະ ​ໄດ້​ສົ່ງ​ຄຳ​ສະແດງຄວາມຂອບ​ໃຈ ​ໄປຍັງ​ບັນດາ​ຄູ​ອາຈານ, ພະນັກງານ​ໃນ​ໂຮງຮຽນ. ທ່ານຢືນຢັນ ​ແລະ ​ເຊື່ອ​ໝັ້ນ​ວ່າ: ​ໂຮງຮຽນ​ມິດຕະພາບ T78 ​ແມ່ນ​ສະຖານ​ທີ່ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບໃນການບຳລຸງສ້າງ​ທີ່​ດີ ​ເພື່ອ​ໃຫ້​ນັກຮຽນ​ລາວ​ຮຽນພາສາຫວຽດນາມ ​ແລະ ວັດທະນະທຳ ເພື່ອສືບ​ຕໍ່​ຮ່ຳຮຽນ​ວິຊາ​ສະ​ເພາະ ​ແລະ ສຶກສາ​ການ​ເມືອງ​ຢູ່​ບັນດາ​ມະຫາວິທະຍາ​ໄລ, ສະຖາບັນ ຂອງຫວຽດນາມ.

“​ໃນ​ສະພາບ​ການ​ປະຈຸ​ບັນ, ຕ້ອງ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ​ໂຮງຮຽນ​ມິດຕະພາບ T78 ​ແມ່ນ​ໂຮງຮຽນ​ທີ່​ມີ​ມູນ​ເຊື້ອ ​ແລະ ປະສົບ​ການ​ມາ​ແຕ່​ດົນ​ນານ​ໃນ​ການບຳລຸງສ້າງນັກ​ສຶກສາ​ລາວ ແນ່ນອນວ່າຈະປະຕິບັດສຳເລັດພາລະກຳນັ້ນ​. ທ່ານ​ ຈະເລີນ ເຢຍປ່າວເຮີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ກ່າວ​.

ໃນການໂອ້ລົມກັບນັກຮຽນຂອງໂຮງຮຽນ, ທ່ານ ຈະເລີນ ເຢຍປາວເຮີ ຫວັງວ່າ ນັກຮຽນແຕ່ລະຄົນ ຈະມານະພະຍາຍາມ ແລະ ພະຍາຍາມເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນໃຫ້ເປັນຢ່າງດີ. ນັກ​ສຶກ​ສາ​ລາວ ແລະ ນັກ​ສຶກ​ສາ​ຫວຽດ​ນາມ ຕ້ອງ​ຖື​ເປັນ​ຄືອ້າຍນ້ອງດຽວ​ກັນ, ຍາມໃດກໍ່ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນພ້ອມກັນ​ກ້າວ​ໜ້າ. ​ໃນ​ອະນາຄົດ, ຫລາຍ​ທ່ານ​ຈະ​ກາຍ​ເປັນ​ພະນັກງານທີ່​ດີ, ພົນລະ​ເມືອງທີ່​ດີ, ບາງ​ທ່ານ​ຈະ​ກາຍ​ເປັນ​ການ​ນຳ​ຂັ້ນ​ສູງ, ​ເປັນ​ເສົາ​ຄ້ຳ​ໃນ​ການ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ ​ແລະ ກໍ່​ເປັນ​ເຈົ້າ​ການ​ສືບ​ຕໍ່​ປົກ​ປັກ​ຮັກສາ, ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ລາວ-ຫວຽດນາມ.

ທີ່​ການ​ພົບ​ປະ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍ​ຄະ​ນະ​ ໄດ້ໄປ​ຢ້ຽມຊົມ​ເຂດວາງ​ສະ​ແດງ​ຮູບ​ພາບ​ມູນເຊື້ອປະ​ຫວັດ​ສາດ​ຂອງ​ໂຮງ​ຮຽນ ແລະ ປູກ​ຕົ້ນ​ໄມ້​ທີ່​ລະ​ນຶກ.

Phó Chủ tịch Quốc hội Lào (thứ 3, từ phải sang) tặng quà lưu niệm cho đại diện Ban Giám hiệu trường Hữu nghị T78. ຮອງປະທານສະພາແຫ່ງຊາດລາວ (ທີ່ 3 ຈາກຂວາ) ມອບຂອງທີ່ລະນຶກໃຫ້ຜູ້ຕາງໜ້າຄະນະອໍານວຍການໂຮງຮຽນມິດຕະພາບ T78.

ທ່ານຮອງປະທານສະພາແຫ່ງຊາດລາວ ພ້ອມຄະນະ ​ຢ້ຽມຊົມ​ເຂດວາງ​ສະ​ແດງ​ຮູບ​ພາບ​ມູນເຊື້ອປະ​ຫວັດ​ສາດ​ຂອງ​ໂຮງ​ຮຽນ.

Phó Chủ tịch Quốc hội Lào Chaleun Yiapaoher và các thành viên đoàn công tác trồng cây lưu niệm trong khuôn viên trường Hữu nghị T78.  ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ໂຮງຮຽນມິດຕະພາບ T78.
ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ປູກຕົ້ນໄມ້ທີ່ລະນຶກຢູ່ໂຮງຮຽນມິດຕະພາບ T78.

ໂຮງຮຽນມິດຕະພາບ T78 ໄດ້ຮັບການສ້າງຕັ້ງໂດຍ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນວັນທີ 1 ມັງກອນ 1958. ນີ້​ແມ່ນ​ໂຮງຮຽນ​ແຫ່ງ​ທຳ​ອິດ​ສຳລັັບນັກ​ສຶກສາ​ລາວ​ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຫວຽດນາມ, ທັງ​ແມ່ນ​ໂຮງຮຽນ​ທີ່​ບຳລຸງສ້າງນັກຮຽນ, ນັກສຶກສາ​ລາວ​ຫຼາຍ​ກວ່າ​ໝູ່.

ປະຈຸ​ບັນ, ໂຮງຮຽນ​ມິດຕະພາບ T78 ​ແມ່ນຮາກຖານ​ການ​ສຶກສາຂອງລັດ ​ຂຶ້້ນກັບ​ກະຊວງ​ສຶກສາ ​ແລະ ກໍ່​ສ້າງ ຫວຽດນາມ, ມີ​ໜ້າ​ທີ່ບຳລຸງ​ສ້າງ​ກຽມ​ພາສາ​ຫວຽດນາມ ​ແລະ ການ​ສອນ​ວັດທະນະທຳຂັ້ນສາມັນ​ໃຫ້​ນັກຮຽນ ​ແລະ ນັກ​ສຶກສາ ລາວ - ຫວຽດນາມ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.