ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ມີການພົບພະເຈລະຈາກັບທ່ານປະທານສະພາແຫ່ງຊາດ ໄທ ວັນ ມູຫະມັດ ນໍ ມະທາ

00:00 | 08/12/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 7 ທັນວາ, ຢູ່ນະຄອນຫຼວງ ​ບາງກອກ, ປະ​ເທດ​ໄທ, ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ວັນ ມູຫະມັດ ນໍ ມະທາ (Wan Muhamad Noor Matha) ​ໄດ້​ເປັນປະທານທີ່ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ມີການພົບປະເຈລະຈາ.

ດັກລັກ (ຫວຽດນາມ) ແລະ ຈັນທະບູລີ (ໄທ) ແບ່ງປັນປະສົບການ ໃນການພັດທະນາໝາກຖົ່ວລຽນ ດັກລັກ (ຫວຽດນາມ) ແລະ ຈັນທະບູລີ (ໄທ) ແບ່ງປັນປະສົບການ ໃນການພັດທະນາໝາກຖົ່ວລຽນ
ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ

​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ວັນ ມູຫະມັດ ນໍ ມະທາ (Wan Muhamad Noor Matha), ທ່ານປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ມີການ​ຢ້ຽມຢາມ ​ໄທ ​ແຕ່​ວັນ​ທີ 7 ທັນວາ – 10 ທັນວາ.

ຕອນ​ບ່າຍ​ວັນ​ທີ 7 ທັນວາ, ຢູ່ນະຄອນຫຼວງ ​ບາງກອກ, ປະ​ເທດ​ໄທ, ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ວັນ ມູຫະມັດ ນໍ ມະທາ ໄດ້​ເປັນ​ປະທານທີ່ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ມີການພົບປະເຈລະຈາ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ມີການພົບພະເຈລະຈາກັບທ່ານປະທານສະພາແຫ່ງຊາດ ໄທ ວັນ ມູຫະມັດ ນໍ ມະທາ

ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ວັນ ມູຫະມັດ ນໍ ມະທາ ທີ່ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ

ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ວັນ ມູຫະມັດ ນໍ ມະທາ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ຕີ​ລາຄາ​ສູງ​ຄວາມ​ໝາຍຂອງ​ການ​ຢ້ຽມຢາມ​ລາຊະ​ອານາຈັກ ​ໄທ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ. ການ​ຢ້ຽມຢາມ​ ໄດ້​ຈັດໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ (2013-2023), ໄດ້ສ້າງ​ກຳລັງ​ແຮງ​ໃຫ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​, ໃນນັ້ນ ມີການຮ່ວມມືລັດຖະສະພາລະຫວ່າງ​ສອງ​ປະ​ເທດໃຫ້​ນັບ​ມື້​ນັບ​ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ​ແທດ​ຈິງ. ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ໄດ້ສະແດງຄວາມຊົມ​ເຊີຍ ຫວຽດນາມ ທີ່ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ການ​ເຕີບ​ໂຕ​ເສດຖະກິດ​ສູງ; ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ​ໄທ ​ໃນ​ພາກ​ພື້ນ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໃນ​ການ​ຢ້ຽມ​ຢາມ ໄທ ຢ່າງ​ເປັນ​ທາງ​ການ; ຂອບ​ໃຈ​ຝ່າຍ​ ໄທ ​ທີ່​ໄດ້​ຈັດ​ການ​ເຮັດ​ວຽກ​ຢ່າງ​ຮອບ​ດ້ານ ແລະ ສະຫງວນການ​ຕ້ອນຮັບ​ຢ່າງ​ສົມກຽດ ​ແລະ ມີ​ລອບຄອບຖີ່ຖ້ວນໃຫ້​ແກ່​ຄະນະ​ຜູ້​ແທນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ສົ່ງຄຳຢື້ຢາມຖາມຂ່າວອັນ​ສະໜິດສະໜົມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ການ​ນຳ​ຂັ້ນ​ສູງ​ຫວຽດນາມ ມາ​ຍັງ​ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ​​; ຊົມ​ເຊີຍ​ທ່ານ ວັນ ມູຫະມັດ ນໍ ມະທາ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ; ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ​ໃຫ້ຫຼາຍ​ຂຶ້ນ.

ການ​ນຳ​ສອງ​ທ່ານ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ຢ່າງເຂັ້ມ​ແຂງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ​ໃນ​ທຸກ​ຂົງ​ເຂດ, ນັບ​ແຕ່​ການ​ເມືອງ, ຄວາມ​ໝັ້ນຄົງ, ການປ້ອງ​ກັນຊາ​ດ, ຕະຫຼອດເຖິງດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ການ​ຄົມມະນາຄົມ, ການ​ສຶກສາບຳລຸງ​ສ້າງ ​ແລະ ວັດທະນະທຳ. ພິ​ເສດ, ຢູ່​ອາ​ຊຽນ, ​ໄທ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ (ດ້ວຍ​ວົງເງິນ 2 ສົ້ນ​ໃນ​ປີ 2022 ບັນລຸ​ເກືອບ 22 ຕື້ USD) ​ແລະ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ 2 ຂອງຫວຽດນາມ (ປະມານ 14 ຕື້ USD).

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະພາບກ່ຽວ​ກັບ​ບັນດາ​ທິດ​ທາງ​ໃຫຍ່​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອົງການ​ນິຕິບັນຍັດ​ສອງ​ປະ​ເທດ​ໃນ​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ອຳນວຍ​ຄວາມ​ສະດວກ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ; ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ການ​ພົວພັນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ​ໃນ​ທຸກ​ຊ່ອງ​ທາງ​ຂອງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ; ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ຕັ້ງໜ້າ​ປະຕິບັດ​ໂຄງການ​ປະຕິບັດຜັນຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໄລຍະ 2022-2027 ​ໃຫ້ປະກົດຜົນເປັນຈິງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະພາບ​ຈະ​ມານະ​ພະຍາຍາມ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເຖິງ 25 ຕື້ USD ​ໂດຍ​ໄວ ​ແລະ ມຸ່ງ​ໄປ​ສູ່​ທິດ​ທາງ​ທີ່​ສົມ​ດູນ​ກວ່າ, ສ້າງ​ຄວາມ​ສະດວກ ​ແລະ ຫຼຸດຜ່ອນ​ສິ່ງ​ກີດຂວາງ​ດ້ານ​ການ​ຄ້າ; ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເປີດ​ກວ້າງ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ.

ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ​ໄດ້​ເຫັນ​ດີເປັນ​ເອກະພາບກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ກ່ຽວກັບເລື່ອງ 2 ຝ່າຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ແລວ​ທາງ​ນິຕິກຳ​ທີ່​ສະດວກ ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່” ຢ່າງ​ສຳ​ເລັດ​ຜົນ. ໃນນັ້ນ ກໍມີການເຊື່ອມຕໍ່ ແລະ ສ້າງລະບົບຕ່ອງໂສ້ການສະໜອງໃໝ່ ເພື່ອສ້າງຜະລິດຕະພັນທີ່ມີມູນຄ່າເພີ່ມສູງເຊັ່ນ ຜະລິດຕະພັນກະເສດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນ; ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ເຊື່ອມຕໍ່ຄົມມະນາຄົມ, ຮ່ວມ​ມື​ໃນ​ການ​ຫັນປ່ຽນ​ເສດຖະກິດ​ດີ​ຈີ​ຕອນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປອດ​ໄພ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ສີຂຽວ.​ ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ກໍ່​ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດທົ່ວໂລກ​ຄື ການຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສາທາລະນະ​ສຸກ ​ແລະ ການປ້ອງ​ກັນ​ພະຍາດ...

2 ຝ່າຍ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ອື່ນໆ​ຄື ການປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບ, ການ​ຮ່ວມ​ມື​ທາງ​ທະ​ເລ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ການ​ະົບປະແລກປ່ຽນ​ປະຊາຊົນ; ຊຸກຍູ້ໂຄງການສອນພາສາ ໄທ ແລະ ຫວຽດນາມ ຢູ່ແຕ່ລະປະເທດ; ພັດທະນາ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ "ສອງ​ປະ​ເທດ, ​ຈຸດໝາຍ​ປາຍທາງດຽວ". ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ​ໄດ້​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ​ໄທ ​ໃນ​ການ​ກໍ່ສ້າງ​ຖະໜົນ​ ຫວຽດນາມ ​ແລະ ສ້າງ​ຕັ້ງ​ສູນການ​ສຶກສາ​ຫວຽດນາມ ຢູ່​ແຂວງ​ ອຸດອນທານີ; ທ່ານຫວັງ​ວ່າ ​ໄທ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຊາວ ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍເຂດຮ່ອງຮອຍປະທານ ​ໂຮ່ຈີ​ມິນ ຢູ່ ​ໄທ.

​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ບັນດາ​ຊ່ອງ​ທາງ​ສະມາຊິກລັດຖະສະພາມິດຕະພາບ, ​​ສະມາຊິກລັດຖະສະພາຍິງ, ​​ສະມາຊິກລັດຖະສະພາໜຸ່ມ; ຈັດຕັ້ງການເຄື່ອນໄຫວແລກປ່ຽນປະສົບການໃນການສ້າງກົດໝາຍ; ປຶກສາ​ຫາລື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ລະຫວ່າງ​ລັດຖະສະພາ​ຫຼາຍ​ຝ່າຍ; ຊຸກຍູ້​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາການປະຕິບັດ​ບັນດາສັນຍາ, ຂໍ້ຕົກລົງຮ່ວມມື​ສອງ​ຝ່າຍ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ.

ໂດຍປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳ 2 ທ່ານ ຢືນຢັນຈະສືບຕໍ່ເພີ່ມທະວີການປຶກສາຫາລື ແລະ ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ເສີມຂະຫຍາຍ​ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ບັນດາ​ບັນຫາ​ພາກ​ພື້ນ; ປະສານ​ສົມທົບ​ການ​ຄຸ້ມ​ຄອງ ​ແລະ ການ​ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ; ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ຄວາມ​ສາມັກຄີ ​ແລະ ຫຼັກ​ໝັ້ນ​ລວມ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ຖື​ວ່າ 2 ຝ່າຍ​ຕ້ອງ​ສົມທົບ​ກັນ​ເພື່ອ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ເຊື້ອ​ເຊີນ​ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ມາ​ຢ້ຽມ​ຢາມ​ ຫວຽດ​ນາມ ໃນ​ເວ​ລາ​ທີ່​ເໝາະ​ສົມ. ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ໄດ້​ຕອບຮັບ​ຄຳ​ເຊີນດ້ວຍຄວາມ​ດີ​ໃຈ.

ສິ້ນ​ສຸດ​ການພົບພະ​ເຈລະຈາ, ປະທານ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ສະພາ​ຜູ້ແທນລາດຊະດອນ ລາຊະ​ອານາຈັກ ​ໄທ; ເປັນສັກຂີພະຍານທ່ານເລຂາທິການ, ຫົວໜ້າຫ້ອງວ່າການສະພາ​ແຫ່ງ​ຊາດ ຫວຽດນາມ ບຸ່ຍວັນເກື່ອງ ແລະ ທ່ານຮັກສາການແທນ​ເລຂາທິການ​ສະພາ​ຜູ້ແທນລາດຊະດອນ​ ໄທ Arpath Sukhaunth ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ຄະນະ​ເລຂາ​ສະພາ​ຜູ້ແທນລາດຊະດອນ ລາຊະ​ອານາຈັກ ​ໄທ.

ຕອນ​ບ່າຍ​ວັນ​ທີ 7 ທັນວາ, ທ່ານ​ນາງ Padipat Suntiphada ຮອງ​ປະ​ທານຜູ້ທີໜຶ່ງສະພາ​ຜູ້ແທນລາດຊະດອນ ​ໄທ ໄດ້​ນຳ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຫວືອງດິງເຫ້ວ ແລະ​ ຄະ​ນະ​ຜ້ແທນໄປ​ຢ້ຽມ​ຢາມ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ໄທ.

ຕອນ​ບ່າຍ​ວັນ​ທີ 7 ທັນວາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຫວືອງດິງເຫ້ວ ແລະ ​ທ່ານປະ​ທານສະພາ​ຜູ້ແທນລາດຊະດອນ ​ໄທ ໄດ້ປູກຕົ້ນຢາງອິນເດຍ 2 ຕົ້ນ ຢູ່ຫໍປະຊຸມໃຫຍ່ ສະພາແຫ່ງຊາດໄທ. ຕົ້ນ​ຢາງອິນເດຍສອງ​ຕົ້ນ​ນີ້​ ໄດ້​ນຳ​ມາ​ຈາກ ​ຫວຽດ​ນາມ​ ໂດຍ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ເຫວືອງດິງເຫ້ວ ນຳໄປມອບໃຫ້ສະພາແຫ່ງຊາດ ໄທ. ຕົ້ນ​ໄມ້​ຊະນິດນີ້​ມີພະລັງ​ຊີວິດ​​ອັນ​ເຂັ້ມແຂງ, ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ ​ໄທ ກໍຄື​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.