ສະພາແຫ່ງຊາດລາວ ແລະແຂວງຮ່າຕິ້ງ (ຫວຽດນາມ) ແລກປ່ຽນບົດຮຽນໃນການສ້າງ ແລະ ປະຕິບັດນະໂຍບາຍ

15:12 | 06/02/2024

ສະພາແຫ່ງຊາດລາວ ແລະແຂວງຮ່າຕິ້ງ (ຫວຽດນາມ) ແລກປ່ຽນບົດຮຽນໃນການສ້າງ, ປະຕິບັດນະໂຍບາຍ

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວ ຊຸດທີ IX ຮັບຮອງເອົາຫຼາຍເນື້ອໃນສຳຄັນ ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວ ຊຸດທີ IX ຮັບຮອງເອົາຫຼາຍເນື້ອໃນສຳຄັນ
ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ

ຕອນບ່າຍວັນທີ 25 ມັງກອນ, ຄະນະປະຕິບັດງານຂອງກໍາມາທິການແຜນການ, ການເງິນ ແລະການກວດສອບ ສະພາແຫ່ງຊາດ ສປປ ລາວ ນໍາໂດຍສະຫາຍ ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະການກວດສອບ ໄດ້ມີການເຮັດວຽກກັບແຂວງຮ່າຕິ້ງ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະບົດຮຽນໃນການປະຕິບັດນະໂຍບາຍດຶງດູດການລົງທຶນ.

ສະພາແຫ່ງຊາດລາວ ແລະແຂວງຮ່າຕິ້ງ (ຫວຽດນາມ) ແລກປ່ຽນບົດຮຽນໃນການສ້າງ ແລະ ປະຕິບັດນະໂຍບາຍ

ບັນຍາກາດທີ່ການເຮັດວຽກ. ພາບ: baohatinh.vn

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ລີເບີ ລີບົວປາວ ໄດ້ແຈ້ງໃຫ້ຊາບຜົນງານຂອງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ; ແນະນຳພາລະບົດບາດ, ໜ້າທີ່ຂອງກໍາມາທິການແຜນການ, ການເງິນ ແລະການກວດສອບ ສະພາແຫ່ງຊາດລາວ...

ສະຫາຍ ລີເບີ ລີບົວປາວ ແບ່ງປັນວ່າ, ຄະນະປະຕິບັດງານສະພາແຫ່ງຊາດລາວ ປາດຖະໜາວ່າ ແຂວງຮ່າຕິ້ງ ຈະແລກປ່ຽນ, ແບ່ງປັນກ່ຽວກັບວຽກງານສົມທົບກັນລະຫວ່າງສະພາປະຊາຊົນ ແລະຄະນະກໍາມະການປະຊາຊົນທຸກຂັ້ນໃນການພິຈາລະນານະໂຍບາຍ, ມະຕິ; ປະສົບການໃນການແກ້ໄຂບັນຫາທີ່ເກີດຂຶ້ນໃນການຕິດຕາມກວດກາຂັ້ນຕອນຈັດຕັ້ງກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະສະພາປະຊາຊົນ...

ທີ່ການເຮັດວຽກ, ສະຫາຍ ເຈີ່ນເບົາຮ່າ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ແຈ້ງໃຫ້ຊາບບາງໝາກຜົນພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ຮ່າຕິ້ງ ໃນໄລຍະຜ່ານມາ, ໝາກຜົນ, ບົດຮຽນປະສົບການໃນການດຶງດູດການລົງທຶນ, ໝາກຜົນການຮ່ວມມືກັບບັນດາທ້ອງຖິ່ນຂອງ ສປປ ລາວ. ສະຫາຍຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ສະເໜີບາງເນື້ອໃນເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານຍາວນານລະຫວ່າງ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງ ຮ່າຕິ້ງ ແລະບັນດາແຂວງຂອງລາວ ເວົ້າສະເພາະ.

ສິ້ນສຸດການເຮັດວຽກ, ຄະນະປະຕິບັດງານສະພາແຫ່ງຊາດລາວ ສະແດງຄວາມຂອບໃຈຕໍ່ການແບ່ງປັນຂອງແຂວງຮ່າຕິ້ງ, ນີ້ແມ່ນບັນດາບົດຮຽນປະສົບການທີ່ສຳຄັນເພື່ອໃຫ້ສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນຢູ່ ລາວ ທາບທາມ, ເພິ່ມເຕີມເຂົ້າໃນວິວັດການຜັນຂະຫຍາຍ, ປະຕິບັດ.

ສົມເພັດ

ເຫດການ
302 Found

Found

The document has moved here.