ປັບປຸງຄວາມໄວ້ເນື້ອເຊື້ອໃຈ, ສະໜິດຕິດພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ-ລາວ

16:08 | 04/01/2024

ປັບປຸງຄວາມໄວ້ເນື້ອເຊື້ອໃຈ, ສະໜິດຕິດພັນລະຫວ່າງສະພາແຫ່ງຊາດຫວຽດນາມ-ລາວ

ລິເລີ່ມໂຄງການປັບປຸງຄວາມຍືນຍົງ ແລະ ມູນຄ່າຂອງຕົ້ນກາເຟ ແລະ ໝາກພິກໄທ ລິເລີ່ມໂຄງການປັບປຸງຄວາມຍືນຍົງ ແລະ ມູນຄ່າຂອງຕົ້ນກາເຟ ແລະ ໝາກພິກໄທ
ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

ຕອນບ່າຍວັນທີ 4 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ສະຫາຍຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ມີການພົບປະກັບສະຫາຍ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ.

ສະຫາຍຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ເນັ້ນໜັກເຖິງການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງເປັນປະຈໍາ ແລະຈັດຕັ້ງຄະນະຜູ້ແທນແລກປ່ຽນບົດຮຽນ, ປະສົບການໃນການປະຕິບັດງານ, ກອງປະຊຸມສຳມະນາຫົວເລື່ອງສະເພາະ, ເຮັດວຽກໂດຍກົງລະຫວ່າງຄະນະກຳມາທິການ, ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ໄດ້ປະກອບສ່ວນ ນຳເອົາໝາກຜົນແຫ່ງການຮ່ວມມືລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ; ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນລະຫວ່າງສອງສະພາແຫ່ງຊາດ.

ປັບປຸງຄວາມໄວ້ເນື້ອເຊື້ອໃຈ, ສະໜິດຕິດພັນລະຫວ່າງສະພາແຫ່ງຊາດຫວຽດນາມ-ລາວ

ບັນຍາກາດທີ່ການພົບປະລະຫວ່າງສອງຄະນະຜູ້ແທນ. ພາບ: TTXVN

ສະຫາຍຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ເນັ້ນໜັກວ່າ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະຫາຍ ໃຫ້ຮູ້ວ່າ ສອງຝ່າຍໄດ້ ແລະກໍາລັງຜັນຂະຫຍາຍປະຕິບັດເນື້ອໃນຂອງຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດໃຫ້ເປັນຢ່າງດີ. ສະພາແຫ່ງຊາດຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບສະພາແຫ່ງຊາດລາວ ເພື່ອຈັດຕັ້ງກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດ ໃນເດືອນທັນວາ ປີ 2023 ປະສົບຜົນສໍາເລັດຢ່າງຈົບງາມ.

ສະຫາຍຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ປະຕິບັດໜ້າທີ່ຮັບຜິດຊອບສາກົນໃຫ້ປະສົບຜົນສໍາເລັດໃນໄລຍະຈະມາເຖິງ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງຂອງລາວ ໃນພາກພື້ນ ແລະໃນໂລກ.

ສະຫາຍ ຈະເລີນ ເຢຍປາວເຮີ ສະແດງຄວາມຂອບໃຈມາຍັງສະຫາຍຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ທີ່ໃຫ້ການຕ້ອນຮັບຄະນະ, ສະຫາຍຮອງປະທານສະພາແຫ່ງຊາດລາວ ໃຫ້ຮູ້ວ່າ ຈຸດປະສົງໃນການມາຢ້ຽມຢາມແມ່ນເພື່ອແນໃສ່ແລກປ່ຽນ, ແບ່ງປັນ ແລະຖອດຖອນບົດຮຽນໃນວຽກງານຄົ້ນຄວ້ານິຕິບັນຍັດ, ປັບປຸງລັດຖະທຳມະນູນ ແລະລະບົບກົດໝາຍ, ທັງເປັນການສັງລວມຂໍ້ມູນຂ່າວສານ, ຮັບໃຊ້ວຽກງານກໍ່ສ້າງ, ຮຽບຮຽງເອກະສານກ່ຽວກັບປະຫວັດສາດ 50 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະການພັດທະນາຂອງສະພາແຫ່ງຊາດລາວ.

ບູນມີ

ເຫດການ