ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

09:06 | 10/01/2024

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ພັດທະນາການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ບຸນກາຣີ ຢ່າງບໍ່ຢຸດຢັ້ງ ພັດທະນາການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ບຸນກາຣີ ຢ່າງບໍ່ຢຸດຢັ້ງ

ຕອນບ່າຍວັນທີ 8 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Rossen Dimitrov Jeliazkov ປະທານສະພາແຫ່ງຊາດ ບຸນກາຣີ ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Rossen Dimitrov Jeliazkov ປະທານສະພາແຫ່ງຊາດ ບຸນກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຮ່ວມມືກັບ ບຸນກາຣີ; ຕີລາຄາສູງ ແລະຂອບໃຈສະພາແຫ່ງຊາດ ບຸນກາຣີ ທີ່ໄດ້ໃຫ້ການສະໜັບສະໜູນການໃຫ້ສັດຕະຍາບັນບັນດາສັນຍາລະຫວ່າງຫວຽດນາມ ແລະ ອີຢູ, ໃນນັ້ນມີສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໃນໄລຍະຜ່ານມາ.

ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫວໍວັນເຖືອງ ຫວັງວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງການພົວພັນດ້ານການເມືອງ ແລະການຕ່າງປະເທດໃຫ້ຫຼາຍກວ່າອີກ; ສືບຕໍ່ຊຸກຍູ້ການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາຂອງສອງປະເທດເປັນປະຈໍາກວ່າ; ແບ່ງປັນບົດຮຽນປະສົບການ ແລະການຮ່ວມມືໃນການເຄື່ອນໄຫວນິຕິບັນຍັດ; ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງທ້ອງຖິ່ນຕ່າງໆ...

ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ສະເໜີໃຫ້ສອງຝ່າຍສືບຕໍ່ຮ່ວມມື ແລະແບ່ງປັນວິໄສທັດກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນ; ສະເໜີໃຫ້ສະພາແຫ່ງຊາດ ບຸນກາຣີ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນ ໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນ; ປະກອບທັດສະນາ ແລະຊຸກຍູ້ໃຫ້ທຸກຝ່າຍປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ເຂັ້ມງວດ ແລະມີເຈດຕະນາດີ; ເຈລະຈາ ແລະສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີເນື້ອແທ້, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ຕອນບ່າຍວັນທີ 8 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Rossen Dimitrov Jeliazkov ປະທານສະພາແຫ່ງຊາດ ບຸນກາຣີ.

ສອງຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການຮ່ວມມືສອງຝ່າຍໃນທຸກຂົງເຂດ; ເຫັນດີສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະການພົົບປະຂັ້ນສູງ ແລະທຸກຂັ້ນໃນທຸກຊ່ອງທາງ, ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ທ່ານ ຟ້າມມິງຈິ໊ງ ຫວັງວ່າ ນັບມື້ຈະນັບມີຫຼາຍວິສາຫະກິດ ແລະນັກລົງທຶນຂອງຫວຽດນາມ ແລະ ບຸນກາຣີ ລົງທຶນເຂົ້າຕະຫຼາດຂອງກັນ.

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Rossen Dimitrov Jeliazkov ປະທານສະພາແຫ່ງຊາດ ບຸນກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍກຳນົດການຮ່ວມມືດ້ານເສດຖະກິດແມ່ນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ, ຕ້ອງຊຸກຍູ້ການພົວພັນການຄ້າສອງສົ້ນ ເພື່ອບັນລຸ 500 ລ້ານ USD/ປີ ໂດຍໄວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ຝ່າຍ ບຸນກາຣີ ຊຸກຍູ້ EC ຍົກເລີກ “ບັດເຫຼືອງ” IUU ສໍາລັບສິນໃນນໍ້າຂອງຫວຽດນາມ ໂດຍໄວ.

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ບັນຍາການທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ຝ່າຍ ບຸນກາຣີ ສະໜັບສະໜູນຫຼັກໝັ້ນ ແລະທັດສະນະຂອງອາຊຽນ ແລະຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັບປະກັນຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນ; ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນປະຕູ ແລະ ເປັນຂົວຕໍ່ເພື່ອໃຫ້ ບຸນກາຣີ ຮ່ວມມືກັບອາຊຽນ ຢ່າງເລິກເຊິ່ງກວ່າອີກ.

ຕອນເຊົ້າວັນທີ 8 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະດໍາເນີນການເຈລະຈາກັບທ່ານ Rossen Dimitrov Jeliazkov ປະທານສະພາແຫ່ງຊາດບຸນກາຣີ.

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Rossen Dimitrov Jeliazkov ປະທານສະພາແຫ່ງຊາດບຸນກາຣີ. ພາບ: qdnd.vn

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບ ບຸນກາຣີ, ຍາມໃດກໍ່ຈົດຈຳການຊ່ວຍເຫຼືອອັນລ້ຳຄ່າ, ສຸດຈິດສຸດໃຈເຊິ່ງ ບຸນກາຣີ ສະຫງວນໃຫ້ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ ແລະເອກະພາບ ກໍ່ຄືໃນການສ້າງສາ ແລະພັດທະນາປະເທດຊາດ.

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Rossen Dimitrov Jeliazkov ປະທານສະພາແຫ່ງຊາດບຸນກາຣີ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມື. ພາບ: qdnd.vn

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, 2 ຝ່າຍຕີລາຄາສູງໃນສະພາບຕະຫຼາດທົ່ວໂລກພວມຊຸດໂຊມລົງຍ້ອນປະສົບກັບຄວາມຫຍຸ້ງຍາກລວມ, ແຕ່ວົງເງິນການຄ້າສອງຝ່າຍຍັງບັນລຸກ່ວາ 200 ລ້ານ USD. ທ່ານປະທານສະພາແຫ່ງຊາດບຸນກາຣີ ປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນ, ພິເສດແມ່ນໃນບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ, ມີທ່າແຮງ...

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫາະ ສະເໜີ 2 ຝ່າຍຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດປີ 2013 ຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືດ້ານວິທະຍາສາດການທະຫານ, ການແພດທະຫານ, ອຸດສາຫະກຳປ້ອງກັນຊາດ, ການຕໍ່ສູ້ທາງອິນເຕີເນັດ, ຕ້ານການກໍ່ການຮ້າຍ; ບຸນກາຣີ ຈັດສົ່ງນາຍທະຫານມາຮຽນພາສາຫວຽດ, ຮ່ວມມືຄົ້ນຄວ້ານະໂຍບາຍປ້ອງກັນຊາດ, ແບ່ງປັນບົດຮຽນໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ; ໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ບໍ່ທັນແຕກ, ເພີ່ມທະວີການແນະນໍາຜະລິດຕະພັນປ້ອງກັນຊາດຂອງສອງປະເທດ.

ກ່ຽວກັບທິດທາງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ, ທ່ານປະທານສະພາແຫ່ງຊາດບຸນກາຣີ ປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການຮ່ວມມືດ້ານເຕັກນິກປ້ອງກັນຊາດ, ສ້ອມແປງ ແລະສົ່ງອອກອາວຸດຍຸດໂທປະກອນການທະຫານ. ສອງຝ່າຍເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືສອງຝ່າຍ ໃນຂົງເຂດການສຶກສາ-ກໍ່ສ້າງ, ວິທະຍາສາດ, ເຕັກໂນໂລຢີ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການຮ່ວມມືທ້ອງຖິ່ນ ແລະການຮ່ວມມືດ້ານແຮງງານ; ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ.

ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ສອງຝ່າຍໄດ້ເຫັນດີຕີລາຄາວ່າ ການພົວພັນລະຫວ່າງສະພາແຫ່ງຊາດ ສອງປະເທດໃນໄລຍະມໍ່ໆມານີ້ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ; ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈຳ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.