ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດລາວ

00:00 | 04/01/2024

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດລາວ

ການຢ້ຽມຢາມ ລາວ - ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸໄດ້ບັນດາຄາດໝາຍ, ຂໍ້ກຳນົດທີ່ວາງອອກທັງສອງຝ່າຍ ແລະ ຫຼາຍຝ່າຍ. ການຢ້ຽມຢາມ ລາວ - ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸໄດ້ບັນດາຄາດໝາຍ, ຂໍ້ກຳນົດທີ່ວາງອອກທັງສອງຝ່າຍ ແລະ ຫຼາຍຝ່າຍ.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແອັດສະປາຍ ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດວາລະເຮັດວຽກຢູ່ ຫວຽດນາມ ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແອັດສະປາຍ ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດວາລະເຮັດວຽກຢູ່ ຫວຽດນາມ

ໃນຕອນບ່າຍ ວັນທີ 4 ມັງກອນ, ທີ່ຫໍສະພາແຫ່ງຊາດ, ສະຫາຍ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບສະຫາຍ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ.

ສະຫາຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງດີງາມຂອງສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດ; ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດສະພາແຫ່ງຊາດຂອງກໍາປູເຈຍ - ລາວ - ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໃນເດືອນທັນວາ ປີ 2023 ໂດຍສະພາແຫ່ງຊາດລາວ ເປັນເຈົ້າພາບຈັດຕັ້ງ ພາຍໃຕ້ເປັນປະທານຮ່ວມຂອງປະທານສະພາແຫ່ງຊາດສາມປະເທດ.

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດລາວ

ສະຫາຍປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບສະຫາຍ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ. ພາບ: TTXVN

ສະຫາຍ ຈະເລີນ ເຢຍປາວເຮີ ໃຫ້ຮູ້ວ່າ ຄະນະຜູ້ແທນໄດ້ພົບປະກັບສະຫາຍ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ, ໄດ້ເຮັດວຽກກັບສະຖາບັນຄົ້ນຄວ້ານິຕິບັນຍັດຫວຽດນາມ, ສະຫາຍ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ. ໂດຍຜ່ານການພົບປະ ແລະການເຮັດວຽກ, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ວ່າ ຈະສືບຕໍ່ພ້ອມກັນຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍເພື່ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ເນື່ອງໃນໂອກາດນີ້, ສະຫາຍ ຈະເລີນ ເຢຍປາວເຮີ ໄດ້ສະເໜີໃຫ້ສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ ຮ່ວມມືກັນຮຽບຮຽງປຶ້ມປະຫວັດສາດກ່ຽວກັບການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ.

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງຄວາມເຫັນດີເປັນເອກະພາບກັບຄວາມເຫັນຂອງສະຫາຍ ຈະເລີນ ເຢຍປາວເຮີ; ໂດຍຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນປະສົບການກັບສະພາແຫ່ງຊາດລາວ ໃນທຸກຂົງເຂດຮ່ວມມື. ສະຫາຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ໃນປີ 2024, ລາວ ດໍາລົງຕໍາແໜ່ງເປັນປະທານອາຊຽນ ແລະປະທານ AIPA, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ໃຫ້ການຊ່ວຍເຫຼືອຈົນສຸດຄວາມສາມາດເພື່ອໃຫ້ລາວ ປະຕິບັດໜ້າທີ່ປະທານໃຫ້ປະສົບຜົນສໍາເລັດ. ເນື່ອງໃນໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ແລະບັນດາສະຫາຍການນໍາສະພາແຫ່ງຊາດລາວ.

ບູນມີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.