ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

15:48 | 03/01/2024

ຍສໝ - ຕາມ​ການແຈ້ງການ​ຂອງກຳມາທິການການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 – 9 ມັງກອນ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ.

ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເຫວືອງດິງເຫ້ວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Star Telecom ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Star Telecom
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ , ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ຈະ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 – 9 ມັງກອນ.

ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ໄດ້​ມີ​ການພົບປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ

ການ​ຢ້ຽມ​ຢາມມິດຕະພາບ ບຸນ​ກາ​ຣີ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ ​ໂຮ່​ຈິ​ມິນ ​ໃນເດືອນສິງຫາ 1957 ໄດ້​ສ້າງ​ພື້ນ​ຖານ ແລະ ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ຢ່າງ​ຕັ້ງໜ້າ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ເມືອງ ​ແລະ ການ​ທູດ.

2 ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫຼາຍ​ຄະນະ. 2 ຝ່າຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ. ບຸນ​ກາຣີ ສະໜັບສະໜູນ ຫວຽດນາມ ​ເຂົ້າ​ເປັນ​ອົງການ​ການ​ຄ້າ​ໂລກ (WTO), ຜູ້ຮັບສະໝັກເຂົ້າເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ໄລຍະ 2008-2009 ແລະ 2020-2021); ຫວຽດນາມ ​ເຂົ້າ​ຮ່ວມ ECOSOC ​ໄລຍະ 2026-2018; ຜູ້​ສະໝັກ​ເຂົ້າ​ຮ່ວມ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ (​ໄລຍະ 2014 - 2016 ​ແລະ 2023 - 2025); ສະພາ​ແຫ່ງ​ຊາດ ບຸນ​ກາຣີ ​ໄດ້​ໃຫ້​ສັດຕະຍາບັນ​ສັນຍາ​ອາລັກຂາ​ການ​ລົງທຶນ ຫວຽດນາມ - EU (EVIPA) ​ໃນ​ເດືອນກັນຍາ 2023.

ປີ 2012, ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື. 2 ຝ່າຍ​ຮັກສາ​ການ​ພົວພັນ, ປະສານ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ​ຄື IPU ​ແລະ ASEP

ປະຈຸ​ບັນ, ປະຊາ​ຄົມ​ຊາວ​ ຫວຽດນາມ​ ຢູ່ ບຸນ​ກາຣີ ມີ​ກ່ວາ 1.000 ຄົນ, ສ່ວນຫຼາຍແມ່ນ​ຢູ່​ນະຄອນຫຼວງ Sofia.

ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ມີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫຼາຍ​ຄະນະ, ພິ​ເສດ​ແມ່ນ​ຄະນະທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຟຸຈ້ອງ (ປີ 2008). ຫຼ້າ​ສຸດ​ແມ່ນ​ການ​ຢ້ຽມ​ຢາມ​ບຸນ​ກາ​ຣີ​ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຫວືອງ​ດິ່ງ​ເຫ້ວ ແຕ່​ວັນ​ທີ 24-26 ກັນຍາ 2023.

ມິງດຶກ

ເຫດການ
302 Found

Found

The document has moved here.