ງານ​ວາງ​ສະ​ແດງ “ຮ່​ວາງ​ຊາ, ເຈື່ອງ​ຊາ - ທະ​ເລ​, ໝູ່​ເກາະທີ່​ສັກ​ສິດ”

ງານ​ວາງ​ສະ​ແດງ “ຮ່​ວາງ​ຊາ, ເຈື່ອງ​ຊາ - ທະ​ເລ​, ໝູ່​ເກາະທີ່​ສັກ​ສິດ”

ຍສໝ - ວັນທີ 10 ມີນາ, ກົມສະໝຽນຫ້ອງການ ແລະ ​​ສຳເນົາເອກະສານແຫ່ງລັດ ໄດ້ສົມທົບກັບກອງບັນຊາການກອງທັບເຮືອ ເຂດ 2 ຈັດຕັ້ງງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ-ທະ​ເລ​, ໝູ່​ເກາະທີ່​ສັກ​ສິດ” ແລະ “ວິລະຊົນກອງທັບເຮືອປະຊາຊົນຫວຽດນາມ - 70 ປີແຫ່ງການເດີນທາງປົກປັກຮັກສາທະເລ”.

ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນໃນການປະຕິບັດສິດທິຂອງຄົນພິການ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນໃນການປະຕິບັດສິດທິຂອງຄົນພິການ

ຍສໝ - ປະເທດຫວຽດນາມໄດ້ສະແດງຄຳໝັ້ນສັນຍາຢ່າງໜັກແໜ້ນໃນການຮັບປະກັນສິດທິຂອງຄົນພິການ ຜ່ານການເຄື່ອນໄຫວພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ບໍ່ພຽງແຕ່ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນເວທີປາໄສສາກົນເທົ່ານັ້ນ, ປະເທດຫວຽດນາມ ຫາກຍັງສ້າງລະບົບກົດໝາຍຄົບຊຸດ, ຜັນຂະຫຍາຍຫຼາຍໂຄງການສະໜັບສະໜູນຕົວຈິງ, ເພື່ອຊຸກຍູ້ສິດທິຂອງຄົນພິການໃນທຸກຂົງເຂດ.

Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້

Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້

ຍສໝ - ວັນ​ທີ 27 ກຸມພາ 2025, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ທ້ວນ ໄດ້​ສົມທົບ​ກັບ​ອົງການ Plan International ຫວຽດນາມ ​ແລະ ວິ​ສາ​ຫະກິດ ຍີ່​ປຸ່ນ ແຫ່ງໜຶ່ງ ເພື່ອຈັດ​ຕັ້ງ​ພິທີ​ເປີດສະຫຼອງຕົວແບບໂຮງ​ຮຽນ​ປະຖົມ ທ້ວນ 1. ຕົວແບບໂຮງ​ຮຽນ​ໃໝ່ ໄດ້ນຳພື້ນທີ່ຮຳຮ່ຽນແຫ່ງໜຶ່ງທີ່​ປອດ​ໄພ ​ແລະ ໝັ້ນຄົງ​ໃຫ້​ແກ່​ນັກຮຽນ​ປະຖົມຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເມືອງ ເຮື໋ອງຮວ໋າ, ແຂວງ ກວາງ​ຈີ້.

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

ຍສໝ - ປະຊາຊົນຫຼາຍກວ່າ 10.000 ຄົນ, ພິເສດແມ່ນແມ່ນແມ່ຍິງ ແລະ ເດັກນ້ອຍໃນບັນດາເຂດທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ທະເລຊຶມເຂົ້າຢູ່ແຂວງ ນິງທ້ວນ ແລະ ກ່າເມົາ ໄດ້ເຂົ້າເຖິງແຫຼ່ງນໍ້າສະອາດທີ່ດີກ່ວາ ແລະ ປັບປຸງການຫາລ້ຽງຊີບຍ້ອນມີໂຄງການ “ນໍ້າຄືການມີຊີວິດ”.

ການຟື້ນຟູຢູ່ເຂດດິນເໜືອສຸດຂອງປະເທດຊາດ

ການຟື້ນຟູຢູ່ເຂດດິນເໜືອສຸດຂອງປະເທດຊາດ

ຍສໝ - 46 ປີ​ຫຼັງ​ສົງຄາມ​ເພື່ອ​ປົກ​ປັກ​ຮັກສາ​ຊາຍ​ແດນ​ພາກ​ເໜືອ, ​ແຜ່ນດິນ​ທີ່​ເຄີຍ​ຈົມ​ຢູ່​ໃນ​ເລືອດ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົາ​ໃນ​ປະຈຸ​ບັນ​ໄດ້​ມີ​ໂສມໜ້າ​ໃໝ່. ການຟື້ນຟູຢ່າງເຂັ້ມແຂງ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງເສັ້ນທາງເບຕົງທີ່ແຂງແກ່ນ ແລະ ຕົວເມືອງທີ່ຄຶກຄັກເທົ່ານັ້ນ, ຫາກຍັງຢູ່ໃນຈິດໃຈຂອງປະຊາຊົນເຂດຊາຍແດນທີ່ພະຍາຍາມສ້າງຊີວິດໃຫ້ຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກອີກດ້ວຍ.

ຮ່ວມ​ກັນ​ຮັກ​ສາ​ສຸ​ຂະ​ພາບປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ເພື່ອນລາວ

ຮ່ວມ​ກັນ​ຮັກ​ສາ​ສຸ​ຂະ​ພາບປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ເພື່ອນລາວ

ຍສໝ​ - ​ເມືອງ​ ອ່າເລື໋ອຍ (​ນະຄອນ ເຫ້ວ) ມີເສັ້ນທາງຊາຍ​ແດນ​ຕິດ​ກັບ​ລາວ 81 ກວ່າກິໂລເເມັດ. ​ໃນ​ນັ້ນ, ບ້ານ​ກະ​ໂລ, ​ເຊ​ຊັບ (​ເຊ​ກອງ), ບ້ານ ໂກ່ຕ່າຍ (ສາລະ​ວັນ) ມີຫຼາຍ​ຮ້ອຍ​ຄອບຄົວ. ສ່ວນຫຼາຍ, ບັນດາໝູ່ບ້ານຂອງລາວ ທີ່ຢູ່ເຂດຊາຍແດນຂາດເຂີນດ້ານການແພດ ແລະ ຢູ່ຫ່າງໄກຈາກກັນ, ສະນັ້ນ ການຊ່ວຍເຫຼືອດ້ານການປິ່ນປົວສ່ວນຫຼາຍແມ່ນຂຶ້ນກັບສູນການແພດເມືອງ ອ່າເລື໋ອຍ.

​ເປີດສະຫຼອງແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ ຈິ້ງເຕື່ອງ ເມືອງ​  ບາດຊາດ (ລາວ​ກາຍ)

​ເປີດສະຫຼອງແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ ຈິ້ງເຕື່ອງ ເມືອງ​ ບາດຊາດ (ລາວ​ກາຍ)

ຍສໝ - ວັນ​ທີ 19 ກຸມພາ, ແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ​ ຈິ້ງເຕື່ອງ ເມືອງ​ ບາດຊາດ (ລາວ​ກາຍ) ​ໄດ້​​ເປີດສະຫຼອງຢ່າງ​ເປັນ​ທາງ​ການ​ພາຍຫຼັງຂະບວນການປັບປຸງ,​ ຍົກ​ລະດັບ. ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ​ແລະ ວິສາຫະກິດຈຳນວນໜຶ່ງ, ເພື່ອ​ຊ່ວຍ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຈາກ​ພະຍຸ​ເລກທີ 3 (Yagi).

ກອງບັນຊາການທະຫານຊາຍແດນ​ ລ້າງເຊີນ: ເປັນເຈົ້າການ, ​​ມີໄຫວພິບໃນວຽກ​ງານ​ການ​ຕ່າງປະ​ເທດ

ກອງບັນຊາການທະຫານຊາຍແດນ​ ລ້າງເຊີນ: ເປັນເຈົ້າການ, ​​ມີໄຫວພິບໃນວຽກ​ງານ​ການ​ຕ່າງປະ​ເທດ

ຍສໝ - ດ້ວຍ​ເສັ້ນ​ຊາຍ​ແດນ​ຕິດ​ກັບ​ຈີນ ​ຍາວ 231,74 ກິ​ໂລ​ແມັດ, ວຽກງານ​ການຕ່າງປະເທດທະຫານຊາຍແດນ​​ຢູ່​ ລ້າງເຊີນ ບໍ່​ພຽງ​ແຕ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງຮັດແໜ້ນການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ: ແຜ່ກະຈາຍຄວາມຮັກແພງໃຫ້ບັນດາສະມາຊິກສະຫະພັນ ແລະ ຜູ້ອອກແຮງງານແຂວງ ກວາງບິ່ງ

ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ: ແຜ່ກະຈາຍຄວາມຮັກແພງໃຫ້ບັນດາສະມາຊິກສະຫະພັນ ແລະ ຜູ້ອອກແຮງງານແຂວງ ກວາງບິ່ງ

ຍສໝ - ສະຫະພັນ​ແຮງ​ງານ​ແຂວງ ກວາງ​ບິ່ງ ຫາ​ກໍ່​ຈັດ​ຕັ້ງ​ລາຍການ “​ບຸນ​ເຕັດປຸ້ມລຸມກັນ - ລະດູບານ​ໃໝ່ສະແດງຄວາມ​ຮູ້​ບຸນ​ຄຸນຕໍ່​ພັກ” ​ແລະ ງານ​ຕະຫຼາດນັດ​ອົງການກຳມະບານ ປີ 2025 ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ມີ​ມະນຸດສະທຳ ​ໃຫ້​ບັນດາ​ສະມາຊິກ​ສະຫະພັນ, ຜູ້​ອອກ​ແຮງ​ງານ.

ການນຳ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບຜົນກະທົບຂອງພະຍຸ Chido ຢູ່ Mayotte (ຝລັ່ງ)

ການນຳ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບຜົນກະທົບຂອງພະຍຸ Chido ຢູ່ Mayotte (ຝລັ່ງ)

ຍສໝ - ບັນດາການ​ນຳ​ ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ຢື້ຢາມຖາມຂ່າວ​ເຖິງ​ການນຳ ​ຝລັ່ງ ​ເມື່ອ​ໄດ້ຮັບຂ່າວວ່າ ພາຍຸ Chido ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໃຫ້​ແກ່​ປະຊາຊົນ ​ແລະ ຊັບ​ສິນ​ຢູ່​ໝູ່​ເກາະ Mayotte.

ອົງການ Samaritan’s Purse ໃຫ້ການຊ່ວຍເຫຼືອສຸກເສີນແກ່ປະຊາຊົນໃນເຂດໄພພິບັດທໍາມະຊາດ ກວາງບິ່ງ

ອົງການ Samaritan’s Purse ໃຫ້ການຊ່ວຍເຫຼືອສຸກເສີນແກ່ປະຊາຊົນໃນເຂດໄພພິບັດທໍາມະຊາດ ກວາງບິ່ງ

ຍສໝ - ຫວ່າງມໍ່ໆມານີ້, ອົງການ Samaritan’s Purse (ອາເມລິກາ) - ຫ້ອງການຕາງໜ້າຢູ່ ຫວຽດນາມ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ມອບເຄື່ອງຂອງ 250 ພູດໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບຈາກພະຍຸເລກ 6 (ຈ່າມີ) ປີ 2024 ທີ່ເກີດຢູ່ແຂວງ ເຈືອງຖຸ້ຍ, ​ເມືອງ​ ເລ້​ຖຸ້ຍ (​ແຂວງ​ກວາງ​ບິ່ງ).

ສິດທິມະນຸດຢູ່ ຫວຽດນາມ: ບັນດາຂີດໝາຍໃນການເດີນທາງເພື່ອມະນຸດ

ສິດທິມະນຸດຢູ່ ຫວຽດນາມ: ບັນດາຂີດໝາຍໃນການເດີນທາງເພື່ອມະນຸດ

ຍສໝ - ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ໃນ​ການ​ສ້າງ​ສາປະ​ເທດຊາດ, ຫວຽດນາມ ຍັງບັນລຸ​ໄດ້​​ຜົນງານ​ຫຼາຍຢ່າງ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ.

"ການປົກປ້ອງສິດທິມະນຸດແມ່ນເຮັດໃຫ້ປະຊາຊົນທຸກຄົນນັບມື້ນັບອີ່ມໜຳສຳລານ ແລະ ມີຄວາມຜາສຸກ"

ຍສໝ - ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ, ຄວາມ​ມານະ​ພະຍາຍາມ​ຮ່ວມ ​ແລະ ຄວາມ​ພ້ອມຈິດພ້ອມໃຈກັນ​ຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງ​ຊົນ, ວຽກ​ງານ​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ການ​ສຶກສາ​ສິດທິ​ມະນຸດຈະ​ນັບ​ມື້​ນັບ​ບັນລຸ​ໄດ້​ໝາກຜົນ​ດີ.

ສິງກະໂປ ເປັນປະເທດນຳໜ້າໃນໂລກໃນການປ່ຽນແປງໃໝ່ການບໍລິການສາທາລະນະ

ສິງກະໂປ ເປັນປະເທດນຳໜ້າໃນໂລກໃນການປ່ຽນແປງໃໝ່ການບໍລິການສາທາລະນະ

ຍສໝ - ຕາມ​ການ​ຈັດ​ອັນ​ດັບ​ກ່ຽວກັບປະສິດທິພາບຂອງບັນດາການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ ແລະ ​ອົງ​ການ​ບໍ​ລິ​ຫານ​ລັດ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ Oxford (ອັງກິດ) ແລ້ວ, ສິງ​ກະ​ໂປ ​ຢືນ​ອັນ​ດັບ​ຫນຶ່ງ​ໃນ​ໂລກ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ຫາກໍອອກມະຕິສະບັບ​​ເລກທີ 1517/QD-UBND ລົງ​​ໃນ​ວັນ​ທີ 24 ມິຖຸນາ 2024 ອະນຸມັດ​ບ້ວງ​ເງິນ​ໜູນ​ຊ່ວຍ​ກວ່າ 4,3 ຕື້​ດົ່ງ ຈາກ​ໂຄງການ​ໜູນ​ຊ່ວຍ​ການເບິ່ງ​ແຍງ​, ການສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳ​ໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.

ຄ້າຍທະຫານຊາຍແດນດ່ານອາເດີດ ຢ້ຽມຢາມ, ມອບຂອງຂວັນໃຫ້ກອງຮ້ອຍປົກປັກຮັກສາຊາຍແດນ 531

ຄ້າຍທະຫານຊາຍແດນດ່ານອາເດີດ ຢ້ຽມຢາມ, ມອບຂອງຂວັນໃຫ້ກອງຮ້ອຍປົກປັກຮັກສາຊາຍແດນ 531

ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນດ່ານອາເດີດ (ທະຫານຊາຍແດນແຂວງ ເທື່ອທຽນເຫວ້) ໄດ້ສົມທົບກັບຕາແສງເລິມເດີດ (ເມືອງອາເລື້ອຍ) ຢ້ຽມຢາມ, ອວຍພອນກອງຮ້ອຍປົກປັກຮັກສາຊາຍແດນ 531, ປ້ອມຕໍາຫຼວດຕາວ່າງ ແລະອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນບ້ານກະໂລ (ແຂວງເຊກອງ, ລາວ).

ສໍາຫຼວດ, ພົບປະສອງຝ່າຍລະຫວ່າງແຂວງດ້ຽນບຽນ ແລະແຂວງຜົ້ງສາລີ

ສໍາຫຼວດ, ພົບປະສອງຝ່າຍລະຫວ່າງແຂວງດ້ຽນບຽນ ແລະແຂວງຜົ້ງສາລີ

ຫວ່າງແລ້ວນີ້, ທີ່ເຂດຊາຍແດນສາມປະເທດຫວຽດນາມ-ລາວ-ຈີນ, ຄະນະປະຕິບັດລະຫວ່າງຂະແໜງການດ້ຽນບຽນ (ຫວຽດນາມ) ແລະຄະນະປະຕິບັດງານແຂວງຜົ້ງສາລີ (ລາວ) ໄດ້ດໍາເນີນການສໍາຫຼວດສອງຝ່າຍ ແລະພົບປະສອງຝ່າຍກ່ຽວກັບການສ້າງ ເຮືອນກຸ່ມປະຕິບັດງານຊາຍແດນ ແລະເປີດກວ້າງທາງລາດຕະເວນຊາຍແດນຢູ່ຈຸດຕັດກັນເບື້ອງຫວຽດນາມ.

ລາດຕະເວນສອງຝ່າຍປົກປັກຮັກສາຊາຍແດນທາງບົກຫວຽດນາມ-ຈີນ

ລາດຕະເວນສອງຝ່າຍປົກປັກຮັກສາຊາຍແດນທາງບົກຫວຽດນາມ-ຈີນ

ຍສໝ - ຫວ່າງມໍ່ໆມານີ້, ທະຫານຊາຍແດນແຂວງກາວບັງ (ຫວຽດນາມ) ແລະທະຫານຊາຍແດນເຂດກວາງຊີ (ຈີນ) ໄດ້ສົມທົບກັນຈັດຕັ້ງພິທີເລີ່ມການດໍາເນີນລາດຕະເວນຮ່ວມຢູ່ຫຼັກໝາຍທີ 807, 808 ແລະແຕ່ຫຼັກໝາຍທີ 813 ຮອດຫຼັກໝາຍທີ 816 ຢູ່ເສັ້ນຊາຍແດນທາງບົກ ຫວຽດນາມ-ຈີນ.

ກໍ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາ

ກໍ່ສ້າງເຂດຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາ

ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງເຊກອງ, ກອງບັນຊາການທະຫານແຂວງເຊກອງ (ລາວ) ແລະກອງບັນຊາການທະຫານຊາຍແດນແຂວງ ກວາງນາມ, ເທື່ອທຽນເຫວ້, ກອນຕູມ (ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມພົບປະ ຄັ້ງທີ 18 ປີ 2024.

ນັກ​ສຶກ​ສາ ກວາງ​ນາມ 150 ຄົນ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ອົງ​ການ Children of Vietnam

ນັກ​ສຶກ​ສາ ກວາງ​ນາມ 150 ຄົນ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ອົງ​ການ Children of Vietnam

ຍສໝ - ໃນວັນທີ 4 ແລະ 5 ທັນວາ, ຢູ່ແຂວງກວາງນາມ, ອົງການ Children of Vietnam (COV/ອາເມລິກາ) ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ເພື່ອມອບທຶນການສຶກສາ 150 ທຶນໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ເພື່ອຄວາມສະຫງົບສຸກຢູ່ເຂດສາມແຍກອິນດູຈີນ

ເພື່ອຄວາມສະຫງົບສຸກຢູ່ເຂດສາມແຍກອິນດູຈີນ

ຍສໝ - ງອກໂຮ່ຍ (ແຂວງກອນຕູມ) ແມ່ນເມືອງຊາຍແດນ, ມີເສັ້ນຊາຍແດນຕິດຈອດກັບສອງປະເທດລາວ ແລະກຳປູເຈຍ, ມີດ່ານສາກົນ ເບີອີ. ຢູ່ທີ່ນີ້, “ເມື່ອໄກ່ຂັນທັງສາມປະເທດຮ່ວມຟັງໄດ້ ”, ຫຼືວ່າ “ສາມແຍກອິນດູຈີນ”, ແມ່ນບໍລິເວນທີ່ມີຄວາມສັບສົນດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍກໍ່ຄືອາດຊະຍາກຳຢາເສບຕິດ.

ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສີ​ສັນ​ບັນ​ດາ​ເຜົ່າ​ຂອງຫວຽດ​ນາມ”: ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ

ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສີ​ສັນ​ບັນ​ດາ​ເຜົ່າ​ຂອງຫວຽດ​ນາມ”: ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ

ຍສໝ - ງານວາງສະແດງພາບຖ່າຍ “ສີສັນບັນດາເຜົ່າຂອງຊາດຫວຽດນາມ” ຖືກໄຂຂຶ້ນຢູ່ຮ່າໂນ້ຍ.

ນຳເອົາຄວາມຮູ້ທາງດ້ານກົດໝາຍມາໃຫ້ພໍ່ແມ່ປະຊາຊົນດານລາຍ

ນຳເອົາຄວາມຮູ້ທາງດ້ານກົດໝາຍມາໃຫ້ພໍ່ແມ່ປະຊາຊົນດານລາຍ

ຍສໝ - ໂດຍຜ່ານປ່າໄມ້ດ້ວຍໄລຍະທາງກວ່າ 20 ກິໂລແມັດ, ຄະນະປະຕິບັດງານລວມມີພະນັກງານຄ້າຍທະຫານຊາຍແດນມົນເຊີນ (ທະຫານຊາຍແດນແຂວງເງະອານ) ພ້ອມດ້ວຍພະນັກງານ, ສະມາຊິກ, ສະມາຊິກຊາວໜຸ່ມຂອງສະຫະພັນແມ່ຍິງ ແລະຄະນະຊາວໜຸ່ມຕາແສງ ມົນເຊີນ, ເມືອງກອນກວງ (ແຂວງເງະອານ) ໄດ້ມີໜ້າຢູ່ບ້ານກໍຟາດ, ຕາແສງມົນເຊີນ ເພື່ອໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທີ່ນີ້.

ເສີມສ້າງນໍ້າໃຈມິດຕະພາບ, ປະຕິບັດວຽກງານຊາຍແດນໃຫ້ມີປະສິດທິຜົນຕື່ມອີກ

ເສີມສ້າງນໍ້າໃຈມິດຕະພາບ, ປະຕິບັດວຽກງານຊາຍແດນໃຫ້ມີປະສິດທິຜົນຕື່ມອີກ

ຍສໝ - ຕອນເຊົ້າວັນທີ 14 ພະຈິກ, ທີ່ຮ່າໂນ້ຍ, ກອງບັນຊາການທະຫານຊາຍແດນ ຈັດຕັ້ງພິທີໄຂງານແຂ່ງຂັນເວົ້າພາສາປະເທດບ້ານໃກ້ເຮືອນຄຽງໃນໝູ່ທະຫານຊາຍແດນປີ 2024.

ຫວຽດນາມ ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຄວາມມານະພະຍາຍາມຂອງຕົນໃນການປະຕິບັດພັນທະເປັນສະມາຊິກຂອງສົນທິສັນຍາຕ້ານການທໍລະມານ.

ຫວຽດນາມ ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຄວາມມານະພະຍາຍາມຂອງຕົນໃນການປະຕິບັດພັນທະເປັນສະມາຊິກຂອງສົນທິສັນຍາຕ້ານການທໍລະມານ.

ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ກົມພົວພັນຕ່າງປະເທດ ແລະ ກົມກົດໝາຍ ແລະ ການປະຕິຮູບດ້ານບໍລິຫານ, ຕຸລາການ - ກະຊວງຕຳຫຼວດ ຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຢູ່ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “ແນະນຳບົດ​ລາຍ​ງານ​ແຫ່ງ​ຊາດ​ຄັ້ງ​ທີ​ສອງຂອງ ຫວຽດນາມ ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຕ້ານ​ການ​ທໍ​ລະ​ມານ ​ແລະ ຮູບ​ແບບ​ອື່ນໆ​ຂອງ​ການ​ປະພຶດ ​ຫຼື ​ການ​ລົງ​ໂທດ​ທີ່​ໂຫດ​ຮ້າຍ​, ບໍ່​ມີ​ມະ​ນຸດສະທຳ ​ຫຼື​ ເຮັດໃຫ້ມະນຸດອັບອາຍຂາຍໜ້າ​.

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ

ຍສໝ - ວັນ​ທີ 20 ມິຖຸນາ​, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຈັດຕັ້ງວາລະ​ປະຊຸມ​ສຸມເປິດກ່ຽວ​ກັບ​ຫົວ​ຂໍ້ "ຮັກສາ​ສັນຕິພາບຄ​ວາມ​ໝັ້ນຄົງ​ສາກົນ, ​ມາດຕະການແກ້​ໄຂ​ໄພ​ຂົ່ມຂູ່ທີ່ນັບມື້ນັບ​ເພີ່ມ​ຂຶ້ນ​ບົນພື້ນທີ່​ອິນ​ເຕີ​ເນັດ" ໂດຍທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Cho Tae-yul ເປັນປະທານ. ເຂົ້າ​ຮ່ວມ​ເຫດການ​ມີ​ທ່ານ​ເລຂາທິການ​ໃຫຍ່ Antonio Gutteres ພ້ອມກັນກັບຜູ້ຕາງໜ້າ​ເກືອບ 70 ປະ​ເທດ​ສະມາຊິກ ສປຊ.

ສ້າງກຳລັງແຮງສັງລວມໃນການປ້ອງກັນ ແລະ ຕ້ານອາດຊະຍາກຳການຄ້າມະນຸດຢູ່ຊາຍແດນ ຫວຽດນາມ - ລາວ

ສ້າງກຳລັງແຮງສັງລວມໃນການປ້ອງກັນ ແລະ ຕ້ານອາດຊະຍາກຳການຄ້າມະນຸດຢູ່ຊາຍແດນ ຫວຽດນາມ - ລາວ

ຍສໝ - ປະສົບຜົນສຳ​ເລັດ​ໃນການ​ຕໍ່ສູ້ ​ແລະ ທຳລາຍລ້າງ​​ອົງກອນ​ອາດຊະຍາ​ກຳ​ທີ່ເຄື່ອນໄຫວ​ການ​ຄ້າ​ມະນຸດ ​ແລະ ການ​ສໍ້​ໂກງ​ທາງ​ອອນ​ລາຍ​ເປັນ​ຂອບຂະໜາດ​ໃຫຍ່... ​ການເຄື່ອນໄຫວນີ້ໄດ້​ປະກອບສ່ວນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ການ​ເມືອງ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ເພີ່ມ​ທະວີ​ການພົວພັນ​ຮ່ວມ​ມື, ມິດຕະພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ ຫວຽດນາມ ແລະ ລາວ.

ຄ່ອງແຄ້ວພາສາຂອງປະເທດເພື່ອນ, ພ້ອມກັນປົກປັກຮັກສາສັນຕິພາບຊາຍແດນ

ຄ່ອງແຄ້ວພາສາຂອງປະເທດເພື່ອນ, ພ້ອມກັນປົກປັກຮັກສາສັນຕິພາບຊາຍແດນ

ຍສໝ - ການຮຽນຮູ້ ແລະ ການນຳໃຊ້ພາສາບ້ານໃກ້ເຮືອນຄຽງບໍ່ພຽງແຕ່ແມ່ນຄວາມຕ້ອງການດ້ານວຽກງານເທົ່ານັ້ນ, ຫາກຍັງແມ່ນຂົວຕໍ່ໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ປະເທດເພື່ອນບ້ານ. ການ​ແຂ່ງ​ຂັນພາສາ​ບ້ານໃກ້ເຮືອນຄຽງໃນທະຫານຊາຍ​ແດນ ປີ 2024 ໄດ້​ຢືນຢັນ​ບົດບາດ​ຂອງ​ພາສາ​ຕ່າງປະ​ເທດ​ອີກເທື່ອໜຶ່ງໃນ​ການ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ສັນຕິພາບ, ປະກອບສ່ວນ​ສ້າງສາຍພົວພັນ​ສາມັກຄີ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ.

ໂຮງຮຽນ​ແຫ່ງ​ໜຶ່ງ​ຢູ່​ເມືອງ ຈ້ຽວຟອງ (ກວາງ​ຈີ້) ມີພື້ນທີ່ຮຽນ​ເພີ່ມ​ເຕີມ​ໂດຍ​ອົງການ DOVE Fund ອຸປະຖຳ

ໂຮງຮຽນ​ແຫ່ງ​ໜຶ່ງ​ຢູ່​ເມືອງ ຈ້ຽວຟອງ (ກວາງ​ຈີ້) ມີພື້ນທີ່ຮຽນ​ເພີ່ມ​ເຕີມ​ໂດຍ​ອົງການ DOVE Fund ອຸປະຖຳ

ຍສໝ - ວັນທີ 20 ພະຈິກ, ຄະນະກໍາມະການປະຊາຊົນແຂວງ ກວາງຈິ ໄດ້ອອກມະຕິເລກທີ 2809/QD-UBND ຮັບຮອງເອົາໂຄງການ “ກໍ່ສ້າງຫ້ອງຮຽນໜ່ວຍວິຊາຢູ່ໂຮງຮຽນມັດທະຍົມ ແລະ ມັດທະຍົມຕອນປາຍ ຈ້ຽວຢາງ” ໂດຍອົງການ The DOVE Fund (ອາເມລິກາ) ອຸປະຖຳດ້ວຍທຶນປະຕິບັດທັງໝົດເກືອບ 2,5 ຕື້ດົ່ງ.

ກອງທັບເຮືອ ຫວຽດນາມ - ໄທ ປະຕິບັດການລາດຕະເວນຮ່ວມ ຄັ້ງທີ 50

ກອງທັບເຮືອ ຫວຽດນາມ - ໄທ ປະຕິບັດການລາດຕະເວນຮ່ວມ ຄັ້ງທີ 50

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ພະຈິກ, ກອງເຮືອ 263 ​ແລະ 265 ຂອງ​ກອງ​ບັນຊາ​ການ​ເຂດ 5 ກອງທັບ​ເຮືອ​ປະຊາຊົນ​ ຫວຽດນາມ ​ໄດ້ເຂົ້າທຽບ​ທ່າ​ກຳ​ປັ່ນທະຫານ​ເຂດ 5, ​ສິ້ນ​ສຸດ​ການລາດຕະເວນ​​ຮ່ວມ​ປະຈຳ​ປີ ຄັ້ງທີ 50 ກັບ​ກອງເຮືອ 511 ​ແລະ 521 ຂອງ​ກອງທັບ​ເຮືອ​ ໄທ.

|< < 1 2 3 4 5 > >|
ເຫດການ