![]() | ຜົນງານຫຼາຍຢ່າງໃນວຽກງານຊາວຫວຽດນາມ ຢູ່ຕ່າງປະເທດ |
![]() | ຫຼາຍເຫດການການຕ່າງປະເທດຫຼາຍຝ່າຍ ຈະໄດ້ຮັບການຈັດຕັ້ງໂດຍຫວຽດນາມ ໃນປີ 2025 |
ໃນອາທິດຂອງເດືອນເມສາ 2023, ຢູ່ຫຼັກໝາຍເລກທີ 1250, ປ້ອມປ້ອງກັນຊາຍແດນດ່ານ ຈີ່ມາ ແລະ ປ້ອມປ້ອງກັນຊາຍແດນ ຈີ່ລັງ (ກອງບັນຊາການທະຫານຊາຍແດນ ລ້າງເຊີນ, ຫວຽດນາມ) ໄດ້ສົມທົບກັບກອງຮ້ອຍທະຫານຄຸ້ມຄອງຊາຍແດນ ນິງມິງ ຂຶ້ນກັບກອງພັນທະຫານຄຸ້ມຄອງຊາຍແດນ Chongzuo, ແຂວງກວາງຊີ, ຈີນ ເພື່ອຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍລວມໃຫ້ແກ່ປະຊາຊົນສອງຟາກຊາຍແດນ.
![]() |
ປະຊາຊົນສອງຟາກຊາຍແດນໄດ້ພົບປະກັນຢ່າງເບີກບານທີ່ການໂຄສະນາເຜີຍແຜ່ໃນເດືອນເມສາ 2023. |
ທີ່ການພົບປະເຮັດວຽກ, 2 ຝ່າຍໄດ້ດຳເນີນການປຶກສາຫາລື, ແລກປ່ຽນບັນດາວິທີການໂຄສະນາເຜີຍແຜ່; ແຈ້ງໃຫ້ຊາບກ່ຽວກັບສະພາບການຄຸ້ມຄອງ, ການປົກປັກຮັກສາຊາຍແດນຂອງແຕ່ລະຝ່າຍ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຄວບຄຸມເຂດຊາຍແດນ ເພື່ອຕ້ານການເຂົ້າ-ອອກເມືອງຢ່າງຜິດກົດໝາຍ ແລະ ການລັກລອບຂ້າມຊາຍແດນໃນໄລຍະຈະມາເຖິງ.
ສອງຝ່າຍຍັງໄດ້ເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນແຕ່ລະຝ່າຍ; ສະເໜີ, ແນະນຳວິທີການກວດກາຫຼັກໝາຍຊາຍແດນ ແລະ ທິດຂອງເສັ້ນທາງຊາຍແດນ; ບັນດາພຶດຕິກຳທີ່ລະເມີດລະບຽບການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ.
ການເຄື່ອນໄຫວສົມທົບກັນໂຄສະນານີ້ ໄດ້ຮັບການຮັກສາເປັນປະຈຳໂດຍປ້ອມປ້ອງກັນຊາຍແດນດ່ານ ຈີ່ມາ. ປີ 2024, ກຳລັງປ້ອມປ້ອງກັນຊາຍແດນດ່ານ ຈີ່ມາ ແລະ ຊາຍແດນ ອ່າຍດຽມ (ຈີນ) ໄດ້ສົມທົບ, ໂຄສະນາໂດຍກົງ, ເຜີຍແຜ່ກົດໝາຍ ແລະ ແຈກຢາຍໃບປິວກ່ຽວກັບລະບຽບກົດໝາຍທີ່ພິມອອກເປັນພາສາຫວຽດນາມ ແລະ ຈີນ 2.000 ກວ່າໃບ ໃຫ້ແກ່ປະຊາຊົນ, ຄົນຂັບລົດຂົນສົ່ງສິນຄ້າ, ຜູ້ໂດຍສານເຂົ້າ-ອອກດ່ານຊາຍແດນສອງຝ່າຍ 1.000 ກວ່າເທື່ອຄົນ.
ຢູ່ບັນດາດ່ານຊາຍແດນອື່ນໆໃນບໍລິເວນແຂວງ ລ້າງເຊີນ, ກອງບັນຊາການທະຫານຊາຍແດນສອງຟາກກໍ່ສົມທົບກັນ ເພື່ອໂຄສະນາເຜີຍແຜ່ກົດໝາຍເປັນປະຈຳປີ. ປີ 2024, ກຳລັງກອງບັນຊາການທະຫານຊາຍແດນສອງປະເທດ ໄດ້ສົມທົບກັນເພື່ອໂຄສະນາເຜີຍແຜ່ໃຫ້ປະຊາຊົນຂອງທັງສອງປະເທດ ແລະ ຜູ້ໂດຍສານ 10.000 ກວ່າເທື່ອຄົນ. ເນື້ອໃນໂຄສະນາເຜີຍແຜ່ສຸມໃສ່ບັນດາລະບຽບກົດໝາຍຂອງຫວຽດນາມ ແລະ ຈີນ; ເອກະສານນິຕິກຳ 3 ສະບັບກ່ຽວກັບການຄຸ້ມຄອງຊາຍແດນ, ດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ - ຈີນ ແລະ ເອກະສານນິຕິກຳທີ່ກ່ຽວຂ້ອງເຖິງລະບຽບການເຂົ້າ-ອອກເມືອງ. ພ້ອມກັນນັ້ນ, ຍັງໄດ້ແຈກຢາຍໃບປິວທີ່ມີບົດບັນຍັດຂອງສອງຝ່າຍພິມເປັນພາສາຫວຽດນາມ, ຈີນ ແລະ ອັງກິດ. ນອກນີ້, ກຳລັງເຈົ້າທີ່ຂອງສອງປະເທດຍັງໄດ້ຊີ້ນຳກົງໄປກົງມາ ແລະ ຊີ້ແຈ້ງບາງຂໍ້ກຳນົດກ່ຽວກັບດ່ານຊາຍແດນລະຫວ່າງສອງປະເທດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ.
ທ່ານ ພັນເອກ ເລ່ວມິງຕ໋ຽນ, ຮອງຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນ ແຂວງ ລ້ານເຊີນ ໃຫ້ຮູ້ວ່າ ແຕ່ລະປີ, ກຳລັງກອງບັນຊາການທະຫານຊາຍແດນ 2 ຝ່າຍ ຍາມໃດກໍ່ຮັກສາສາຍພົວພັນສາມັກຄີ, ມິດຕະພາບ; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕ້ານອາດຊະຍາກຳທຸກປະເພດ ແລະ ການເຄື່ອນໄຫວແຊກຊຶມຂ້າມຊາຍແດນ. ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບເສດຖະກິດ, ສັງຄົມ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງແຕ່ລະປະເທດ; ຮັກສາ ແລະ ຄຸ້ມຄອງການເຄື່ອນໄຫວຂ້າມຊາຍແດນຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍ່ເປັນເສນາທິການອຳນາດການປົກຄອງທຸກຂັ້ນກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຢູ່ເຂດຊາຍແດນ; ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງຟາກຊາຍແດນກ່ຽວກັບການພົວພັນສາມັກຄີ, ມິດຕະພາບ ຫວຽດນາມ - ຈີນ.
ຍ້ອນມີການສົມທົບ, ໃນປີ 2024, ກຳລັງເຈົ້າທີ່ໄດ້ຄົ້ນພົບ ແລະ ມອບສົ່ງເປົ້າໝາຍທີ່ພວມອອກໝາຍຈັບກ່ຽວກັບຄະດີຢາເສບຕິດ, ການຄ້າມະນຸດ, ການລັກລອບຊັບສິນ 16 ຄົນໃຫ້ຫວຽດນາມ. ໃນຂະນະດຽວກັນ, ເປົ້າໝາຍທີ່ພວມອອກໝາຍຈັບຂອງຈີນ 37 ຄົນ ໄດ້ຫຼົບໜີໄປຫວຽດນາມ ກໍ່ໄດ້ຈັບ ແລະ ມອບສົ່ງໃຫ້ຈີນ.
ໃນໄລຍະຈະມາເຖິງ, ກອງບັນຊາການທະຫານຊາຍແດນແຂວງ ລ້າງເຊີນ ຈະສືບຕໍ່ເພີ່ມທະວີວຽກງານການຕ່າງປະເທດຊາຍແດນ, ຍົກສູງຄວາມສາມາດດ້ານພາສາຕ່າງປະເທດ, ຄວາມຮູ້ດ້ານກົດໝາຍໃຫ້ແກ່ພະນັກງານ, ນັກຮົບ, ພ້ອມກັນນັ້ນ ກໍ່ຫັນເຄື່ອງອຸປະກອນຮັບໃຊ້ວຽກງານຄຸ້ມຄອງຊາຍແດນໃຫ້ເປັນທັນສະໄໝ.
![]() | ເກີນເທີ ໄດ້ຈັດຕັ້ງບຸນປີໃໝ່ 2025 ໃຫ້ຊາວຕ່າງປະເທດ ຍສໝ - ຕອນຄ່ຳວັນທີ 6 ທັນວາ, ຢູ່ນະຄອນ ເກີນເທີ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງປີໃໝ່ 2025 ໃຫ້ຊາວຕ່າງປະເທດພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ນະຄອນ. |
ມີງດຶກ