OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

12:47 | 25/06/2024

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ຫາກໍອອກມະຕິສະບັບ​​ເລກທີ 1517/QD-UBND ລົງ​​ໃນ​ວັນ​ທີ 24 ມິຖຸນາ 2024 ອະນຸມັດ​ບ້ວງ​ເງິນ​ໜູນ​ຊ່ວຍ​ກວ່າ 4,3 ຕື້​ດົ່ງ ຈາກ​ໂຄງການ​ໜູນ​ຊ່ວຍ​ການເບິ່ງ​ແຍງ​, ການສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳ​ໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​
ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

ເປົ້າ​ໝາຍ​ ແລະ ໝາກຜົນ​ຂອງ​ໂຄງການ ​ແມ່ນ​ໜູນ​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບການລ້ຽງດູ, ​ເບິ່ງ​ແຍງ, ການສຶກສາ​ໃຫ້​ແກ່​ເດັກໃນເກນ​ອາຍຸ​ອະນຸບານ​ທີ່​ເປັນ​ລູກ​ຫຼານ​ຂອງ​ກຳມະກອນ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳບົນບໍລິເວນ 7 ​ເມືອງ, ຕາແສງ, ນະຄອນຂອງ​ແຂວງ ກວາງ​ນາມ.

ດ້ວຍຍອດຈຳນວນທຶນກວ່າ 4,3 ຕື້ດົ່ງ, ເທົ່າກັບ 182.495 USD ແລະ ເວລາປະຕິບັດແຕ່ເດືອນມິຖຸນາ 2024 ຫາ ເດືອນ ກໍລະກົດ 2026. ໃນບໍລິເວນບັນດາ​ເມືອງ, ຕາແສງ, ນະຄອນຄື: ດ້າຍລົກ, ຢູຍຊວຽນ, ດ້ຽນ​ບ່ານ, ແທງ​ບິ່ງ, ເກວ​ເຊີນ, ຝູນິງ ​ແລະ ​ຕ່າມ​ກີ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

ໂຄງການໂດຍອົງການ OneSky ອຸປະຖຳເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການລ້ຽງດູ, ​ເບິ່ງ​ແຍງ, ການສຶກສາ​ໃຫ້​ແກ່​ເດັກ​ໃນເກນອາຍຸ​ອະນຸບານ​ທີ່​ເປັນ​ລູກ​ຫຼານ​ຂອງ​ກຳມະກອນ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳບົນບໍລິເວນ 7 ​ເມືອງ, ຕາແສງ, ນະຄອນຂອງ​ແຂວງ ກວາງ​ນາມ. - (ພາບ: : https://onesky.org).

ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ຍັງ​ໄດ້​ມອບ​ໝາຍ​ໃຫ້​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ ສົມທົບ​ກັນ​ເພື່ອສ້າງ​ແຜນການເຄື່ອນໄຫວລະອຽດ ແລະ ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ຮັບປະກັນໃຫ້ຖືກກັບເນື້ອທີ່ໄດ້​ຮັບ​ການ​ອະນຸມັດ; ປະຕິບັດ​ລະບຽບ​ການ​ຂອງ​ລັດ​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ການ​ຮັບ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ບ້ວງ​ຊ່ວຍ​ເຫຼືອລ້າ ທີ່​ບໍ່ຂຶ້ນກັບການ​ຊ່ວຍ​ເຫຼືອ​ພັດທະນາ​ຢ່າງ​ເປັນ​ທາງ​ການ​ຂອງ​ບັນດາ​ອົງການ, ອົງການຈັດຕັ້ງ, ບຸກຄົນ​ຕ່າງປະ​ເທດ​ທີ່ມອບໃຫ້​ແກ່ ​ຫວຽດນາມ.

ພ້ອມ​ກັນ​ນັ້ນ, ກໍ່ເຄົາລົບບັນດາກົດລະບຽບກ່ຽວກັບການ​ປະຕິບັດ​ສິດທິ​ຂອງ​ເດັກ, ສິດ​ສ່ວນ​ຕົວ​ຂອງ​ເດັກ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ເດັກ ​ແລະ ດຳລັດ ສະບັບ​ເລກທີ 56/2017/NĐ-CP ລົງ​ວັນ​ທີ 9 ພຶດສະພາ 2017 ຂອງ​ລັດຖະບານ ກຳນົດລະ​ອຽດກ່ຽວກັບບາງຂໍ້​ກົດ​ຫມາຍ​ວ່າ​ດ້ວຍ​ເດັກ​ນ້ອຍ​.

ໂດຍໄດ້ຮູ້ວ່າ OneSky ເປັນອົງການບໍ່ຂຶ້ນກັບລັດຖະບານ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1998. ດ້ວຍພາລະກຳປົດລັອກຄວາມ​ສາ​ມາດບົ່ມຊ້ອນທີ່ຊ້ອນແຝງພາຍໃນເດັກນ້ອຍທີ່ຖືກຄວາມສ່ຽງງ່າຍ, OneSky ໄດ້ອອກແບບ ແລະ ຜັນຂະຫຍາຍບັນດາໂຄງການການສຶກສາຂັ້ນ​ອະນຸບານ ໂດຍນຳໃຊ້ວິທີການສິດສອນແບບຕອບສະໜອງໃຫ້ກັບຊຸມຊົນ ແລະກຸ່ມຊາວໜຸ່ມໃນຮົງກົງ, ຈີນ, ມົງໂກລີ ແລະ ຫວຽດນາມ.

ພິເສດ, ໃນໄລຍະ 2018-2022, ມີໂຄງການໜູນຊ່ວຍການເບິ່ງແຍງ, ​ການສຶກສາ​ເດັກ​ອະນຸບານ​ຢູ່ບັນດາເຂດອຸດສາຫະກຳ ໂດຍໄດ້ຈັດຕັ້ງຢູ່ 4 ແຂວງຄື: ຫາຍເຢືອງ, ດານັງ, ກວາງນາມ, ກວາງງາຍ. ສິ້ນ​ສຸດໂຄງການ ໄດ້ມີຮາກຖານການສຶກສາຂັ້ນອະນຸບານເອກະຊົນ 1.581 ແຫ່ງທີ່ໄດ້ຮັບການຝຶກອົບຮົມ; ມີເດັກນ້ອຍອະນຸບານ 39,479 ຄົນໄດ້ຮັບຜົນປະໂຫຍດຈາກໂຄງການນີ້.

ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ) ອົງ​ການ Sunflower Mission ໄດ້​ໜູນ​ຊ່ວຍ​ກວ່າ 4,2 ຕື້​ດົ່ງ​ເພື່ອ​ສ້າງ​ໂຮງ​ຮຽນ​ຢູ່ Giong Rieng (ກຽນ​ຢາງ)

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ ກຽນ​ຢາງ ຫາກໍ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນເມືອງ Giong Rieng ໄດ້​ຈັດ​ຕັ້ງ​ພິທີ​ເປີດ, ມອບ ​ແລະ ນຳ​ໃຊ້​ກິດຈະກຳ​ຫ້ອງ​ຮຽນ​ຢູ່​ໂຮງຮຽນປະຖົມ ລອງ​ແທ້ງ 2, ຕາ​ແສງ ລອງ​ແທ້ງ, ເມືອງ Giong Rieng (ແຂວງ ກຽນຢາງ).

ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ ຫວຽດນາມ ສະເໜີໃຫ້ UNCTAD ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ

ຍສໝ - ​ເວທີ​ປາ​ໄສ​ການ​ນຳ​ທົ່ວ​ໂລກ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງກອງປະຊຸມສະຫະ​ປະຊາ​ຊາດ (ສປຊ) ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ພັດທະນາ (UNCTAD) ​ໄດ້​ດຳເນີນຢູ່​ສຳນັກງານ ສປຊ ທີ່​ນະຄອນ Geneva, ​ສະ​ວິດ ​ແຕ່​ວັນ​ທີ 12 – 13 ມິຖຸນາ, ຕາມ​ເວລາ​ທ້ອງ​ຖິ່ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.