ງານວາງສະແດງພາບຖ່າຍ “ສີສັນບັນດາເຜົ່າຂອງຫວຽດນາມ”: ແນະນຳບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກ
ຍສໝ - ງານວາງສະແດງພາບຖ່າຍ “ສີສັນບັນດາເຜົ່າຂອງຊາດຫວຽດນາມ” ຖືກໄຂຂຶ້ນຢູ່ຮ່າໂນ້ຍ.
 |
ງານວາງສະແດງໂດຍກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ຊີ້ນຳກົມວິຈິດສິນ, ການຖ່າຍຮູບ ແລະວາງສະແດງ ໄດ້ສົມທົບກັບບັນດາກົມກອງທີ່ກ່ຽວຂ້ອງຈັດຂຶ້ນ, ດ້ວຍຄວາມປາດຖະໜາເຊີດຊູ, ແຜ່ກະຈາຍ, ແນະນຳ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກ, ລໍ້າຄ່າຂອງບັນດາເຜົ່າໃນຊາດຫວຽດນາມ. ງານວາງສະແດງພາບຖ່າຍ 200 ແຜ່ນ, ເຊິ່ງເປັນຜົນງານອັນພົ້ນເດັ່ນຂອງນັກຖ່າຍຮູບ, ນັກຄົ້ນຄວ້າກ່ຽວກັບຊົນເຜົ່າ, ນັກຂ່າວ…ຈາກທຸກເຂດພາກໃນທົ່ວປະເທດ. ພາບ: ນາມຫງວຽນ |