ງານ​ວາງ​ສະ​ແດງ “ຮ່​ວາງ​ຊາ, ເຈື່ອງ​ຊາ - ທະ​ເລ​, ໝູ່​ເກາະທີ່​ສັກ​ສິດ”

16:29 | 11/03/2025

ຍສໝ - ວັນທີ 10 ມີນາ, ກົມສະໝຽນຫ້ອງການ ແລະ ​​ສຳເນົາເອກະສານແຫ່ງລັດ ໄດ້ສົມທົບກັບກອງບັນຊາການກອງທັບເຮືອ ເຂດ 2 ຈັດຕັ້ງງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ-ທະ​ເລ​, ໝູ່​ເກາະທີ່​ສັກ​ສິດ” ແລະ “ວິລະຊົນກອງທັບເຮືອປະຊາຊົນຫວຽດນາມ - 70 ປີແຫ່ງການເດີນທາງປົກປັກຮັກສາທະເລ”.

ງານ​ວາງ​ສະ​ແດງເອກະສານ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ສະຫະພັນຣັດ​ເຊຍ
ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ສີ​ສັນ​ບັນ​ດາ​ເຜົ່າ​ຂອງຫວຽດ​ນາມ”: ແນະ​ນຳ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ

ງານ​ວາງສະ​ແດງ​ໄດ້​ແນະນຳ​ເອກະສານ, ​ແຜນ​ທີ່ ​ແລະ ຮູບ​ພາບ​ອັນ​ລ້ຳ​ຄ່າ​ເກືອບ 200 ສະບັບ​ທີ່​ໄດ້​ເກັບ​ຮັກສາ​ຢູ່​ສູນ​ຫໍ​ສະໝຸດ​ແຫ່ງ​ຊາດ​ຫວຽດນາມ, ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ, ຫໍພິພິທະ​ພັນ​ກອງທັບ​ເຮືອ, ​ເອກະສານ​ທີ່​ເກັບ​ກຳ​ໄດ້​ຈາກ​ຫໍ​ສະໝຸດ​ແຫ່ງ​ຊາດ ຝຣັ່ງ, ອາ​ເມ​ລິ​ກາ... ​ໄດ້​ສະ​ແດງ​ໃຫ້​ເຫັນ​ປະຫວັດສາດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ຂະ​ບວນການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ທະ​ເລ ​ແລະ ໝູ່​ເກາະ; ຈິດ​ໃຈ​ພ້ອມ​ທີ່​ຈະ​ຕໍ່ສູ້, ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ, ນ້ຳ​ແດນ​ດິນ​ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ.

ງານ​ວາງ​ສະ​ແດງ “ຮ່​ວາງ​ຊາ, ເຈື່ອງ​ຊາ - ທະ​ເລ​, ໝູ່​ເກາະທີ່​ສັກ​ສິດ”

ງານ​ວາງສະ​ແດງ “ຮ່ວາງ​ຊາ, ​ເຈື່ອງ​ຊາ - ທະ​ເລ​, ໝູ່​ເກາະທີ່​ສັກ​ສິດ” ໄດ້​ດຶງ​ດູດ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ມາ​ຢ້ຽມຢາມ.

ພິ​ເສດ​, ​ງານ​ວາງສະ​ແດງ, ແນະນຳ​ເອກະສານ​ຫຼາຍ​ສະບັບ​ໃນ​ຫໍ​ສະໝຸດ​ແຫ່ງ​ຊາດ​ຫວຽດນາມ ​ແຕ່​ສະຕະວັດ​ທີ 19 ​ເຖິງ​ປະຈຸ​ບັນ. ​ໃນ​ນັ້ນມີບັນດາ​ເອກະສານ​ຂອງ ເຈົາບ້ານ, ໂມກບ້ານລາຊະວົງ ຫງວຽນທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ເປັນ​ມໍລະດົກ​ເອກະສານ​ໂລກ. ນີ້​ແມ່ນ​ບັນດາ​ເອກະສານ​ປະຫວັດສາດ​ທີ່​ແທ້​ຈິງ, ມີ​ຈຸດປະສົງ ​ແລະ ​ເຊື່ອ​ຖື​ໄດ້​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ດ້ວຍບັນດາເອກະສານທີ່ມີຄຸນຄ່າ, ແທ້ຈິງ, ອຸດົມສົມບູນ, ມີຊີວິດຊີວາ, ຖືກຈັດວາງ ແລະ ວາງສະແດງຢູ່ກາງແຈ້ງໃນບໍລິເວນອາກາດທີ່ໃກ້ກັບທຳມະຊາດ, ງານວາງສະແດງໄດ້ສ້າງຈຸດເດັ່ນທີ່ “ດຶງດູດ” ຜູ້ມາຢ້ຽມຊົມ, ນຳໃຫ້ຜູ້ຊົມຫລາຍອາລົມ ແລະ ປະທັບໃຈຢ່າງເລິກເຊິ່ງ; ງານ​ວາງສະ​ແດງ​ໄດ້​ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ຮັດ​ແໜ້ນ​ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ທະ​ເລ, ໝູ່​ເກາະ. ຈາກ​ນັ້ນ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາໃຫ້​ບັນດາ​ພະນັກງານ, ນັກຮົບ ​ແລະ ມວນ​ຊົນທຸກຊັ້ນ, ປຸກລະດົມ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ຜາ​ສຸກ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ເຂັ້ມແຂງສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ໝູ່​ບ້ານຜັກ ຈ່າ​ເກວ - “ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ກ່​ວາ​ໝູ່​ໃນ​ໂລກ” ປີ 2024

ໝູ່​ບ້ານຜັກ ຈ່າ​ເກວ - “ໝູ່​ບ້ານ​ທ່ອງ​ທ່ຽວ​ດີ​ກ່​ວາ​ໝູ່​ໃນ​ໂລກ” ປີ 2024

ຍສໝ - ເດືອນພະຈິກ, ໝູ່ບ້ານຜັກ ຈ່າເກວ ໄດ້ກາຍເປັນຜູ້ຕາງໜ້າຜູ້ດຽວຂອງ ຫວຽດນາມ ລອດເຂົ້າບັນຊີລາຍຊື່ 55 “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ປີ 2024 ໂດຍອົງການທ່ອງທ່ຽວ ສປຊ ຄັດເລືອກ. ຄາດໝາຍຄັດເລືອ “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ຂອງອົງການທ່ອງທ່ຽວ ສປຊ ອີງຕາມ 9 ປັດໄຈ: ສັບພະຍາກອນດ້ານວັດທະນະທຳ ແລະທຳມະຊາດ; ຊຸກຍູ້ ...

ໄຂ​ງາ​ນ​ວາງ​ສະ​ແດງ “ຮອຍຕີນ ໂຮ່ຈີມິນ ຢູ່ຈີນ”

ໄຂ​ງາ​ນ​ວາງ​ສະ​ແດງ “ຮອຍຕີນ ໂຮ່ຈີມິນ ຢູ່ຈີນ”

ຍສໝ - ງານວາງສະແດງ “ຮອຍຕີນ ໂຮ່ຈີມິນ ຢູ່ຈີນ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 11 ພະຈິກ ຢູ່ຫໍພິພິທະພັນ ໂຮ່ຈີມິນ, ເຮືອນເລກທີ 19 ຖະໜົນງອກຮ່າ, ຮ່າໂນ້ຍ.

ມີງດຶກ

ເຫດການ