Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້

17:00 | 28/02/2025

ຍສໝ - ວັນ​ທີ 27 ກຸມພາ 2025, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ທ້ວນ ໄດ້​ສົມທົບ​ກັບ​ອົງການ Plan International ຫວຽດນາມ ​ແລະ ວິ​ສາ​ຫະກິດ ຍີ່​ປຸ່ນ ແຫ່ງໜຶ່ງ ເພື່ອຈັດ​ຕັ້ງ​ພິທີ​ເປີດສະຫຼອງຕົວແບບໂຮງ​ຮຽນ​ປະຖົມ ທ້ວນ 1. ຕົວແບບໂຮງ​ຮຽນ​ໃໝ່ ໄດ້ນຳພື້ນທີ່ຮຳຮ່ຽນແຫ່ງໜຶ່ງທີ່​ປອດ​ໄພ ​ແລະ ໝັ້ນຄົງ​ໃຫ້​ແກ່​ນັກຮຽນ​ປະຖົມຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເມືອງ ເຮື໋ອງຮວ໋າ, ແຂວງ ກວາງ​ຈີ້.

ການ​ພົບ​ປະ, ແລກປ່ຽນ​ກັບ​ບັນດາ​ອະດີດ​ນັກ​ສຶກສາ​ຫວຽດນາມ ທີ່ຮ່ຳຮຽນ​ຢູ່​ກວາງ​ຊີ, ຈີນ
ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000

ໂດຍກໍ່ສ້າງດ້ວຍມູນຄ່າທັງໝົດ 1,88 ຕື້ດົ່ງ, ຕົວແບບໂຮງຮຽນປະຖົມ ທ້ວນ 1 ລວມມີ 3 ຫ້ອງຮຽນຖາວອນ, ຫ້ອງນ້ຳຍິງ-ຊາຍ ແລະ ຂອບເຂດທີ່ມີຕົ້ນໄມ້ຫຼາຍແຫ່ງ, ໄດ້ຕອບສະໜອງມາດຕະຖານຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ. ນອກຈາກແຫຼ່ງທຶນຕົ້ນຕໍຈາກບໍລິສັດ1&D Holdings ຍີ່ປຸ່ນ, ອົງການ Plan International ແລະ ຄະນະກຳມະການປະຊາຊົນເມືອງ ເຮື໋ອງຮວ໋າ, ໂຮງຮຽນຍັງໄດ້ລະດົມແຫຼ່ງທຶນເພີ່ມເຕີມ ເພື່ອປະກອບໂຕະ, ຕັ່ງ, ຕູ້ຫ້ອງສະໝຸດ, ພັດລົມໄຟຟ້າ ແລະ ເຄື່ອງຕົບແຕ່ງຕ່າງໆ, ເພື່ອສ້າງສະພາບແວດລ້ອມແຫ່ງການຮຽນຮູ້ຢ່າງຄົບຖ້ວນໃຫ້ແກ່ນັກຮຽນ.

Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້

ຕົວແບບໂຮງຮຽນປະຖົມ ທ້ວນ 1 ນຳມາພື້ນທີ່ຮ່ຳຮຽນທີ່ປອດໄພ ແລະ ໝັ້ນຄົງໃຫ້ແກ່ນັກຮຽນປະຖົມຢູ່ເຂດດ້ອຍໂອກາດຂອງ​ເມືອງ ເຮື໋ອງຮວ໋າ, ແຂວງ ກວາງຈີ້ໃ ພາບ: Xuan Thuy

ພາຍຫຼັງໃຊ້ເວລາກໍ່ສ້າງ 10 ເດືອນ (ແຕ່ເດືອນເມສາ 2024 ຫາ ເດືອນກຸມພາ 2025), ກິດຈະກຳໄດ້ສຳເລັດຕາມກຳນົດເວລາ ແລະ ໄດ້ນຳໃຊ້ຢ່າງເປັນທາງການ. ໂຮງຮຽນແຫ່ງໃໝ່ແຫ່ງນີ້ ຈະຊ່ວຍໃຫ້ນັກຮຽນ ມ.1 ຫາ ມ4 ຈຳນວນ 77 ຄົນ ມີຫ້ອງຮຽນກວ້າງຂວາງ, ຢຸດຕິສະພາບທີ່ຕ້ອງໄດ້ຮໍ່າຮຽນຮ່ວມກັນ, ຮຽນເພິ່ງຢູ່ເຮື່ອນຊຸມຊົນໝູ່ບ້ານ. ພິເສດ, ກິດຈະກຳປະກອບສ່ວນຮັບປະກັນຄວາມປອດໄພຕໍ່ກັບໄພທຳມະຊາດເຊັ່ນ: ພະຍຸ ແລະ ໄພນໍ້າຖ້ວມ, ຊ່ວຍໃຫ້ເດັກນ້ອຍມີເງື່ອນໄຂການຮຽນຮູ້ທີ່ໝັ້ນຄົງກວ່າ.

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ ຫງວຽນ​ວັນ​ຕື່ - ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ເຮື໋ອງຮວ໋າ ໃຫ້​ຮູ້​ວ່າ “ຕົວໂຮງຮຽນ​ປະຖົມຕາແສງ 1 ບໍ່ພຽງແຕ່​ແມ່ນ​ກິດຈະກຳທີ່ມີຄວາມໝາຍ​ສຳຄັນ ເພື່ອປະກອບສ່ວນ​ເຂົ້າໃນການສຳເລັດພື້ນຖານວັດຖຸສຶກສາບົນບໍລິເວນເມືອງ ເຮື໋ອງຮວ໋າ ເທົ່ານັ້ນ, ຫາກ​ຍັງ​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ, ​ແມ່ນ​ແຫຼ່ງກຳລັງ​ໃຈ​ອັນ​ໃຫຍ່​ຫຼວງຕໍ່ໝູ່ຄະນະພະນັກງານ, ຄູ​ອາຈານ, ນັກຮຽນ ​ແລະ ປະຊາຊົນທີ່ດຳລົງຢູ່ໝູ່ບ້ານ 1, ຕາແສງທ້ວນ, ເມືອງ ເຮື໋ອງຮວ໋າ”.

ແບ່ງປັນທີ່ເຫດການ, ທ່ານ TokaJi Hiroshi - ຜູ້ຕາງໜ້າບໍລິສັດ 1&D Holdings ຍີ່ປຸ່ນ – ເນັ້ນໜັກວ່າ “ພວກຂາ້ພະເຈົ້າຫວັງວ່າເດັກນ້ອຍຈະສືບຕໍ່ໄດ້ຮ່ຳຮຽນ, ຫຼິ້ນກັບໝູ່ເພື່ອນ ແລະ ສ້າງຄວາມຊົງຈຳທີ່ສວຍງາມຮ່ວມກັນຢູ່ໂຮງຮຽນແຫ່ງນີ້. ພ້ອມກັນນັ້ນ, ພວກຂ້າພະເຈົ້າຍັງເຊື່ອອີກວ່າ ບັນດາປະສົບການການຮຽນຮູ້ ແລະ ການຫຼິ້ນຢູ່ທີ່ນີ້ ຈະຊ່ວຍໃຫ້ເດັກນ້ອຍໄດ້ບຳລຸງສ້າງຄວາມຝັນຂອງຕົນໃຫ້ມີອະນາຄົດທີ່ສົດໃສ ແລະ ຮຸ່ງໂຮດຂຶ້ນ. ພວກຂາ້ພະເຈົ້າຍັງ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ອົງການ Plan International, ອຳນາດ​ການ​ປົກຄອງ​ ແລະ ປະຊາຊົນ​​ທ້ອງ​ຖິ່ນ ຍ້ອນການຮ່ວມມືຢ່າງສຸດຈິດສຸດໃຈ​ໃນ​ຕະຫຼອດ​ຂະ​ບວນການຜັນຂະຫຍາຍ​ໂຄງການ”.

ອົງການ ReSurge International ແລະ VUFO ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍທີ່ພິການມາແຕ່ກຳເນີດ

ອົງການ ReSurge International ແລະ VUFO ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍທີ່ພິການມາແຕ່ກຳເນີດ

ຍສໝ - ວັນທີ 11 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Claire Lachance, ປະທານ ແລະ ຜູ້ອຳນວຍການຝ່າຍບໍລິຫານອົງການ ReSurge International (ອາເມລິກາ).

ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ

ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ

ຍສໝ - ວັນທີ 7 ກຸມພາ, ຄະນະປະຈໍາຄະນະຊາວໜຸ່ມແຂວງ, ສະມາຄົມສະຫະພັນຊາວ​ໜຸ່ມ ຫວຽດນາມ ​ແຂວງ ດົງທ໋າບ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງໂຄງການພົບ​ປະ, ແລກປ່ຽນລະຫວ່າງ​ນັກ​ສຶກສາ ລາວ, ກຳປູ​ເຈຍ ກັບ​ສະຫະພັນ​ກຳມະບານ, ຄະນະຕິດຕໍ່​ພົວພັນນັກສຶກສາ ແລະ ນັກຮຽນ, ນັກສຶກສາ ແຂວງ ດົງທ໋າບ ເນື່ອງ​ໃນ​ໂອກາດ​ລະດູບານ​ໃໝ່ປີມະເສັງ 2025.

ມີງດຶກ

ເຫດການ