ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

21:56 | 26/02/2025

ຍສໝ - ປະຊາຊົນຫຼາຍກວ່າ 10.000 ຄົນ, ພິເສດແມ່ນແມ່ນແມ່ຍິງ ແລະ ເດັກນ້ອຍໃນບັນດາເຂດທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ທະເລຊຶມເຂົ້າຢູ່ແຂວງ ນິງທ້ວນ ແລະ ກ່າເມົາ ໄດ້ເຂົ້າເຖິງແຫຼ່ງນໍ້າສະອາດທີ່ດີກ່ວາ ແລະ ປັບປຸງການຫາລ້ຽງຊີບຍ້ອນມີໂຄງການ “ນໍ້າຄືການມີຊີວິດ”.

ເຫດການລົດ​ຖີບ, ຕິດພັນ​ມິດ​ຕະ​ພາບ ​ຫວຽດ​ນາມ - ໂຮນລັງ ມີການ​ເຂົ້າ​ຮ່ວມ 400 ກວ່າ​ຄົນ
​ໃນ 9 ​ເດືອນ​ຕົ້ນ​ປີ 2024, ຮ່າ​ໂນ້ຍ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 21 ລ້ານ​ເທື່ອ​ຄົນ

ພາຍໃຕ້ການປະສານງານຂອງອົງການເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ສະຫະປະຊາຊາດ (UN Women), ການອຸປະຖຳຂອງລັດຖະບານຍີ່ປຸ່ນ ໃນໄລຍະ 1 ປີ 2024-2025, ໂຄງການ “ນ້ຳຄືການມີຊີວິດ” ໄດ້ສະໜອງອຸປະກອນນ້ຳທີ່ຈຳເປັນໃຫ້ແກ່ແມ່ຍິງ 1.500 ກວ່າຄົນ, ໂຮງຮຽນ ແລະ ສຸກສາລາ 10 ແຫ່ງ, ເຊີ່ງນຳຜົນປະໂຫຍດມາໃຫ້ແກ່ປະຊາຊົນຫຼາຍກວ່າ 10.000 ຄົນ.

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

ນັກຮຽນແຂວງ ນິງທ້ວນ ກັບແຫຼ່ງນ້ຳສະອາດຈາກໂຄງການ “ນ້ຳຄືການມີຊີວິດ”. (ພາບ: UN Women)

​ໂຄງການ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ 2 ​ແຂວງຂຶ້ນກັບເຂດ​ພາກ​ກາງ​ຕອນເຫນືອ ແລະ ແຄມທະເລພາກ​ກາງ​ຕອນໃຕ້ ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ໂດຍ 2 ຫົວໜ່ວຍ​ປະຕິບັດ​ຄື: ສະຫະພັນ​ແມ່ຍິງ​ແຂວງ ກ່າ​ເມົາ ​ແລະ ສະຫະພັນ​ແມ່ຍິງ​ແຂວງ ນິງທ້ວນ.

ຂໍ້ລິເລີ່ມດັ່ງກ່າວ ຍັງຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ 60 ຊຸມຊົນທ້ອງຖິ່ນ, ຊ່ວຍໃຫ້ເຂົາເຈົ້າຮັບມືກັບ​ໄພ​ພິ​ບັດ​ຂອງໄພແຫ້ງແລ້ງ ແລະ ທະເລຊຶມເຂົ້າ. ນອກຈາກນັ້ນ, ໂຄງການກໍ່ຍັງຊຸກຍູ້ບັນດາມາດຕະການແບບຍືນຍົງ ເພື່ອປົກປັກຮັກສາການຫາລ້ຽງຊີບ ແລະ ຍົກສູງຄຸນນະພາບຊີວິດຜ່ານການສື່ສານກ່ຽວກັບການປ້ອງກັນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດໂດຍພື້ນຖານ.

​ໃນຂອບເຂດ​ທົ່ວ​ໂລກ, ​ແມ່ຍິງ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຍ້ອນ​ບົດບາດ​ຂອງ​ຕົນ​ໃນ​ການ​ຮັບປະກັນດ້ານ​ອາຫານ, ນ້ຳ ​ແລະ ພະລັງງານ.

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

ບັນດາ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ບັນດາ​ຄອບຄົວ​ທີ່​ໄດ້ຊົມໃຊ້​ໂຄງການ​ຢູ່​ແຂວງ ນິງທ້ວນ. (ພາບ: UN Women)

ອີງ​ຕາມ UN Women ແລ້ວ, 80% ຂອງ​ຄົວ​ເຮືອນ​ທີ່​ບໍ່​ມີ​ນ້ຳ​ປະ​ປາ​ແມ່ນ​ອີງ​ໃສ່​ແມ່​ຍິງ​ ແລະ ເດັກ​ຍິງ​ເພື່ອ​ເກັບ​ນ້ຳ, ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສ່ຽງ​ຕໍ່​ສຸ​ຂະ​ພາບ​ ແລະ ​ຄວາມ​ຮຸນ​ແຮງ​ທາງ​ເພດໂດຍພື້ນຖານ.

ຢູ່ຫວຽດນາມ, ໄພທຳມະຊາດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ ພວມເພີ່ມຂຶ້ນ, ດ້ວຍ 40% ຂອງ​ເນື້ອ​ທີ່ເຂດທົ່ງພຽງແມ່ນ້ຳຂອງ ຖືກທະເລແຊກຊຶມເຂົ້າ ແລະ ປະຊາຊົນຫຼາຍກວ່າ 1,5 ລ້ານຄົນປະສົບກັບການຂາດແຄນນ້ຳໃນແຕ່ລະປີ. ແມ່ຍິງ, ເຊິ່ງເປັນຜູ້ດ້ອຍທາງດ້ານເສດຖະກິດຢູ່ແລ້ວນັ້ນ ແມ່ນໜຶ່ງໃນເປົ້າໝາຍທີ່ຕ້ອງແບກຫາບຜົນກະທົບໜັກທີ່ສຸດ.

ດ້ວຍວິທີຮັບປະກັນ​ແຫຼ່ງນ້ຳ​ທີ່​ໝັ້ນຄົງ, ​ໂຄງການ “ນ້ຳ​ຄືການມີ​ຊີວິດ” ​ໄດ້​ຊ່ວຍຍົກສູງຄວາມສາມາດປັບຕົວຂອງແມ່ຍິງທີ່ຖືກຄວາມສ່ຽງງ່າຍ (ທຸກຍາກ, ໃກ້ຂັ້ນທຸກຍາກ, ພິການ, ໂສດ, ເຈັບປ່ວຍໜັກ, ລ້ຽງເດັກຕ່ຳກວ່າ 18 ເດືອນ ແລະ ອື່ນໆ), ຊ່ວຍໃຫ້ເຂົາເຈົ້າມີຄວາມໝັ້ນຄົງທາງດ້ານການຫາລ້ຽງຊີບ ແລະ ໜູນຊ່ວຍຄອບຄົວ.

ໂຄງການດັ່ງກ່າວໄດ້ແຈກຢາຍຖັງເກັບນໍ້າທີ່ມີຄຸນນະພາບ, ລະບົບກອງນໍ້າ ແລະ ອຸປະກອນໃຊ້ນ້ຳຢ່າງປະຢັດ, ພ້ອມທັງຊຸກຍູ້ບັນດາມາດຕະການຄຸ້ມຄອງນໍ້າແບບຍືນຍົງ.

ນາງ ຫງວຽນ​ທິອ໋ຽນ, ອາ​ໄສ​ຢູ່ເມືອງ ເຈີ່ນ​ວັນເຖີຍ, ແຂວງ ກ່າ​ເມົາ, ໄດ້​ແບ່ງ​ປັນ​ວ່າ “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ເຄີຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ຍ້ອນ​ຂາດ​ນ້ຳ, ຖືກ​ບັງ​ຄັບ​ໃຫ້​ຊື້​ນ້ຳ ຫຼື ນຳ​ໃຊ້​ແຫຼ່ງ​ນ້ຳທີ່​ບໍ່​ປອດ​ໄພ. ຍ້ອນ​ການ​ໜູນ​ຊ່ວຍ​ນີ້, ຊີ​ວິດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ ໄດ້​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ ດ້ວຍ​ນ້ຳ​ສະ​ອາດ ແລະ ການຫາລ້ຽງຊີບທີ່​ໝັ້ນ​ຄົງ”.

ສ່ວນນາງ ໂຕທິຍືງ່າ, ແມ່ຍິງຜູ້ໜຶ່ງມາຈາກເມືອງ ທ້ວນນາມ, ແຂວງ ນິງທ້ວນ, ເປົ້າໝາຍທີ່ໄດ້ຊົມໃຊ້ໂຄງການ, ໃຫ້ຮູ້ວ່າ “ຍ້ອນຂໍ້ລິເລີ່ມນີ້, ພວກຂາ້ພະເຈົ້າ ໄດ້ສາມາດຕິດຕັ້ງລະບົບທໍ່ນ້ຳ ແລະ ຫົດນ້ຳແບບຢອດ, ຮັບປະກັນແຫຼ່ງນ້ຳທີ່ໝັ້ນຄົງໃຫ້ແກ່ສວນຜັກ ແລະ ຕົ້ນໄມ້ກິນໝາກ”.

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

​ນາງ ໂຕທິຍືງ່າ ແບ່ງປັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ​ຈາກ​ໂຄງການ. (ພາບ: UN Women)

ທີ່​ພິທີອັດ​ຢູ່ ນິງທ້ວນ, ບັນດາຄົວເຮືອນທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ, ການ​ນຳ​ທ້ອງ​ຖິ່ນ, ຜູ້ຕາງໜ້າ​ອົງການ UN Women, ສະຖານທູດ​ຍີ່ປຸ່ນ ປະຈຳ ຫວຽດນາມ ​ແລະ ສະຫະພັນ​ແມ່ຍິງ ຫວຽດນາມ ​ໄດ້​ພ້ອມກັນຮັບ​ຮູ້​ບັນດາ​ໝາກຜົນ ​ແລະ ບົດຮຽນປະສົບການຈາກ​ຂໍ້​ລິ​ເລີ່​ມນີ້.

ທ່ານເລຂາເອກ, ສະ​ຖານ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ Sasaki Shohei ໄດ້​ເນັ້ນ​ໜັກ​ເຖິງ​ຜົນ​ປະ​ໂຫຍດ​ໄລ​ຍະ​ຍາວ​ຂອງ​ໂຄງ​ການ ແລະ ຕີ​ລາ​ຄາ​ວ່າ ໂຄງ​ການ “ນ້ຳ​ຄືການມີ​ຊີ​ວິດ” ແມ່ນ​ຕົວແບບທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ການ​ມອບສິດ ແລະ ຄວາມເຂັ້ມແຂງດ້ານ​ເສດ​ຖະ​ກິດໃຫ້ແກ່ແມ່​ຍິງ.

ກ່າວ​ຄຳ​ປາໄສທີ່ເຫດການ​ນີ້, ທ່ານນາງ Caroline Nyamayemombe ຫົວໜ້າຜູ້​ຕາງ​ໜ້າ UN Women ປະຈຳຫວຽດນາມ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນຂອງບັນດາກະທຳຕໍ່ໄປ: “ສະພາບການ​ຂາດ​ແຄນ​ນ້ຳ, ໄພ​ແຫ້ງ​ແລ້ງ ແລະ ທະເລຊຶມເຂົ້າ ຈະ​ສືບ​ຕໍ່ເກີດຂຶ້ນ. ແຕ່ແນວໃດກໍ່ຕາມ, ບັນດາ​ວິ​ທີ​ແກ້​ໄຂ​ທີ່​ໄດ້​ຮັບ​ການ​ພັດທະນາໂດຍ​ຜ່ານ​ຂໍ້​ລິ​ເລີ່​ມນີ້​ ຈະ​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ ເພື່ອເປີດກ້ວາງການຍື່ນມືເຂົ້າມາຊ່ວຍທີ່​ຄ້າຍຄື​ກັນ​ນີ້​ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ອື່ນໆ”.

ໜູນ​ຊ່ວຍ​ນັກ​ສຶກ​ສາ​​ລາວ ​ຮຽນ​ພາສາຫວຽດ

ໜູນ​ຊ່ວຍ​ນັກ​ສຶກ​ສາ​​ລາວ ​ຮຽນ​ພາສາຫວຽດ

ຍສໝ - ໂດຍ​ຕາງໜ້າ​ໃຫ້​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ຫວຽດນາມ ກັບ 2 ປະ​ເທດ​ເພື່ອນ​ມິດ ລາວ ​ແລະ ກຳປູ​ເຈຍ, ​ໂຮງຮຽນ​ມິດຕະພາບ 80 ​ໄດ້​ເປີດເປີດຫຼັກສູດກຽມພາສາ ​ ຫວຽດນາມ ​ເພື່ອ​ໜູນ​ຊ່ວຍ​ນັກຮຽນ​​ຕ່າງປະ​ເທດ​ຢ່າງ​ດີ​ທີ່ສຸດ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).

ມີງດຶກ

ເຫດການ