![]() | ຊາວຫວຽດນາມຢູ່ລາວສະເຫຼີມສະຫຼອງບຸນເຕັດຢ່າງສາມັກຄີ ແລະ ມຸ່ງໄປເຖິງບ້ານເກີດເມືອງນອນ |
![]() | ຄະນະປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມ ເມືອງ ເຊີນດົ້ງ ແລະ ເຂດຕົ້ນໄມ້ກິນໝາກ ລຸກຫງ້ານ |
ດ້ວຍງົບປະມານກວ່າ 300 ລ້ານດົ່ງ, ໂຄງການໄດ້ປະສານງານກັບແຂວງ ລາວກາຍ ເພື່ອຟື້ນຟູ ແບບຢ່າງໂຮງຮຽນອະນຸບານ Na Lac ແລະ ແບບຢ່າງໂຮງຮຽນອະນຸບານ ເຕິນຕ໊ຽນ ຂຶ້ນກັບໂຮງຮຽນປະຖົມ ແລະ ອະນຸບານ ຈິ້ງເຕື່ອງ.
ຢູ່ແບບຢ່າງໂຮງຮຽນ ນາລັກ, ຫຼາຍລາຍການເສຍຫາຍຢ່າງໜັກໜ່ວງພາຍຫຼັງພະຍຸ, ເຊັ່ນ: ເພດານພັງລົງ, ຫລັງຄາເສຍຫາຍ ແລະ ຮົ່ວແກ່ຍາວ. ໂຄງການ ໄດ້ກໍ່ສ້າງຫ້ອງນ້ຳໃໝ່ເພື່ອຮັບປະກັນເງື່ອນໄຂດຳເດີນຊີວິດທີ່ປອດໄພ, ພ້ອມກັນນັ້ນ ກໍ່ປັບປຸງຫຼັງຄາເພື່ອເພີ່ມທະວີຄວາມຕ້ານທານຕໍ່ສະພາບອາກາດ. ຫ້ອງນ້ຳເກົ່າກໍ່ໄດ້ສ້ອມແປງ ແລະ ທາສີຄືນໃໝ່, ໄດ້ສ້າງເປັນພື້ນທີ່ກວ້າງຂວາງ ແລະ ສະອາດກວ່າໃຫ້ນັກຮຽນເກືອບ 90 ຄົນຮຽນຢູ່ທີ່ນີ້.
![]() |
ທ່ານເອກອັກຄະລັດຖະທູດ ອິດສະຣາແອນ ປະຈຳ ຫວຽດນາມ Yaron Mayer ໄດ້ເປີດສະຫຼອງຫ້ອງຄົວໃໝ່ຢູ່ ແບບຢ່າງໂຮງຮຽນ ເຕິນຕ໊ຽນ. |
ຢູ່ ແບບຢ່າງໂຮງຮຽນ ເຕິນຕ໊ຽນ, ໂຄງການໄດ້ກໍ່ສ້າງເຮືອນຄົວຫຼັງໃໝ່, ແທນທີ່ກິດຈະການເກົ່າທີ່ຊຸດໂຊມ. ພື້ນຖານວັດຖຸໃໝ່ນີ້ຊ່ວຍຮັບປະກັນຄວາມປອດໄພດ້ານອາຫານ, ປັບປຸງຊີວິດການເປັນຢູ່ ແລະ ຄຸນນະພາບອາຫານຂອງນັກຮຽນ.
ກ່າວຄຳປາໄສທີ່ພິທີເປີດສະຫຼອງ, ທ່ານເອກອັກຄະລັດຖະທູດ ອິດສະຣາແອນ ປະຈຳ ຫວຽດນາມ Yaron Mayer ໃຫ້ຮູ້ວ່າ “ການປັບປຸງໂຮງຮຽນ 2 ແຫ່ງແມ່ນພະຍານຫຼັກຖານໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ອິດສະຣາແອນ ແລະ ຫວຽດນາມ. ພວກຂ້າພະເຈົ້າ ໄດ້ເຂົ້າໃຈເຖິງຄວາມສຳຄັນຂອງການສຶກສາ ກໍ່ຄືຄວາມຕ້ອງການສໍາລັບສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ໜູນຊ່ວຍໃຫ້ເດັກນ້ອຍເພື່ອພັດທະນາ. ພວກຂ້າພະເຈົ້າເຫັນອົກເຫັນໃຈຕໍ່ຄວາມຫຍຸ້ງຍາກຂອງປະຊາຊົນຢູ່ທີ່ນີ້, ເພາະວ່າ ອິດສະຣາແອນ ກໍ່ແມ່ນປະເທດທີ່ປະສົບກັບສະພາບອາກາດທີ່ຮ້າຍແຮງ ແລະ ຊັບພະຍາກອນທີ່ຈຳກັດ. ຜ່ານໂຄງການນີ້, ພວກຂ້າພະເຈົ້າຫວັງວ່າ ຈະນຳການສະໜັບສະໜູນທີ່ແທດຈິງມາໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ”.
ລາວກາຍ ເປັນໜຶ່ງໃນບັນດາທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກພະຍຸເລກທີ 3, ເຊິ່ງເຮັດໃຫ້ພື້ນຖານໂຄງລ່າງເສຍຫາຍເປັນຈຳນວນຫຼວງຫຼາຍ. ຢູ່ເມືອງ ບ໊າດຊາດ, ໂຮງຮຽນ 33 ແຫ່ງໄດ້ຮັບຄວາມເສຍຫາຍຈາກເຫດດິນເຈື່ອນ.
ຕາມສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ແລ້ວ, ການປັບປຸງແບບຢ່າງໂຮງຮຽນອະນຸບານສອງແຫ່ງຢູ່ ຈິ້ງເຕື່ອງ ບໍ່ພຽງແຕ່ແກ້ໄຂຄວາມຫຍຸ້ງຍາກເບື້ອງຕົ້ນເທົ່ານັ້ນ ຫາກຍັງແມ່ນບາດກ້າວສຳຄັນໃນການເດີນທາງໜູນຊ່ວຍການສຶກສາຢູ່ເຂດພູດອຍອີກດ້ວຍ. ນີ້ແມ່ນໜຶ່ງໃນບັນດາຄຳໝັ້ນສັນຍາອັນຍາວນານຂອງ ອິດສະຣາແອນ ເພື່ອຮ່ວມເດີນທາງກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດການສຶກສາ ແລະ ຍົກລະດັບພື້ນຖານໂຄງລ່າງທ້ອງຖິ່ນ.
![]() | ໂຮງຮຽນແຫ່ງໜຶ່ງຢູ່ເມືອງ ຈ້ຽວຟອງ (ກວາງຈີ້) ມີພື້ນທີ່ຮຽນເພີ່ມເຕີມໂດຍອົງການ DOVE Fund ອຸປະຖຳ ຍສໝ - ວັນທີ 20 ພະຈິກ, ຄະນະກໍາມະການປະຊາຊົນແຂວງ ກວາງຈິ ໄດ້ອອກມະຕິເລກທີ 2809/QD-UBND ຮັບຮອງເອົາໂຄງການ “ກໍ່ສ້າງຫ້ອງຮຽນໜ່ວຍວິຊາຢູ່ໂຮງຮຽນມັດທະຍົມ ແລະ ມັດທະຍົມຕອນປາຍ ຈ້ຽວຢາງ” ໂດຍອົງການ The DOVE Fund (ອາເມລິກາ) ອຸປະຖຳດ້ວຍທຶນປະຕິບັດທັງໝົດເກືອບ 2,5 ຕື້ດົ່ງ. |
ມີງດຶກ