![]() | ມອບປຶ້ມ ແລະສະບຽງອາຫານ ໃຫ້ແກ່ໂຮງຮຽນສຶກສາຄົນພິການແຂວງຫຼວງພະບາງ (ລາວ) |
![]() | ມອບຂອງຂວັນໃຫ້ 500 ຄອບຄົວທີ່ທຸກຍາກ, ຄອບຄົວດ້ອຍໂອກາດ, ຄົນພິການຢູ່ ແຂວງບາກລຽວ |
![]() |
ງານກິລາແລ່ນ ແລະ ລານຂອງຄົນພິການທົ່ວໂລກປີ 2022 ຢູ່ຮ່າໂນ້ຍ. |
ການເຂົ້າຮ່ວມຢ່າງຕັ້ງໜ້າໃນເວທີປາໄສສາກົນ
ໃນຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຍາມໃດກໍມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາເວທີປາໄສກ່ຽວກັບສິດທິມະນຸດ, ໃນນັ້ນມີບັນຫາຄົນພິການ. ຫວຽດນາມ ໄດ້ເຂົ້າຮ່ວມຫຼາຍກອງປະຊຸມສາກົນກ່ຽວກັບສົນທິສັນຍາກ່ຽວກັບສິດທິຄົນພິການ (CRPD), ພ້ອມກັນນັ້ນ ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ.
ເປັນໜ້າສົນໃຈວ່າ, ຢູ່ສະພາສິດທິມະນຸດສະຫະປະຊາຊາດ, ຫວຽດນາມ ໄດ້ເປັນເຈົ້າການການສົນທະນາຢູ່ນອກກອງປະຊຸມຄັ້ງທີ 31 (ມີນາ 2016) ໃນຫົວຂໍ້ສ້າງວຽກເຮັດງານທຳ ແລະ ສະພາບແວດລ້ອມແຫ່ງການເຮັດວຽກທີ່ສະດວກໃຫ້ແກ່ຄົນພິການ. ນີ້ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມທີ່ສະແດງໃຫ້ເຫັນບົດບາດເປັນເຈົ້າການຂອງຫວຽດນາມ ໃນການຊຸກຍູ້ສິດຂອງຄົນພິການໃນລະດັບໂລກ.
ຫວຽດນາມ ກໍ່ເຂົ້າຮ່ວມການສົນທະນາຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນຢ່າງຕັ້ງໜ້າກ່ຽວກັບຄົນພິການ. ຫວຽດນາມ ໄດ້ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງ ແລະ ຜັນຂະຫຍາຍບັນດາເອກະສານສຳຄັນຄື: ກົດບັດອາຊຽນ, ຖະແຫຼງການບາຫຼີ ກ່ຽວກັບການເພີ່ມທະວີບົດບາດຂອງຄົນພິການ, ແລະ ສ້າງກອບກະທຳທົດສະວັດອາຊຽນ ກ່່ຽວກັບຄົນພິການ 2011-2020...
ລະບົບກົດໝາຍປະສານສົມທົບ, ສ້າງພື້ນຖານອັນໜັກແໜ້ນ
ຢູ່ພາຍໃນປະເທດ, ຫວຽດນາມ ໄດ້ມີບັນດາບາດກ້າວຢ່າງລະອຽດ ເພື່ອຫັນສິດຂອງຄົນພິການເປັນກົດບັນຢັດ. ພາຍຫຼັງໄດ້ລົງນາມໃນສົນທິສັນຍາ CRPDເມື່ອປີ 2007, ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄົນພິການໃນປີ 2010 - ກົດໝາຍພິເສດສະບັບທຳອິດໄດ້ຮັບຮູ້ສິດສະເໝີພາບຂອງຄົນພິການໃນການເຂົ້າເຖິງການບໍລິການ ແລະ ເຂົ້າຮ່ວມສັງຄົມ.
ກົດໝາຍສະບັບນີ້ແມ່ນໝາກຜົນຂອງຂະບວນການປັບປຸງກົດໝາຍຢ່າງຕັ້ງໜ້າ ເພື່ອຮັບປະກັນຄວາມເໝາະສົມກັນຂອງກົດໝາຍຫວຽດນາມ ແລະ ສົນທິສັນຍາ CRPD. ຮອດປີ 2014, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້ຢ່າງເປັນທາງການ, ຢືນຢັນຄວາມຕັດສິນໃຈປະຕິບັດບັນດາຄຳໝັ້ນສັນຍາສາກົນ.
ບໍ່ຢຸດຢັ້ງຢູ່ທີ່ນີ້, ລັດຖະບານຍັງກໍ່ສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນຈາກຫຼາຍກະຊວງ, ຂະແໜງການ, ເພື່ອຕິດຕາມກວດກາ, ປະສານງານນະໂຍບາຍໜູນຊ່ວຍຄົນພິການໃນທົ່ວປະເທດ. ພ້ອມກັນນັ້ນ, ຫຼາຍທ້ອງຖິ່ນຍັງໄດ້ສ້າງຕັ້ງຄະນະປະຕິບັດງານຄົນພິການເພື່ອຜັນຂະຫຍາຍແຜນການປະຕິບັດ CRPD ຢ່າງມີປະສິດທິຜົນ.
ໂຄງການສະຫນັບສະຫນູນການແທດຈິງຫຼາຍຢ່າງ
ຄຽງຄູ່ກັບນະໂຍບາຍ ແລະ ກົດໝາຍ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍລາຍການ, ໂຄງການໜູນຊ່ວຍຄົນພິການ, ໂດຍປົກກະຕິແມ່ນໂຄງການໜູນຊ່ວຍຄົນພິການ 2012-2020. ບັນດາແຂວງ, ນະຄອນໃນທົ່ວປະເທດສ່ວນຫຼາຍ ໄດ້ກໍ່ສ້າງແຜນການຈັດຕັ້ງປະຕິບັດ, ຈັດສັນຊັບພະຍາກອນເພື່ອສະໜັບສະໜູນຄົນພິການໃນການເຂົ້າເຖິງສຸຂະພາບ, ການສຶກສາ, ການເຮັດວຽກ ແລະ ການບໍລິການສັງຄົມອື່ນໆ.
ຫວຽດນາມ ຍັງກໍ່ນຳເນື້ອໃນໜູນຊ່ວຍຄົນພິການເຂົ້າໃນໂຄງການດຳເນີນງານ ປີ 2030 ເພື່ອການພັດທະນາຍແບບຍືນຍົງ. ແຜນການກະທຳແຫ່ງຊາດ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ ໄດ້ຮັບຮອງເອົາໃນວັນທີ 10 ພຶດສະພາ 2017, ກໍ່ໄດ້ກຳນົດເປົ້າໝາຍຢ່າງຈະແຈ້ງ ເພື່ອສະໜັບສະໜູນຄົນພິການໃຫ້ເຂົ້າເຖິງການບໍລິການຂັ້ນພື້ນຖານ ແລະ ເຊື່ອມໂຍງເຂົ້າກັບສັງຄົມຢ່າງຍືນຍົງ.
ບັນດາຄວາມມານະພະຍາຍາມດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ໃຫ້ຄຳໝັ້ນສັນຍາປະຕິບັດ CRPD ເປັນລາຍລັກອັກສອນເທົ່ານັ້ນ, ຫາກຍັງຜັນຂະຫຍາຍມາດຕະການສະເພາະເພື່ອໃຫ້ຄົນພິການສາມາດເຊື່ອມໂຍງ ແລະ ພັດທະນາໃນສະພາບແວດລ້ອມທີ່ສະເໝີພາບ.
![]() | ເວທີປາໄສການຮ່ວມມື ODA: 4 ບັນຫາຕົ້ນຕໍກ່ຽວກັບຄົນພິການຢູ່ ກຳປູເຈຍ - ລາວ - ຫວຽດນາມ ຍສໝ - ໂດຍດຳເນີນເປັນເວລາ 2 ວັນ, ແຕ່ວັນທີ 8-9 ກໍລະກົດ, ຢູ່ນະຄອນ ດົງຮ່າ (ແຂວງ ກວາງຈິ), ເວທີປາໄສການຮ່ວມມື ODA ກ່ຽວກັບການພັດທະນາການເຊື່ອມໂຍງໃຫ້ຄົນພິການຢູ່ 3 ປະເທດອະນຸພາກພື້ນແມ່ນ້ຳຂອງ (ກຳປູເຈຍ, ລາວ ແລະ ຫວຽດນາມ) ໄດ້ເປີດກາລະໂອກາດໃໝ່ ບໍ່ພຽງແຕ່ໃຫ້ຄົນພິການ ຫາກຍັງສໍາລັບປະຊາຊົນທັງຫມົດ. |
![]() | ແຂວງກວາງນາມ: ເພີ່ມທີ່ຢູ່ທີ່ໜ້າເຊື່ອຖືຂອງແມ່ຍິງ ແລະ ເດັກນ້ອຍພິການທີ່ຖືກໃຊ້ຄວາມຮຸນແຮງ ຍສໝ - ສະຖາບັນຄົ້ນຄວ້າການພັດທະນາຊຸມຊົນ (ACDC) ຫາກໍ່ມອບເຮືອນ ບິ່ງມິງ ເຊິ່ງເປັນບ່ອນຢູ່ທີ່ໜ້າເຊື່ອຖື ແລະ ເປັນມິດຕໍ່ແມ່ຍິງພິການ ແລະ ເດັກຍິງທີ່ຖືກໃຊ້ຄວາມຮຸນແຮງຢູ່ ກວາງນາມ. |
ມີງດຶກ