ການຟື້ນຟູຢູ່ເຂດດິນເໜືອສຸດຂອງປະເທດຊາດ

21:11 | 25/02/2025

ຍສໝ - 46 ປີ​ຫຼັງ​ສົງຄາມ​ເພື່ອ​ປົກ​ປັກ​ຮັກສາ​ຊາຍ​ແດນ​ພາກ​ເໜືອ, ​ແຜ່ນດິນ​ທີ່​ເຄີຍ​ຈົມ​ຢູ່​ໃນ​ເລືອດ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົາ​ໃນ​ປະຈຸ​ບັນ​ໄດ້​ມີ​ໂສມໜ້າ​ໃໝ່. ການຟື້ນຟູຢ່າງເຂັ້ມແຂງ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງເສັ້ນທາງເບຕົງທີ່ແຂງແກ່ນ ແລະ ຕົວເມືອງທີ່ຄຶກຄັກເທົ່ານັ້ນ, ຫາກຍັງຢູ່ໃນຈິດໃຈຂອງປະຊາຊົນເຂດຊາຍແດນທີ່ພະຍາຍາມສ້າງຊີວິດໃຫ້ຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກອີກດ້ວຍ.

ຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ກຽມພ້ອມຈິດໃຈ ແລະ ທ່ວງທ່າທີ່ຈະປະກອບສ່ວນພັດທະນາປະເທດຊາດ
ປະເທດຊາດຈະຫັນປ່ຽນຕົນໄປສູ່ສັງກາດໃໝ່

ໃນ​ຖາ​ນະ​ເປັນ​ແນວ​ໜ້າ​ໃນ​ສົງ​ຄາມ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ພາກ​ເໜືອ​ໃນ​ປີ 1979, ລ້າງເຊີນ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ. ທົດສະວັດພາຍຫຼັງສົງຄາມ, ຮ່ອງຮອຍອັນໂຫດຮ້າຍຍັງຄົງປະກົດຢູ່ຫຼາຍບ່ອນ, ພິເສດແມ່ນຢູ່ປ້ອມ ດົ່ງດັງ, ແມ່ນໜຶ່ງໃນບັນດາສະຖານທີ່ເກີດສົງຄາມເມື່ອວັນທີ 17 ກຸມພາ 1979.

ການຟື້ນຟູຢູ່ເຂດດິນເໜືອສຸດຂອງປະເທດຊາດ

ຮູບພາບຂອງທະຫານຈັບປືນ B41 ມຸ່ງໃສ່ສັດຕູຜູ້ຮຸກຮານ, ຢູ່ຂ້າງຫຼັກໝາຍຊາຍແດນ ລ້າງເຊີນ KM 0, ຕອນເຊົ້າວັນທີ 17 ກຸມພາ 1979, ແມ່ນສັນຍາລັກຂອງບັ້ນຮົບປ້ອງກັນຊາຍແດນພາກເໜືອ ປີ 1979.

ປະຈຸ​ບັນ, ​ເມື່ອ​ເບິ່ງ​ຈາກ​ລະດັບ​ຄວາມ​ສູງ 339, ​ເມືອງ ​ດົ່ງ​ດັງ​ ເປັນ​ຄື​ພາບ​ແຕ້ມ​ທິວ​ທັດ​ທີ່​ມີ​ສະ​ເໜ່. ຕຶກອາຄານສູງໃນຄຸ້ມບ້ານ, ເທິງເນີນພູທີ່ວະຫຼັບກັນດ້ວຍຕົ້ນໝາກຄາຍທີ່ເບັ່ງບານໃນລະດູໃບໄມ້ປົ່ງ. ຖະໜົນຫົນທາງມີສີແດງດ້ວຍທຸງ ແລະດອກໄມ້. ຮ້ານອາຫານ, ຮ້ານກິນດື່ມ, ບັນເທີງ ແລະ ສະຖານທີ່ຊື້ເຄື່ອງແມ່ນເພີ່ມຂຶ້ນເລື້ອຍໆ. ຕະຫຼາດ ​ແລະ ສູນ​ການ​ຄ້າ​ຂາຍ​ທັງ​ກາງ​ເວັນ ແລະ​ ກາງຄືນ ໄດ້​ສ້າງ​ບັນຍາກາດ​ຄຶກຄື້ນ, ​ເປັນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ ​ແລະ ​ໄກ...

ຄັດຄຳເວົ້າຂອງ ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດົ່ງ​ດັງ ສາຍວິ້ງຈຸ່ງ ໃຫ້ຮູ້ວ່າ ດ້ວຍ​ທີ່​ຕັ້ງ​ສະດວກ​ເປັນ​ເມືອງ​ຊາຍ​ແດນ, ມີ​ເສັ້ນທາງ​ຄົມມະນາຄົມ​ຕົ້ນຕໍ​ຄື: ທາງ​ລົດ​ໄຟ ຮ່າ​ໂນ້ຍ - ລ້າງເຊີນ, ເສັ້ນທາງ​ຫຼວງ​ແຫ່ງ​ຊາດ 1A, 1B, ເສັ້ນທາງ​ຫຼວງ​ແຫ່ງ​ຊາດ 4A ແລ່ນ​ຜ່ານ, ປະຈຸ​ບັນ, ຢູ່​ເຂດ​ດັ່ງກ່າວ​ມີ 3 ​ໂຄງການ​ສຳຄັນ​ທີ່​ໄປຜ່ານ​ຄື: ໂຄງ​ການ​ທາງ​ດ່ວນ​ດ່ານ​ຊາຍ​ແດນ ຮືວງີ້ - ຈີລັງ , ຄາດ​ວ່າ​ຈະ​ເປີດ​ໃຫ້​ການ​ສັນ​ຈອນ​ໃນ​ປີ 2025; ໂຄງ​ການ​ຜັນ​ຂະ​ຫຍາຍ​ເສັ້ນ​ທາງ​ຂົນ​ສົ່ງ​ສິນ​ຄ້າ​ພິ​ເສດ​ຢູ່​ຫຼັກ​ໝາຍ 1119-1120 ຂອງ​ດ່ານ​ຊາຍ​ແດນ​ສາ​ກົນ ຮືວງີ້ ແລະ ໂຄງ​ການ​ສ້ອມ​ແປງ​ສະ​ຖາ​ນີ​ລົດ​ໄຟ​ສາ​ກົນ ດົ່ງ​ດັງ. ບັນດາໂຄງການດັ່ງກ່າວເມື່ອສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວແລ້ວ, ຈະເປີດໂອກາດໃນການພັດທະນາ ແລະ ບຸກທະລຸໃຫ້ແກ່ທ້ອງຖິ່ນ, ໂດຍສະເພາະແມ່ນການຄ້າຂາຍສິນຄ້າ, ການພັດທະນາການບໍລິການ ແລະ ການຄ້າ. ພ້ອມ​ກັນ​ນັ້ນ, ​ເທດສະບານ ​ດົ່ງ​ດັງ​ ​ຍັງ​ມີ​ຄວາມ​ສາມາດ​ພັດທະນາ​ການທ່ອງທ່ຽວ​ເຂດ​ຊາຍ​ແດນ ​ແລະ ຢ້ຽມຢາມ​ທັດສະນະດ່ານ​ຊາຍ​ແດນ; ທ່ອງ​ທ່ຽວ​ທາງດ້ານ​ຈິດ​ວິນຍານ, ທ່ອງ​ທ່ຽວ​ທາງປະ​ຫວັດ​ສາດ.

ຍ້ອນມີການລະດົມແຫຼ່ງກຳລັງຈາກສູນກາງ ແລະ ແຂວງ; ຜ່ານ​ການ​ຂຸດ​ຄົ້ນ​ບັນດາ​ທ່າ​ແຮງ ​ແລະ ກຳລັງ​ແຮງ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ, ​ເມືອງ ດົ່ງ​ດັງ ​ໄດ້​ເລັ່ງລັດ​ພັດທະນາ​ເສດຖະກິດ, ວັດທະນະທຳ - ສັງຄົມ​ຢ່າງ​ເຂັ້ມ​ແຂງ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ. ການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ບໍ​ລິ​ການ ແລະ ການ​ທ່ອງ​ທ່ຽວ​ໄດ້​ຮັບ​ການ​ພັດ​ທະ​ນາ. ປີ 2024, ລາຍຮັບງົບປະມານແຫ່ງລັດບັນລຸກວ່າ 1 ຕື້ດົ່ງ, ເທົ່າກັບ 130% ຂອງແຜນການ. ຄາດ​ຄະ​ເນ​ວ່າ, ມີ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ 70.000 ກວ່າເທື່ອ​ຄົນ​ມາ​ທ່ອງ​ທ່ຽວ​ ດົ່ງ​ດັງ. ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນປະມານ 50-55 ລ້ານດົ່ງ/ຄົນ/ປີ.

ພາຍຫຼັງ​ສົງຄາມ, ກາວ​ບັ່ງ ​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ຟື້ນ​ຟູ ​ແລະ ພັດທະນາ​ຢ່າງ​​ແຮງ. ແຂວງ​ໄດ້​ກຳນົດ​ເສດຖະກິດ​ດ່ານ​ຊາຍ​ແດນ ​ແລະ ​ເສດຖະກິດ​ການ​ທ່ອງ​ທ່ຽວ​ເປັນ​ສອງ​ປາຍແຫຼມພັດທະນາ​ທີ່​ສຳຄັນ. 3 ດ່ານ​ຊາຍ​ແດນ​ທີ່​ສຳຄັນ​ຂອງ​ແຂວງ​ຄື: ຕາ​ລຸງ, ຈ່າ​ລິງ ​ແລະ ​ຊອັກ​ຢາງ ນັບ​ມື້​ນັບ​ມີ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ ​ແລະ ສົ່ງ​ອອກທີ່ຄຶກຄັກ. ປີ 2024, ວົງ​ເງິນ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ ​ກາວ​ບັ່ງ ​ບັນລຸ 952,18 ລ້ານ USD, ດ້ວຍ​ບັນດາ​ສິນຄ້າ​ຫຼັກແຫຼ່ງ​ຄື: ອາຫານ​ທະ​ເລ, ຜັກໝາກໄມ້, ໄມ້, ​ແຮ່​ທາດ, ກົນ​ຈັກ​ ແລະ ​ອຸປະກອນ...

ບໍ່​ພຽງ​ແຕ່​ພັດທະນາ​ເສດຖະກິດ​ເທົ່າ​ນັ້ນ, ກາວ​ບັ່ງ​ ຍັງໝູນໃຊ້ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ, ພິ​ເສດ​ແມ່ນ​ການ​ທ່ອງ​ທ່ຽວ​ຄົ້ນຫາຢູ່​ເຂດ​ຊາຍ​ແດນ ​ແລະ ​ເຂດ​ຮ່ອງຮອຍປະຫວັດສາດ. ​ເສັ້ນທາງ​ທີ່​ເປີດ​ໃໝ່​ໄດ້​ຊ່ວຍ​ເຊື່ອມ​ຕໍ່​ບັນດາ​ສະຖານ​ທີ່​ທີ່​ມີ​ຊື່​ສຽງ​ຄື: ນ້ຳ​ຕົກ​ບ້ານ ຢົກ, ຖ້ຳ​ເງື່ອມງາວ, ພ້ອມ​ກັບ​ບັນດາ​ສະຖານ​ທີ່​ປະຫວັດສາດ​ຕິດ​ພັນ​ກັບການຕໍ່ສູ້​ປົກ​ປັກ​ຮັກສາ​ຊາຍ​ແດນ.

ຮ່າ​ຢາງ ​ແມ່ນ​ສະຖານ​ທີ່​ທີ່ມີຄວາມ​ເສຍ​ສະຫຼະຊີວິດ ​ແລະ ຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງ​ໃນ​ສົງຄາມ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ພາກ​ເໜືອ. ​ໃນ​ໄລຍະ​ປີ 1979 – 1989, ມີ​ນາຍ​ ແລະ ພົນທະຫານ 4.000 ກວ່າ​ຄົນ​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ສະໜາມ​ຮົບ​ທີ່​ດຸ​ເດືອດ​ນີ້. ວິຊວຽນ, ຈຸດ​ຮ້ອນ​ທີ່​ຮ້າຍ​ແຮງ​ໃນ​ອະ​ດີດ​, ໃນ​ປັດ​ຈຸ​ບັນໄດ້ບືນຕົວຂຶ້ນຢ່າງ​ແຮງ.

​ແຕ່​ປີ 2011, ຮ່າ​ຢາງ ​ໄດ້​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຫັນ​ບັນດາ​ຕາ​ແສງ​ເຂດ​ຊາຍ​ແດນ​ຈາກ​ເຂດ​ທຸກ​ຍາກ​ໃຫ້​ກາຍ​ເປັນ​ຊົນນະບົດ​ທີ່ອຸດົມຮັ່ງມີ. ຜົນສຳເລັດອັນໃຫຍ່ຫຼວງທີ່ສຸດຈາກໂຄງການນີ້ແມ່ນລະບົບຄົມມະນາຄົມຊົນນະບົດທີ່ສອດຄ່ອງ ແລະ ເປີດກ້ວາງ. ບັນດາ​ຕາ​ແສງ, ເທດສະບານລ້ວນ​ແຕ່​ມີ​ເສັ້ນທາງ​ລົດ​ໄປ​ຮອດ​ສູນກາງ; 100% ​ຂອງ​ຕາ​ແສງ, ​ເທດສະບານມີ​ລະບົບ​ຕາ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ... ​ເມືອງ ວິຊວຽນ ກໍ່​ຈັດ​ຕັ້ງ​ການ​ແຂ່ງຂັນ​ກໍ່ສ້າງ​ເສັ້ນທາງ​ຕົວ​ແບບ, ​ເຮືອນ​ວັດທະນະທຳ​ຕົວ​ແບບ​ຢູ່ 24 ຕາ​ແສງ, ເທດສະບານ, ​ໄດ້​ມອບ​ລາງວັນ ​ແລະ ຍ້ອງຍໍ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຜົນງານ​ດີ​ເດັ່ນ.

ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ

ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ

ຍສໝ - ຕອນບ່າຍວັນທີ 2 ກຸມພາ (ເປັນວັນທີ 5 ເດືອນຈຽງ ຈັນທະປະຕິທິນ ປີມະເສັງ), ສະມາຄົມໃຫຍ່ຊາວຫວຽດນາມ ປະຈຳ ແບນຊິກ (UGVB) ໄດ້ຈັດຕັ້ງງານບຸນປີໃໝ່ປະຈຳຊາດ, ດຶງດູດຊາວຫວຽດນາມຢູ່ຕ່າງປະເທດ ເປັນຈໍານວນຫຼວງຫຼາຍທີ່ພວມອາໄສ, ຮໍ່າຮຽນ ແລະ ເຮັດວຽກຢູ່ ແບນຊິກ ກໍ່ຄືຈາກບັນດາປະເທດໃກ້ຄຽງມາຮ່ວມມ່ວນຊື່ນ.

ຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ກຽມພ້ອມຈິດໃຈ ແລະ ທ່ວງທ່າທີ່ຈະປະກອບສ່ວນພັດທະນາປະເທດຊາດ

ຊາວຫວຽດນາມຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ກຽມພ້ອມຈິດໃຈ ແລະ ທ່ວງທ່າທີ່ຈະປະກອບສ່ວນພັດທະນາປະເທດຊາດ

ຍສໝ - ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ແຫຼ່ງກຳລັງທີ່​ສຳຄັນ​ໃນ​ຂະ​ບວນການ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີເຂັ້ມ​ແຂງ. ຊາວຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ ຍັງ​ມີ​ບົດ​ບາດ​ເປັນ​ຂົວ​ຕໍ່​ເພີ່ມພູນຄູນສ້າງ​ມິດ​ຕະ​ພາບ, ຊຸກ​ຍູ້​ການພົວພັນ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ກັບ​ບັນ​ດາ​ປະ​ເທດ.

ມີງດຶກ

ເຫດການ