ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ

08:41 | 23/06/2024

ຍສໝ - ວັນ​ທີ 20 ມິຖຸນາ​, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຈັດຕັ້ງວາລະ​ປະຊຸມ​ສຸມເປິດກ່ຽວ​ກັບ​ຫົວ​ຂໍ້ "ຮັກສາ​ສັນຕິພາບຄ​ວາມ​ໝັ້ນຄົງ​ສາກົນ, ​ມາດຕະການແກ້​ໄຂ​ໄພ​ຂົ່ມຂູ່ທີ່ນັບມື້ນັບ​ເພີ່ມ​ຂຶ້ນ​ບົນພື້ນທີ່​ອິນ​ເຕີ​ເນັດ" ໂດຍທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Cho Tae-yul ເປັນປະທານ. ເຂົ້າ​ຮ່ວມ​ເຫດການ​ມີ​ທ່ານ​ເລຂາທິການ​ໃຫຍ່ Antonio Gutteres ພ້ອມກັນກັບຜູ້ຕາງໜ້າ​ເກືອບ 70 ປະ​ເທດ​ສະມາຊິກ ສປຊ.

ເພີ່ມຫຼາຍມາດຕະການການເພີ່ມ​ທະວີ​ຄວາມ​ສາມັກຄີ​ຂອງ​ສາມ​ປະ​ເທດ​ອິນ​ດູ​ຈີນ
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​

ທີ່ການເປີດ​ວາລະ​ປະຊຸມ​, ທ່ານ​ເລຂາທິການ​ໃຫຍ່ ສປຊ Antonio Gutteres ຢືນຢັນ​ວ່າ ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ ​ແລະ ພື້ນທີ່ອິນ​ເຕີ​ເນັດ ​ແມ່ນ​ພວມນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ທຸກ​ດ້ານ, ​ແຕ່​ຍັງ​ສ້າງ​ຄວາມ​ສ່ຽງ​ຕໍ່​ຄວາມ​ບໍ່​ໝັ້ນຄົງ​ໃຫ້​ແກ່​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ. ຜູ້ຕາງໜ້າບັນດາປະເທດ ໄດ້ສະແດງຄວາມເປັນກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການຄວາມໝັ້ນຄົງທາງອິນເຕີເນັດທົ່ວໂລກ, ສະເໜີໃຫ້ຫຼາຍວິທີແກ້ໄຂ ເພື່ອຕອບສະໜອງກັບໄພຂົ່ມຂູ່ທາງອິນເຕີເນັດ, ໃນນັ້ນ ມີການເພີ່ມທະວີການຮ່ວມມືຫຼາຍຝ່າຍ, ປັບປຸງຂອບເຂດກົດໝາຍ​ສາກົນ ​ແລະ ຍົກ​ສູງ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ໃນ​ຂົງ​ເຂດ​ນີ້ກ່ວາອີກ.

ຫວຽດນາມ ສະໜັບສະໜູນ​ບົດບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດທົ່ວໂລກ

ກ່າວ​ຄຳປາໄສທີ່ວາລະ​ປະຊຸມ​, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ - ຫົວໜ້າ​ຄະນະ​ຫວຽດນາມ ປະຈຳ ສປຊ ຢືນຢັນ​ວ່າ ບັນດາສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ພວມ​ເພີ່ມ​ຂຶ້ນ​ທັງດ້ານຂອບ​ຂະໜາດ ​ແລະ ຄຸນລັກສະນະທີ່ສັບສົນ, ​ເຊິ່ງ​ໄດ້​ຮັບ​ຄວາມ​ສ່ຽງ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ເພີ່ມ​ຂຶ້ນ, ຂົ່ມຂູ່​ໂດຍ​ກົງ​ເຖິງທຸກ​ປະ​ເທດ, ໃນນັ້ນ ຖືກຄວາມສ່ຽງງ່າຍທີ່ສຸດ​ແມ່ນ​ບັນດາ​ປະ​ເທດພວມພັດທະນາ ກັບກຳລັງຄວາມ​ສາມາດ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ທີ່​ຈຳກັດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ແມ່ນເພື່ອແກ້​ໄຂ​ສິ່ງ​ທ້າ​ທາຍ​ຈາກ​ອິນ​ເຕີ​ເນັດ, ຕ້ອງ​ມີ​ການເຂົ້າເຖິງທີ່ຫຼາຍທິດ, ຜັນ​ຂະຫຍາຍ​​ສົມທົບ​ກັນປະຕິບັດມາດຕະການ​ແກ້​ໄຂຢ່າງຄົບຊຸດ, ໃນ​ນັ້ນ ສະຫະ​ປະຊາ​ຊາດ​ມີ​ບົດບາດ​ສຳຄັນ​ໃນ​ການປັບປຸງ ແລະ ເຮັດສຳເລັດຂອບ​ເຂດສາກົນ ໂດຍຜ່ານ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມຄື ສັນຍາ​ດິ​ຈິ​ຕອນ​ທົ່ວ​ໂລກ, ສົນທິສັນຍາວ່າດ້ວຍການ​ປ້ອງ​ກັນ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ເນັດ..., ພ້ອມ​ກັນ​ນັ້ນ​ ​ກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອຍົກສູງຄວາມ​ສາມາດ​ການປ້ອງ​ກັນ​ທາງ​ອິນ​ເຕີ​ເນັດ ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ເຕັກ​ໂນ​ໂລຢີ​ຂໍ້​ມູນ​​ລະຫວ່າງ​ບັນດາປະ​ເທດ.

ຜູ້ຕາງໜ້າ ຫວຽດນາມ ໃຫ້ຮູ້ວ່າ ດ້ວຍໜ້າທີ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສະພາຄວາມໝັ້ນຄົງ ສປຊ ຕ້ອງເອົາໃຈໃສ່ ແລະ ໜູນຊ່ວຍຕື່ມອີກ ໃຫ້ການປຶກສາຫາລື, ແກ້ໄຂບັນດາສິ່ງທ້າທາຍຈາກພື້ນທີ່ອິນ​ເຕີ​ເນັດ ແລະ ດ້ານທີ່ກ່ຽວຂ້ອງເຖິງຄວາມປອດໄພທາງອິນເຕີເນັດ ໃນການສະກັດກັ້ນການປະທະກັນ, ປ້ອງກັນການກໍ່ການຮ້າຍ ແລະ ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງຢາງ ຢືນຢັນ​ວ່າ ດ້ວຍ​ການ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ປີ 2018, ຫວຽດນາມ ພວມ​ນຳ​ໃຊ້​ວິທີເຂົ້າເຖິງ​ຮອບດ້ານ ​ເພື່ອ​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ພ້ອມ​ທັງ​ສະໜັບສະໜູນ ​ແລະ ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ນີ້ຢ່າງຕັ້ງໜ້າ​ ​ບົນ​ພື້ນຖານ​ເຄົາລົບເອກະລາດ ອະທິປະໄຕ, ບໍ່ແຊກແຊງເຂົ້າໃນວຽກງານພາຍໃນ ແລະ ແບ່ງປັນຄວາມຮັບຜິດຊອບໃນການຂຸກຍູ້ພຶດຕິກໍາທີ່ມີຄວາມຮັບຜິດຊອບໃນພື້ນທີ່ອິນ​ເຕີ​ເນັດ.

ສະຫະ​ປະຊາ​ຊາດ ໄດ້​ມອບຫຼຽນກາ​ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ ຫວຽດນາມ ​ຢູ່ຄະນະປະຕິບັດງານ UNISFA ສະຫະ​ປະຊາ​ຊາດ ໄດ້​ມອບຫຼຽນກາ​ໃຫ້​ກຳລັງ​ຮັກສາ​ສັນຕິພາບ​ ຫວຽດນາມ ​ຢູ່ຄະນະປະຕິບັດງານ UNISFA

ຍສໝ - ກອງທະຫານຊ່າງເລກ 2 ແລະ ໜ່ວຍປະຕິບັດງານຢູ່ຄະນະປະຕິບັດງານ UNISFA ໄດ້ຮັບຫຼຽນກາຮັກສາສັນຕິພາບສະຫະປະຊາຊາດ ສໍາລັບການປະກອບສ່ວນທີ່ພົ້ນເດັ່ນ.

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

ຍສໝ​ - ອາທິດແລ້ວນີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງວາລະ​ປະຊຸມເປີດກ່ຽວກັບຫົວຂໍ້ “​ເພີ່ມ​ທະວີບົດບາດ​ຂອງ ອາຟຣິກາ ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ” ພາຍໃຕ້ການເປັນປະທານຂອງ ໂມຊຳບິກ, ປະເທດປະທານສະພາຄວາມໝັ້ນຄົງ ໃນເດືອນພຶດສະພາ 2024.

ມິງດຶກ

ເຫດການ
302 Found

Found

The document has moved here.