ຍສໝ - ແຕ່ວັນທີ 13-15/8, ຄະນະເຮັດວຽກຂອງສະມາຄົມນັກທຸລະກິດ ແລະ ການລົງທຶນຫວຽດນາມ - ສ.ເກົາຫຼີ (VKBIA) ພ້ອມດ້ວຍບັນດາຄູ່ຮ່ວມມືຈາກ ສ.ເກົາຫຼີ ໄດ້ດຳເນີນໂຄງການເຮັດວຽກຢູ່ແຂວງນິງບິ່ງ, ໂດຍສຸມໃສ່ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ສົ່ງເສີມການລົງທຶນ - ການຄ້າ, ໂຄສະນາການທ່ອງທ່ຽວ, ເຊື່ອມໂຍງວິສາຫະກິດ ແລະ ດຳເນີນກິດຈະກຳສະຫວັດດີການສັງຄົມຢູ່ຕາແສງໂກເລ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດອິນເດຍ (15/8), ວາລະສານ ເທີ່ຍດ້າຍ ຂໍແນະນຳບົດຂຽນຂອງທ່ານ Tshering W. Sherpa, ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ, ແບ່ງປັນກ່ຽວກັບບັນດາບາດກ້າວພັດທະນາຂອງອິນເດຍ, ກໍຄືຄວາມຕັ້ງໃຈຂອງອິນເດຍ ແລະ ຫວຽດນາມ ໃນການເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຂັ້ມແຂງຍິ່ງຂຶ້ນ.
ຍສໝ - ນັກສຶກສາຫວຽດນາມຮ່ວມກັບສິລະປິນອິນໂດເນເຊຍ ສະແດງດົນຕີດ້ວຍເຄື່ອງດົນຕີ angklung, ເຄື່ອງດົນຕີພື້ນເມືອງຂອງອິນໂດເນເຊຍ, ໃນໂຄງການແລກປ່ຽນຕອນຄ່ຳວັນທີ 15/8 ຢູ່ນະຄອນໂຮ່ຈີມິນ. ບັນດາກິດຈະກຳສຳຜັດປະສົບການ ແລະ ການສະແດງຮ່ວມກັນ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.
ຍສໝ - ເນື່ອງໃນໂອກາດລະນຶກ 100 ປີແຫ່ງວັນເກີດຂອງທ່ານ Fidel Castro, ຜູ້ນຳກູບາ (13/8/1926 - 13/8/2026), ບັນດາຄວາມຊົງຈຳກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານມາຍັງເຂດປົດປ່ອຍກວາງຈິ ໃນປີ 1973 ໄດ້ຖືກຫວນຄືນອີກຄັ້ງ. ຕະຫຼອດໄລຍະກວ່າເຄິ່ງສະຕະວັດຜ່ານມາ, ຄວາມຮັກແພງພິເສດນັ້ນຍັງຄົງປະກົດຢູ່ໃນຄວາມຊົງຈຳຂອງປະຊາຊົນ ແລະ ຜ່ານບັນດາສິ່ງກໍ່ສ້າງທີ່ຈາລຶກເຖິງມິດຕະພາບ ຫວຽດນາມ - ກູບາ.
ຍສໝ - ວັນທີ 13/8 ຢູ່ແຂວງຕວຽນກວາງ ໄດ້ຈັດການພົບປະລະນຶກ 50 ປີແຫ່ງການສ້າງຕັ້ງການພົວພັນການທູດ ຫວຽດນາມ - ໄທ (06/8/1976 - 06/8/2026). ໃນໂອກາດນີ້, ທ່ານ ຫງວຽນວັນແທ່ງ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ໄທ ສະເໜີໃຫ້ເຊື່ອມໂຍງກິດຈະກຳມິດຕະພາບປະຊາຊົນເຂົ້າກັບຍຸດທະສາດ “ສາມການເຊື່ອມໂຍງ” ກ່ຽວກັບຕ່ອງໂສ້ສະໜອງ, ວິສາຫະກິດ - ທ້ອງຖິ່ນ ແລະ ການພັດທະນາທີ່ຍືນຍົງ; ພ້ອມທັງເປີດແນວທາງຮ່ວມມືກັບໄທໃນບັນດາຂົງເຂດທີ່ສອດຄ່ອງກັບທ່າແຮງຂອງແຂວງ.
ຍສໝ - ວັນທີ 13/8, ພິທີລະນຶກຄົບຮອບ 100 ປີແຫ່ງວັນເກີດປະທານ Fidel Castro Ruz ໄດ້ຈັດຂຶ້ນຢ່າງສົມກຽດທີ່ແຂວງກວາງຈິ - ທ້ອງຖິ່ນທີ່ຜູກພັນກັບການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນຳການປະຕິວັດກູບາ ມາຍັງເຂດປົດປ່ອຍພາກໃຕ້ຫວຽດນາມ ໃນປີ 1973, ເຊິ່ງເປັນຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກູບາ.
ຍສໝ - ຕອນເຊົ້າວັນທີ 12/8, ທີ່ນະຄອນຫຼວງ Canberra, ທ່ານ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ໄດ້ພົບປະກັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳອົດສະຕາລີ, ປະທານກຸ່ມສະມາຊິກສະພາມິດຕະພາບອົດສະຕາລີ - ຫວຽດນາມ, ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.
ຍສໝ - ວັນທີ 13/8, ຢູ່ Wellington, ໃນຂອບເຂດການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຫວຽດນາມ ຢູ່ນູແວນເຊລັງ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຮ່ວມກັບທ່ານ Winston Peters, ລັດຖະມົນຕີວ່າການກະຊວງການຕ່າງປະເທດນູແວນເຊລັງ, ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນູແວນເຊລັງ ຄັ້ງທີ 4 (FMM-4).
ຍສໝ - ຕອນບ່າຍວັນທີ 12/8, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບຄະນະສະມາຊິກສະພາຕ່ຳສະຫະລັດອາເມລິກາ ນຳໂດຍທ່ານ Tim Walberg, ປະທານຄະນະກຳມາທິການການສຶກສາ ແລະ ກຳລັງແຮງງານ ສະພາຕ່ຳສະຫະລັດອາເມລິກາ. ສອງຝ່າຍໄດ້ແລກປ່ຽນຫຼາຍທິດທາງ ເພື່ອເປີດກວ້າງການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ.
ຍສໝ - ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃຫ້ຫັນຈາກບັນດາໂຄງການຮ່ວມມືແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການຄົ້ນຄວ້າຮ່ວມ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ນຳຜົນການຄົ້ນຄວ້າໄປສູ່ການຄ້າ.
ຍສໝ - ຕອນຄ່ຳວັນທີ 12 ສິງຫາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນ Auckland (ນູແວນເຊລັງ), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະກັບພະນັກງານ, ເຈົ້າໜ້າທີ່ສະຖານທູດຫວຽດນາມ, ຊຸມຊົນຊາວຫວຽດນາມຢູ່ນູແວນເຊລັງ ແລະ ບັນດາປະເທດເກາະໃນພາກພື້ນປາຊີຟິກໃຕ້.
ຍສໝ - ຕອນບ່າຍວັນທີ 12 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານ Yaron Mayer, ເອກອັກຄະລັດຖະທູດອິດສະຣາແອນປະຈຳຫວຽດນາມ ເຂົ້າອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ຢູ່ຫວຽດນາມ.
ຍສໝ - ວັນທີ 12/8, ຢູ່ຮ່າໂນ້ຍ, ທ່ານ ເລແອັງຕ໊ວນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳຕ້ອນຮັບທີ່ເວທີປາໄສວິສາຫະກິດ ຫວຽດນາມ - ອູການດາ, ຢືນຢັນວ່າ ກະຊວງການຕ່າງປະເທດພ້ອມທີ່ຈະຄຽງຂ້າງ ແລະ ສະໜັບສະໜູນວິສາຫະກິດສອງປະເທດໃນການເຊື່ອມຕໍ່, ເປີດກວ້າງຕະຫຼາດ ແລະ ຊຸກຍູ້ການຮ່ວມມືໃຫ້ມີປະສິດທິຜົນ.
ຍສໝ - ກ່າວເຖິງການຢ້ຽມຢາມຂັ້ນລັດຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ຕໍ່ນູແວນເຊລັງ, ສື່ມວນຊົນ ແລະ ບັນດານັກສັງເກດການຂອງປະເທດເຈົ້າພາບ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຄັ້ງນີ້ເປີດໂອກາດສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນສອງປະເທດ, ໃນສະພາບການທີ່ຫວຽດນາມນັບມື້ນັບມີຖານະສຳຄັນໃນຍຸດທະສາດຫຼາກຫຼາຍສາຍພົວພັນຂອງນູແວນເຊລັງຢູ່ພາກພື້ນອິນເດຍ - ປາຊີຟິກ.
ຍສໝ - ຕອນບ່າຍວັນທີ 11 ສິງຫາ ທີ່ Canberra (ອົດສະຕາລີ), ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຮັດວຽກກັບ ທ່ານ Matt Thistlethwaite, ລັດຖະມົນຕີຮ່ວມວ່າການກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ, ແລກປ່ຽນບັນດາມາດຕະການເພື່ອຂະຫຍາຍການຮ່ວມມືດ້ານສື່ມວນຊົນ, ການສື່ສານ, ການຄ້າດິຈິຕອນ, ຄວາມປອດໄພທາງໄຊເບີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.
ຍສໝ - ຕອນເຊົ້າວັນທີ 11 ສິງຫາ ທີ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV, ອາຍຸການ 2026-2031. ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ແລະ ມີຄວາມໄວ້ວາງໃຈເລືອກ ທ່ານ ຫງວຽນດຶກເລີ້ຍ ສືບຕໍ່ດຳລົງຕຳແໜ່ງປະທານສະມາຄົມ.
ຍສໝ - ວັນທີ 11 ສິງຫາ ທີ່ຮ່າໂນ້ຍ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳໂດຍ ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໄປຍັງສະຖານທູດລາວປະຈຳຫວຽດນາມ ເພື່ອໄວ້ອາໄລ ແລະ ຂຽນປຶ້ມໄວ້ອາໄລລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ, ປະທານສະພາແຫ່ງຊາດລາວ.
ຍສໝ - ຈາກຫ້ອງຮຽນພາສາຫວຽດນາມ, ບັນດາກິດຈະກຳວັດທະນະທຳ ຈົນເຖິງການຊ່ວຍເຫຼືອຊຸມຊົນຢູ່ສູນປະຕິບັດທຳ ຈຸກເລິມ ທີ່ Kandy (ສີລັງກາ), ການແລກປ່ຽນພຸດທະສາສະໜາພວມສ້າງສາຍພົວພັນໂດຍກົງເພີ່ມຕື່ມລະຫວ່າງປະຊາຊົນຫວຽດນາມ ແລະ ສີລັງກາ. ສະມາຄົມມິດຕະພາບຫວຽດນາມ - ສີລັງກາ ກຳນົດວ່າ ນີ້ແມ່ນຊ່ອງທາງໜຶ່ງທີ່ຕ້ອງສືບຕໍ່ຊຸກຍູ້ໃນອາຍຸການ 2026-2031.
ຍສໝ - ວັນທີ 12 ສິງຫາ, ທີ່ນະຄອນຫຼວງ Canberra, ອົດສະຕາລີ, ໃນຂອບເຂດການຢ້ຽມຢາມຂັ້ນລັດຕໍ່ອົດສະຕາລີຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ແລະ ທ່ານນາງ Penny Wong, ລັດຖະມົນຕີການຕ່າງປະເທດອົດສະຕາລີ, ໄດ້ຮ່ວມເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ - ອົດສະຕາລີ ຄັ້ງທີ 8 (FMM-8).
ຍສໝ - ໃນຂອບເຂດການຢ້ຽມຢາມຂັ້ນລັດຢູ່ອົດສະຕາລີ, ຕອນທ່ຽງວັນທີ 11/8 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Canberra, ທັນທີພາຍຫຼັງການເຈລະຈາ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ Anthony Albanese, ນາຍົກລັດຖະມົນຕີອົດສະຕາລີ ໄດ້ພົບປະກັບສື່ມວນຊົນ.
ຍສໝ - ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢູ່ອົດສະຕາລີ ແຕ່ວັນທີ 9-12/8 ໄດ້ຮັບຄວາມສົນໃຈຈາກຫຼາຍສຳນັກສື່ມວນຊົນອົດສະຕາລີ, ໂດຍສຸມໃສ່ທ່າແຮງໃນການເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານເລິກເຊິ່ງຍິ່ງຂຶ້ນ, ໂດຍສະເພາະໃນບັນດາຂົງເຂດເສດຖະກິດ, ພະລັງງານ, ເຕັກໂນໂລຊີ ແລະ ຄວາມໝັ້ນຄົງໃນພາກພື້ນ.
ຍສໝ - ທ່ານນາງ Margaret Villamizar, ສະມາຊິກພັກ CPC ML, ໃຫ້ຮູ້ວ່າ ສິ່ງທີ່ເຮັດໃຫ້ທ່ານນາງປະທັບໃຈເປັນພິເສດຕໍ່ປະຊາຊົນຫວຽດນາມ ແມ່ນຄວາມໜັກແໜ້ນໃນການຕໍ່ສູ້ເພື່ອປົກປັກຮັກສາເອກະລາດ ແລະ ສິດໃນການຕັດສິນຊາຕາກຳຂອງຕົນເອງ.
ຍສໝ - ພາຍຫຼັງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ການແລກປ່ຽນປະຊາຊົນ ຫວຽດນາມ - ໄທ ພວມມຸ່ງໄປສູ່ການເຊື່ອມຕໍ່ທີ່ເປັນຮູບປະທຳຫຼາຍຂຶ້ນລະຫວ່າງທ້ອງຖິ່ນ, ວິສາຫະກິດ ແລະ ຄົນຮຸ່ນໜຸ່ມ. ທີ່ພິທີລະນຶກຢູ່ ເຫງະອານ, ການນຳຂອງສອງສະມາຄົມມິດຕະພາບໄດ້ຍົກໃຫ້ເຫັນບັນດາຈຸດສຸມສຳລັບໄລຍະຕໍ່ໄປ, ນັບແຕ່ການເຊື່ອມຕໍ່ເສດຖະກິດທ້ອງຖິ່ນ, ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ໄປຈົນເຖິງນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ປັນຍາປະດິດ (AI).
ຍສໝ - ວັນທີ 10/8, ທີ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ນຳໂດຍ ທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານຄະນະວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຍັງສະຖານທູດແຫ່ງ ສປປ ລາວ ປະຈຳຫວຽດນາມ ເພື່ອຂຽນປຶ້ມໄວ້ອາໄລ ລະນຶກເຖິງ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ.
ຍສໝ - ວັນທີ 9/8/2026, ພາຍໃຕ້ການເປັນສັກຂີພິຍານຂອງກົງສຸນໃຫຍ່ຫວຽດນາມປະຈຳ Sydney, ສະຖາບັນຄົ້ນຄວ້າ ເຕິມແອງ ແລະ ສະຖາບັນຄົ້ນຄວ້າ RNA ແຫ່ງມະຫາວິທະຍາໄລ New South Wales ຂອງອົດສະຕາລີ ໄດ້ລົງນາມຮ່ວມມືດ້ານການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ RNA, ເປີດທ່າແຮງໃນການນຳໄປປະຍຸກໃຊ້ເພື່ອຜະລິດຢາ ແລະ ວັກຊີນຮຸ່ນໃໝ່.
ຍສໝ - ປັດຈຸບັນ, ພັກເຮົາວາງວຽກງານການຕ່າງປະເທດໄວ້ໃນຖານະ “ສຳຄັນຍິ່ງ, ເປັນປະຈຳ”, ຄຽງຄູ່ກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ. ນີ້ແມ່ນບາດກ້າວໃໝ່ດ້ານແນວຄິດ ເມື່ອວຽກງານການຕ່າງປະເທດຖືກກຳນົດໃຫ້ຕ້ອງກ້າວໄປກ່ອນໜຶ່ງບາດກ້າວ, ປະກອບສ່ວນປົກປັກຮັກສາປະເທດແຕ່ຫົວທີ, ແຕ່ໄກ, ພ້ອມທັງເປີດກວ້າງພື້ນທີ່, ແຫຼ່ງກຳລັງ ແລະ ໂອກາດເພື່ອການພັດທະນາ. ເມື່ອເບິ່ງຈາກພຶດຕິກຳຕົວຈິງ, ຂໍ້ຮຽກຮ້ອງດັ່ງກ່າວພວມຄ່ອຍໆຖືກຫັນເປັນຮູບປະທຳ.
ຍສໝ - ວັນທີ 8/8, ທີ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ສົມທົບກັບສະຖານທູດເບລາຣຸດປະຈຳຫວຽດນາມ ຈັດງານພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີ ວັນຊາດສາທາລະນະລັດເບລາຣຸດ. ຜູ້ຕາງໜ້າສອງຝ່າຍເນັ້ນໜັກເຖິງບົດບາດຂອງການທູດປະຊາຊົນໃນການເສີມສ້າງມິດຕະພາບ, ເປີດກວ້າງການຮ່ວມມືທີ່ເປັນຮູບປະທຳ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ - ເບລາຣຸດ ນັບມື້ນັບເລິກເຊິ່ງ.
ຍສໝ - ພວກເຮົາໄດ້ໄປຢ້ຽມຢາມ ຮອງສາດສະດາຈານ, ປະລິນຍາເອກ Anatchai Rattakul ໃນຊຸມວັນເດືອນສິງຫາ ລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ, ໃນຂະນະທີ່ທັງໄທ ແລະ ຫວຽດນາມ ພວມມີຫຼາຍກິດຈະກຳສະເຫຼີມສະຫຼອງ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ເພື່ອຟັງທ່ານເລົ່າຄືນເລື່ອງລາວເມື່ອເຄິ່ງສະຕະວັດກ່ອນ, ເມື່ອບິດາຂອງທ່ານ, ລັດຖະມົນຕີການຕ່າງປະເທດ Bhichai Rattakul, ໄດ້ຮັບມອບໝາຍໜ້າທີ່ປັບປຸງສາຍພົວພັນຂອງໄທກັບບັນດາປະເທດເພື່ອນບ້ານ, ໃນນັ້ນມີຫວຽດນາມ. ດ້ວຍຫົວໃຈທີ່ຈິງໃຈ ແລະ ເຈດຕະນາດີ, ທ່ານ Bhichai Rattakul ໄດ້ປະກອບສ່ວນນຳພາສາຍພົວພັນ ໄທ - ຫວຽດນາມ ກ້າວເຂົ້າສູ່ໜ້າໃໝ່.
ຍສໝ - ນັບແຕ່ຊຸມປີ 1960-1970, ຊາວສະວິດຈຳນວນຫຼາຍໄດ້ເຂົ້າຮ່ວມຂະບວນການຄັດຄ້ານສົງຄາມ, ສົ່ງສຽງສະໜັບສະໜູນເອກະລາດ ແລະ ສັນຕິພາບໃຫ້ແກ່ ຫວຽດນາມ. ຫຼັງສົງຄາມ, ນ້ຳໃຈສາມັກຄີດັ່ງກ່າວຍັງສືບຕໍ່ຜ່ານບັນດາກິດຈະກຳມະນຸດສະທຳ, ການຊ່ວຍເຫຼືອຊຸມຊົນ ແລະ ການຮ່ວມເດີນຄຽງຂ້າງຜູ້ທີ່ຍັງຄົງຮັບຜົນກະທົບຈາກສົງຄາມ, ໃນນັ້ນມີຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ.
ຍສໝ - ບັນດາຜົນງານ ແລະ ການອຸທິດຂອງສະຫາຍ ໄຊສົມພອນ ພົມວິຫານ ໄດ້ປະໄວ້ຮ່ອງຮອຍອັນເລິກເຊິ່ງ, ປະກອບສ່ວນສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ສາຍພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການສືບທອດ ແລະ ພັດທະນາໃຫ້ນັບມື້ນັບມີເນື້ອໃນຕົວຈິງ, ມີປະສິດທິຜົນ ແລະ ຍືນຍົງ.