ພຸດທະສາສະໜາ - ຂົວຕໍ່ເຊື່ອມສາຍພົວພັນຫວຽດນາມ - ອິນເດຍ

14:08 | 17/08/2026

ຍສໝ​ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດອິນເດຍ (15/8), ວາລະສານ ເທີ່ຍດ້າຍ ຂໍແນະນຳບົດຂຽນຂອງທ່ານ Tshering W. Sherpa, ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ, ແບ່ງປັນກ່ຽວກັບບັນດາບາດກ້າວພັດທະນາຂອງອິນເດຍ, ກໍຄືຄວາມຕັ້ງໃຈຂອງອິນເດຍ ແລະ ຫວຽດນາມ ໃນການເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຂັ້ມແຂງຍິ່ງຂຶ້ນ.

ຊຸກຍູ້ການຮ່ວມມືທາງດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ ຂະຫຍາຍການຮ່ວມມື ຫວຽດນາມ - ອິນເດຍ ຜ່ານການສົນທະນາທາງວິຊາການ

ໃນວັນທີ 15 ເດືອນ 8 ປີນີ້, ອິນເດຍກ້າວເຂົ້າສູ່ 80 ປີແຫ່ງວັນຊາດ ນັບແຕ່ “ການນັດໝາຍກັບໂຊກຊະຕາ” ໃນເວລາທ່ຽງຄືນຂອງວັນດຽວກັນນີ້ໃນປີ 1947.

ປີ 2026 ເປັນຂີດໝາຍສຳຄັນ ແລະ ເປັນຈຸດເຄິ່ງທາງໃນວິໄສທັດ Viksit Bharat ຂອງອິນເດຍ ດ້ວຍເປົ້າໝາຍແຫ່ງຊາດທີ່ມຸ່ງສູ່ການສ້າງອິນເດຍໃຫ້ເປັນປະເທດພັດທະນາໃນປີ 2047. ບົດປາໄສສຳຄັນຂອງທ່ານນາຍົກລັດຖະມົນຕີອິນເດຍ ຢູ່ປ້ອມແດງປະຫວັດສາດໃນນະຄອນ New Delhi ຈະເປັນທິດຊີ້ນຳໃຫ້ປະເທດ ໃນການກຳນົດຢ່າງຈະແຈ້ງບັນດານະໂຍບາຍສຳຄັນໃນອະນາຄົດ ສຳລັບການປະຕິຮູບໂຄງສ້າງທີ່ພວມດຳເນີນຢູ່ໃນປັດຈຸບັນ, ຄວາມປາຖະໜາຂອງສັງຄົມ, ການຂະຫຍາຍຂະໜາດອຸດສາຫະກຳ, ກໍຄືສາຍພົວພັນກັບບັນດາປະເທດອື່ນ. ພ້ອມກັນນັ້ນ, ວັນຊາດໃນມື້ນີ້ຍັງເປັນໂອກາດໃຫ້ພວກເຮົາຢຸດຄິດ ແລະ ທົບທວນຄືນເສັ້ນທາງທີ່ໄດ້ກ້າວຜ່ານມາຈົນເຖິງຈຸດນີ້. ເພາະພວກເຮົາຈະຮູ້ວ່າຕົນເອງກຳລັງມຸ່ງໜ້າໄປໃສ ກໍຕໍ່ເມື່ອເຂົ້າໃຈຢ່າງຈະແຈ້ງວ່າພວກເຮົາມາຈາກໃສ!

ພຸດທະສາສະໜາ - ຂົວຕໍ່ເຊື່ອມສາຍພົວພັນຫວຽດນາມ - ອິນເດຍ
ທ່ານ Tshering W. Sherpa, ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ.

ໃນເສັ້ນທາງດັ່ງກ່າວ, ອິນເດຍໄດ້ກ້າວຂ້າມ “ເພດານແກ້ວ” ຫຼາຍປະການ, ປັບປ່ຽນຫຼາຍທິດທາງ ແລະ ກາຍເປັນປະເທດທີ່ເຂັ້ມແຂງກວ່າທີ່ເຄີຍເປັນມາ ທ່າມກາງໂລກຫຼາຍຂົ້ວທີ່ນັບມື້ນັບຜັນຜວນ. ປັດຈຸບັນ, ອິນເດຍໄດ້ກາຍເປັນປະເທດທີ່ເພິ່ງຕົນເອງ, ເປັນຜູ້ສົ່ງອອກສຸດທິສິນຄ້າຈຳເປັນຫຼາຍປະເພດໃຫ້ແກ່ປະຊາຄົມໂລກ ແລະ ເປັນປະເທດທີ່ໜ້າເຊື່ອຖືໃນການຮັບມືກັບສະພາວະສຸກເສີນ.

ຕະຫຼອດຫຼາຍປີຜ່ານມາ, ລະບອບປະຊາທິປະໄຕໄດ້ມອບສຽງໃຫ້ປະຊາຊົນເກືອບໜຶ່ງຕື້ຄົນຜ່ານຫີບປ່ອນບັດ - ນີ້ແມ່ນການປະຕິບັດປະຊາທິປະໄຕຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດມະນຸດຊາດ. ໃນຂະນະທີ່ບາງຄົນເຄີຍເວົ້າວ່າ ການແຫງນເບິ່ງດວງດາວບໍ່ແມ່ນໜ້າທີ່ຂອງພວກເຮົາ, ອົງການຄົ້ນຄວ້າອະວະກາດອິນເດຍ (ISRO) ພັດໄດ້ກ້າວຂຶ້ນເປັນອົງການທຳອິດໃນປະຫວັດສາດມະນຸດຊາດ ທີ່ປະສົບຜົນສຳເລັດໃນການນຳຍານອະວະກາດລົງຈອດທີ່ຂົ້ວໃຕ້ຂອງດວງຈັນ ເຊິ່ງເປັນພື້ນທີ່ທີ່ທ້າທາຍຢ່າງຫຼວງຫຼາຍ. ແລະ ປັດຈຸບັນ, ພວກເຮົາໄດ້ກ້າວໄປເຖິງດາວອັງຄານແລ້ວ.

ຈາກອັດຕາການຮູ້ໜັງສືພຽງ 12% ໃນປີ 1947, ມາຮອດປັດຈຸບັນ ພວກເຮົາໄດ້ສ້າງຄັງປັນຍາລະດັບໂລກ. ພົນລະເມືອງອິນເດຍໄດ້ສ້າງຮ່ອງຮອຍໃນຖານະຜູ້ນຳຢູ່ບັນດາກຸ່ມບໍລິສັດເຕັກໂນໂລຊີຊັ້ນນຳຂອງໂລກ. ພວກເຮົາໄດ້ນຳໃຊ້ພະລັງຂອງເຕັກໂນໂລຊີຜ່ານໂຄງລ່າງສາທາລະນະດິຈິຕອນທີ່ເປັນການບຸກເບີກ ແລະ ສ້າງການປະຕິວັດດ້ານການເງິນ ທີ່ມຸ່ງໄປສູ່ການເຂົ້າເຖິງບໍລິການການເງິນຢ່າງທົ່ວເຖິງ ພ້ອມທັງນຳເຕັກໂນໂລຊີໄປສູ່ທຸກຄົນ.

ປັດຈຸບັນ, ພວກເຮົາໄດ້ສ້າງຮາກຖານອັນແຂງແກ່ນດ້ານການດູແລສຸຂະພາບ. “ຮ້ານຂາຍຢາຂອງໂລກ” ຍັງໄດ້ແບ່ງປັນຢາຈຳເປັນທີ່ຊ່ວຍຊີວິດໃຫ້ແກ່ໂລກ ໃນລາຄາທີ່ເຂົ້າເຖິງໄດ້ ແລະ ດ້ວຍຄຸນນະພາບສູງ - ສິ່ງທີ່ເຄີຍເປັນສິດພິເສດຂອງຄົນພຽງຈຳນວນໜຶ່ງ. ນັກທຸລະກິດທີ່ມີຈິດໃຈບຸກເບີກ ແລະ ຄົນຮຸ່ນໜຸ່ມຜູ້ມີພອນສະຫວັນ ໄດ້ນຳອິນເດຍໃຫ້ກາຍເປັນເສດຖະກິດຂະໜາດໃຫຍ່ທີ່ມີອັດຕາເຕີບໂຕໄວທີ່ສຸດໃນໂລກ.

ທຸກບາດກ້າວຂອງອິນເດຍ ລ້ວນແຕ່ເປັນບາດກ້າວໄປຂ້າງໜ້າ ເພື່ອປັບປຸງຊີວິດຂອງປະຊາຊົນ ແລະ ນຳຄວາມຈະເລີນຮຸ່ງເຮືອງມາໃຫ້ທັງຕົນເອງ ແລະ ໂລກ - ສອດຄ່ອງກັບປັດຊະຍາ Vasudhaiva Kutumbakam (ໂລກແມ່ນຄອບຄົວໜຶ່ງ). ພວກເຮົາຍັງສືບຕໍ່ຢືນຢູ່ໃນຖານະສຽງຂອງບັນດາປະເທດຊີກໂລກໃຕ້, ພ້ອມທັງບໍ່ຫວັ່ນໄຫວຢູ່ເທິງເສັ້ນທາງແຫ່ງຄວາມເປັນເອກະລາດທາງຍຸດທະສາດ.

ການພັດທະນາຂອງສາຍພົວພັນອິນເດຍ - ຫວຽດນາມ ແມ່ນໜ້າປະທັບໃຈຢ່າງຍິ່ງ. ພວກເຮົາແມ່ນສອງເພື່ອນມິດທີ່ແບ່ງປັນອາລະຍະທຳຮ່ວມກັນ ແລະ ຖືກເຊື່ອມໂຍງດ້ວຍປະຫວັດສາດ, ວັດທະນະທຳ ແລະ ຜືນນ້ຳທະເລທີ່ພາຄື້ນໄປຊັດຝັ່ງຊາຍຂອງທັງອິນເດຍ ແລະ ຫວຽດນາມ. ພວກເຮົາເຄີຍຮ່ວມກັນກ້າວອອກຈາກເງົາມືດຂອງລັດທິອານານິຄົມ ແລະ ໄດ້ຮັບແຮງບັນດານໃຈຈາກຂະບວນການຊາດນິຍົມຂອງກັນແລະກັນ. ທັງສອງປະເທດລ້ວນແຕ່ໄດ້ຮັບເອກະລາດໃນໄລຍະເວລາໃກ້ຄຽງກັນ - ເດືອນ 9 ປີ 1945 ສຳລັບຫວຽດນາມ ແລະ ເດືອນ 8 ປີ 1947 ສຳລັບອິນເດຍ. ດັ່ງນັ້ນ, ຈຶ່ງບໍ່ແມ່ນເລື່ອງບັງເອີນທີ່ທັງສອງປະເທດຕ່າງກໍເລີ່ມມຸ່ງໄປສູ່ເປົ້າໝາຍແຫ່ງຊາດຂອງຕົນ ຄື ອິນເດຍພັດທະນາໃນປີ 2047 (Viksit Bharat @ 2047) ແລະ ຫວຽດນາມພັດທະນາໃນປີ 2045.

ພຸດທະສາສະໜາ - ຂົວຕໍ່ເຊື່ອມສາຍພົວພັນຫວຽດນາມ - ອິນເດຍ
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ແລະ ທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍ.

ໃນເດືອນ 5 ປີນີ້, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ດຳເນີນການຢ້ຽມຢາມຂັ້ນລັດຕໍ່ອິນເດຍ ຕາມຄຳເຊີນຂອງທ່ານ Narendra Modi, ນາຍົກລັດຖະມົນຕີອິນເດຍ. ທ່ານ Modi ໄດ້ສະຫຼຸບການຢ້ຽມຢາມທີ່ເປັນຂີດໝາຍສຳຄັນນີ້ວ່າ: “ການຢ້ຽມຢາມອິນເດຍຂອງທ່ານເລຂາທິການໃຫຍ່ ພາຍໃນເວລາພຽງໜຶ່ງເດືອນຫຼັງຈາກຮັບຕຳແໜ່ງປະທານປະເທດຫວຽດນາມ, ພ້ອມກັບຄະນະຜູ້ແທນຂັ້ນສູງ ແລະ ຜູ້ນຳວິສາຫະກິດຈຳນວນໜຶ່ງ, ໄດ້ສະແດງຢ່າງຈະແຈ້ງເຖິງຄວາມສຳຄັນທີ່ທ່ານມອບໃຫ້ແກ່ສາຍພົວພັນອິນເດຍ - ຫວຽດນາມ”.

ການຢ້ຽມຢາມຂັ້ນລັດໃນເດືອນ 5 ໄດ້ວາງພື້ນຖານເພື່ອຫັນສາຍພົວພັນມິດຕະພາບອັນໄວ້ວາງໃຈທີ່ມີຢູ່ແລ້ວ ໃຫ້ກາຍເປັນສາຍພົວພັນຄູ່ຮ່ວມມືທີ່ທັນສະໄໝ ແລະ ຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຂັ້ມແຂງຍິ່ງຂຶ້ນ (ECSP). ນອກຈາກການລົງນາມໃນບົດບັນທຶກຄວາມເຂົ້າໃຈ 13 ສະບັບ ແລະ ອອກຖະແຫຼງການໃນຫຼາຍຂົງເຂດແລ້ວ, ສອງຝ່າຍຍັງເຫັນດີເພີ່ມມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 25 ຕື້ USD ພາຍໃນປີ 2030.

ພາຍຫຼັງການຢ້ຽມຢາມຂັ້ນສູງຄັ້ງນີ້, ສອງຝ່າຍພວມດຳເນີນວຽກງານຢ່າງມີປະສິດທິຜົນ ແລະ ທັນການ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້. ສິ່ງສຳຄັນແມ່ນ ບັນດາຄຸນຄ່າຮ່ວມ ແລະ ເຈດຕະນາດີລະຫວ່າງສອງປະເທດ ຕ້ອງຖືກຫັນເປັນຜົນສຳເລັດອັນລະອຽດ. ຂ້າພະເຈົ້າມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໃນໄລຍະຜ່ານມາ ສອງຝ່າຍໄດ້ບັນລຸຫຼາຍຄວາມຄືບໜ້າໃນການຮ່ວມມືດ້ານວັດທະນະທຳ, ຊຸກຍູ້ມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນ Mumbai ແລະ ນະຄອນໂຮ່ຈີມິນ, ເພີ່ມທະວີການຮ່ວມມືດ້ານແຮ່ທາດທີ່ສຳຄັນ, ວິທະຍາສາດ ແລະ ເຕັກໂນໂລຊີ, ສ້າງຕຳແໜ່ງຊ່ຽວຊານຄົ້ນຄວ້າອິນເດຍຂອງ ICCR, ເພີ່ມທະວີການທ່ອງທ່ຽວ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ສາທາລະນະສຸກ ລວມທັງຂົງເຂດການຢາ ແລະ ການຫັນບັນດາອັກສອນຈາມເປັນດິຈິຕອນ.

ນອກຈາກນັ້ນ, ພວກເຮົາຍັງໄດ້ກ້າວໄປອີກບາດກ້າວໜຶ່ງໃນການເປີດຕະຫຼາດສຳລັບສິນຄ້າກະສິກຳ, ໂດຍເລີ່ມຈາກໝາກອະງຸ່ນອິນເດຍ ແລະ ໝາກຖຸລຽນຫວຽດນາມ. ພວກເຮົາພວມປະສານສົມທົບກັນຢ່າງໃກ້ຊິດ ເພື່ອສ້າງຕັ້ງສູນຂໍ້ມູນຂ່າວສານໂບຮານສະຖານ ຢູ່ເຂດມໍລະດົກໂລກ UNESCO ໝີເຊີນ. ບັນດາຂໍ້ລິເລີ່ມຮ່ວມມືເພື່ອການພັດທະນາ ແລະ ໂຄງການສ້າງຂີດຄວາມສາມາດຂອງພວກເຮົາ ພວມໄດ້ຮັບການຊຸກຍູ້ໃນລະດັບສູງສຸດເທົ່າທີ່ເຄີຍມີມາ.

ຄຽງຄູ່ກັບວັດທະນະທຳ, ການເຊື່ອມໂຍງ ແລະ ການສ້າງຂີດຄວາມສາມາດ, ການຮ່ວມມືລະຫວ່າງສອງປະເທດພວມກ້າວຂຶ້ນສູ່ລະດັບໃໝ່, ໂດຍສະເພາະໃນຂົງເຂດປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ, ການລົງທຶນສອງຝ່າຍ ແລະ ຄວາມສາມາດຟື້ນຕົວຂອງຕ່ອງໂສ້ສະໜອງ. ການຄ້າຍັງຄົງເປັນບູລິມະສິດອັນດັບຕົ້ນ ໂດຍພວມມີການປຶກສາຫາລືຫຼາຍປະການກ່ຽວກັບສັນຍາການຄ້າສິນຄ້າອາຊຽນ - ອິນເດຍ (AITIGA). ການທີ່ຫວຽດນາມເຂົ້າຮ່ວມຂໍ້ລິເລີ່ມມະຫາສະໝຸດອິນເດຍ - ປາຊີຟິກ (IPOI) ໄດ້ເສີມສ້າງຄຳໝັ້ນສັນຍາຮ່ວມຂອງພວກເຮົາ ໃນການປະກອບສ່ວນເຂົ້າໃນລະບຽບກົດໝາຍ, ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ອິນເດຍໄດ້ເພີ່ມທະວີຢ່າງແຂງແຮງບັນດາຂໍ້ລິເລີ່ມໃນຂອບນະໂຍບາຍ “ປະຕິບັດການມຸ່ງສູ່ຕາເວັນອອກ” ກັບຫວຽດນາມ, ຢືນຢັນຄືນໃໝ່ນະໂຍບາຍອັນຍາວນານຂອງພວກເຮົາວ່າ ຫວຽດນາມຍັງຄົງເປັນເສົາຄ້ຳສຳຄັນໃນນະໂຍບາຍ “ປະຕິບັດການມຸ່ງສູ່ຕາເວັນອອກ” ແລະ ວິໄສທັດ MAHASAGAR (ຄວາມກ້າວໜ້າຮອບດ້ານ ແລະ ເຊິ່ງກັນແລະກັນ ເພື່ອຄວາມໝັ້ນຄົງ ແລະ ການເຕີບໂຕໃນທົ່ວບັນດາພາກພື້ນ) ຂອງອິນເດຍ. ບັນດາການພັດທະນານີ້ຍັງສອດຄ່ອງກັບຈຸດຢືນອັນສະໝ່ຳສະເໝີຂອງສອງປະເທດ ໃນການສືບຕໍ່ເປີດກວ້າງການຮ່ວມມືກັບອາຊຽນ. ການບັນຈົບກັນທາງຍຸດທະສາດໄດ້ນຳອິນເດຍ ແລະ ຫວຽດນາມເຂົ້າໃກ້ກັນຫຼາຍຂຶ້ນຢູ່ບັນດາເວທີພະຫຸພາຄີ ແລະ ຈຸລະພະຫຸພາຄີ. ກອງປະຊຸມສຸດຍອດ BRICS ທີ່ຈະຈັດຂຶ້ນຢູ່ New Delhi ໃນວັນທີ 12-13 ເດືອນ 9 ປີ 2026 ຈະເປັນອີກໂອກາດໜຶ່ງໃຫ້ການນຳສອງປະເທດຢືນຢັນຄືນໃໝ່ຄຳໝັ້ນສັນຍາຮ່ວມ ເພື່ອເຮັດໃຫ້ສາຍພົວພັນສອງຝ່າຍເລິກເຊິ່ງຍິ່ງຂຶ້ນ.

ອິນເດຍ ແລະ ຫວຽດນາມແມ່ນສອງຄູ່ຮ່ວມມືທາງອາລະຍະທຳ ທີ່ເຊື່ອມໂຍງກັນດ້ວຍຂົວຕໍ່ແຫ່ງພຸດທະສາສະໜາອັນສັກສິດ ແລະ ຄວາມສາມັກຄີທາງປະຫວັດສາດ. ພວກເຮົາໄດ້ຫັນສິ່ງທ້າທາຍໃຫ້ເປັນໂອກາດ, ຮຽນຮູ້ເຊິ່ງກັນແລະກັນ ແລະ ສ້າງບັນດາຈຸດເກື້ອກູນກັນ ເພື່ອຜົນປະໂຫຍດຮ່ວມ. ເຈດຕະນາດີອັນໃຫຍ່ຫຼວງ, ຄວາມເຄົາລົບ ແລະ ຄວາມໄວ້ວາງໃຈຂອງສອງສັງຄົມທີ່ຖືປະຊາຊົນເປັນໃຈກາງ ແມ່ນກຳລັງແຮງຂອງສາຍພົວພັນຄູ່ຮ່ວມມືອັນເປັນມູນເຊື້ອຂອງສອງປະເທດ, ແລະ ສາຍພົວພັນນີ້ຈະນັບມື້ນັບເຂັ້ມແຂງຍິ່ງຂຶ້ນ. ເວລານີ້ບໍ່ແມ່ນເວລາທີ່ຈະຢຸດພັກ ເພາະພວກເຮົາຫາກໍເລີ່ມຕົ້ນເສັ້ນທາງແຫ່ງຄວາມກ້າວໜ້າໄປສູ່ອະນາຄົດ.

ດັ່ງຄຳກ່າວຂອງທ່ານ Narendra Modi: “ພວກເຮົາຈະກ້າວເດີນໄປພ້ອມກັນ, ພັດທະນາໄປພ້ອມກັນ ແລະ ຊະນະໄປພ້ອມກັນ.”

ຂ້າພະເຈົ້າຂໍອວຍພອນໃຫ້ພີ່ນ້ອງຊາວອິນເດຍ ແລະ ເພື່ອນມິດຂອງອິນເດຍທຸກຄົນ ທີ່ພວມສະເຫຼີມສະຫຼອງວັນຊາດ 15 ເດືອນ 8 ຈົ່ງມີສຸຂະພາບແຂງແຮງ, ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງ. ຂ້າພະເຈົ້າກໍຂໍສະແດງຄວາມຊົມເຊີຍ ແລະ ສົ່ງຄຳອວຍພອນອັນດີງາມເຖິງເພື່ອນມິດຫວຽດນາມທຸກຄົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ 2 ເດືອນ 9.

ມິດຕະພາບອິນເດຍ - ຫວຽດນາມ ໝັ້ນຍືນ!

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ
ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື
ຍສໝ - ການຢ້ຽມຢາມລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຍັງ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 ຫາວັນທີ 7 ພຶດສະພາ ຜ່ານມາ ໄດ້ສິ້ນສຸດລົງຢ່າງມີຜົນສຳເລັດຈົບງາມ ດ້ວຍຫຼາຍໝາກຜົນອັນພົ້ນເດັ່ນ, ສ້າງຂີດໝາຍອັນເລິກເຊິ່ງໃນສາຍພົວພັນສອງຝ່າຍ ຫວຽດນາມ – ອິນເດຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ