ກວາງຈິ ເກັບຮັກສາຄວາມຊົງຈຳກ່ຽວກັບຜູ້ນຳ Fidel Castro

15:18 | 15/08/2026

ຍສໝ - ເນື່ອງໃນໂອກາດລະນຶກ 100 ປີແຫ່ງວັນເກີດຂອງທ່ານ Fidel Castro, ຜູ້ນຳກູບາ (13/8/1926 - 13/8/2026), ບັນດາຄວາມຊົງຈຳກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານມາຍັງເຂດປົດປ່ອຍກວາງຈິ ໃນປີ 1973 ໄດ້ຖືກຫວນຄືນອີກຄັ້ງ. ຕະຫຼອດໄລຍະກວ່າເຄິ່ງສະຕະວັດຜ່ານມາ, ຄວາມຮັກແພງພິເສດນັ້ນຍັງຄົງປະກົດຢູ່ໃນຄວາມຊົງຈຳຂອງປະຊາຊົນ ແລະ ຜ່ານບັນດາສິ່ງກໍ່ສ້າງທີ່ຈາລຶກເຖິງມິດຕະພາບ ຫວຽດນາມ - ກູບາ.

ໄຂຊຸດກິດຈະກຳສະເຫຼີມສະຫຼອງປະທານ ໂຮ່ຈີມິນ ແລະ ຜູ້ບັນຊາການສູງສຸດ Fidel Castro 100 ປີແຫ່ງວັນເກີດຂອງທ່ານ Fidel Castro: ມິດຕະພາບຍືນຍົງຄູ່ກັບກວາງຈິ

ຄວາມຊົງຈຳກ່ຽວກັບ “ເພື່ອນມິດຜູ້ຍິ່ງໃຫຍ່” ທ່າມກາງແຜ່ນດິນແຫ່ງໄຟສົງຄາມ

ໃນຊຸມມື້ນີ້, ສວນສາທາລະນະ Fidel ຢູ່ຖະໜົນເຈິ່ນຮຶງດ້າວ, ຕາແສງດົງຮ່າ ໄດ້ຕ້ອນຮັບປະຊາຊົນ ແລະ ນັກທ່ອງທ່ຽວຈຳນວນຫຼາຍທີ່ມາຢ້ຽມຊົມ ແລະ ລະນຶກເຖິງທ່ານ Fidel Castro, ຜູ້ນຳກູບາ. ສວນສາທາລະນະມີເນື້ອທີ່ກວ່າ 16 ເຮັກຕາ, ໂດຍມີຮູບປັ້ນຂອງທ່ານ Fidel Castro ຕັ້ງຢູ່ຈຸດໃຈກາງ. ຢູ່ຕີນຮູບປັ້ນໄດ້ຈາລຶກຄຳເວົ້າທີ່ກາຍເປັນສັນຍາລັກແຫ່ງຄວາມສາມັກຄີ ຫວຽດນາມ - ກູບາ ວ່າ: “ເພື່ອຫວຽດນາມ, ກູບາພ້ອມແລ້ວທີ່ຈະອຸທິດແມ່ນແຕ່ເລືອດເນື້ອຂອງຕົນ”. ພາຍໃນສວນຍັງມີຕົ້ນປາມຫຼວງຂອງກູບາ 9 ຕົ້ນ, ເຊິ່ງເປັນສັນຍາລັກຂອງຄວາມຊື່ກົງ ແລະ ຈິດໃຈອັນບໍ່ຍອມຈຳນົນ, ພ້ອມທັງເປັນຕົວແທນໃຫ້ອາຍຸ 90 ປີຂອງທ່ານ Fidel Castro.

ກວາງຈິ ມີທີ່ຕັ້ງອັນພິເສດໃນປະຫວັດສາດການພົວພັນ ຫວຽດນາມ - ກູບາ. ໃນເດືອນ 9/1973, ໃນຂະນະທີ່ສົງຄາມຍັງດຳເນີນໄປຢ່າງດຸເດືອດ, ທ່ານ Fidel Castro ໄດ້ກາຍເປັນປະມຸກລັດຕ່າງປະເທດຄົນທຳອິດ ແລະ ຄົນດຽວທີ່ເດີນທາງມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ຢູ່ກວາງຈິ. ການເດີນທາງຄັ້ງນັ້ນໄດ້ກາຍເປັນຂີດໝາຍອັນພິເສດ, ສະແດງເຖິງຄວາມສາມັກຄີ ແລະ ການສະໜັບສະໜູນຢ່າງແຂງແຮງຂອງກູບາຕໍ່ການຕໍ່ສູ້ຂອງປະຊາຊົນຫວຽດນາມ.

ກວ່າ 50 ປີຜ່ານໄປ, ທ່ານນາງ ຫງວຽນທິເຮືອງ, ອາຍຸ 70 ປີ, ປັດຈຸບັນອາໄສຢູ່ຕາແສງດົງຮ່າ, ຍັງຈື່ຈຳໄດ້ຢ່າງຈະແຈ້ງເຖິງຕອນບ່າຍຂອງວັນທີ 15/9/1973 - ວັນທີ່ທ່ານນາງໄດ້ຮັບການຊ່ວຍເຫຼືອຈາກທ່ານ Fidel Castro ໃນຊ່ວງເວລາເປັນຕາຍເທົ່າກັນ.

ໃນເວລານັ້ນ, ທ່ານນາງ ເຮືອງ ມີອາຍຸພຽງ 17 ປີ, ເປັນກຳມະກອນແນວໜ້າ, ພ້ອມກັບເພື່ອນຮ່ວມງານຖົມຂຸມລະເບີດຢູ່ຫວິງລິງເພື່ອເປີດເສັ້ນທາງ. ລະເບີດບອມບີລູກໜຶ່ງທີ່ຍັງຕົກຄ້າງໄດ້ແຕກຂຶ້ນ, ເຮັດໃຫ້ທ່ານນາງບາດເຈັບສາຫັດ, ລູກບີຫຼາຍລູກຝັງເຂົ້າໃນຮ່າງກາຍ, ລຳໄສ້ທະລຸ 8 ຈຸດ, ເສັ້ນເລືອດໃຫຍ່ຂາດ ແລະ ເສຍເລືອດຫຼາຍ.

ກວາງຈິ ເກັບຮັກສາຄວາມຊົງຈຳກ່ຽວກັບຜູ້ນຳ Fidel Castro
ບົດຂ່າວໄດ້ລົງເນື້ອໃນກ່ຽວກັບທ່ານປະທານ Fidel Castro ຊີ້ນຳໃຫ້ບັນດາທ່ານໝໍ ແລະ ພະຍາບານໃນຄະນະປະຕິບັດງານ ປະຖົມພະຍາບານສຸກເສີນ ແລະ ນຳທ່ານນາງ ຫງວຽນທິເຮືອງ ໄປໂຮງໝໍ ຫຼັງຈາກຖືກລະເບີດໃນປີ 1973.

ໃນຈັງຫວະນັ້ນພໍດີ, ຂະບວນລົດຂອງທ່ານ Fidel Castro ກຳລັງເດີນທາງຈາກເຂດປົດປ່ອຍກວາງຈິ ກັບຄືນໄປພາກເໜືອ ແລະ ໄດ້ຜ່ານມາ. ເມື່ອພົບເຫັນເຫດການ, ຂະບວນລົດໄດ້ຢຸດລົງ. ທ່ານ Fidel Castro ສະເໜີໃຫ້ບັນດາທ່ານໝໍໃນຄະນະປະຖົມພະຍາບານໃຫ້ທ່ານນາງ ເຮືອງ, ພ້ອມທັງມອບລົດການທູດໃຫ້ນຳທ່ານນາງໄປໂຮງໝໍທີ່ໃກ້ທີ່ສຸດ ແລະ ຈັດລົດໄປດົ່ງເຮີ້ຍເພື່ອນຳເລືອດສຳຮອງມາຮັບໃຊ້ການກູ້ຊີບສຸກເສີນ.

ສຳລັບທ່ານນາງ ເຮືອງ, ການຕັດສິນໃຈຄັ້ງນັ້ນໄດ້ມອບໂອກາດໃຫ້ທ່ານນາງມີຊີວິດລອດ. ພາຍຫຼັງກັບຄືນກູບາ, ທ່ານ Fidel Castro ຍັງຄົງຝາກຄຳຖາມຂ່າວຄາວຜ່ານບັນດາຄະນະການທູດ ແລະ ສົ່ງຢາມາຊ່ວຍເຫຼືອທ່ານນາງໃນການຟື້ນຟູສຸຂະພາບ.

ຕະຫຼອດກວ່າເຄິ່ງສະຕະວັດ, ເລື່ອງລາວນີ້ໄດ້ກາຍເປັນຄວາມຊົງຈຳພິເສດທີ່ທ່ານນາງ ເຮືອງ ຍັງຄົງເລົ່າສູ່ລູກຫຼານຟັງສະເໝີ. ທ່ານນາງຖືວ່າ ຄວາມເອົາໃຈໃສ່ຂອງຜູ້ນຳກູບາ ແມ່ນບຸນຄຸນອັນເລິກເຊິ່ງ, ພ້ອມທັງເປັນທີ່ເພິ່ງພາທາງຈິດໃຈໃຫ້ທ່ານນາງດຳລົງຊີວິດຢ່າງດີ ແລະ ໃຫ້ສົມຄວນກັບໂອກາດແຫ່ງການມີຊີວິດທີ່ຕົນໄດ້ຮັບ.

ໃນວັນທີ 15/9/1973 ເຊັ່ນດຽວກັນ, ໃນເສັ້ນທາງຈາກດົງຮ່າໄປພາກເໜືອ, ທ່ານ Fidel Castro ໄດ້ໄປຢ້ຽມຢາມທະຫານ ແລະ ປະຊາຊົນຫວຽດນາມຢູ່ໂດກມ໊ຽວ, ເຊິ່ງເຄີຍເປັນຖານທັບຂະໜາດໃຫຍ່ຂອງກອງທັບອາເມລິກາ ຢູ່ໃນແນວຮົ້ວເອເລັກໂຕຣນິກ McNamara. ໃນຈຳນວນຜູ້ທີ່ເຂົ້າຮ່ວມຕ້ອນຮັບຄະນະໃນປີນັ້ນ ມີທ່ານນາງ ຮວ່າງທິເຈີ໋ມ, ນັກຮົບກອງຫຼອນຍິງປືນຊຸ່ມຍິງ ຜູ້ເຄີຍໄດ້ຮັບນາມມະຍົດ “ນັກຮົບວິລະຊົນດັບສູນອາເມລິກາ” 9 ຄັ້ງ ໃນຊຸມປີຕໍ່ສູ້ຢູ່ໂດກມ໊ຽວ. ປັດຈຸບັນ ອາຍຸກວ່າ 80 ປີແລ້ວ, ທ່ານນາງ ເຈີ໋ມ ຍັງຄົງເກັບຮັກສາຮູບຖ່າຍທີ່ບັນທຶກຊ່ວງເວລາທ່ານ Fidel Castro ຈັບມື ແລະ ຖາມຂ່າວທ່ານນາງ.

ຕາມຄວາມຊົງຈຳຂອງທ່ານນາງ ເຈີ໋ມ, ການຢ້ຽມຢາມໃນຄັ້ງນັ້ນຖືກປິດເປັນຄວາມລັບ. ພະນັກງານ, ນັກຮົບ ແລະ ກອງຫຼອນ ໄດ້ຮັບແຈ້ງພຽງແຕ່ໃຫ້ກະກຽມ “ໄປປະຕິບັດວຽກ”. ປະມານ 15 ນາທີກ່ອນຄະນະຈະມາເຖິງ, ທຸກຄົນຈຶ່ງຮູ້ວ່າ ຕົນເອງກຳລັງຈະໄດ້ຕ້ອນຮັບຜູ້ນຳກູບາ.

ຢູ່ໂດກມ໊ຽວ, ທ່ານ Fidel Castro ໄດ້ລົງກວດກາພື້ນທີ່ໂດຍກົງ, ໄດ້ເຫັນຮ່ອງຮອຍຂອງສົງຄາມ ທັງຊາກລົດຕັງ, ລວດໜາມ ແລະ ລະເບີດທີ່ຍັງກະຈັດກະຈາຍຢູ່. ທ່ານໄດ້ຖາມຂ່າວ ແລະ ໃຫ້ກຳລັງໃຈພະນັກງານ, ນັກຮົບ ແລະ ກອງຫຼອນ. ຄວາມໃກ້ຊິດຂອງຜູ້ນຳກູບາ ພ້ອມກັບການທີ່ທ່ານມາປາກົດຕົວຢູ່ທ່າມກາງຜືນແຜ່ນດິນທີ່ຍັງຄົງຄຸກຄຸ່ນດ້ວຍຄວັນໄຟສົງຄາມ ໄດ້ກາຍເປັນແຫຼ່ງກຳລັງໃຈສຳຄັນໃຫ້ແກ່ທະຫານ ແລະ ປະຊາຊົນກວາງຈິໃນເວລານັ້ນ.

ກວາງຈິ ເກັບຮັກສາຄວາມຊົງຈຳກ່ຽວກັບຜູ້ນຳ Fidel Castro
ທ່ານປະທານ Fidel Castro ລົງກວດກາຢູ່ຖານທັບໂດກມ໊ຽວ, ແຂວງກວາງຈິ ໃນວັນທີ 15/9/1973.

ບັນດາສິ່ງກໍ່ສ້າງທີ່ສືບຕໍ່ສາຍໃຍມິດຕະພາບ

ຄວາມຮັກແພງຂອງທ່ານ Fidel Castro ແລະ ປະຊາຊົນກູບາທີ່ມີຕໍ່ຫວຽດນາມ ບໍ່ພຽງແຕ່ຖືກຈົດຈຳຜ່ານການຢ້ຽມຢາມໃນປີ 1973 ເທົ່ານັ້ນ ຫາກຍັງສະແດງອອກຜ່ານການຊ່ວຍເຫຼືອອັນເປັນຮູບປະທຳໃນໄລຍະສົງຄາມ, ຂະບວນການແກ້ໄຂຜົນຮ້າຍຈາກສົງຄາມ ແລະ ການສ້າງສາປະເທດ. ຢູ່ກວາງຈິ, ມາຮອດປັດຈຸບັນ ສິ່ງກໍ່ສ້າງຫຼາຍແຫ່ງຍັງຄົງເກັບຮັກສາຮ່ອງຮອຍແຫ່ງຄວາມສາມັກຄີນັ້ນໄວ້.

ຂົວແຂວນເບັ໊ນຕັດ ຢູ່ຕອນເທິງຂອງແມ່ນ້ຳເບັ໊ນຫາຍ ໄດ້ຮັບການກໍ່ສ້າງໃນປີ 1974 ດ້ວຍການຊ່ວຍເຫຼືອຂອງກູບາ, ແນໃສ່ຮັບປະກັນການຄົມມະນາຄົມ, ຂົນສົ່ງສິນຄ້າ, ອາວຸດ ແລະ ສະບຽງອາຫານ ເພື່ອຮັບໃຊ້ສະໜາມຮົບພາກໃຕ້ຕາມເສັ້ນທາງໂຮ່ຈີມິນ. ພາຍຫຼັງປະເທດຊາດເປັນເອກະພາບ, ຂົວແຫ່ງນີ້ຍັງສືບຕໍ່ຮັບໃຊ້ຊີວິດການເປັນຢູ່ ແລະ ການພັດທະນາເສດຖະກິດ - ສັງຄົມ. ໃນປີ 1986, ຂົວແຂວນເບັ໊ນຕັດ ໄດ້ຮັບການຈັດເປັນສະຖານບູຮານແຫ່ງຊາດ ແລະ ປັດຈຸບັນເປັນພາກສ່ວນໜຶ່ງຂອງສະຖານບູຮານແຫ່ງຊາດພິເສດ ເສັ້ນທາງໂຮ່ຈີມິນ.

ອີກໜຶ່ງສິ່ງກໍ່ສ້າງທີ່ປະທັບຮ່ອງຮອຍຢ່າງເລິກເຊິ່ງຂອງມິດຕະພາບສອງປະເທດ ແມ່ນໂຮງໝໍມິດຕະພາບ ຫວຽດນາມ - ກູບາ ດົ່ງເຮີ້ຍ. ສິ່ງກໍ່ສ້າງແຫ່ງນີ້ໄດ້ຮັບການຊ່ວຍເຫຼືອກໍ່ສ້າງຈາກກູບາ, ເລີ່ມລົງມືກໍ່ສ້າງໃນປີ 1974 ແລະ ເປີດນຳໃຊ້ໃນປີ 1981. ຕະຫຼອດ 45 ປີແຫ່ງການເຄື່ອນໄຫວ, ໂຮງໝໍໄດ້ປະກອບສ່ວນເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນໃນແຂວງ ແລະ ເຂດໃກ້ຄຽງ, ກາຍເປັນສັນຍາລັກໜຶ່ງຂອງຄວາມສາມັກຄີ ຫວຽດນາມ - ກູບາ.

ກວາງຈິ ເກັບຮັກສາຄວາມຊົງຈຳກ່ຽວກັບຜູ້ນຳ Fidel Castro
ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ດົ່ງເຮີ້ຍ ທີ່ກູບາໃຫ້ການຊ່ວຍເຫຼືອກໍ່ສ້າງ.

ຢູ່ທາງທິດໃຕ້ຂອງຂົວແຂວນດັກຣົງ, ຕາແສງດັກຣົງ, “ເສັ້ນທາງມິດຕະພາບ ຫວຽດນາມ - ກູບາ” ກໍເປັນສະຖານທີ່ທີ່ຫວນຄືນເຖິງການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນກູບາ. ແຜ່ນສິລາຈາລຶກທີ່ສະມາຄົມເຈື່ອງເຊີນຫວຽດນາມກໍ່ສ້າງຂຶ້ນ ໄດ້ຈາລຶກເຖິງການທີ່ເສັ້ນທາງຊ່ວງ ດັກຣົງ - ອາເລື້ອຍ (ນະຄອນເຫວ້) ຢູ່ເສັ້ນທາງໂຮ່ຈີມິນ ຕາເວັນອອກເຈື່ອງເຊີນ ໄດ້ຮັບການກໍ່ສ້າງໂດຍທະຫານເຈື່ອງເຊີນ ດ້ວຍການຊ່ວຍເຫຼືອຂອງກູບາ ພາຍຫຼັງການຢ້ຽມຢາມຫວຽດນາມຂອງທ່ານ Fidel Castro ໃນເດືອນ 9/1973.

ພ້ອມກັນນັ້ນ, ບັນດາສະຖານທີ່ທີ່ຜູກພັນກັບເສັ້ນທາງການຢ້ຽມຢາມຂອງຜູ້ນຳກູບາຢູ່ກວາງຈິ ເມື່ອ 53 ປີກ່ອນ ເຊັ່ນ: ຖານທີ່ໝັ້ນ 241 ເຕິນເລິມ, ສຳນັກງານລັດຖະບານປະຕິວັດຊົ່ວຄາວສາທາລະນະລັດພາກໃຕ້ຫວຽດນາມ ຢູ່ຕາແສງກາມໂລະ, ຂົວແຂວນເບັ໊ນຕັດ… ໄດ້ຮັບການບູລະນະ, ປັບປຸງໃຫ້ສວຍງາມ, ປະກອບສ່ວນເກັບຮັກສາຄວາມຊົງຈຳກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດ.

ຕາມທ່ານ ເລດຶກຕ໊ຽນ, ຮອງປະທານຄະນະປະຊາຊົນແຂວງກວາງຈິ, ມິດຕະພາບ ຫວຽດນາມ - ກູບາ ໄດ້ຖືກຈາລຶກຜ່ານຫຼາຍຂີດໝາຍປະຫວັດສາດ, ໃນນັ້ນ ກວາງຈິແມ່ນຜືນແຜ່ນດິນທີ່ປະທັບຮອຍຕີນຂອງຜູ້ນຳ Fidel Castro. ໃນໄລຍະພັດທະນາໃໝ່, ດ້ວຍທ່າແຮງດ້ານທະເລ, ດ່ານສາກົນ, ທ່າເຮືອ, ສະໜາມບິນ, ແລວເສດຖະກິດຕາເວັນອອກ - ຕາເວັນຕົກ ພ້ອມທັງທ່າແຮງດ້ານພະລັງງານ, ອຸດສາຫະກຳ, ໂລຈິສຕິກ, ກະສິກຳເຕັກໂນໂລຊີສູງ, ເສດຖະກິດທະເລ ແລະ ການທ່ອງທ່ຽວ, ກວາງຈິກຳນົດວ່າ ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ບໍ່ພຽງແຕ່ແມ່ນໜ້າທີ່ເທົ່ານັ້ນ ຫາກຍັງເປັນແຫຼ່ງກຳລັງໜຶ່ງສຳລັບການພັດທະນາ. ສຳລັບກູບາ, ແຂວງປາດຖະໜາສືບຕໍ່ນຳການພົວພັນຮ່ວມມືເຂົ້າສູ່ລວງເລິກໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມຕ້ອງການ.

ກວ່າເຄິ່ງສະຕະວັດນັບແຕ່ການຢ້ຽມຢາມຄັ້ງປະຫວັດສາດໃນເດືອນ 9/1973, ພາບຂອງທ່ານ Fidel Castro ທ່າມກາງເຂດ “ແຜ່ນດິນແຫ່ງໄຟສົງຄາມ” ຍັງຄົງຖືກປະຊາຊົນກວາງຈິຫຼາຍລຸ້ນຄົນຫວນລະນຶກເຖິງ. ຈາກບັນດາພະຍານທີ່ເຄີຍໄດ້ພົບກັບທ່ານ ຈົນເຖິງບັນດາສິ່ງກໍ່ສ້າງມິດຕະພາບທີ່ຍັງຄົງປະກົດຢູ່, ບັນດາຄວາມຊົງຈຳເຫຼົ່ານັ້ນ ຍັງສືບຕໍ່ເລົ່າເລື່ອງລາວກ່ຽວກັບການພົວພັນ ຫວຽດນາມ - ກູບາ ທີ່ໄດ້ຮັບການພູນສ້າງດ້ວຍການແບ່ງປັນ, ຄວາມສັດຊື່ໝັ້ນຄົງ ແລະ ການຄຽງຂ້າງກັນໃນບັນດາຊ່ວງເວລາທີ່ຫຍຸ້ງຍາກຂອງປະຫວັດສາດ.

ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro
ຍສໝ - ທີ່ພິທີ, ທ່ານ ເຈີ່ນແຄງໂ​ຟຍ, ຮອງຫົວໜ້າພະແນກການຕ່າງປະເທດ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງຈິ ໄດ້ຂຶ້ນກ່າວການເຄື່ອນໄຫວປະຕິວັດໂດຍ​ຫຍໍ້ຂອງຜູ້ນໍາກູບາ Fidel Castro.
ຄວາມຊົງຈຳກ່ຽວກັບມິດສະຫາຍຜູ້ຍິ່ງໃຫຍ່ Fidel Castro ຄວາມຊົງຈຳກ່ຽວກັບມິດສະຫາຍຜູ້ຍິ່ງໃຫຍ່ Fidel Castro
ຍສໝ - ທ່ານ ຫງວຽນຊວນຟອງ, ອະດີດຫົວໜ້າກົມອາເມລິກາ (ກະຊວງການຕ່າງປະເທດ), ເດີນທາງໄປ ກູບາ ໃນປີ 1963 ແລະ ໄດ້ຕິດຕາມໂດຍກົງ ພ້ອມທັງປະສານວຽກດ້ານການແປພາສາ ໃນໂອກາດທີ່ປະທານ Fidel Castro ເດີນທາງຢ້ຽມຢາມເຂດປົດປ່ອຍ ກວາງຈິ ໃນປີ 1973. ທ່ານໄດ້ເລົ່າຄືນເຖິງບັນດາພາບຈຳທີ່ບໍ່ເຄີຍຈາງຫາຍ ກ່ຽວກັບມິດສະຫາຍຜູ້ຍິ່ງໃຫຍ່ ຜູ້ຊື່ສັດ ແລະ ອຸທິດຕົນເພື່ອປະຊາຊົນ ຫວຽດນາມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ