ຫວຽດນາມ - ອິດສະຣາແອນ ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ

16:20 | 13/08/2026

ຍສໝ - ຕອນບ່າຍວັນທີ 12 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານ Yaron Mayer, ເອກອັກຄະລັດຖະທູດອິດສະຣາແອນປະຈຳຫວຽດນາມ ເຂົ້າອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ຢູ່ຫວຽດນາມ.

ອິດສະຣາແອນ ຍາມໃດກໍຕ້ອນຮັບນັກຮຽນ, ນັກສຶກສາ ຫວຽດນາມ ຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ຫວຽດນາມ – ອິດສະຣາແອນ

ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຊົມເຊີຍ ທ່ານ Yaron Mayer, ເອກອັກຄະລັດຖະທູດອິດສະຣາແອນປະຈຳຫວຽດນາມ ທີ່ໄດ້ສຳເລັດອາຍຸການປະຕິບັດໜ້າທີ່ຢູ່ຫວຽດນາມຢ່າງຈົບງາມ. ທ່ານ ເລມິງຮຶງ ຕີລາຄາສູງວ່າ ໃນໄລຍະ 4 ປີແຫ່ງອາຍຸການຂອງ ທ່ານ Yaron Mayer, ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ອິດສະຣາແອນ ໄດ້ບັນລຸຫຼາຍບາດກ້າວພັດທະນາອັນຕັ້ງໜ້າ. ຈຸດພົ້ນເດັ່ນແມ່ນສອງປະເທດໄດ້ລົງນາມສັນຍາການຄ້າເສລີຫວຽດນາມ - ອິດສະຣາແອນ (VIFTA) ແລະ ສາຍການບິນຂອງອິດສະຣາແອນໄດ້ເປີດຖ້ຽວບິນກົງຮ່າໂນ້ຍ - Tel Aviv, ສ້າງພື້ນຖານສຳຄັນເພື່ອຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນລະຫວ່າງສອງປະເທດໃຫ້ສູງຂຶ້ນຕື່ມ.

ທ່ານ ເລມິງຮຶງ ຍັງຕີລາຄາສູງຕໍ່ການທີ່ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະຜ່ານມາ, ໃນນັ້ນ ປີ 2025 ບັນລຸ 3,63 ຕື້ USD, ເພີ່ມຂຶ້ນເກືອບ 12% ເມື່ອທຽບກັບປີ 2024.

ຫວຽດນາມ - ອິດສະຣາແອນ ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ
ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ທ່ານ Yaron Mayer, ເອກອັກຄະລັດຖະທູດອິດສະຣາແອນປະຈຳຫວຽດນາມ. (ພາບ: ເຍິດບັກ)

ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ເນັ້ນໜັກວ່າ ສາຍພົວພັນສອງປະເທດຍັງມີທ່າແຮງການຮ່ວມມືອີກຫຼາຍ, ໂດຍສະເພາະໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ກະສິກຳອັດສະລິຍະ, ເສດຖະກິດໝູນວຽນ...

ໃນໂອກາດນີ້, ທ່ານ ເລມິງຮຶງ ສະເໜີໃຫ້ລັດຖະບານອິດສະຣາແອນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ຊຸມຊົນຊາວຫວຽດນາມທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ອິດສະຣາແອນ. ທ່ານ ເລມິງຮຶງ ປາດຖະໜາວ່າ ໃນໄລຍະຕໍ່ໜ້າ, ບໍ່ວ່າຈະຢູ່ໃນຕຳແໜ່ງໃດ, ທ່ານ Yaron Mayer ຈະສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ອິດສະຣາແອນ.

ທ່ານ Yaron Mayer ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ເລມິງຮຶງ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບ, ພ້ອມທັງສະແດງຄວາມຮັກແພງອັນເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ. ທ່ານ ຢືນຢັນວ່າ ອິດສະຣາແອນປາດຖະໜາຊຸກຍູ້ການຮ່ວມມືກັບຫວຽດນາມໃຫ້ແຮງຂຶ້ນຕື່ມ ໃນບັນດາຂົງເຂດນະວັດຕະກຳ, ກະສິກຳເຕັກໂນໂລຊີສູງ, ພະລັງງານ...

ທ່ານ Yaron Mayer ຂອບໃຈລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ທີ່ໄດ້ສະໜັບສະໜູນ ແລະ ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຂອງອິດສະຣາແອນ ໃນການຂະຫຍາຍ ແລະ ເຮັດໃຫ້ບັນດາກິດຈະກຳຮ່ວມມືລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງ. ທ່ານ ຢືນຢັນວ່າ ຫວຽດນາມ ແລະ ອິດສະຣາແອນ ຍັງມີທ່າແຮງອີກຫຼາຍໃນການຊຸກຍູ້ການຮ່ວມມື ແລະ ການແລກປ່ຽນປະຊາຊົນ. ທ່ານ ຢືນຢັນວ່າ ຈະເກັບຮັກສາບັນດາຄວາມຊົງຈຳອັນດີງາມກ່ຽວກັບຫວຽດນາມ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ.

ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້ ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້
ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ ປະຈຳ Tel Aviv ​ແລ້ວ, ວັນ​ທີ 26 ພະຈິກ, ພາຍຫຼັງ​ການ​ຢຸດ​ຍິງລະຫວ່າງ​ກອງທັບ ອິດສະຣາ​ແອນ ​ແລະ ຂະບວນ​ການ​ອິດສະ​ລາມ Hamas ຢູ່​ເຂດ Gaza ​ມີຜົນ​ສັກສິດ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາ​ແອນ ນຳ​ໜ້າ​ໂດຍ​ ທ່ານ​ເອກ​ອັກຄະ​ລັດຖະທູດ ລີ໋ດືກຈູ່ງ ​ໄດ້​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ​ບັນດານັກບຳລຸງວິຊາຊີບ​ຢູ່​ສູນ​ຝຶກ​ອົບ​ຮົມ​ກະ​ສິ​ກຳ​ສາ​ກົນ Arava (AICAT) ໃນ​ພາກ​ໃຕ້​ຂອງ​ອິດ​ສະ​ຣາ​ເອນ.
Manana Shimsilashvili: ຫວຽດນາມ ແມ່ນແຫຼ່ງແຮງບັນດານໃຈສຳລັບບັນດາຊາດ Manana Shimsilashvili: ຫວຽດນາມ ແມ່ນແຫຼ່ງແຮງບັນດານໃຈສຳລັບບັນດາຊາດ
ຍສໝ - ວັນທີ 9 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ສົມທົບກັບມະຫາວິທະຍາໄລ Hebrew of Jerusalem ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວເລື່ອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແລະ ລົງນາມໃນສັນຍາ Geneva ວ່າດ້ວຍການຢຸດຕິສົງຄາມຢູ່ ຫວຽດນາມ (1954 – 2024).

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ