“ວັນແຫ່ງຫວຽດນາມ” ເຜີຍແຜ່ວັດທະນະທຳຫວຽດນາມຢູ່ Azerbaijan

23:50 | 17/08/2026

ຍສໝ - ໂຄງການ “ວັນແຫ່ງຫວຽດນາມ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ Baku, ນະຄອນຫຼວງຂອງ Azerbaijan, ແຕ່ວັນທີ 29/7 ຫາ 3/8, ໂດຍສະຖານທູດ Azerbaijan ປະຈຳຫວຽດນາມເປັນຜູ້ຈັດ.

ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan ຊຸກຍູ້ສາຍພົວພັນການຮ່ວມມື ຫວຽດນາມ - Azerbaijan ໃນຂົງເຂດພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ

ໂຄງການມີການເຂົ້າຮ່ວມຂອງຜູ້ຕາງໜ້າຄະນະຄຸ້ມຄອງເຂດສະຫງວນປະຫວັດສາດ - ສະຖາປັດຕະຍະກຳແຫ່ງຊາດ Icherisheher, ສະຖາບັນດົນຕີແຫ່ງຊາດຫວຽດນາມ, ໂຮງລະຄອນ ເລະຫງອກ, ວິທະຍາໄລການຄ້າ ແລະ ການທ່ອງທ່ຽວຮ່າໂນ້ຍ, ສະຖາບັນຮູບເງົາຫວຽດນາມ, ສະມາຄົມຮູບເງົາຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມ, ໂຮງລະຄອນໂອເປຣາ ແລະ ບັນເລ່ຫວຽດນາມ, ອົງການໜັງສືພິມ ແລະ ວິທະຍຸ, ໂທລະພາບຮ່າໂນ້ຍ ແລະ Flamingo Travel.

ບັນດາກິດຈະກຳໃນຂອບເຂດໂຄງການໄດ້ຈັດຂຶ້ນເນື່ອງໃນໂອກາດ 67 ປີແຫ່ງສາຍພົວພັນມິດຕະພາບລະຫວ່າງ Azerbaijan ແລະ ຫວຽດນາມ, ເຊິ່ງມີຈຸດເລີ່ມຕົ້ນຈາກການຢ້ຽມຢາມ Baku ຂອງປະທານ ໂຮ່ຈີມິນ ໃນເດືອນ 7 ປີ 1959, ພ້ອມທັງເນື່ອງໃນໂອກາດ 1 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ.

ເຫດການ “ວັນແຫ່ງຫວຽດນາມ” ໃນປີນີ້ ມີຂະໜາດໃຫຍ່ທີ່ສຸດນັບແຕ່ເຄີຍຈັດມາ ໃນດ້ານຈຳນວນຜູ້ແທນເຂົ້າຮ່ວມ, ໂດຍໄດ້ເຕົ້າໂຮມບັນດາບຸກຄົນດີເດັ່ນຂອງຫວຽດນາມໃນຂົງເຂດວິທະຍາສາດ, ການສຶກສາ, ດົນຕີ, ຮູບເງົາ ແລະ ລະຄອນ.

“ວັນແຫ່ງຫວຽດນາມ” ເຜີຍແຜ່ວັດທະນະທຳຫວຽດນາມຢູ່ Azerbaijan
ໂຄງການ “ວັນແຫ່ງຫວຽດນາມ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ Baku ແຕ່ວັນທີ 29/7 ຫາ 3/8.

ໂຄງການໄດ້ຈັດຂຶ້ນກົງກັບໜຶ່ງໃນເຫດການດົນຕີທີ່ມີຊື່ສຽງທີ່ສຸດໃນປີ - ງານມະຫະກຳດົນຕີສາກົນ Gabala. ເປັນຄັ້ງທຳອິດທີ່ບັນດານັກດົນຕີຊັ້ນນຳຂອງຫວຽດນາມ ນຳໂດຍທ່ານ ບຸ່ຍກົງຢຸຍ, ສິລະປິນປະຊາຊົນ, ຮອງຜູ້ອຳນວຍການສະຖາບັນດົນຕີແຫ່ງຊາດຫວຽດນາມ, ໄດ້ແນະນຳດົນຕີ ແລະ ວັດທະນະທຳຫວຽດນາມຢູ່ໃນງານມະຫະກຳຕະຫຼອດຫຼາຍວັນ, ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ສາທາລະນະຊົນ.

ໃນການໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານ ບຸ່ຍກົງຢຸຍ ແບ່ງປັນວ່າ ໂດຍສືບຕໍ່ປະເພນີຈາກລຸ້ນກ່ອນ, ປັດຈຸບັນ ບັນດານັກສຶກສາຫວຽດນາມຍັງສືບຕໍ່ສຶກສາຢູ່ Baku.

ໂດຍຫວນຄືນເຖິງການທີ່ບັນດາສິລະປິນ Azerbaijan ເຄີຍຈັດບັນດາໂຄງການດົນຕີທີ່ຫຼາກຫຼາຍມາແລ້ວຫຼາຍຄັ້ງ, ທ່ານຮອງຜູ້ອຳນວຍການສະຖາບັນ ເນັ້ນໜັກວ່າ ການໄດ້ຮັບຄຳເຊີນເຂົ້າຮ່ວມງານມະຫະກຳດົນຕີສາກົນ Gabala ແມ່ນຄວາມຍິນດີ ແລະ ຄວາມພາກພູມໃຈເປັນສອງເທົ່າສຳລັບຝ່າຍຫວຽດນາມ.

ຕາມປະເພນີ, ໃນມື້ທຳອິດຂອງໂຄງການ, ຄະນະຜູ້ແທນໄດ້ໄປວາງດອກໄມ້ຢູ່ອະນຸສາວະລີຜູ້ນຳແຫ່ງຊາດ Heydar Aliyev ແລະ ຢ້ຽມຊົມຫ້ອງລະນຶກປະທານ ໂຮ່ຈີມິນ, ຜູ້ນຳທີ່ເຄົາລົບຮັກແພງຂອງປະຊາຊົນຫວຽດນາມ, ຢູ່ມະຫາວິທະຍາໄລນ້ຳມັນ ແລະ ອຸດສາຫະກຳແຫ່ງຊາດ Azerbaijan.

ຈາກນັ້ນ, ຄະນະໄດ້ມີບັນດາກອງປະຊຸມເຮັດວຽກສອງຝ່າຍຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ Azerbaijan (UNEC) ແລະ ມະຫາວິທະຍາໄລແຫ່ງຊາດ Baku (BSU). ຢູ່ BSU, ໂຄງການວັດທະນະທຳ - ສິລະປະ ພາຍໃຕ້ຫົວຂໍ້ “ຫວຽດນາມ - ທຳນອງແຫ່ງເອກະລັກ” ໄດ້ຈັດຂຶ້ນ ໂດຍມີບັນດາສິລະປິນຫວຽດນາມເຂົ້າຮ່ວມສະແດງ.

ຊາວໜຸ່ມຫວຽດນາມສ່ວນໃຫຍ່ທີ່ໄປສຶກສາຢູ່ Azerbaijan ໃນຊຸມປີແຫ່ງການຕໍ່ສູ້ກູ້ຊາດຂອງຫວຽດນາມ ລ້ວນແຕ່ເຄີຍສຶກສາຢູ່ບັນດາສະຖາບັນການສຶກສາຊັ້ນສູງເຫຼົ່ານີ້.

ທີ່ເຫດການຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດ Baku, ເພງຊາດຂອງ Azerbaijan ແລະ ຫວຽດນາມ ໄດ້ດັງກ້ອງຂຶ້ນ. ຈາກນັ້ນ, ບັນດາຮູບເງົາເອກະສານແນະນຳກ່ຽວກັບປະຫວັດສາດສາຍພົວພັນ Azerbaijan - ຫວຽດນາມ, ການຢ້ຽມຢາມ Azerbaijan ຂອງປະທານ ໂຮ່ຈີມິນ ໃນປີ 1959, ບັນດາການປະກອບສ່ວນຂອງຜູ້ນຳແຫ່ງຊາດ Heydar Aliyev ຕໍ່ການພັດທະນາສາຍພົວພັນກັບຫວຽດນາມ, ກໍຄືໄລຍະໃໝ່ຂອງມິດຕະພາບ Azerbaijan - ຫວຽດນາມ ໄດ້ຖືກນຳມາສາຍໃຫ້ຜູ້ເຂົ້າຮ່ວມຮັບຊົມ.

“ວັນແຫ່ງຫວຽດນາມ” ເຜີຍແຜ່ວັດທະນະທຳຫວຽດນາມຢູ່ Azerbaijan
ສຽງດົນຕີຫວຽດນາມດັງກ້ອງຂຶ້ນທ່າມກາງ Baku - “ຫົວໃຈ” ຂອງ Azerbaijan.

ກ່າວຄຳເຫັນທີ່ເຫດການ, ທ່ານ Elchin Babayev, ອະທິການບໍດີ BSU ແລະ ທ່ານ ຫງວຽນເທ໋ກີ໋, ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ, ອະດີດຜູ້ອຳນວຍການໃຫຍ່ສະຖານີວິທະຍຸສຽງຫວຽດນາມ (VOV), ໄດ້ເນັ້ນໜັກເຖິງການພັດທະນາການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດການສຶກສາ, ວິທະຍາສາດ ແລະ ວັດທະນະທຳ.

ພິເສດ, ວິດີໂອທີ່ນຳສະເໜີບັນດາເອກະສານເກັບຮັກສາ ກ່ຽວກັບບັນດານັກສຶກສາຫວຽດນາມດີເດັ່ນທີ່ເຄີຍສຶກສາຢູ່ Azerbaijan ໃນຊຸມປີ 1960 ແລະ 1970 ໄດ້ຮັບຄວາມສົນໃຈເປັນພິເສດຈາກບັນດາຜູ້ແທນທີ່ເຂົ້າຮ່ວມ.

ຈາກນັ້ນ, ລາຍການສິລະປະທີ່ສະແດງຮ່ວມກັນໂດຍໂຮງລະຄອນ ເລະຫງອກ ແລະ ບັນດານັກສຶກສາມະຫາວິທະຍາໄລແຫ່ງຊາດ Baku ໄດ້ຖືກນຳສະເໜີຕໍ່ຜູ້ຊົມ.

ໂຄງການໄດ້ນຳສະເໜີບັນດາທຳນອງດົນຕີພື້ນເມືອງຂອງສອງປະເທດ, ບົດເພງພື້ນບ້ານ, ການຟ້ອນພື້ນເມືອງ, ພ້ອມດ້ວຍບັນດາມໍລະດົກສິລະປະພື້ນເມືອງຂອງຫວຽດນາມ ທີ່ໄດ້ຮັບການຂຶ້ນທະບຽນຈາກ UNESCO ເປັນມໍລະດົກວັດທະນະທຳນາມມະທຳຕົວແທນຂອງມະນຸດຊາດ.

ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ໄປຢ້ຽມຊົມສູນ Heydar Aliyev ແລະ ມີບັນດາກອງປະຊຸມເຮັດວຽກກັບອົງການການທ່ອງທ່ຽວ Azerbaijan, ອົງການພັດທະນາດິຈິຕອນ ແລະ ນະວັດຕະກຳແຫ່ງສາທາລະນະລັດ Azerbaijan, ພ້ອມທັງອົງການຮູບເງົາ Azerbaijan (ARKA).

ຄະນະຜູ້ແທນຫວຽດນາມຍັງໄດ້ເຂົ້າຮ່ວມເຫດການສະເຫຼີມສະຫຼອງວັນຮູບເງົາແຫ່ງຊາດ Azerbaijan. ທີ່ເຫດການ, ປຶ້ມ “ສິ່ງທີ່ຂ້ອຍໄດ້ເຫັນຢູ່ຫວຽດນາມ” ຂອງຜູ້ກຳກັບຮູບເງົາ Azerbaijan Ajdar Ibrahimov - ຜູ້ທີ່ມີບົດບາດເປັນແກນຫຼັກໃນການວາງຮາກຖານໃຫ້ແກ່ສະຕູດິໂອຮູບເງົາຫວຽດນາມໃນໄລຍະປີ 1959-1962 - ໄດ້ຮັບການເປີດຕົວ. ບັນດາຄຳປາໄສຂອງທ່ານ ໂດ໋ເລັ້ງຮຸ່ງຕູ໋, ປະທານສະມາຄົມຮູບເງົາຫວຽດນາມ ແລະ ທ່ານນາງ ເລທິຮ່າ, ຫົວໜ້າສະຖາບັນຮູບເງົາຫວຽດນາມ, ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກບັນດາຜູ້ແທນທີ່ເຂົ້າຮ່ວມ.

ການຢ້ຽມຢາມ Azerbaijan ເປັນຄັ້ງທຳອິດຂອງບັນດາຊ່ຽວຊານຮູບເງົາຫວຽດນາມ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກວົງການຮູບເງົາ Azerbaijan, ເປີດກວ້າງບັນດາໂອກາດໃໝ່ໃນການຮ່ວມມືດ້ານຮູບເງົາ.

“ວັນແຫ່ງຫວຽດນາມ” ເຜີຍແຜ່ວັດທະນະທຳຫວຽດນາມຢູ່ Azerbaijan
ໂຄງການໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ.

ນອກຈາກນັ້ນ, ໃນວັນທີ 1/8, ໂຄງການສະແດງດົນຕີກາງແຈ້ງ ໂດຍມີການເຂົ້າຮ່ວມຂອງບັນດາສິລະປິນຫວຽດນາມ ໄດ້ຈັດຂຶ້ນຢູ່ Icherisheher, ສັນຍະລັກທາງປະຫວັດສາດຂອງນະຄອນຫຼວງ Baku, ໃນຂອບເຂດບັນດາກິດຈະກຳ “ວັນແຫ່ງຫວຽດນາມ”. ໂຄງການໄດ້ດຶງດູດຊາວ Baku ແລະ ນັກທ່ອງທ່ຽວສາກົນເປັນຈຳນວນຫຼາຍມາຮັບຊົມ.

ກ່ອນເວລາສະແດງ, ບັນດາຜະລິດຕະພັນຂອງທີ່ລະນຶກ, ເຄື່ອງຫັດຖະກຳ ແລະ ອາຫານພື້ນເມືອງຂອງຫວຽດນາມ ໄດ້ຖືກນຳມາວາງສະແດງ ແລະ ແນະນຳໃຫ້ນັກທ່ອງທ່ຽວ.

ກ່າວຄຳເຫັນທີ່ພິທີເປີດ, ທ່ານນາງ ຈິ້ງທິທູຮ່າ, ອະທິການບໍດີວິທະຍາໄລການຄ້າ ແລະ ການທ່ອງທ່ຽວຮ່າໂນ້ຍ, ໄດ້ຢືນຢັນຄືນເຖິງການພັດທະນາອັນຍືນຍົງຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ Azerbaijan.

ທ່ານນາງໄດ້ຕີລາຄາວ່າ ບັນດາໂຄງການຮ່ວມທີ່ໄດ້ດຳເນີນໃນຫຼາຍຂົງເຂດ ໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ ແລະ ເປີດກວ້າງສາຍພົວພັນສອງຝ່າຍໃຫ້ກວ້າງຂວາງຍິ່ງຂຶ້ນ.

ທ່ານນາງຍັງເນັ້ນໜັກວ່າ “ວັນແຫ່ງຫວຽດນາມ” ໄດ້ກາຍເປັນປະເພນີອັນດີງາມ, ພ້ອມທັງສະແດງຄວາມຕັ້ງໃຈສືບຕໍ່ຮັກສາບັນດາໂຄງການວັດທະນະທຳເຫຼົ່ານີ້ ແລະ ຮ່ວມກັນພະຍາຍາມພັດທະນາການຮ່ວມມືໃນບັນດາຂົງເຂດໃໝ່ໃນອະນາຄົດ.

ໂຄງການສິລະປະໄດ້ນຳສະເໜີບັນດາລາຍການດົນຕີ, ການຟ້ອນພື້ນເມືອງ ແລະ ຮູບແບບການສະແດງສິລະປະອັນເປັນເອກະລັກຫຼາຍຢ່າງຂອງຫວຽດນາມ, ໃນນັ້ນມີການບັນເລງປະສົມປະສານເຄື່ອງດົນຕີພື້ນເມືອງ. ພິເສດ, ບັນດານັກຮ້ອງລະຄອນດົນຕີໄດ້ສະແດງບາງຕອນຂອງລະຄອນດົນຕີຊື່ດັງ “Arshin Mal Alan” ຂອງນັກປະພັນເພງ Uzeyir Hajibeyli ເປັນພາສາຫວຽດ.

ເຂົ້າຮ່ວມເຫດການມີການນຳບັນດາສະຖາບັນການສຶກສາຊັ້ນສູງຂອງ Azerbaijan, ຜູ້ຕາງໜ້າບັນດາອົງການລັດ ພ້ອມດ້ວຍບັນດາບຸກຄົນ, ປັນຍາຊົນດີເດັ່ນໃນຂົງເຂດວັດທະນະທຳ ແລະ ຮູບເງົາ.

ຂໍ້ລິເລີ່ມ “ວັນແຫ່ງຫວຽດນາມ” ມີຄວາມໝາຍສຳຄັນຢ່າງຍິ່ງໃນການເສີມສ້າງສາຍພົວພັນຄູ່ຮ່ວມຍຸດທະສາດ ແລະ ມິດຕະພາບລະຫວ່າງ Azerbaijan ແລະ ຫວຽດນາມ, ຊຸກຍູ້ການສົນທະນາທາງວັດທະນະທຳລະຫວ່າງປະຊາຊົນສອງປະເທດ, ພ້ອມທັງສ້າງເວທີໃໝ່ໆສຳລັບການຮ່ວມມືສອງຝ່າຍ.

ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - Azerbaijan ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - Azerbaijan
ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ປະທານ​ກຸ່ມ​ສະມາຊິກ​ລັດ​ຖະ​ສ​ະ​ພາ​ມິດຕະພາບ ຫວຽດນາມ - Azerbaijan ຫງວຽນ​ແມ້ງ​ເກື່ອງ ​ໄດ້​ສ​ະ​ແດງ​ຄວາມ​ຊົມ​ເຊີຍ​​ທ່ານ​ເອກ​ອັກຄະ​ລັດຖະທູດ Azerbaijan Anar Imanov ທີ່​ໄດ້ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ດີເລີດໃນ​ໄລຍະ​ເຮັດ​ວຽກ​ຢູ່​ຫວຽດນາມ; ທ່ານຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃນ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - Azerbaijan.
VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ
ຍສໝ - ທ່ານ​ນາງປະທານ VUFO ຫງວຽນ​ເຟືອງ​ງາ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ຜົນງານ​ທີ່​ສອງ​ປະ​ເທດ​ບັນລຸ​ໄດ້​ໃນ​ຂົງ​ເຂດ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ທ່ານ​ນາງປະທານ​ ຫງວຽນ​ເຟືອງ​ງາ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມາດ, ທ່າແຮງບົ່ມຊ້ອນ, ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ທັງ​ສອງປະ​ເທດ, ການ​ພົວພັນ​ຫວຽດນາມ - Azerbaijan ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃນ​ອະນາຄົດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ