ວັດທະນະທຳເຊື່ອມໂຍງປະຊາຊົນຫວຽດນາມ - ອິນໂດເນເຊຍ

13:51 | 17/08/2026

ຍສໝ - ນັກສຶກສາຫວຽດນາມຮ່ວມກັບສິລະປິນອິນໂດເນເຊຍ ສະແດງດົນຕີດ້ວຍເຄື່ອງດົນຕີ angklung, ເຄື່ອງດົນຕີພື້ນເມືອງຂອງອິນໂດເນເຊຍ, ໃນໂຄງການແລກປ່ຽນຕອນຄ່ຳວັນທີ 15/8 ຢູ່ນະຄອນໂຮ່ຈີມິນ. ບັນດາກິດຈະກຳສຳຜັດປະສົບການ ແລະ ການສະແດງຮ່ວມກັນ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.

ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Denny Abdi ເອກອັກຄະລັດຖະທູດ ອິນໂດເນເຊຍ ທັດສະນະຂອງຊ່ຽວຊານອິນໂດເນເຊຍ: ຫວຽດນາມ ນັບມື້ນັບຢືນຢັນບົດບາດຂອງຕົນ ພາຍໃດບັນດາບັນຫາພາກພື້ນ ແລະ ໂລກ

ໂຄງການແລກປ່ຽນວັດທະນະທຳມິດຕະພາບຫວຽດນາມ - ອິນໂດເນເຊຍ ໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ອິນໂດເນເຊຍປະຈຳນະຄອນໂຮ່ຈີມິນ ແລະ ວິທະຍາໄລດົນຕີນະຄອນໂຮ່ຈີມິນ ປະສານສົມທົບກັນຈັດຂຶ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດສາທາລະນະລັດອິນໂດເນເຊຍ (17/8/1945 - 17/8/2026).

ວັດທະນະທຳເຊື່ອມໂຍງປະຊາຊົນຫວຽດນາມ - ອິນໂດເນເຊຍ
ນັກສຶກສາຫວຽດນາມຮ່ວມກັບສິລະປິນອິນໂດເນເຊຍ ສະແດງດົນຕີດ້ວຍເຄື່ອງດົນຕີ angklung, ເຄື່ອງດົນຕີພື້ນເມືອງຂອງອິນໂດເນເຊຍ.

ຈຸດເດັ່ນຂອງໂຄງການແມ່ນການປະສານການສະແດງລະຫວ່າງຄະນະສິລະປະ Saung Angklung Udjo ຈາກອິນໂດເນເຊຍ ກັບນັກສຶກສາ ແລະ ສິລະປິນຫວຽດນາມ. ໃນລາຍການເປີດ “Hello Vietnam”, ນັກສຶກສາວິທະຍາໄລດົນຕີນະຄອນໂຮ່ຈີມິນ ຮ່ວມກັບບັນດາສິລະປິນອິນໂດເນເຊຍ ນຳໃຊ້ເຄື່ອງດົນຕີ angklung ໃນການສະແດງ. ຕາມຄະນະຈັດຕັ້ງ, ນັກສຶກສາຫວຽດນາມມີເວລາພຽງໜຶ່ງວັນເພື່ອທຳຄວາມຄຸ້ນເຄີຍ ແລະ ຝຶກຊ້ອມກັບເຄື່ອງດົນຕີຊະນິດນີ້ ກ່ອນຂຶ້ນເວທີ.

Angklung ແມ່ນເຄື່ອງດົນຕີພື້ນເມືອງຂອງອິນໂດເນເຊຍທີ່ເຮັດຈາກໄມ້ໄຜ່, ໄດ້ຮັບການຂຶ້ນທະບຽນຈາກ UNESCO ເຂົ້າໃນບັນຊີລາຍຊື່ຕົວແທນມໍລະດົກວັດທະນະທຳນາມມະທຳຂອງມະນຸດຊາດ ໃນປີ 2010.

ບັນຍາກາດການແລກປ່ຽນຍັງໄດ້ແນະນຳຫຼາຍເອກະລັກວັດທະນະທຳຂອງສອງປະເທດ ຜ່ານເຄື່ອງດົນຕີ t'rưng, ພິນ tỳ bà ຂອງຫວຽດນາມ, ບັນດາລາຍການຟ້ອນ ແລະ ດົນຕີພື້ນເມືອງອິນໂດເນເຊຍ. ການເຂົ້າຮ່ວມໂດຍກົງຂອງສິລະປິນ, ອາຈານ ແລະ ນັກສຶກສາ ເຮັດໃຫ້ກິດຈະກຳບໍ່ພຽງແຕ່ຢຸດຢູ່ການສະແດງເທົ່ານັ້ນ, ຫາກຍັງສ້າງໂອກາດໃຫ້ບັນດາຝ່າຍໄດ້ຮ່ວມກັນຮຽນຮູ້, ປະຕິບັດ ແລະ ແບ່ງປັນບັນດາຄຸນຄ່າວັດທະນະທຳຂອງກັນແລະກັນ.

ຕາມທ່ານນາງ Carolina Tinangon, ຫົວໜ້າກົງສຸນໃຫຍ່ສາທາລະນະລັດອິນໂດເນເຊຍປະຈຳນະຄອນໂຮ່ຈີມິນ, ການທີ່ສິລະປິນສອງປະເທດຮ່ວມກັນສະແດງບັນດາລາຍການທີ່ສະທ້ອນເອກະລັກວັດທະນະທຳພື້ນເມືອງ ສະແດງໃຫ້ເຫັນບົດບາດຂອງການທູດວັດທະນະທຳໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນອິນໂດເນເຊຍ ແລະ ຫວຽດນາມ, ຜ່ານນັ້ນປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ຕາມທ່ານ ຫງວຽນມິງເຍິດ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ນະຄອນໂຮ່ຈີມິນ, ໃນໄລຍະຜ່ານມາ ສະຖານກົງສຸນໃຫຍ່ອິນໂດເນເຊຍ ແລະ ປະຊາຄົມຊາວອິນໂດເນເຊຍຢູ່ນະຄອນໂຮ່ຈີມິນ ໄດ້ຮ່ວມເດີນທາງໃນຫຼາຍກິດຈະກຳແລກປ່ຽນ ແລະ ເຊື່ອມໂຍງ. ບັນດາກິດຈະກຳດ້ານວັດທະນະທຳ, ການສຶກສາ, ກິລາ ແລະ ການທ່ອງທ່ຽວ ຄາດວ່າຈະສືບຕໍ່ສ້າງໂອກາດເພີ່ມຂຶ້ນໃຫ້ປະຊາຊົນສອງປະເທດໄດ້ພົບປະ ແລະ ເຂົ້າໃຈເຊິ່ງກັນແລະກັນ.

ໂຄງການດຳເນີນຂຶ້ນໃນສະພາບທີ່ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນ 3/2025. ໃນບັນດາທິດທາງການຮ່ວມມື, ສອງປະເທດກຳນົດເພີ່ມທະວີການແລກປ່ຽນປະຊາຊົນ, ໂດຍສະເພາະລະຫວ່າງຄົນຮຸ່ນໜຸ່ມ, ຜ່ານວັດທະນະທຳ, ການສຶກສາ - ຝຶກອົບຮົມ, ກິລາ ແລະ ການທ່ອງທ່ຽວ.

ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ຫຼາຍ​ວິທີ​ແກ້​ໄຂຢ່າງເເທດຈິງ ​ເພື່ອເປີດກ້ວາງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ
ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ​ເຫດການ​ດັ່ງກ່າວ​ໄດ້ອັບເດັດສະພາບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ໂອກາດພັດທະນາ, ພ້ອມ​ທັງ​ສະ​ເໜີ​ບັນດາ​ມາດ​ຕະການ ເພື່ອພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຄ້າ 2 ຝ່າຍ.
ຫວຽດນາມ ເຂົ້າຮ່ວມງານວາງສະແດງ ແລະ ເວທີປາໄສປ້ອງກັນຊາດ ອິນໂດເນເຊຍ ຄັ້ງທີ 10 ຫວຽດນາມ ເຂົ້າຮ່ວມງານວາງສະແດງ ແລະ ເວທີປາໄສປ້ອງກັນຊາດ ອິນໂດເນເຊຍ ຄັ້ງທີ 10
ຍສໝ - ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືປ້ອງກັນຊາດເພື່ອສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ”, ເວທີປາໄສແມ່ນເຫດການຍຸດທະສາດ ແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍໃນຂົງເຂດປ້ອງກັນຊາດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ