| ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການປະສານງານ, ການຮ່ວມມື ຫວຽດນາມ ເພີ່ມທະວີການດຶງດູດການລົງທຶນຈາກອາເມລິກາ |
ອາເມລິກາ ໃຫ້ຄວາມສຳຄັນຕໍ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຂະຫຍາຍການຮ່ວມມື, ໂດຍສະເພາະແມ່ນໃນຂົງເຂດການແກ້ໄຂຜົນຮ້າຍຍ້ອນສົງຄາມ ແລະ ຄວາມປອດໄພໃນພື້ນທີ່. ນີ້ແມ່ນຄຳຢືນຢັນຂອງ ທ່ານ ພົນເຮືອເອກ Samuel Paparo, ຜູ້ບັນຊາການກອງບັນຊາການ ອິນເດຍດັງ - ປາຊີຟິກ ຂອງສະຫະລັດ ອາເມລິກາ, ໃນພິທີພົບປະກັບສື່ມວນຊົນ ໃນວັນທີ 6/8, ຢູ່ທີ່ ນະຄອນຮາໂນ້ຍ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃນຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ.
![]() |
| ທ່ານ ພົນເຮືອເອກ Samuel Paparo, ຜູ້ບັນຊາການກອງບັນຊາການ ປາຊີຟິກ ສະຫະລັດ ອາເມລິກາ, ໃນພິທີພົບປະກັບສື່ມວນຊົນ. ພາບໂດຍ: ສະຖານທູດ ສະຫະລັດ ອາເມລິກາ |
ເມື່ອເອີ່ຍເຖິງເນື້ອໃນການຮ່ວມມືສະເພາະ ໃນໄລຍະຕໍ່ໜ້ານີ້, ທ່ານ ພົນເຮືອເອກ Samuel Paparo ໃຫ້ຮູ້ວ່າ ສະຫະລັດ ອາເມລິກາ ຈະສືບຕໍ່ຄຽງຄູ່ກັບ ຫວຽດນາມ ໃນໄມຕີຈິດ “ແຄມເປນ 500 ວັນຄືນ ຄົ້ນຫາ, ເຕົ້າໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານລົບຫຼວງລາດ”; ຮັກສາບັນດາກິດຈະກຳແລກປ່ຽນເຕັກນິກ ກ່ຽວກັບການຊັນນະສູດ ADN, ການເກັບໂຮມຂໍ້ມູນຈາກພະຍານຫຼັກຖານ, ການແກ້ໄຂມົນລະພິດສານດີໂອກຊິນ ແລະ ການເກບກູ້ລະເບີດທີ່ຍັງຕົກຄ້າງຫຼັງສົງຄາມ. ທ່ານ ພົນເຮືອເອກ Samuel Paparo ເນັ້ນໜັກວ່າ, ສະຫະລັດ ອາເມລິກາ ສືບຕໍ່ຖືເອົາ ອິນເດຍດັງ - ປາຊີຟິກ ເປັນພື້ນທີ່ບຸລິມະສິດຍຸດທະສາດ, ພ້ອມທັງຢືນຢັນຄຳໝັ້ນສັນຍາຮ່ວມມືກັບບັນດາປະເທດໃນພື້ນທີ່ ເພື່ອຮັກສາສັນຕິພາບ, ຄວາມສະຫງົບ ແລະ ການເຄົາລົບກົດໝາຍ.
ແທັງຮັ່ງ
