ລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດລາວ

13:13 | 13/08/2026

ຍສໝ - ວັນທີ 11 ສິງຫາ ທີ່ຮ່າໂນ້ຍ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳໂດຍ ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໄປຍັງສະຖານທູດລາວປະຈຳຫວຽດນາມ ເພື່ອໄວ້ອາໄລ ແລະ ຂຽນປຶ້ມໄວ້ອາໄລລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ, ປະທານສະພາແຫ່ງຊາດລາວ.

ຫວຽດນາມ ຈັດພິທີໄວ້ອາໄລລະດັບຊາດແດ່ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ໃນບັນຍາກາດອັນສະຫງົບ ແລະ ສົມກຽດ, ຄະນະຜູ້ແທນໄດ້ຢືນສະຫງົບໄວ້ອາໄລ, ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ການເຖິງແກ່ກຳຂອງ ທ່ານ ໄຊສົມພອນພົມວິຫານ, ປະທານສະພາແຫ່ງຊາດລາວ.

ລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດລາວ
ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳໂດຍ ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໄປໄວ້ອາໄລ ແລະ ຂຽນປຶ້ມໄວ້ອາໄລລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ, ປະທານສະພາແຫ່ງຊາດລາວ. (ພາບ: ດິງຮວ່າ)

ໃນຂະນະຂຽນປຶ້ມໄວ້ອາໄລ, ທ່ານ ຟານແອງເຊີນ ຕາງໜ້າສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົ່ງຄຳແບ່ງປັນຄວາມເສົ້າໂສກຢ່າງສຸດຊຶ້ງເຖິງສະຖານທູດລາວປະຈຳຫວຽດນາມ ແລະ ຄອບຄົວຂອງ ທ່ານ ໄຊສົມພອນພົມວິຫານ, ປະທານສະພາແຫ່ງຊາດລາວ; ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນຂອງທ່ານ ຕໍ່ການພົວພັນຫວຽດນາມ - ລາວ.

ລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດລາວ
ທ່ານ ຟານແອງເຊີນ ຂຽນປຶ້ມໄວ້ອາໄລລະນຶກເຖິງ ທ່ານ ໄຊສົມພອນພົມວິຫານ, ປະທານສະພາແຫ່ງຊາດລາວ. (ພາບ: ດິງຮວ່າ)

ທ່ານ ຟານແອງເຊີນ ຂຽນວ່າ: “ຕາງໜ້າສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ຂໍແບ່ງປັນຄວາມເສົ້າໂສກຢ່າງສຸດຊຶ້ງເຖິງສະຖານທູດລາວປະຈຳຫວຽດນາມ ແລະ ຜ່ານບັນດາສະຫາຍ ຂໍສົ່ງຄຳແບ່ງປັນຄວາມເສົ້າໂສກເຖິງຄອບຄົວທັງໝົດຂອງ ສະຫາຍ ໄຊສົມພອນພົມວິຫານ, ຜູ້ນຳດີເດັ່ນຂອງພັກ, ລັດ, ການປະຕິວັດ ແລະ ປະຊາຊົນລາວ, ເພື່ອນມິດໃຫຍ່ ແລະ ສະຫາຍທີ່ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະຮ່ວມກັບບັນດາອົງການສະມາຊິກຢູ່ສູນກາງ ແລະ ທ້ອງຖິ່ນ, ບັນດາອົງການມິດຕະພາບປະຊາຊົນຂອງສອງປະເທດ ສືບຕໍ່ພະຍາຍາມຮ່ວມກັນທະນຸຖະໜອມ, ຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ຄຸນງາມຄວາມດີ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ສະຫາຍ ຕໍ່ສາຍພົວພັນຫວຽດນາມ - ລາວ”.

ການນຳ ຫວຽດນາມ ສົ່ງໂທລະເລກແບ່ງປັນຄວາມເສົ້າໂສກຕໍ່ການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ ການນຳ ຫວຽດນາມ ສົ່ງໂທລະເລກແບ່ງປັນຄວາມເສົ້າໂສກຕໍ່ການເຖິງແກ່ມໍລະນະກຳຂອງສະຫາຍ ໄຊສົມພອນ ພົມວິຫານ
ຍສໝ - ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ, ພ້ອມກັນນັ້ນ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກໍໄດ້ສູນເສຍເພື່ອນມິດຜູ້ໃຫຍ່ຄົນໜຶ່ງ, ສະຫາຍຜູ້ສັດຊື່ ແລະ ຜູກພັນໃກ້ຊິດ.
ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ
ຍສໝ - ບັນດາຜົນງານ ແລະ ການອຸທິດຂອງສະຫາຍ ໄຊສົມພອນ ພົມວິຫານ ໄດ້ປະໄວ້ຮ່ອງຮອຍອັນເລິກເຊິ່ງ, ປະກອບສ່ວນສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ສາຍພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການສືບທອດ ແລະ ພັດທະນາໃຫ້ນັບມື້ນັບມີເນື້ອໃນຕົວຈິງ, ມີປະສິດທິຜົນ ແລະ ຍືນຍົງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ