| ທ່ານເອກອັກຄະລັດຖະທູດ ນູແວນເຊລັງ: ຫວຽດນາມ ແມ່ນປັດໄຈທີ່ຕັ້ງໜ້າໃນການສ້າງຍຸດທະສາດຂອງອາຊຽນ ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ |
![]() |
| ບັນດາເຈົ້າໜ້າທີ່ນູແວນເຊລັງ ຕ້ອນຮັບ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ທີ່ສະໜາມບິນສາກົນ Auckland. |
ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນພາຍຫຼັງສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນກຸມພາ 2025, ເຊິ່ງແມ່ນລະດັບສູງສຸດໃນລະບົບຄູ່ຮ່ວມຂອງຫວຽດນາມ. ນີ້ຍັງແມ່ນການຢ້ຽມຢາມຂັ້ນລັດຄັ້ງທຳອິດຂອງປະມຸກລັດຫວຽດນາມຕໍ່ນູແວນເຊລັງ ນັບແຕ່ປີ 2007.
ສາຍພົວພັນເສດຖະກິດເຕີບໂຕໄວ, ທ່າແຮງການຮ່ວມມືນັບມື້ນັບກວ້າງຂວາງ
ສື່ມວນຊົນນູແວນເຊລັງ ເອົາໃຈໃສ່ເປັນພິເສດຕໍ່ຈັງຫວະການພັດທະນາຂອງສາຍພົວພັນສອງຝ່າຍ. ຕາມຕົວເລກທີ່ຝ່າຍນູແວນເຊລັງປະກາດ, ມູນຄ່າການຄ້າສອງສົ້ນບັນລຸ 3,41 ຕື້ NZD (ປະມານ 2 ຕື້ USD) ໃນຮອບປີຮອດເດືອນມີນາ 2026, ເພີ່ມຂຶ້ນ 72% ພາຍໃນ 5 ປີ.
ທ່ານ Christopher Luxon, ນາຍົກລັດຖະມົນຕີນູແວນເຊລັງ ຕີລາຄາວ່າ ຫວຽດນາມພວມກາຍເປັນຄູ່ຮ່ວມທີ່ນັບມື້ນັບສຳຄັນສຳລັບນູແວນເຊລັງ. ດ້ວຍຕະຫຼາດທີ່ມີປະຊາກອນກວ່າ 100 ລ້ານຄົນ ແລະ ເສດຖະກິດທີ່ເຕີບໂຕຢ່າງໄວວາ, ຫວຽດນາມຖືກນູແວນເຊລັງກຳນົດເປັນໜຶ່ງໃນບັນດາຕະຫຼາດທີ່ມີທ່າແຮງຫຼາຍໃນການຂະຫຍາຍການສົ່ງອອກ.
ສອງປະເທດພວມມຸ່ງໄປສູ່ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍຂຶ້ນປະມານ 3 ຕື້ USD, ພ້ອມທັງຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ມີຈຸດແຂງ ແລະ ຄວາມຕ້ອງການເສີມເຊິ່ງກັນ ເຊັ່ນ: ອາຫານ - ກະສິກຳ, ການສຶກສາ, ການທ່ອງທ່ຽວ, ເຕັກໂນໂລຊີ, ການບິນ, ການລົງທຶນ, ກະສິກຳເຕັກໂນໂລຊີສູງ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ.
ຕາມ ທ່ານ Christopher Luxon, ການເພີ່ມທະວີຄວາມຜູກພັນກັບຫວຽດນາມ ບໍ່ພຽງແຕ່ສ້າງໂອກາດໃໝ່ດ້ານເສດຖະກິດ ແຕ່ຍັງປະກອບສ່ວນໂດຍກົງເຂົ້າໃນຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງຂອງນູແວນເຊລັງ.
ຫວຽດນາມນັບມື້ນັບສຳຄັນໃນຍຸດທະສາດພາກພື້ນຂອງນູແວນເຊລັງ
ໃນແງ່ມຸມຍຸດທະສາດ, Asia Media Centre ສັງກັດ Asia New Zealand Foundation ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ດຶງດູດຄວາມສົນໃຈໄປສູ່ໜຶ່ງໃນສາຍພົວພັນທີ່ພັດທະນາໄວໃນນະໂຍບາຍຕ່າງປະເທດຕໍ່ອາຊີຂອງນູແວນເຊລັງ.
ຄວາມໝາຍຂອງສາຍພົວພັນຫວຽດນາມ - ນູແວນເຊລັງ ບໍ່ພຽງແຕ່ຢູ່ທີ່ການຄ້າ. ຫວຽດນາມຍັງເປັນສະມາຊິກທີ່ຫ້າວຫັນຂອງ ASEAN, APEC ແລະ CPTPP, ຜ່ານນັ້ນກາຍເປັນຄູ່ຮ່ວມເຊື່ອມຕໍ່ທີ່ສຳຄັນສຳລັບນູແວນເຊລັງ ໃນບັນດາກົນໄກເສດຖະກິດ ແລະ ການເມືອງຢູ່ພາກພື້ນອິນເດຍ - ປາຊີຟິກ.
ໃນສະພາບການທີ່ Wellington ມີນະໂຍບາຍຫຼາກຫຼາຍສາຍພົວພັນດ້ານເສດຖະກິດ ແລະ ການຕ່າງປະເທດ, ຫຼຸດຜ່ອນການເພິ່ງພາຄູ່ຮ່ວມໃຫຍ່ໃດໜຶ່ງ, ຫວຽດນາມພວມໂດດເດັ່ນຂຶ້ນໃນຖານະຄູ່ຮ່ວມທີ່ນັບມື້ນັບມີທ່າແຮງ. ດັ່ງນັ້ນ, ການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຈຶ່ງສະທ້ອນເຖິງຄວາມຕ້ອງການຕົວຈິງຂອງທັງສອງປະເທດໃນການຂະຫຍາຍພື້ນທີ່ການຮ່ວມມື.
The Spinoff ກໍໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວຍຸດທະສາດຂອງສອງປະເທດໃນຄວາມພະຍາຍາມຫຼາກຫຼາຍສາຍພົວພັນຢ່າງເປັນເຈົ້າການ ໃນໂລກທີ່ມີຫຼາຍການຜັນແປ. ສື່ດັ່ງກ່າວຕີລາຄາສູງຜົນສຳເລັດຂອງພາລະກິດປ່ຽນແປງໃໝ່ຂອງຫວຽດນາມ, ຈາກປະເທດທຸກຍາກກາຍເປັນເສດຖະກິດລາຍຮັບປານກາງທີ່ມີຄວາມຄຶກຄັກພາຍໃນພຽງໜຶ່ງລຸ້ນຄົນ, ພ້ອມທັງເອົາໃຈໃສ່ຕໍ່ເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.
ຕາມ The Spinoff, ທິດທາງຖືເອົາວິທະຍາສາດ - ເຕັກໂນໂລຊີເປັນແຮງຂັບເຄື່ອນການເຕີບໂຕຂອງຫວຽດນາມ ມີຫຼາຍຈຸດສອດຄ່ອງກັບທ່າແຮງຂອງນູແວນເຊລັງໃນດ້ານການຄົ້ນຄວ້າ, ການສຶກສາ ແລະ ກະສິກຳເຕັກໂນໂລຊີສູງ, ເປີດພື້ນທີ່ການຮ່ວມມືໃໝ່ລະຫວ່າງສອງປະເທດ.
ຄາດຫວັງສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ
ສື່ມວນຊົນນູແວນເຊລັງ ຄາດຫວັງວ່າ ການຢ້ຽມຢາມຈະຊຸກຍູ້ບັນດາຂໍ້ຕົກລົງເພີ່ມເຕີມໃນຂົງເຂດຄື ການຄ້າ, ການສຶກສາ ແລະ ກະສິກຳ. ການທີ່ນັບມື້ນັບມີຫຼາຍຂົງເຂດຖືກນຳເຂົ້າໃນແຜນການຮ່ວມມື ສະແດງວ່າ ສາຍພົວພັນສອງຝ່າຍພວມຂະຫຍາຍຈາກບັນດາຂົງເຂດດັ້ງເດີມ ໄປສູ່ຂອບເຂດການຮ່ວມມືທີ່ຮອບດ້ານກວ່າ, ລວມທັງເຕັກໂນໂລຊີ, ແຫຼ່ງຊັບພະຍາກອນມະນຸດ, ການພັດທະນາແບບຍືນຍົງ ແລະ ບັນດາບັນຫາພາກພື້ນ.
ໃນອີກດ້ານໜຶ່ງ, ການເພີ່ມທະວີສາຍພົວພັນກັບນູແວນເຊລັງ ກໍຢູ່ໃນທ່າອ່ຽງຂະຫຍາຍ, ຫຼາຍຝ່າຍ ແລະ ຫຼາກຫຼາຍສາຍພົວພັນຕ່າງປະເທດ, ພ້ອມທັງເຊື່ອມໂຍງສາກົນຢ່າງເລິກເຊິ່ງຂອງຫວຽດນາມ, ຜ່ານນັ້ນເປີດກວ້າງພື້ນທີ່ການຮ່ວມມືເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ໃນສະພາບແວດລ້ອມສາກົນທີ່ມີຫຼາຍການຜັນແປ.
ບັນດາການຕີລາຄາຈາກສື່ມວນຊົນ ແລະ ລັດຖະບານນູແວນເຊລັງ ສະແດງໃຫ້ເຫັນວ່າ ທັດສະນະຕໍ່ຫວຽດນາມພວມມີການປ່ຽນແປງທີ່ໜ້າສົນໃຈ: ຈາກຄູ່ຮ່ວມທີ່ສ່ວນໃຫຍ່ຕິດພັນກັບບັນດາຂົງເຂດຮ່ວມມືດັ້ງເດີມ ໄປສູ່ຄູ່ຮ່ວມທີ່ນັບມື້ນັບມີຄວາມໝາຍສຳຄັນໃນດ້ານເສດຖະກິດ, ເຕັກໂນໂລຊີ, ການລົງທຶນ ແລະ ການເຊື່ອມຕໍ່ພາກພື້ນ.
ໃນສະພາບການດັ່ງກ່າວ, ການຢ້ຽມຢາມຂັ້ນລັດຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຮັບການຄາດຫວັງວ່າຈະສ້າງແຮງຊຸກຍູ້ເພີ່ມເຕີມ ເພື່ອໃຫ້ສອງປະເທດນຳຂອບເຂດຄູ່ຮ່ວມຍຸດທະສາດຮອບດ້ານເຂົ້າສູ່ລວງເລິກ, ສ້າງສາຍພົວພັນໃຫ້ນັບມື້ນັບແທດຈິງ ບົນພື້ນຖານຜົນປະໂຫຍດດ້ານການພັດທະນາ, ການຮ່ວມມືພາກພື້ນ ແລະ ການປະສານສົມທົບຢູ່ບັນດາກົນໄກຫຼາຍຝ່າຍ.
ຍສໝ - ອິນເດຍ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນ 35 ໂຕນ ເພື່ອໜູນຊ່ວຍ ຫວຽດນາມ ຜ່ານຜ່າຜົນຮ້າຍທີ່ຕາມມາຈາກພະຍຸ Yagi. ນູແວນເຊລັງ ຫາກໍ່ປະກາດການປະກອບສ່ວນເງີນ 1 ລ້ານໂດລານູແວນເຊລັງ ເພື່ອໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າຜົນສະທ້ອນທີ່ຮ້າຍແຮງຂອງພາຍຸ Yagi. |
ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດແລ້ວ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 2 ແຕ່ວັນທີ 25 – 28 ກຸມພາ. |
ມິງດຶກ
