ການທູດປະຊາຊົນປະກອບສ່ວນທະນຸຖະໜອມສາຍພົວພັນ ຫວຽດນາມ - ເບລາຣຸດ

14:52 | 10/08/2026

ຍສໝ - ວັນທີ 8/8, ທີ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ສົມທົບກັບສະຖານທູດເບລາຣຸດປະຈຳຫວຽດນາມ ຈັດງານພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີ ວັນຊາດສາທາລະນະລັດເບລາຣຸດ. ຜູ້ຕາງໜ້າສອງຝ່າຍເນັ້ນໜັກເຖິງບົດບາດຂອງການທູດປະຊາຊົນໃນການເສີມສ້າງມິດຕະພາບ, ເປີດກວ້າງການຮ່ວມມືທີ່ເປັນຮູບປະທຳ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ - ເບລາຣຸດ ນັບມື້ນັບເລິກເຊິ່ງ.

ນ້ຳໃຈມິດຕະພາບ ຫວຽດນາມ - ເບລາຣຸດຊີ ທີ່ສະໜິດຕິດພັນ ໂດຍຜ່ານວັດທະນະທຳ ແລະວັດຖຸທີ່ລະນຶກ ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ

ເຂົ້າຮ່ວມງານພົບປະມີ ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານ Uladzimir Baravikou, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດເບລາຣຸດປະຈຳຫວຽດນາມ; ທ່ານ ຫງວຽນ ຕວນ ຟອງ, ປະທານສະມາຄົມມິດຕະພາບຫວຽດນາມ - ເບລາຣຸດ; ພົນໂທ ຫງວຽນ ວັນ ແທ່ງ, ອະດີດຮອງລັດຖະມົນຕີກະຊວງຕຳຫຼວດ; ທ່ານ ຫງວຽນ ຖາຍ ລາຍ, ອະດີດຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ອະດີດປະທານສະມາຄົມມິດຕະພາບຫວຽດນາມ - ເບລາຣຸດ; ພ້ອມດ້ວຍບັນດາຜູ້ແທນ ແລະ ສະມາຊິກສະມາຄົມມິດຕະພາບຫວຽດນາມ - ເບລາຣຸດ.

ການທູດປະຊາຊົນປະກອບສ່ວນທະນຸຖະໜອມສາຍພົວພັນ ຫວຽດນາມ - ເບລາຣຸດ
ບັນດາລາຍການສະແດງສິລະປະໃນງານພົບປະມິດຕະພາບ. (ພາບ: ບ໋າວ ຫງອກ).

ຄວາມຊົງຈຳຮ່ວມກັນຫຼໍ່ລ້ຽງສາຍສຳພັນມິດຕະພາບ

ກ່າວເປີດງານ, ທ່ານ ຫງວຽນຕວນຟອງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ໃຫ້ຮູ້ວ່າ ງານພົບປະແມ່ນໂອກາດໃຫ້ບັນດາເພື່ອນມິດຫວຽດນາມທີ່ຮັກແພງເບລາຣຸດ ໄດ້ພົບພໍ້ກັບບັນດາເພື່ອນມິດເບລາຣຸດທີ່ສະໜິດສະໜົມອີກຄັ້ງ; ໃຫ້ບັນດາຜູ້ທີ່ເຄີຍຮ່ຳຮຽນ, ເຮັດວຽກ ແລະ ຜູກພັນກັບເບລາຣຸດ ໄດ້ຮ່ວມກັນຫວນຄືນບັນດາຄວາມຊົງຈຳໃນຊ່ວງເວລາແຫ່ງໄວໜຸ່ມ.

ຕາມທ່ານ ຫງວຽນຕວນຟອງ, ສຳລັບສະມາຊິກຫຼາຍຄົນ, ເບລາຣຸດບໍ່ພຽງແຕ່ແມ່ນບ່ອນທີ່ເຄີຍຮ່ຳຮຽນ ຫຼື ເຮັດວຽກເທົ່ານັ້ນ ແຕ່ຍັງເປັນບ່ອນທີ່ເກັບຮັກສາສ່ວນໜຶ່ງຂອງໄວໜຸ່ມ. ຢູ່ທີ່ນັ້ນມີບັນດາຄູອາຈານຜູ້ທຸ່ມເທ ທີ່ຖ່າຍທອດຄວາມຮູ້ ແລະ ຄວາມຮັກໃນອາຊີບ; ມີບັນດາເພື່ອນທີ່ຈິງໃຈ ຮ່ວມແບ່ງປັນຊ່ວງເວລາອັນສວຍງາມຂອງຊີວິດ; ມີບັນດາຄອບຄົວເບລາຣຸດທີ່ເຄີຍຕ້ອນຮັບນັກສຶກສາຫວຽດນາມດັ່ງຍາດພີ່ນ້ອງ.

ບັນດາຄວາມຊົງຈຳກ່ຽວກັບຄູອາຈານ, ໝູ່ເພື່ອນ ແລະ ນ້ຳໃຈອັນອົບອຸ່ນຂອງປະຊາຊົນເບລາຣຸດ ໄດ້ຫຼໍ່ລ້ຽງສາຍສຳພັນອັນແໜ້ນແຟ້ນຂອງຊາວຫວຽດນາມຫຼາຍຮຸ່ນຕໍ່ປະເທດ ແລະ ປະຊາຊົນເບລາຣຸດ. ນີ້ກໍແມ່ນໜຶ່ງໃນແຮງຈູງໃຈໃຫ້ພວກເຂົາສືບຕໍ່ເຂົ້າຮ່ວມບັນດາກິດຈະກຳຂອງສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ, ປະກອບສ່ວນພູນສ້າງການພົວພັນລະຫວ່າງປະຊາຊົນສອງປະເທດ.

“ເບລາຣຸດບໍ່ພຽງແຕ່ແມ່ນບ່ອນທີ່ເຄີຍຮ່ຳຮຽນ ຫຼື ເຮັດວຽກ. ເບລາຣຸດຍັງແມ່ນບ່ອນທີ່ເກັບຮັກສາສ່ວນໜຶ່ງຂອງໄວໜຸ່ມຂອງຕົນ”, ທ່ານ ຫງວຽນ ຕວນ ຟອງ ແບ່ງປັນ.

ໃນຖານະເປັນອົງການດ້ານການທູດປະຊາຊົນ, ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ກຳນົດໜ້າທີ່ປະກອບສ່ວນຮັກສາ ແລະ ພັດທະນາມິດຕະພາບລະຫວ່າງປະຊາຊົນສອງປະເທດ. ປະທານສະມາຄົມຕີລາຄາສູງການຮ່ວມເດີນທາງ, ການສະໜັບສະໜູນ ແລະ ການປະສານງານຂອງສະຖານທູດເບລາຣຸດປະຈຳຫວຽດນາມ, ພ້ອມທັງປາດຖະໜາໃຫ້ສອງຝ່າຍສືບຕໍ່ຈັດບັນດາກິດຈະກຳທີ່ເປັນຮູບປະທຳຕື່ມອີກ, ຊ່ວຍໃຫ້ຄົນຮຸ່ນໜຸ່ມຂອງສອງປະເທດເພີ່ມທະວີຄວາມເຂົ້າໃຈ ແລະ ສືບຕໍ່ບັນດານ້ຳໃຈອັນດີງາມທີ່ຄົນຮຸ່ນກ່ອນໄດ້ພູນສ້າງ.

ການທູດປະຊາຊົນປະກອບສ່ວນທະນຸຖະໜອມສາຍພົວພັນ ຫວຽດນາມ - ເບລາຣຸດ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສາທາລະນະລັດເບລາຣຸດ ປະຈຳຫວຽດນາມ Uladzimir Baravikou. (ພາບ: ຫວູດົ່ງ).

ເປີດກວ້າງບັນດາຂົງເຂດການຮ່ວມມືທີ່ເປັນຮູບປະທຳ

ແບ່ງປັນທີ່ງານພົບປະມິດຕະພາບ, ທ່ານ Uladzimir Baravikou, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດເບລາຣຸດ ປະຈຳຫວຽດນາມ ໃຫ້ຮູ້ວ່າ ການພົວພັນຮ່ວມມື ເບລາຣຸດ - ຫວຽດນາມ ພວມສືບຕໍ່ພັດທະນາດ້ວຍບັນດາການປ່ຽນແປງໃນທາງບວກ. ນັບແຕ່ເດືອນ 5/2025, ການພົວພັນສອງປະເທດໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ, ເປີດກວ້າງໂອກາດຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ, ວັດທະນະທຳ, ວິທະຍາສາດ, ການສຶກສາ ແລະ ການແລກປ່ຽນດ້ານມະນຸດສະທຳ.

ຕາມທ່ານເອກອັກຄະລັດຖະທູດ, ໃນເດືອນ 6/2026, ຄະນະກຳມະການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເບລາຣຸດ - ຫວຽດນາມ ໄດ້ຟື້ນຟູການເຄື່ອນໄຫວ ແລະ ຈັດກອງປະຊຸມຄັ້ງທີ 12 ຢູ່ Minsk. ສອງຝ່າຍພວມກະກຽມປະກາດໂຄງການຄັດເລືອກບັນດາໂຄງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເບລາຣຸດ - ຫວຽດນາມ ໄລຍະ 2027-2028.

ທ່ານ Uladzimir Baravikou ຍັງໃຫ້ຮູ້ວ່າ ບັນດາຖ້ຽວບິນກົງປະຈຳ ແລະ ຖ້ຽວບິນເຊົ່າເໝົາ, ພ້ອມກັບນະໂຍບາຍຍົກເວັ້ນວີຊາລະຫວ່າງເບລາຣຸດ ແລະ ຫວຽດນາມ, ພວມສ້າງເງື່ອນໄຂສະດວກໃຫ້ແກ່ການທ່ອງທ່ຽວ, ການແລກປ່ຽນລະຫວ່າງວິສາຫະກິດ, ການພົບປະໂດຍກົງ ແລະ ການແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

ການຮ່ວມມືດ້ານວັດທະນະທຳມີບາງກິດຈະກຳທີ່ໜ້າສົນໃຈໃນປີ 2026. ວັນຮູບເງົາເບລາຣຸດຢູ່ຫວຽດນາມໄດ້ຈັດຂຶ້ນໃນເດືອນ 6. ໂຮງລະຄອນໂອເປຣາ ແລະ ບາເລແຫ່ງຊາດສາທາລະນະລັດເບລາຣຸດ ໄດ້ເດີນທາງມາສະແດງຢູ່ຮ່າໂນ້ຍເປັນຄັ້ງທຳອິດນັບແຕ່ສອງປະເທດສ້າງຕັ້ງການພົວພັນການທູດ; ໂຮງລະຄອນໂຮ່ເກືອມກໍມີລາຍການສະແດງຢູ່ Minsk.

ບັນດາກິດຈະກຳສຳລັບຄົນຮຸ່ນໜຸ່ມສືບຕໍ່ໄດ້ຮັບຄວາມສົນໃຈຈາກສອງຝ່າຍ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ໃນປີ 2026, ເບລາຣຸດໄດ້ຟື້ນຟູການຮັບເດັກນ້ອຍຫວຽດນາມໄປພັກຜ່ອນ ແລະ ເຂົ້າຮ່ວມໂຄງການການສຶກສາຢູ່ສູນການສຶກສາ ແລະ ພັກຜ່ອນເດັກແຫ່ງຊາດ “Zubrenok”, ຢູ່ແຄມທະເລສາບ Naroch. ໃນເດືອນ 7 ແລະ ເດືອນ 8, ຄະນະເດັກນ້ອຍຫວຽດນາມຄະນະໜຶ່ງໄດ້ໄປພັກຜ່ອນຢູ່ເບລາຣຸດ. ໃນໄລຍະດຽວກັນ, ຄະນະລູກຫຼານຂອງພະນັກງານກຳລັງບັງຄັບໃຊ້ກົດໝາຍຫວຽດນາມໄດ້ໄປຢ້ຽມຢາມເບລາຣຸດ ຕາມຄຳເຊີນຂອງທ່ານ Ivan Kubrakov, ລັດຖະມົນຕີກະຊວງພາຍໃນເບລາຣຸດ.

ທ່ານ Uladzimir Baravikou ຕີລາຄາວ່າ ການທູດປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາສະມາຄົມມິດຕະພາບສາມາດມີບົດບາດສຳຄັນໃນການສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນ ເບລາຣຸດ - ຫວຽດນາມ ເລິກເຊິ່ງຍິ່ງຂຶ້ນ.

ທ່ານເອກອັກຄະລັດຖະທູດປາດຖະໜາໃຫ້ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ສືບຕໍ່ສະເໜີບັນດາຂໍ້ລິເລີ່ມໃໝ່, ໃນນັ້ນມີບັນດາກິດຈະກຳສຶກສາອົບຮົມຄວາມຮັກຊາດ, ຮັກສາຄວາມຊົງຈຳທາງປະຫວັດສາດ ແລະ ປົກປ້ອງຄວາມຈິງທາງປະຫວັດສາດ. ສອງຝ່າຍກໍຕ້ອງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທີ່ໄດ້ລົງນາມຢູ່ Minsk ໃນເດືອນ 5/2025 ລະຫວ່າງສະມາຄົມມິດຕະພາບ ແລະ ແລກປ່ຽນວັດທະນະທຳກັບຕ່າງປະເທດເບລາຣຸດ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ມີປະສິດທິຜົນ.

“ສະຖານທູດເບລາຣຸດຍາມໃດກໍພ້ອມທີ່ຈະສະໜັບສະໜູນຢ່າງຕັ້ງໜ້າໃນການເພີ່ມທະວີບັນດາສາຍພົວພັນພາຍໃຕ້ຂອບການທູດປະຊາຊົນ”, ທ່ານ Uladzimir Baravikou ຢືນຢັນ.

ການທູດປະຊາຊົນປະກອບສ່ວນທະນຸຖະໜອມສາຍພົວພັນ ຫວຽດນາມ - ເບລາຣຸດ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: ຫວູດົ່ງ).

ງານພົບປະຄັ້ງນີ້ປະກອບສ່ວນຮັກສາສາຍພົວພັນອັນແໜ້ນແຟ້ນລະຫວ່າງບັນດາຜູ້ທີ່ເຄີຍຮ່ຳຮຽນ ແລະ ເຮັດວຽກຢູ່ເບລາຣຸດ ກັບບັນດາຄູ່ຮ່ວມມື ແລະ ເພື່ອນມິດເບລາຣຸດ; ພ້ອມທັງສ້າງພື້ນຖານເພີ່ມເຕີມໃຫ້ບັນດາອົງການມິດຕະພາບຂອງສອງປະເທດສືບຕໍ່ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ, ເຊື່ອມຕໍ່ຄົນຮຸ່ນໜຸ່ມ ແລະ ສະໜັບສະໜູນການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ສອດຄ່ອງກັບຂອບສາຍພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ - ເບລາຣຸດ.

ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ການພົບປະມິດຕະພາບ ຫວຽດນາມ - ເບລາຣຸດຊີ: ມານະພະຍາຍາມເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ
ຍສໝ - ວັນທີ 7 ສິງຫາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ໄດ້ຈັດຕັ້ງການພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປົດປ່ອຍ ເບລາຣຸດຊີ (ວັນທີ 3 ກໍລະກົດ ປີ 1944 – ວັນທີ 3 ກໍລະກົດ ປີ 2024) ແລະ ວັນຊາດ ຫວຽດນາມ (ວັນທີ 2 ກັນຍາ ປີ 1945 – ວັນທີ 2 ກັນຍາ ປີ 2024). ຢູ່ທີ່​ນີ້, ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ ຢືນຢັນ​ວ່າ: “ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ ຈະສືບ​ຕໍ່​ມານະ​ພະຍາຍາມ​ເພີ່ມພູນຄູນສ້າງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ 2 ປະ​ເທດໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ”.
ນ້ຳໃຈມິດຕະພາບ ຫວຽດນາມ - ເບລາຣຸດຊີ ທີ່ສະໜິດຕິດພັນ ໂດຍຜ່ານວັດທະນະທຳ ແລະວັດຖຸທີ່ລະນຶກ ນ້ຳໃຈມິດຕະພາບ ຫວຽດນາມ - ເບລາຣຸດຊີ ທີ່ສະໜິດຕິດພັນ ໂດຍຜ່ານວັດທະນະທຳ ແລະວັດຖຸທີ່ລະນຶກ
ຍສໝ - ໂດຍໄດ້ຮັບການປັບປຸງ​ຜ່ານ​ການ​ເຄື່ອນ​ໄຫວ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ມີ​ຫົວຄິດປະດິດສ້າງ, ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ ​ແລະ ​ເບ​ລາຣຸດຊີ ກຳລັງສືບ​ຕໍ່​ພັດທະນາ​ຢ່າງ​ແຮງ. ບັນດາສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ແລະ ບັນດາຜູ້ທີ່ມີຄວາມຮັກແພງກັບ ເບລາຣຸດຊີ ບໍ່ພຽງແຕ່ຈັດຕັ້ງບັນດາເຫດການວັດທະນະທໍາ, ດົນຕີທີ່ເປັນເອກະລັກພິເສດເທົ່ານັ້ນ ຫາກຍັງຮັກສາບັນດາວັດຖຸທີ່ລະນຶກອັນລໍ້າຄ່າຂອງ ເບລາຣຸດຊີ ອີກດ້ວຍ. ​ເຂົາ​ເຈົ້າ​ໄດ້​ສົ່ງ​ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່ ​ເບ​ລາຣຸດຊີ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ພົບ​ປະ​ກັບ​ເພື່ອນ​ເກົ່າ ​ແລະ ສືບ​ຕໍ່​ກໍ່ສ້າງສາ​ຍພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດໃຫ້ນັບມື້ນັບແໜ້ນແຟ້ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ