| ຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນໃນສັບປະດາວັດທະນະທໍາຂອງບັນດາປະເທດທີ່ເວົ້າພາສາ ແອັດສະປາຍ. ເຊື່ອມໂຍງແຄວ້ນ Catalonia, ຊຸກຍູ້ການຮ່ວມມື ຫວຽດນາມ - ແອັດສະປາຍ |
ເຂົ້າຮ່ວມກອງປະຊຸມໃຫຍ່ມີ ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານນາງ Carmen Cano de Lasala, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງລາຊະອານາຈັກແອັດສະປາຍປະຈຳຫວຽດນາມ; ທ່ານ ຫງວຽນດຶກເລີ້ຍ, ປະທານສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ ຊຸດທີ III; ພ້ອມດ້ວຍບັນດາກຳມະການຄະນະປະຈຳ, ຄະນະບໍລິຫານງານສະມາຄົມ, ຜູ້ຕາງໜ້າບັນດາສາຂາສະມາຊິກ, ສະມາຊິກຈຳນວນຫຼາຍ ແລະ ບັນດາຜູ້ທີ່ຜູກພັນກັບກິດຈະກຳມິດຕະພາບຫວຽດນາມ - ແອັດສະປາຍ.
ກອງປະຊຸມໃຫຍ່ດຳເນີນຂຶ້ນໃນຂະນະທີ່ສອງປະເທດພວມມຸ່ງໄປສູ່ການສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດໃນປີ 2027. ໃນສະພາບການດັ່ງກ່າວ, ວຽກງານການຕ່າງປະເທດປະຊາຊົນຖືກຄາດຫວັງໃຫ້ສົ່ງເສີມບົດບາດໃນການເຊື່ອມໂຍງປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈ ແລະ ເສີມສ້າງພື້ນຖານທາງສັງຄົມໃຫ້ແກ່ສາຍພົວພັນສອງຝ່າຍ.
![]() |
| ສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV, ອາຍຸການ 2026-2031. (ພາບ: ດິງຮວ່າ) |
ກ່າວຄຳປາໄສເປີດກອງປະຊຸມ, ທ່ານ ຫງວຽນດຶກເລີ້ຍ, ປະທານສະມາຄົມຊຸດທີ III, ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ມີໜ້າທີ່ຕີລາຄາຜົນງານໃນອາຍຸການຜ່ານມາ ແລະ ກຳນົດທິດທາງສຳລັບອາຍຸການ 2026-2031. ຕາມ ທ່ານ ຫງວຽນດຶກເລີ້ຍ, ສາຍພົວພັນລະຫວ່າງສອງປະເທດພວມຂະຫຍາຍຕົວໃນຫຼາຍຂົງເຂດ, ສ້າງເງື່ອນໄຂໃຫ້ສະມາຄົມສືບຕໍ່ປ່ຽນແປງໃໝ່ ແລະ ສົ່ງເສີມບົດບາດເປັນຂົວເຊື່ອມລະຫວ່າງປະຊາຊົນສອງປະເທດ.
ກອງປະຊຸມໃຫຍ່ໄດ້ໄວ້ວາງໃຈເລືອກ ທ່ານ ຫງວຽນດຶກເລີ້ຍ, ອະດີດກຳມະການຄະນະບໍລິຫານງານສູນກາງພັກ, ອະດີດຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ, ສືບຕໍ່ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ.
ຕາງໜ້າຄະນະບໍລິຫານງານຊຸດທີ IV, ທ່ານ ຫງວຽນດຶກເລີ້ຍ ຢືນຢັນວ່າ ສະມາຄົມຈະສືບທອດບັນດາຜົນງານທີ່ບັນລຸໄດ້, ພ້ອມທັງປ່ຽນແປງໃໝ່ເນື້ອໃນ ແລະ ຮູບແບບການເຄື່ອນໄຫວ ເພື່ອເພີ່ມທະວີຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.
![]() |
| ທ່ານ ຫງວຽນດຶກເລີ້ຍ, ອະດີດກຳມະການຄະນະບໍລິຫານງານສູນກາງພັກ, ອະດີດຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ, ສືບຕໍ່ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ. (ພາບ: ດິງຮວ່າ) |
ຈາກການແລກປ່ຽນມິດຕະພາບ ສູ່ການເຊື່ອມຕໍ່ການຮ່ວມມື
ກ່າວຄຳປາໄສທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມ ແລະ ສະເໜີ 5 ຂໍ້ແນະນຳສຳລັບອາຍຸການໃໝ່.
ກ່ອນອື່ນໝົດ, ສະມາຄົມຕ້ອງວາງກິດຈະກຳຂອງຕົນໄວ້ໃນພາບລວມຂອງແນວທາງການຕ່າງປະເທດຂອງພັກ ແລະ ລັດ, ພ້ອມທັງສົ່ງເສີມຈຸດແຂງສະເພາະຂອງວຽກງານການຕ່າງປະເທດປະຊາຊົນ: ນຳສາຍພົວພັນລະຫວ່າງສອງປະເທດໃຫ້ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ, ຫັນບັນດາຂອບການຮ່ວມມືໃນລະດັບຊາດໃຫ້ກາຍເປັນການເຊື່ອມຕໍ່ທີ່ເປັນຮູບປະທຳລະຫວ່າງທ້ອງຖິ່ນ, ໂຮງຮຽນ, ວິສາຫະກິດ, ອົງການສັງຄົມ ແລະ ປະຊາຊົນສອງປະເທດ.
![]() |
| ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ. (ພາບ: ດິງຮວ່າ) |
ທີສອງ, ສະມາຄົມຕ້ອງປ່ຽນແປງໃໝ່ເນື້ອໃນ ແລະ ຮູບແບບການເຄື່ອນໄຫວ ຕາມທິດວິຊາຊີບ, ແທດຈິງ ແລະ ມີປະສິດທິຜົນ; ເພີ່ມທະວີການນຳໃຊ້ເຕັກໂນໂລຊີດິຈິຕອນ, ການສື່ສານທັນສະໄໝ ແລະ ເຄືອຂ່າຍສັງຄົມ, ໂດຍສະເພາະເພື່ອເຂົ້າເຖິງຄົນຮຸ່ນໜຸ່ມ.
ທີສາມ, ບັນດາຂີດໝາຍສຳຄັນໃນສາຍພົວພັນສອງປະເທດຕ້ອງໄດ້ຮັບການນຳໃຊ້ໃຫ້ເກີດຄຸນຄ່າໃນໄລຍະຍາວ. ສຳລັບການສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດໃນປີ 2027, ບັນດາກິດຈະກຳຄວນມຸ່ງໄປສູ່ຜົນສຳເລັດທີ່ເປັນຮູບປະທຳ ເຊັ່ນ: ໂຄງການຮ່ວມມືໃໝ່, ເຄືອຂ່າຍຄູ່ຮ່ວມມື, ຂໍ້ລິເລີ່ມຂອງຊາວໜຸ່ມ, ການແລກປ່ຽນວັດທະນະທຳ - ການສຶກສາ ຫຼື ການເຊື່ອມຕໍ່ທ້ອງຖິ່ນ.
ທີສີ່, ສະມາຄົມຕ້ອງຂະຫຍາຍຈາກ “ການແລກປ່ຽນມິດຕະພາບ” ໄປສູ່ “ການເຊື່ອມຕໍ່ການຮ່ວມມື ແລະ ລະດົມແຫຼ່ງກຳລັງຈາກສັງຄົມ”. ເຄືອຂ່າຍຄູ່ຮ່ວມມືຕ້ອງໄດ້ຮັບການຂະຫຍາຍໄປສູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ສະມາຄົມວິສາຫະກິດ, ອົງການປົກຄອງທ້ອງຖິ່ນ, ອົງການສັງຄົມ ແລະ ຊຸມຊົນຊາວຫວຽດນາມຢູ່ແອັດສະປາຍ; ຜ່ານນັ້ນ ຊຸກຍູ້ການຮ່ວມມືໃນດ້ານການຫັນປ່ຽນສີຂຽວ, ການຫັນປ່ຽນດິຈິຕອນ, ການສຶກສາ, ການອະນຸລັກມໍລະດົກ, ການແລກປ່ຽນຊາວໜຸ່ມ ແລະ ການຮ່ວມມືທາງທະເລ.
ທີຫ້າ, ສະມາຄົມຕ້ອງໃຫ້ຄວາມສຳຄັນເປັນພິເສດຕໍ່ຄົນຮຸ່ນໜຸ່ມ ແລະ ບັນດາຮູບແບບການເຊື່ອມຕໍ່ໃໝ່. ຕາມ ທ່ານ ຫງວຽນຫງອກຮຸ່ງ, ສາຍພົວພັນຫວຽດນາມ - ແອັດສະປາຍ ໃນ 10, 20 ຫຼື 30 ປີຕໍ່ໜ້າ ຈະຂຶ້ນກັບຄົນຮຸ່ນໜຸ່ມຂອງສອງປະເທດເປັນສຳຄັນ. ສະນັ້ນ, ຈຶ່ງຕ້ອງສ້າງພື້ນທີ່ໃຫ້ຫຼາຍຂຶ້ນ ເພື່ອໃຫ້ຊາວໜຸ່ມ, ນັກສຶກສາ, ນັກຄົ້ນຄວ້າໜຸ່ມ, ນັກທຸລະກິດໜຸ່ມ ແລະ ສິລະປິນໜຸ່ມ ໄດ້ພົບປະ, ຮ່ຳຮຽນເຊິ່ງກັນແລະກັນ ແລະ ຮ່ວມກັນຜັນຂະຫຍາຍບັນດາຂໍ້ລິເລີ່ມ.
ທ່ານ ຫງວຽນຫງອກຮຸ່ງ ຄາດຫວັງວ່າ ສະມາຄົມຈະຄ່ອຍໆກາຍເປັນເວທີເຊື່ອມຕໍ່ພູມປັນຍາ, ວັດທະນະທຳ, ປະຊາຊົນ ແລະ ການຮ່ວມມືເພື່ອການພັດທະນາລະຫວ່າງສອງປະເທດ; ພ້ອມທັງເປັນບ່ອນລິເລີ່ມບັນດາແນວຄິດລິເລີ່ມ ແລະ ສາຍພົວພັນຄູ່ຮ່ວມມືໃໝ່.
ຂະຫຍາຍພື້ນຖານທາງສັງຄົມໃຫ້ແກ່ສາຍພົວພັນສອງປະເທດ
ທ່ານນາງ Carmen Cano de Lasala, ເອກອັກຄະລັດຖະທູດແອັດສະປາຍປະຈຳຫວຽດນາມ, ຕີລາຄາວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV, ອາຍຸການ 2026-2031 ແມ່ນຂີດໝາຍທີ່ເປີດໄລຍະໃໝ່ໃນການຊຸກຍູ້ການຮ່ວມມືສອງຝ່າຍ.
![]() |
| ທ່ານນາງ Carmen Cano, ເອກອັກຄະລັດຖະທູດແອັດສະປາຍປະຈຳຫວຽດນາມ. (ພາບ: ດິງຮວ່າ) |
ຕາມ ທ່ານນາງ Carmen Cano de Lasala, ສາຍພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາມີຫຼາຍບາດກ້າວພັດທະນາ. ທ່ານ Pedro Sánchez, ນາຍົກລັດຖະມົນຕີແອັດສະປາຍ ໄດ້ຢ້ຽມຢາມຫວຽດນາມໃນເດືອນເມສາ 2025. ໃນທ້າຍເດືອນກໍລະກົດ 2026, ປະທານລັດຖະບານເຂດ Catalonia ໄດ້ຢ້ຽມຢາມຫວຽດນາມ. ນະຄອນ Barcelona ແລະ ນະຄອນໂຮ່ຈີມິນ ໄດ້ສ້າງຕັ້ງສາຍພົວພັນມິດຕະພາບ, ການຮ່ວມມື; ສອງປະເທດກໍພວມຄົ້ນຄວ້າຄວາມສາມາດໃນການສ້າງຕັ້ງສາຍພົວພັນມິດຕະພາບເພີ່ມເຕີມລະຫວ່າງບັນດານະຄອນ.
ທ່ານນາງ Carmen Cano de Lasala ໃຫ້ຮູ້ວ່າ ແອັດສະປາຍໃຫ້ຄວາມສຳຄັນຕໍ່ຫວຽດນາມ ໃນຖານະເປັນປະເທດທີ່ມີຄວາມຫ້າວຫັນ ແລະ ມີທ່າແຮງຫຼາຍ ໃນບັນດາຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດໃນໄລຍະຕໍ່ໜ້າ. ການຮ່ວມມືສອງຝ່າຍນັບມື້ນັບຫຼາກຫຼາຍ, ນັບແຕ່ການເມືອງ, ປ້ອງກັນຊາດ, ເສດຖະກິດ, ກະສິກຳ ຈົນເຖິງການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວ.
ໃນປີ 2025, ມີນັກທ່ອງທ່ຽວແອັດສະປາຍ 100.000 ຄົນເດີນທາງມາຫວຽດນາມ. ເຕັກໂນໂລຊີ, ການຄົ້ນຄວ້າ ແລະ ພັດທະນາ ກໍແມ່ນບັນດາຂົງເຂດບູລິມະສິດ. ບັນດາກິດຈະກຳແລກປ່ຽນດ້ານວັດທະນະທຳ ແລະ ສັງຄົມນັບມື້ນັບມີຫຼາຍຂຶ້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ.
ທ່ານນາງ ຍັງເນັ້ນໜັກເຖິງທ່າແຮງຂອງການເຊື່ອມຕໍ່ຜ່ານພາສາແອັດສະປາຍ. ທ່ານນາງ ຄາດຫວັງວ່າ ຊາວຫວຽດນາມທີ່ຊຳນານພາສານີ້ຈະສາມາດກາຍເປັນ “ທູດ”, ປະກອບສ່ວນເຜີຍແຜ່ພາສາແອັດສະປາຍຢູ່ຫວຽດນາມ. ຕາມ ທ່ານນາງ, ພາສານີ້ເປີດປະຕູໄປສູ່ເຄືອຂ່າຍຜູ້ນຳໃຊ້ຫຼາຍກວ່າ 600 ລ້ານຄົນໃນທົ່ວໂລກ, ພ້ອມທັງສ້າງໂອກາດການຮ່ວມມື ແລະ ການເຮັດວຽກເພີ່ມຂຶ້ນໃຫ້ແກ່ຄົນຮຸ່ນໜຸ່ມຫວຽດນາມ.
ມຸ່ງໄປສູ່ປີ 2027, ທ່ານນາງ Carmen Cano de Lasala ໃຫ້ຂໍ້ສັງເກດວ່າ ການສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແມ່ນໂອກາດໃຫ້ສອງຝ່າຍຊຸກຍູ້ສາຍພົວພັນລະຫວ່າງບັນດາອົງການ ແລະ ອົງການຈັດຕັ້ງ. ສະຖານທູດແອັດສະປາຍປະຈຳຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ ສາມາດເພີ່ມທະວີການປະສານສົມທົບໃນການຈັດບັນດາກິດຈະກຳຮ່ວມກັນ.
![]() |
| ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ມອບທຸງທີ່ລະນຶກໃຫ້ແກ່ສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ. (ພາບ: ດິງຮວ່າ) |
ກ່າວຄຳປາໄສປິດກອງປະຊຸມ, ທ່ານ ຫງວຽນດຶກເລີ້ຍ, ປະທານສະມາຄົມ ເນັ້ນໜັກວ່າ ມະຕິຂອງກອງປະຊຸມໃຫຍ່ຈະມີຄວາມໝາຍຢ່າງແທ້ຈິງ ກໍຕໍ່ເມື່ອໄດ້ຫັນເປັນການກະທຳ. ຄະນະບໍລິຫານງານຊຸດທີ IV ຈະຫັນມະຕິເປັນບັນດາໂຄງການ ແລະ ແຜນວຽກຢ່າງລະອຽດ; ກຳນົດບັນດາໜ້າທີ່ບູລິມະສິດ ແລະ ຂໍ້ລິເລີ່ມທີ່ສາມາດດຶງດູດສະມາຊິກ, ຄູ່ຮ່ວມມື ແລະ ເພື່ອນມິດຂອງສອງປະເທດເຂົ້າຮ່ວມ.
ຈິດໃຈຂອງອາຍຸການໃໝ່ໄດ້ຖືກກຳນົດວ່າ: “ສາມັກຄີກັນຫຼາຍຂຶ້ນໃນການຈັດຕັ້ງ, ເປັນເຈົ້າການຫຼາຍຂຶ້ນໃນການເຊື່ອມຕໍ່, ສ້າງສັນຫຼາຍຂຶ້ນໃນວິທີການເຮັດວຽກ ແລະ ເປັນຮູບປະທຳຫຼາຍຂຶ້ນໃນຜົນສຳເລັດ”.
ບັນດາທິດທາງທີ່ກຳນົດຢູ່ກອງປະຊຸມໃຫຍ່ສະແດງໃຫ້ເຫັນວ່າ ຂອບເຂດວຽກງານການຕ່າງປະເທດປະຊາຊົນຫວຽດນາມ - ແອັດສະປາຍ ພວມຂະຫຍາຍຈາກການແລກປ່ຽນມິດຕະພາບ ໄປສູ່ການເຊື່ອມຕໍ່ປະຊາຊົນ, ພູມປັນຍາ, ທ້ອງຖິ່ນ ແລະ ບັນດາແຫຼ່ງກຳລັງຈາກສັງຄົມ. ນີ້ແມ່ນພື້ນຖານໃຫ້ສະມາຄົມສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ວາງໃຈ ແລະ ສ້າງພື້ນຖານທາງສັງຄົມໃຫ້ແກ່ສາຍພົວພັນສອງປະເທດ.
ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ ນາງ Pilar Méndez Jiménez ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແອັດສະປາຍ. |
ຍສໝ - ວັນທີ 11 ຕຸລາ, ທ່ານນາງ Carmen Cano De Lasala, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ແອັດສະປາຍ ໄດ້ມີການເຮັດວຽກກັບມະຫາວິທະຍາໄລເສດຖະກິດ - ການເງິນ ນະຄອນໂຮ່ຈີມິນ (UEF) ແລະ ພົບປະກັບນັກສຶກສາ ເນື່ອງໃນໂອກາດທີ່ໂຮງຮຽນເປີດຕົວສູນເຫດການແອັດສະປາຍ ຢ່າງເປັນທາງການ |
ມິງດຶກ




