ຫວຽດນາມ - ນູແວນເຊລັງ ເພີ່ມທະວີການຮ່ວມມືທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ

13:17 | 14/08/2026

ຍສໝ - ວັນທີ 13/8, ຢູ່ Wellington, ໃນຂອບເຂດການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຫວຽດນາມ ຢູ່ນູແວນເຊລັງ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຮ່ວມກັບທ່ານ Winston Peters, ລັດຖະມົນຕີວ່າການກະຊວງການຕ່າງປະເທດນູແວນເຊລັງ, ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນູແວນເຊລັງ ຄັ້ງທີ 4 (FMM-4).

ຫວຽດນາມເພີ່ມທະວີຖານະບົດບາດໃນສາຍພົວພັນກັບນູແວນເຊລັງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ພົບປະກັບພະນັກງານການທູດຫວຽດນາມຢູ່ນູແວນເຊລັງ
ຫວຽດນາມ - ນູແວນເຊລັງ ເພີ່ມທະວີການຮ່ວມມືທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ທ່ານ Winston Peters, ລັດຖະມົນຕີການຕ່າງປະເທດນູແວນເຊລັງ.

ທີ່ກອງປະຊຸມ, ລັດຖະມົນຕີທັງສອງທ່ານໄດ້ແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ ແລະ ຕີລາຄາສູງວ່າ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ນູແວນເຊລັງ ມີພື້ນຖານຄວາມໄວ້ວາງໃຈອັນໜັກແໜ້ນ, ໄດ້ຮັບການບຳລຸງສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ຕະຫຼອດໄລຍະກວ່າ 50 ປີ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດ.

ລັດຖະມົນຕີທັງສອງທ່ານເຫັນດີວ່າ ຈຳເປັນຕ້ອງສືບຕໍ່ປະສານສົມທົບ ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນບັນດາຜົນສຳເລັດ ແລະ ຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ປະກອບສ່ວນນຳສາຍພົວພັນສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ, ໂດຍສະເພາະໃນບັນດາຂົງເຂດທີ່ມີທ່າແຮງ ເຊິ່ງການນຳສອງປະເທດໄດ້ເນັ້ນໜັກ ເຊັ່ນ: ການຄ້າ, ການລົງທຶນ, ກະສິກຳເຕັກໂນໂລຊີສູງ, ສາທາລະນະສຸກ, ການສຶກສາ…

ລັດຖະມົນຕີທັງສອງທ່ານເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ການຄ້າເສລີ, ການເປີດຕະຫຼາດ ແລະ ການເຊື່ອມໂຍງດ້ານເສດຖະກິດ; ເຫັນດີນຳໃຊ້ບັນດາສັນຍາການຄ້າເສລີທີ່ຫວຽດນາມ ແລະ ນູແວນເຊລັງ ຮ່ວມເຂົ້າຮ່ວມໃຫ້ມີປະສິດທິຜົນ, ໂດຍສະເພາະ CPTPP ແລະ RCEP, ມຸ່ງໄປສູ່ເປົ້າໝາຍຍົກມູນຄ່າການຄ້າສອງສົ້ນໃຫ້ບັນລຸ 3 ຕື້ USD.

ຫວຽດນາມ - ນູແວນເຊລັງ ເພີ່ມທະວີການຮ່ວມມືທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ
ທ່ານ ເລຮວ່າຍຈຸງ ຍິນດີທີ່ນູແວນເຊລັງສືບຕໍ່ສະໜັບສະໜູນນັກສຶກສາຫວຽດນາມໄປສຶກສາຢູ່ນູແວນເຊລັງ, ຮັກສາ ແລະ ເປີດກວ້າງບັນດາໂຄງການທຶນການສຶກສາ, ການຝຶກອົບຮົມ ແລະ ພັດທະນາທັກສະ.

ທ່ານ ເລຮວ່າຍຈຸງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍິນດີທີ່ນູແວນເຊລັງສືບຕໍ່ສະໜັບສະໜູນນັກສຶກສາຫວຽດນາມໄປສຶກສາຢູ່ນູແວນເຊລັງ, ຮັກສາ ແລະ ເປີດກວ້າງບັນດາໂຄງການທຶນການສຶກສາ, ການຝຶກອົບຮົມ ແລະ ພັດທະນາທັກສະ.

ກ່ຽວກັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ລັດຖະມົນຕີທັງສອງທ່ານຕີລາຄາສູງປະສິດທິຜົນຂອງບັນດາກົນໄກແລກປ່ຽນ, ເຫັນດີເພີ່ມທະວີການແລກປ່ຽນນະໂຍບາຍ, ແບ່ງປັນບົດຮຽນ, ຝຶກອົບຮົມ ແລະ ຍົກສູງຄວາມສາມາດຂອງພະນັກງານການທູດ, ພ້ອມທັງຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາຫົວໜ່ວຍວິຊາສະເພາະ.

ລັດຖະມົນຕີທັງສອງທ່ານໄດ້ແລກປ່ຽນຢ່າງກວ້າງຂວາງ ແລະ ເລິກເຊິ່ງກ່ຽວກັບສະພາບການໂລກ ແລະ ພາກພື້ນ, ໂດຍສະເພາະບັນດາເຫດການທີ່ສັບສົນ, ບັນດາຈຸດຮ້ອນ, ການຂັດແຍ່ງ ແລະ ບັນດາບັນຫາຍຸດທະສາດ ທີ່ພວມສົ່ງຜົນກະທົບຕໍ່ສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ.

ຫວຽດນາມ - ນູແວນເຊລັງ ເພີ່ມທະວີການຮ່ວມມືທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ
ລັດຖະມົນຕີທັງສອງທ່ານ ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ການຄ້າເສລີ, ການເປີດຕະຫຼາດ ແລະ ການເຊື່ອມໂຍງດ້ານເສດຖະກິດ.

ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາໂຄງສ້າງພາກພື້ນທີ່ເປີດກວ້າງ, ກວມລວມ ແລະ ອີງໃສ່ກົດລະບຽບ, ຊຸກຍູ້ການສົນທະນາ, ສ້າງຄວາມໄວ້ວາງໃຈ ແລະ ບັນດາມາດຕະການປ້ອງກັນ, ແກ້ໄຂການຂັດແຍ່ງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.

ລັດຖະມົນຕີທັງສອງທ່ານເຫັນດີເພີ່ມທະວີການປະສານສົມທົບຢູ່ບັນດາເວທີພະຫຸພາຄີ ແລະ ກົນໄກພາກພື້ນ, ໂດຍສະເພາະ ອາຊຽນ ແລະ ບັນດາເວທີທີ່ອາຊຽນເປັນຜູ້ນຳພາ; ພ້ອມທັງເຫັນດີສົ່ງເສີມບົດບາດໃຈກາງຂອງອາຊຽນ ແລະ ຄວາມສຳຄັນຂອງອາຊຽນໃນການແກ້ໄຂບັນດາສິ່ງທ້າທາຍຢູ່ພາກພື້ນ.

ໃນໂອກາດນີ້, ນູແວນເຊລັງ ຢືນຢັນຄືນໃໝ່ການສະໜັບສະໜູນຫວຽດນາມໃນການຮັບບົດບາດເປັນປະທານ CPTPP ປີ 2026 ແລະ ເປັນເຈົ້າພາບ APEC 2027, ພ້ອມທີ່ຈະປະສານສົມທົບ ແລະ ສະໜັບສະໜູນຫວຽດນາມໃຫ້ສຳເລັດບັນດາໜ້າທີ່ອັນສຳຄັນນີ້ເປັນຢ່າງດີ.

ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ
ຍສໝ - ທ່ານ​ນາງ Caroline Beresford ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ ປະຈຳ ຫວຽດນາມ ຢືນຢັນ​ວ່າ ດ້ວຍ​ການ​ໜູນ​ຊ່ວຍ ​ແລະ ສົມທົບ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ ຫວຽດນາມ, ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ນູແວນເຊລັງ ຈະ​ສືບ​ຕໍ່​ໄດ້​ຮັບ​ການປັບປຸງ, ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ 2 ຝ່າຍ.
ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ
ຍສໝ - ວັນທີ 23/7, ຕາໜ່າງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ (VietKnowledge NZ - VKNZ) ໄດ້ເປີດໂຕຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງຕົວແທນ ບັນດາກຸ່ມຊຸມຊົນຄົນ ຫວຽດນາມ ພ້ອມດ້ວຍປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ, ຜູ້ອອກແຮງງານ, ຊ່ຽວຊານ, ນັກວິຊາການ, ນັກທຸລະກິດ, ນັກສຶກສາປະລິນຍາໂທ-ເອກ ແລະ ນັກສຶກສາ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ປະຕິບັດງານ ຢູ່ທົ່ວ ນິວຊີແລນ ເປັນຈຳນວນຫຼາຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ