ຫວຽດນາມ - ອົດສະຕາລີ ເພີ່ມທະວີການຮ່ວມມືລັດຖະສະພາ

14:03 | 15/08/2026

ຍສໝ - ຕອນເຊົ້າວັນທີ 12/8, ທີ່ນະຄອນຫຼວງ Canberra, ທ່ານ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ໄດ້ພົບປະກັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳອົດສະຕາລີ, ປະທານກຸ່ມສະມາຊິກສະພາມິດຕະພາບອົດສະຕາລີ - ຫວຽດນາມ, ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.

ຫວຽດນາມ - ອົດສະຕາລີ ຍົກລະດັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃຫ້ສົມຄູ່ກັບສາຍພົວພັນ ຫວຽດນາມ - ອົດສະຕາລີ

ການພົບປະດັ່ງກ່າວດຳເນີນຂຶ້ນໃນຂອບເຂດການຢ້ຽມຢາມຂັ້ນລັດຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຢູ່ອົດສະຕາລີ.

ໃນການພົບປະ, ສອງຝ່າຍຕີລາຄາສູງບັນດາບາດກ້າວພັດທະນາໃນທາງບວກຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ; ພ້ອມທັງແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາອົດສະຕາລີ ຜ່ານບັນດາກຸ່ມສະມາຊິກສະພາມິດຕະພາບ, ກົນໄກສອງຝ່າຍ ແລະ ບັນດາເວທີປາໄສຫຼາຍຝ່າຍ.

ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳອົດສະຕາລີ ສະແດງຄວາມຍິນດີຕໍ່ການພັດທະນາຢ່າງແຂງແຮງຂອງການພົວພັນສອງປະເທດ. ທ່ານນາງໃຫ້ຮູ້ວ່າ ປັດຈຸບັນ ກຸ່ມສະມາຊິກສະພາມິດຕະພາບ ອົດສະຕາລີ - ຫວຽດນາມ ມີສະມາຊິກຫຼາຍກວ່າ 60 ທ່ານ ທີ່ມາຈາກຫຼາຍພັກການເມືອງ, ສະທ້ອນໃຫ້ເຫັນເຖິງຄວາມສົນໃຈຢ່າງກວ້າງຂວາງຂອງລັດຖະສະພາອົດສະຕາລີທີ່ມີຕໍ່ຫວຽດນາມ.

ຫວຽດນາມ - ອົດສະຕາລີ ເພີ່ມທະວີການຮ່ວມມືລັດຖະສະພາ
ທ່ານພົນໂທ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ພົບປະກັບ ທ່ານນາງ Sharon Catherine Claydon, ຮອງປະທານສະພາຕ່ຳອົດສະຕາລີ.

ໂດຍຕີລາຄາສູງບັນດາຜົນການຮ່ວມມືໃນຂົງເຂດການຄ້າ, ການສຶກສາ ແລະ ການແລກປ່ຽນປະຊາຊົນ, ທ່ານນາງ Sharon Claydon ເຫັນວ່າ ການທີ່ອົດສະຕາລີສະໜັບສະໜູນການຂົນສົ່ງກຳລັງຮັກສາສັນຕິພາບຂອງຫວຽດນາມໄປຍັງຊູດັງໃຕ້ ແມ່ນຫຼັກຖານສະແດງເຖິງລະດັບຄວາມໄວ້ວາງໃຈທາງການເມືອງທີ່ນັບມື້ນັບສູງຂຶ້ນລະຫວ່າງສອງປະເທດ.

ຂະຫຍາຍການເຊື່ອມໂຍງລະຫວ່າງບັນດາສະມາຊິກສະພາ

ກ່າວຄຳປາໄສໃນການພົບປະ, ທ່ານ ພົນໂທ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ຢືນຢັນວ່າ ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແມ່ນຂີດໝາຍສຳຄັນ, ສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ທ່ານ ພົນໂທ ຫງວຽນຢວ໊ານແອັງ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ຫາກໍ່ປະກາດໃຊ້ມະຕິສ້າງຕັ້ງກຸ່ມສະມາຊິກສະພາມິດຕະພາບ ຫວຽດນາມ - ອົດສະຕາລີ ປະກອບມີ 13 ສະມາຊິກ, ໂດຍທ່ານ ຫງວຽນຮົ່ງຢຽນ, ຮອງປະທານສະພາແຫ່ງຊາດ ເປັນປະທານກຸ່ມ.

ການທີ່ກຸ່ມສະມາຊິກສະພາມິດຕະພາບຂອງສອງປະເທດ ລ້ວນແຕ່ມີການນຳຂັ້ນຮອງປະທານສະພາແຫ່ງຊາດ ຫຼື ຮອງປະທານສະພາຕ່ຳເປັນຜູ້ຮັບຜິດຊອບ ສະແດງໃຫ້ເຫັນວ່າ ຫວຽດນາມ ແລະ ອົດສະຕາລີ ເອົາໃຈໃສ່ເປັນພິເສດຕໍ່ການຮ່ວມມືຜ່ານຊ່ອງທາງລັດຖະສະພາ.

ທ່ານ ພົນໂທ ຫງວຽນຢວ໊ານແອັງ ສະເໜີໃຫ້ສອງກຸ່ມສະມາຊິກສະພາ ໂດຍໄວສ້າງ ແລະ ຜັນຂະຫຍາຍບັນດາໂຄງການເຊື່ອມໂຍງຢ່າງເປັນຮູບປະທຳ; ເພີ່ມທະວີການແລກປ່ຽນລະຫວ່າງບັນດາຄະນະກຳມະການວິຊາສະເພາະ, ສະມາຊິກສະພາເພດຍິງ, ສະມາຊິກສະພາໜຸ່ມ ແລະ ສະມາຊິກສະພາທ້ອງຖິ່ນຂອງສອງປະເທດ.

ສອງຝ່າຍສາມາດຊຸກຍູ້ການແບ່ງປັນປະສົບການໃນການສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ສົມບູນ, ພ້ອມທັງປະຕິບັດໜ້າທີ່ກວດກາໃນບັນດາຂົງເຂດໃໝ່ ເຊັ່ນ: ເສດຖະກິດດິຈິຕອນ, ການຫັນປ່ຽນສີຂຽວ, ພະລັງງານທົດແທນ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ.

ທ່ານ ພົນໂທ ຫງວຽນຢວ໊ານແອັງ ເນັ້ນໜັກວ່າ ປັດຈຸບັນ ອົດສະຕາລີ ແມ່ນຄູ່ຄ້າໃຫຍ່ອັນດັບທີ 7 ຂອງຫວຽດນາມ, ໃນຂະນະທີ່ຫວຽດນາມແມ່ນຄູ່ຄ້າໃຫຍ່ອັນດັບທີ 10 ຂອງອົດສະຕາລີ. ບົນພື້ນຖານນັ້ນ, ສອງປະເທດຈຳເປັນຕ້ອງນຳໃຊ້ຢ່າງມີປະສິດທິຜົນຂອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ບັນດາສັນຍາການຄ້າເສລີທີ່ສອງຝ່າຍຮ່ວມເຂົ້າເປັນສະມາຊິກ, ໃນນັ້ນມີ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ບັນດາຄວາມພະຍາຍາມນີ້ ແນໃສ່ເປົ້າໝາຍຍົກມູນຄ່າການຄ້າສອງສົ້ນ ຫວຽດນາມ - ອົດສະຕາລີ ໃຫ້ບັນລຸ 20 ຕື້ USD ໃນປີ 2026.

ຫວຽດນາມ - ອົດສະຕາລີ ເພີ່ມທະວີການຮ່ວມມືລັດຖະສະພາ
ທ່ານພົນໂທ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ກ່າວຄຳປາໄສໃນການພົບປະ.

ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

ກ່າວເຖິງຂົງເຂດເຕັກໂນໂລຊີ ແລະ ນະວັດຕະກຳ, ທ່ານ ພົນໂທ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ຕີລາຄາສູງການທີ່ສອງປະເທດສ້າງຕັ້ງສູນເຕັກໂນໂລຊີຍຸດທະສາດ ຫວຽດນາມ - ອົດສະຕາລີ ຢູ່ຮ່າໂນ້ຍ.

ສູນດັ່ງກ່າວຖືກຄາດຫວັງວ່າ ຈະປະກອບສ່ວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື ໂທລະຄົມ 5G, 6G, ປັນຍາປະດິດ (AI) ແລະ ສານເຄິ່ງຕົວນຳ. ທ່ານ ພົນໂທ ຫງວຽນຢວ໊ານແອັງ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ປະຊາຄົມວິສາຫະກິດ ເພື່ອຫັນບັນດາທ່າແຮງການຮ່ວມມືໃຫ້ເປັນໂຄງການ ແລະ ແຜນງານທີ່ເປັນຮູບປະທຳ.

ແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ພົນໂທ ຫງວຽນຢວ໊ານແອັງ ສະເໜີໃຫ້ຫວຽດນາມ ແລະ ອົດສະຕາລີ ສືບຕໍ່ປະສານສົມທົບກັນ ເພື່ອຊຸກຍູ້ ແລະ ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ເສລີພາບໃນການເດີນເຮືອ ແລະ ການບິນ; ສະໜັບສະໜູນການແກ້ໄຂບັນດາຂໍ້ຂັດແຍ່ງດ້ວຍມາດຕະການສັນຕິ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະ ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ປີ 1982.

ເຫັນດີກັບບັນດາຂໍ້ສະເໜີຂອງຮອງປະທານສະພາແຫ່ງຊາດຫວຽດນາມ, ທ່ານນາງ Sharon Claydon ຢືນຢັນວ່າ ລັດຖະສະພາອົດສະຕາລີ ປາດຖະໜາຢາກປະສານສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ຢູ່ສະຫະພັນລັດຖະສະພາໂລກ (IPU) ແລະ ບັນດາເວທີປາໄສຫຼາຍຝ່າຍອື່ນໆ.

ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳອົດສະຕາລີ ອວຍພອນຫວຽດນາມໃນໂອກາດຮັບບົດບາດປະທານເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC); ພ້ອມທັງເນັ້ນໜັກວ່າ ອົດສະຕາລີ ແລະ ຫວຽດນາມ ມີວິໄສທັດຮ່ວມກັນກ່ຽວກັບໂລກທີ່ມີສັນຕິພາບ, ໃນນັ້ນລະບຽບ ແລະ ກົດໝາຍສາກົນໄດ້ຮັບການເຄົາລົບ.

ໃນໂອກາດນີ້, ທ່ານ ພົນໂທ ຫງວຽນຢວ໊ານແອັງ, ຮອງປະທານສະພາແຫ່ງຊາດ ໄດ້ເຊື້ອເຊີນ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳ ແລະ ບັນດາສະມາຊິກກຸ່ມສະມາຊິກສະພາມິດຕະພາບອົດສະຕາລີ - ຫວຽດນາມ ມາຢ້ຽມຢາມຫວຽດນາມໃນໄວໆນີ້.

ຖະແຫຼງການຮ່ວມຫວຽດນາມ - ອົດສະຕາລີ ຢືນຢັນຄວາມໄວ້ວາງໃຈທາງຍຸດທະສາດຢ່າງເລິກເຊິ່ງ ຖະແຫຼງການຮ່ວມຫວຽດນາມ - ອົດສະຕາລີ ຢືນຢັນຄວາມໄວ້ວາງໃຈທາງຍຸດທະສາດຢ່າງເລິກເຊິ່ງ
ຍສໝ - ວັນທີ 12 ສິງຫາ, ທີ່ນະຄອນຫຼວງ Canberra, ອົດສະຕາລີ, ໃນຂອບເຂດການຢ້ຽມຢາມຂັ້ນລັດຕໍ່ອົດສະຕາລີຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ແລະ ທ່ານນາງ Penny Wong, ລັດຖະມົນຕີການຕ່າງປະເທດອົດສະຕາລີ, ໄດ້ຮ່ວມເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ - ອົດສະຕາລີ ຄັ້ງທີ 8 (FMM-8).
ຫວຽດນາມ - ອົດສະຕາລີ ຂະຫຍາຍການຮ່ວມມືດ້ານສື່ມວນຊົນ ແລະ ການຄ້າດິຈິຕອນ ຫວຽດນາມ - ອົດສະຕາລີ ຂະຫຍາຍການຮ່ວມມືດ້ານສື່ມວນຊົນ ແລະ ການຄ້າດິຈິຕອນ
ຍສໝ - ຕອນບ່າຍວັນທີ 11 ສິງຫາ ທີ່ Canberra (ອົດສະຕາລີ), ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຮັດວຽກກັບ ທ່ານ Matt Thistlethwaite, ລັດຖະມົນຕີຮ່ວມວ່າການກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ, ແລກປ່ຽນບັນດາມາດຕະການເພື່ອຂະຫຍາຍການຮ່ວມມືດ້ານສື່ມວນຊົນ, ການສື່ສານ, ການຄ້າດິຈິຕອນ, ຄວາມປອດໄພທາງໄຊເບີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ