| ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ ສື່ມວນຊົນອົດສະຕາລີກ່າວເຖິງທ່າແຮງໃໝ່ຂອງສາຍພົວພັນກັບຫວຽດນາມ |
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະວົງແຄບກັບທ່ານ Anthony Albanese, ນາຍົກລັດຖະມົນຕີອົດສະຕາລີ. (ພາບ: ຖົງເຍິດ) |
ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນ, ທ່ານ Anthony Albanese, ນາຍົກລັດຖະມົນຕີອົດສະຕາລີ ສະແດງຄວາມດີໃຈທີ່ໄດ້ຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມຂັ້ນລັດຢູ່ອົດສະຕາລີ; ຢືນຢັນວ່າ ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ພັດທະນາໄວທີ່ສຸດໃນພາກພື້ນ. ບັນດາຜົນສຳເລັດຂອງຫວຽດນາມ ພວມສ້າງໂອກາດເພື່ອຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແຂງແຮງ.
ທ່ານ Anthony Albanese ໃຫ້ຮູ້ວ່າ ທ່ານໄດ້ຮ່ວມກັບທ່ານ ໂຕເລິມ ແລກປ່ຽນ ແລະ ເຫັນດີເພີ່ມທະວີການຮ່ວມມື, ເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງຍິ່ງຂຶ້ນ; ຍົກສູງຄວາມສາມາດຕ້ານທານ, ປັບຕົວ ແລະ ຟື້ນຟູຂອງເສດຖະກິດຫວຽດນາມ - ອົດສະຕາລີ; ເພີ່ມທະວີການຮ່ວມມືພັດທະນາໃນຂົງເຂດປ້ອງກັນຊາດ, ທາງທະເລ, ຄວາມໝັ້ນຄົງຊາຍແດນ, ເສດຖະກິດດິຈິຕອນ, ກະສິກຳ, ພະລັງງານ, ບໍ່ແຮ່, ເຕັກໂນໂລຊີ ແລະ ວິທະຍາສາດ, ນະວັດຕະກຳ.
ທ່ານ Anthony Albanese ເນັ້ນໜັກວ່າ ສອງຝ່າຍຍັງມີຫຼາຍໂອກາດເພື່ອເພີ່ມມູນຄ່າການຄ້າ ກໍຄືເພີ່ມທະວີສາຍພົວພັນເສດຖະກິດໃຫ້ແໜ້ນແຟ້ນຍິ່ງຂຶ້ນ; ການຮ່ວມມືດ້ານການສຶກສາກໍແມ່ນໜຶ່ງໃນເສົາຄ້ຳສຳຄັນ; ບັນດາເສັ້ນທາງການບິນໃໝ່ຈະຊຸກຍູ້ການຄ້າ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.
ທ່ານ Anthony Albanese ເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງສອງປະເທດຈະສືບຕໍ່ພັດທະນາຢ່າງແຂງແຮງຍິ່ງຂຶ້ນ ແລະ ປາດຖະໜາຢາກຮ່ວມມືຢ່າງໃກ້ຊິດເພື່ອນຳບັນດາໂອກາດເຫຼົ່ານີ້ເຂົ້າສູ່ການປະຕິບັດ, ນຳມາເຊິ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ປະຊາຊົນສອງປະເທດ.
ທີ່ການພົບປະກັບສື່ມວນຊົນ, ທ່ານ ໂຕເລິມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳ, ປະຊາຊົນອົດສະຕາລີ ແລະ ສ່ວນຕົວທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຫວຽດນາມຢ່າງສະໜິດສະໜົມ ແລະ ອົບອຸ່ນ; ຕີລາຄາສູງບັນດານະໂຍບາຍ ແລະ ຂໍ້ລິເລີ່ມຂອງອົດສະຕາລີ ເພື່ອເພີ່ມທະວີການເຊື່ອມໂຍງກັບພາກພື້ນອາຊຽນຕາເວັນອອກສຽງໃຕ້.
ທ່ານ ໂຕເລິມ ໃຫ້ຮູ້ວ່າ ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນຢ່າງກວ້າງຂວາງ ແລະ ເລິກເຊິ່ງກ່ຽວກັບບັນດາທິດທາງໃຫຍ່ ເພື່ອນຳສາຍພົວພັນສອງປະເທດເຂົ້າສູ່ລວງເລິກ. ສອງປະເທດຈະຊຸກຍູ້ການຮ່ວມມືໃຫ້ແຂງແຮງຍິ່ງຂຶ້ນໃນບັນດາຂົງເຂດ ປັນຍາປະດິດ (AI), ເຊມິຄອນດັກເຕີ, ເຕັກໂນໂລຊີດິຈິຕອນ, ຄວາມໝັ້ນຄົງທາງໄຊເບີ, ເຕັກໂນໂລຊີສີຂຽວ ແລະ ບັນດາເຕັກໂນໂລຊີເກີດໃໝ່; ສະໜັບສະໜູນການຍົກສູງຄວາມສາມາດເຂົ້າຮ່ວມຕ່ອງໂສ້ສະໜອງພາກພື້ນ ແລະ ໂລກໃຫ້ເລິກເຊິ່ງກວ່າເກົ່າ; ເພີ່ມທະວີການຮ່ວມມືດ້ານການສຶກສາ - ຝຶກອົບຮົມ ແລະ ການແລກປ່ຽນປະຊາຊົນ...
ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານ ໂຕເລິມ ໃຫ້ຮູ້ວ່າ ສອງຝ່າຍເຫັນດີເພີ່ມທະວີການສົນທະນາ, ສ້າງຄວາມໄວ້ວາງໃຈ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງທະເລ ແລະ ການບິນ, ແກ້ໄຂຂໍ້ຂັດແຍ່ງດ້ວຍມາດຕະການສັນຕິ ບົນພື້ນຖານເຄົາລົບກົດໝາຍສາກົນ. ຫວຽດນາມໄດ້ມີມະຕິ, ໃນນັ້ນກຳນົດບັນດາພື້ນຖານເພື່ອສ້າງ ແລະ ພັດທະນາເປັນປະເທດທະເລທີ່ເຂັ້ມແຂງ. ຫວຽດນາມໃຫ້ຄວາມສຳຄັນຫຼາຍ ແລະ ປາດຖະໜາຢາກຮ່ວມມືກັບປະເທດມະຫາອຳນາດທາງທະເລຄືອົດສະຕາລີ.
ຫວຽດນາມ ແລະ ອົດສະຕາລີ ຈະເພີ່ມທະວີການປະສານງານ ແລະ ສະໜັບສະໜູນກັນຢູ່ບັນດາເວທີຫຼາຍຝ່າຍ; ປະສານຈຸດຢືນໃນບັນດາບັນຫາທີ່ສອງຝ່າຍສົນໃຈຮ່ວມກັນ; ຊຸກຍູ້ໃຫ້ອົດສະຕາລີເພີ່ມທະວີການເຊື່ອມຕໍ່ກັບສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN), ເສີມສ້າງບົດບາດໃຈກາງຂອງ ASEAN ແລະ ສະໜັບສະໜູນອະນຸພາກພື້ນ Mekong ສ້າງເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ.
ທ່ານ ໂຕເລິມ ໃຫ້ຮູ້ວ່າ ໃນໂອກາດນີ້ ສອງຝ່າຍໄດ້ລົງນາມບັນດາເອກະສານຮ່ວມມືສຳຄັນຫຼາຍສະບັບ; ພ້ອມທັງຢືນຢັນຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຮ່ວມກັນ, ສາຍພົວພັນສອງປະເທດຈະສືບຕໍ່ພັດທະນາຢ່າງແຂງແຮງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຍສໝ - ຊຸມຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ກຳລັງຮຽນ ແລະ ດຳລົງຊີວິດຢູ່ເມືອງ ເມວເບີນ ປະເທດອົດສະຕາລີ ໄດ້ລະດົມແຫຼ່ງທຶນເພື່ອກໍ່ສ້າງໂຮງຮຽນ ຫ້ວຍເມົາ ໃນຕາແສງຈຽງຊິງ ແຂວງດ້ຽນບຽນ ດ້ວຍມູນຄ່າທັງໝົດປະມານ 1 ຕື້ດົ່ງ. ໂຄງການນີ້ປະກອບສ່ວນເຂົ້າໃນການປັບປຸງເງື່ອນໄຂການຮຽນຮູ້ໃຫ້ແກ່ເດັກນ້ອຍໃນເຂດທີ່ມີຄວາມຫຍຸ້ງຍາກ ແລະ ຊຸກຍູ້ການພົວພັນທາງການທູດລະຫວ່າງປະຊາຊົນຫວຽດນາມ ແລະ ອົດສະຕາລີ. |
ຍສໝ - ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຢູ່ ອົດສະຕາລີ ແມ່ນຂີດໝາຍປະຫວັດສາດ, ສະທ້ອນເຖິງວິໄສທັດຍຸດທະສາດ, ຄວາມຕັດສິນໃຈທາງການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບເລິກເຊິ່ງລະຫວ່າງການນຳ ແລະ ປະຊາຊົນສອງປະເທດ, ພ້ອມທັງເປີດໂອກາດໃໝ່ໆ ເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ. |
ມິງດຶກ
