| ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການຮ່ວມມືທີ່ແທດຈິງ ແລະ ມີປະສິດທິຜົນ ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ |
![]() |
| ພິທີຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ທຳນຽບຜູ້ສຳເລັດລາຊະການອົດສະຕາລີ ໃນນະຄອນຫຼວງ Canberra. |
ສະມາຄົມສື່ມວນຊົນອົດສະຕາລີ (AAP) ຕີລາຄາວ່າ ສາຍພົວພັນຫວຽດນາມ - ອົດສະຕາລີ ໄດ້ຮັບການສ້າງຂຶ້ນບົນພື້ນຖານຂອງຄວາມໄວ້ວາງໃຈທາງຍຸດທະສາດ, ຜົນປະໂຫຍດທີ່ສອດຄ່ອງກັນ ແລະ ຄວາມມຸ່ງໝັ້ນຮ່ວມກັນຕໍ່ອະນາຄົດຂອງພາກພື້ນ.
AAP ໄດ້ອ້າງຄຳກ່າວຂອງທ່ານ Anthony Albanese, ນາຍົກລັດຖະມົນຕີອົດສະຕາລີ ກ່ອນການຢ້ຽມຢາມ, ໂດຍສະແດງຄວາມຄາດຫວັງທີ່ຈະໄດ້ຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ປຶກສາຫາລືບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ສາຍພົວພັນເສດຖະກິດນັບມື້ນັບແໜ້ນແຟ້ນ
ເສດຖະກິດແມ່ນໜຶ່ງໃນບັນດາເນື້ອໃນທີ່ສື່ມວນຊົນອົດສະຕາລີໃຫ້ຄວາມສົນໃຈເປັນພິເສດ. ຕາມ AAP, ມູນຄ່າການຄ້າສອງສົ້ນໄດ້ເພີ່ມຂຶ້ນສອງເທົ່ານັບແຕ່ປີ 2020, ບັນລຸ 30 ຕື້ AUD (ປະມານ 20 ຕື້ USD), ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາຄູ່ຄ້າທີ່ມີອັດຕາເຕີບໂຕໄວຂອງອົດສະຕາລີ.
ຫວຽດນາມແມ່ນຕະຫຼາດສຳຄັນສຳລັບສິນຄ້າສົ່ງອອກບາງປະເພດຂອງອົດສະຕາລີ ເຊັ່ນ ຖ່ານຫີນ, ແຮ່ເຫຼັກ ແລະ ອາລູມີນຽມ, ພ້ອມທັງເປັນແຫຼ່ງນັກສຶກສາຕ່າງປະເທດທີ່ສຳຄັນ. AAP ຍັງເຫັນວ່າ ການຄ້າ ແລະ ພະລັງງານ ຈະເປັນບັນດາເນື້ອໃນສຳຄັນໃນການແລກປ່ຽນລະຫວ່າງການນຳສອງປະເທດ.
ໃນມຸມມອງໄລຍະຍາວ, ສະຖາບັນນະໂຍບາຍຍຸດທະສາດອົດສະຕາລີ (ASPI) ເຫັນວ່າ ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນບົນພື້ນຖານຂອງສາຍພົວພັນຄູ່ຮ່ວມມືທີ່ນັບມື້ນັບເຕີບໃຫຍ່ ແລະ ໝັ້ນຄົງ. ປັດຈຸບັນ, ຫວຽດນາມຢູ່ໃນກຸ່ມ 10 ຄູ່ຄ້າໃຫຍ່ທີ່ສຸດຂອງອົດສະຕາລີ, ໃນຂະນະທີ່ອົດສະຕາລີສືບຕໍ່ເປັນຄູ່ຮ່ວມເສດຖະກິດສຳຄັນຂອງຫວຽດນາມ.
ຕາມ ASPI, ມູນຄ່າການຄ້າສິນຄ້າ ແລະ ການບໍລິການສອງສົ້ນບັນລຸປະມານ 30 ຕື້ AUD ໃນປີ 2025, ສ່ວນຍອດມູນຄ່າການລົງທຶນສອງຝ່າຍບັນລຸ 1,9 ຕື້ USD. ທ່າເຕີບໂຕພ້ອມກັບທ່າແຮງການຮ່ວມມືອັນກວ້າງໃຫຍ່ ພວມເຮັດໃຫ້ລະດັບການເຊື່ອມໂຍງລະຫວ່າງສອງພື້ນຖານເສດຖະກິດນັບມື້ນັບແໜ້ນແຟ້ນ.
Canberra Times ກໍເຫັນວ່າ ບັນດາການແລກປ່ຽນຂັ້ນສູງຢູ່ Canberra ອາດຈະເປີດທາງໃຫ້ແກ່ຜົນປະໂຫຍດດ້ານເສດຖະກິດໃນໄລຍະຍາວ. ໜັງສືພິມດັ່ງກ່າວອ້າງຄຳເຫັນຂອງທ່ານດຣ. Anne Võ, ອາຈານອາວຸໂສດ້ານວັດທະນະທຳ ແລະ ການເມືອງຫວຽດນາມ ຢູ່ມະຫາວິທະຍາໄລ Wollongong, ທີ່ຕີລາຄາວ່າ ຫວຽດນາມນັບມື້ນັບມີບົດບາດສຳຄັນຕໍ່ຄວາມໝັ້ນຄົງດ້ານເສດຖະກິດຂອງວິສາຫະກິດອົດສະຕາລີ ໃນສະພາບການທີ່ໂລກມີການຜັນຜວນຫຼາຍຢ່າງ.
ຫວຽດນາມ - ອົດສະຕາລີ ຂະຫຍາຍໄປສູ່ບັນດາຂົງເຂດຮ່ວມມືໃໝ່
ສື່ມວນຊົນອົດສະຕາລີເຫັນວ່າ ສາຍພົວພັນສອງປະເທດພວມຂະຫຍາຍຈາກບັນດາຂົງເຂດດັ້ງເດີມ ເຊັ່ນ ການຄ້າ, ການລົງທຶນ ແລະ ການສຶກສາ ໄປສູ່ບັນດາຂົງເຂດທີ່ຕິດພັນກັບຄວາມຕ້ອງການພັດທະນາໃໝ່.
News.com.au ແລະ The Australian ໃຫ້ຄວາມສົນໃຈຕໍ່ບັນດາເນື້ອໃນກ່ຽວກັບການຄ້າ, ການຫັນປ່ຽນດ້ານພະລັງງານ ແລະ ຄວາມໝັ້ນຄົງພາກພື້ນ. ໃນຂະນະທີ່ Reuters ໃຫ້ຮູ້ວ່າ ສອງປະເທດຄາດວ່າຈະລົງນາມບັນດາຂໍ້ຕົກລົງໃນຂົງເຂດການສຶກສາ, ກະສິກຳ, ການຫັນເປັນດິຈິຕອນ ແລະ ສາທາລະນະສຸກ.
ບັນດາຂົງເຂດ ເຊັ່ນ ພະລັງງານ, ແຮ່ທາດສຳຄັນ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ ກໍໄດ້ຮັບຄວາມສົນໃຈ ຍ້ອນຄວາມສາມາດເສີມຊ່ວຍເຊິ່ງກັນແລະກັນລະຫວ່າງສອງພື້ນຖານເສດຖະກິດ. ອົດສະຕາລີມີຈຸດແຂງດ້ານຊັບພະຍາກອນ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ພະລັງງານ, ໃນຂະນະທີ່ຫວຽດນາມພວມຊຸກຍູ້ການຫັນປ່ຽນຮູບແບບການເຕີບໂຕ, ພັດທະນາອຸດສາຫະກຳເຕັກໂນໂລຊີສູງ ແລະ ຍົກສູງຄວາມສາມາດໃນການເຂົ້າຮ່ວມຕ່ອງໂສ້ສະໜອງຂອງພາກພື້ນ ແລະ ໂລກ.
ABC News Australia ກ່ອນໜ້ານີ້ເຄີຍຕີລາຄາວ່າ ສາຍພົວພັນອົດສະຕາລີ - ຫວຽດນາມ ມີ “ພະລັງຊີວິດ” ຢ່າງຫຼວງຫຼາຍໃນຊຸມປີຜ່ານມາ, ໂດຍສະເພາະນັບແຕ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2024.
ຈາກຂອບຍຸດທະສາດໄປສູ່ການຮ່ວມມືຢ່າງເປັນຮູບປະທຳ
ນອກຈາກສຸມໃສ່ເສດຖະກິດແລ້ວ, ສື່ມວນຊົນອົດສະຕາລີຍັງໃຫ້ຄວາມສົນໃຈຕໍ່ແນວທາງຂອງຫວຽດນາມຕໍ່ບັນດາບັນຫາພາກພື້ນ ແລະ ສາກົນ.
ຕາມ AAP, ຫວຽດນາມຍຶດໝັ້ນຊຸກຍູ້ຄວາມໄວ້ວາງໃຈ, ການສົນທະນາ ແລະ ການເຄົາລົບກົດໝາຍສາກົນ ເພື່ອຈຳກັດຄວາມສ່ຽງຂອງການແບ່ງແຍກ ແລະ ການແຂ່ງຂັນທີ່ຂາດການຄວບຄຸມ.
ຈາກບັນດາບົດວິເຄາະຂອງສື່ມວນຊົນອົດສະຕາລີ, ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນໃນເວລາທີ່ສາຍພົວພັນຫວຽດນາມ - ອົດສະຕາລີ ມີພື້ນຖານດ້ານການເມືອງ ແລະ ເສດຖະກິດທີ່ຂ້ອນຂ້າງໝັ້ນຄົງແລ້ວ. ຈຸດສຸມໃນໄລຍະຕໍ່ໄປແມ່ນຫັນຂອບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ກາຍເປັນບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ, ຜ່ານນັ້ນຂະຫຍາຍຜົນປະໂຫຍດໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ບັນດາອົງການຂອງສອງປະເທດ.
ຍສໝ - ຕາມ SBS ແລ້ວ, ໃນວັນທີ 25 ກຸມພາ, ໃນງານວາງສະແດງປີໃໝ່ຫວຽດນາມ 2026 ທີ່ຈັດຂຶ້ນທີ່ Fairfield Showground - ສະຖານທີ່ຊຸມຊົນໃນເຂດ Greater West ຂອງ Sydney - ທ່ານນາງຜູ້ວ່າການລັດອົດສະຕາລີ Sam Mostyn ໄດ້ເຂົ້າຮ່ວມງານບຸນເປັນຄັ້ງທຳອິດ ແລະ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງຊຸມຊົນຫວຽດນາມ. |
ຍສໝ - ຊຸມຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ກຳລັງຮຽນ ແລະ ດຳລົງຊີວິດຢູ່ເມືອງ ເມວເບີນ ປະເທດອົດສະຕາລີ ໄດ້ລະດົມແຫຼ່ງທຶນເພື່ອກໍ່ສ້າງໂຮງຮຽນ ຫ້ວຍເມົາ ໃນຕາແສງຈຽງຊິງ ແຂວງດ້ຽນບຽນ ດ້ວຍມູນຄ່າທັງໝົດປະມານ 1 ຕື້ດົ່ງ. ໂຄງການນີ້ປະກອບສ່ວນເຂົ້າໃນການປັບປຸງເງື່ອນໄຂການຮຽນຮູ້ໃຫ້ແກ່ເດັກນ້ອຍໃນເຂດທີ່ມີຄວາມຫຍຸ້ງຍາກ ແລະ ຊຸກຍູ້ການພົວພັນທາງການທູດລະຫວ່າງປະຊາຊົນຫວຽດນາມ ແລະ ອົດສະຕາລີ. |
ມິງດຶກ
