| ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ: ຄວາມພາກພູມໃຈທີ່ໄດ້ເຫັນການເຕີບໂຕຂອງຫວຽດນາມ ພາຍຫຼັງ 80 ປີແຫ່ງວັນຊາດ ບັນດາໝູ່ເພື່ອນ ສະວິດ ແລະ ທຸງຊາດຫວຽດນາມ ຢູ່ເທິງຈອມວິຫານ Notre Dame Paris |
ນັບແຕ່ຊຸມປີ 1960-1970, ຊາວສະວິດຈຳນວນຫຼາຍໄດ້ເຂົ້າຮ່ວມຂະບວນການຄັດຄ້ານສົງຄາມ, ອອກສຽງສະໜັບສະໜູນເອກະລາດ ແລະ ສັນຕິພາບໃຫ້ແກ່ ຫວຽດນາມ. ຫຼັງສົງຄາມ, ນ້ຳໃຈສາມັກຄີດັ່ງກ່າວຍັງສືບຕໍ່ຜ່ານບັນດາກິດຈະກຳມະນຸດສະທຳ, ການຊ່ວຍເຫຼືອຊຸມຊົນ ແລະ ການຮ່ວມເດີນຄຽງຂ້າງຜູ້ທີ່ຍັງຄົງຮັບຜົນກະທົບຈາກສົງຄາມ, ໃນນັ້ນມີຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ.
ສະມາຄົມ ສະວິດ - ຫວຽດນາມ (Association Suisse-Vietnam - ASV) ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 27/11/1982, ບົນພື້ນຖານຂອງຂະບວນການສາມັກຄີກັບ ຫວຽດນາມ ໃນຊຸມປີ 1960-1970. ໃນໄລຍະນັ້ນ, ພົນລະເມືອງສະວິດຈຳນວນຫຼາຍໄດ້ເຂົ້າຮ່ວມບັນດາການຊຸມນຸມຄັດຄ້ານສົງຄາມ, ຂົນຂວາຍກະແສຄວາມຄິດເຫັນໃຫ້ສະໜັບສະໜູນສິດເອກະລາດ ແລະ ສິດຕັດສິນຊາຕາກຳຂອງປະຊາຊົນ ຫວຽດນາມ ດ້ວຍຕົນເອງ, ພ້ອມທັງປະນາມການນຳໃຊ້ສານເຄມີພິດໃນສົງຄາມ. ຫຼັງສົງຄາມ, ບັນດາກິດຈະກຳສາມັກຄີໄດ້ສືບຕໍ່ຜ່ານການຊ່ວຍເຫຼືອຟື້ນຟູປະເທດ, ກິດຈະກຳມະນຸດສະທຳ ແລະ ການຊຸກຍູ້ມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ຜູກພັນກັບ ຫວຽດນາມ ຜ່ານກິດຈະກຳມະນຸດສະທຳ
ທ່ານນາງ Margrit Schlosser, ປະທານຄົນທຳອິດຂອງສະມາຄົມ ສະວິດ - ຫວຽດນາມ, ແມ່ນນັກເຄື່ອນໄຫວດ້ານມະນຸດສະທຳຜູ້ມີຄວາມຜູກພັນກັບ ຫວຽດນາມ ມາຫຼາຍກວ່າສີ່ທົດສະວັດ.
![]() |
| ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ມອບກາໝາຍຂອງສະຫະພັນໃຫ້ແກ່ທ່ານ Marco Medici (ຄົນທີສີ່ນັບຈາກຂວາ), ກຳມະການສະມາຄົມ ສະວິດ - ຫວຽດນາມ, ທ່ານນາງ Margrit Schlosser (ຄົນທີສາມນັບຈາກຂວາ), ຜູ້ຕາງໜ້າ Terre des Hommes Lausanne ປະຈຳນະຄອນໂຮ່ຈິມິນ, ອະດີດປະທານສະມາຄົມ ສະວິດ - ຫວຽດນາມ. (ພາບ: ທ່ານນາງ ຫງວຽນທິໝີ້ຕຽນ ສະໜອງ) |
ເຄີຍເຮັດວຽກຢູ່ຄະນະກຳມະການກາແດງສາກົນ (ICRC), Caritas ສະວິດ ແລະ Terre des Hommes Lausanne, ໃນປີ 1981, ທ່ານນາງໄດ້ເດີນທາງໄປປະຕິບັດວຽກທົ່ວຫວຽດນາມເປັນຄັ້ງທຳອິດ. ຜົນຮ້າຍອັນໜັກໜ່ວງຈາກສົງຄາມທີ່ທ່ານນາງໄດ້ເຫັນດ້ວຍຕາຕົນເອງໃນການເດີນທາງຄັ້ງນັ້ນ ໄດ້ຊຸກຍູ້ໃຫ້ທ່ານນາງຜູກພັນກັບຫວຽດນາມຢ່າງຍາວນານ.
ໃນໄລຍະເກືອບສອງທົດສະວັດທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາງໄດ້ປະສານງານໂດຍກົງໃນຫຼາຍໂຄງການພັດທະນາຊຸມຊົນ, ການດູແລສຸຂະພາບ, ການອຸປະຖຳເດັກນ້ອຍ, ການຊ່ວຍເຫຼືອຄົນທຸກຍາກ ແລະ ກຸ່ມຄົນທີ່ມີຄວາມສ່ຽງ. ບັນດາໂຄງການຂອງ Caritas ສະວິດ ແລະ Terre des Hommes Lausanne ໃນຂົງເຂດສາທາລະນະສຸກ, ການສຶກສາ ແລະ ການພັດທະນາຊຸມຊົນ ກໍໄດ້ຖືກດຳເນີນໃນໄລຍະນີ້.
ດ້ວຍການປະກອບສ່ວນໃນວຽກງານມະນຸດສະທຳ ແລະ ສາຍພົວພັນມິດຕະພາບຫວຽດນາມ - ສະວິດ, ທ່ານນາງໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” ຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ໃນປີ 2011, ຫຼັງຈາກອອກບຳນານ ແລະ ກັບຄືນສະວິດ, ທ່ານນາງຍັງສືບຕໍ່ເຮັດວຽກການກຸສົນ, ລະດົມທຶນໃຫ້ບັນດາໂຄງການຊ່ວຍເຫຼືອຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ ແລະ ຮ່ວມມືກັບສະມາຄົມຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນຫວຽດນາມ (VAVA) ໃນບັນດາໂຄງການຊ່ວຍເຫຼືອ ແລະ ການຂົນຂວາຍໃນລະດັບສາກົນ.
ຄວາມສາມັກຄີຈາກຊຸມປີແຫ່ງການຕໍ່ຕ້ານສົງຄາມ
ທ່ານນາງ Anjuska Marija Weil ໄດ້ເຂົ້າຮ່ວມຂະບວນການຄັດຄ້ານສົງຄາມຫວຽດນາມນັບແຕ່ປີ 1966.
ໃນປີ 1968, ຄອບຄົວຂອງທ່ານນາງໄດ້ຮັບອຸປະກາລະ ດ່ວານ ເຊີນ, ໄວລຸ້ນຊາວຫວຽດນາມຜູ້ໄດ້ຮັບບາດແຜໄໝ້ຢ່າງໜັກຈາກລະເບີດນາປາມ, ເຊິ່ງອົງການ Terre des Hommes ໄດ້ນຳໄປປິ່ນປົວຢູ່ເຢຍລະມັນ ແລະ ສະວິດ. ແມ່ຂອງທ່ານນາງໄດ້ຮັບ ເຊີນ ເປັນລູກລ້ຽງ, ນັບແຕ່ນັ້ນມາ ລາວກໍກາຍເປັນສະມາຊິກຄົນໜຶ່ງຂອງຄອບຄົວ. ເລື່ອງລາວນີ້ໄດ້ສ້າງສາຍຜູກພັນພິເສດລະຫວ່າງທ່ານນາງ Anjuska Weil ກັບຫວຽດນາມ.
ນັບແຕ່ປີ 1994 ຈົນເຖິງປັດຈຸບັນ, ທ່ານນາງດຳລົງຕຳແໜ່ງປະທານສະມາຄົມສະວິດ - ຫວຽດນາມ, ສືບຕໍ່ບັນດາກິດຈະກຳການທູດປະຊາຊົນ ແລະ ຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດ.
![]() |
| ທ່ານນາງ ຫງວຽນທິບິ່ງ, ອະດີດຮອງປະທານປະເທດ (ຄົນທີສີ່ນັບຈາກຂວາ, ແຖວໜ້າ) ພົບປະບັນດາເພື່ອນມິດສາກົນ ເນື່ອງໃນໂອກາດຄົບຮອບ 40 ປີ ແຫ່ງການປົດປ່ອຍພາກໃຕ້ (30/4/1975-30/4/2015), ໃນນັ້ນມີທ່ານນາງ Anjuska Marija Weil (ຢູ່ຊ້າຍສຸດ, ແຖວໜ້າ), ປະທານສະມາຄົມ ສະວິດ - ຫວຽດນາມ. (ພາບ: ທ່ານນາງ ຫງວຽນທິໝີ້ຕຽນ ສະໜອງ) |
ພາຍໃຕ້ການນຳພາຂອງທ່ານນາງ, ສະມາຄົມໄດ້ດຳເນີນຫຼາຍໂຄງການເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກສານພິດສີສົ້ມ/dioxin, ລະດົມການບໍລິຈາກໃຫ້ແກ່ບັນດາໂຄງການມະນຸດສະທຳ, ກໍ່ສ້າງໂຮງຮຽນ, ຊ່ວຍເຫຼືອຜູ້ປ່ວຍພະຍາດຂີ້ທູດ, ພັດທະນາສິນເຊື່ອຈຸລະພາກ, ປັບປຸງເງື່ອນໄຂດ້ານສາທາລະນະສຸກ ແລະ ການສຶກສາ ຢູ່ຫຼາຍທ້ອງຖິ່ນຂອງ ຫວຽດນາມ.
ຢູ່ສະວິດ, ສະມາຄົມໄດ້ຈັດງານວາງສະແດງ, ກອງສຳມະນາ, ເວທີສົນທະນາ ແລະ ວັນສາມັກຄີກັບ ຫວຽດນາມ ເພື່ອຍົກສູງຄວາມຮັບຮູ້ຂອງສາທາລະນະຊົນກ່ຽວກັບຜົນຮ້າຍຈາກສົງຄາມ ແລະ ລະດົມທຶນໃຫ້ແກ່ບັນດາໂຄງການມະນຸດສະທຳ. ສະມາຄົມຍັງໄດ້ປະສານງານກັບ VAVA ໃນການຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ລະດົມກະແສຄວາມຄິດເຫັນສາກົນ ເພື່ອຄວາມຍຸຕິທຳໃຫ້ແກ່ບັນດາຜູ້ເຄາະຮ້າຍຈາກສານພິດສີສົ້ມ.
ທ່ານນາງ Anjuska Marija Weil ໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” ແລະ ຫຼຽນໄຊມິດຕະພາບຂອງລັດ ຫວຽດນາມ ໃນປີ 2006. ໃນປີ 2021, ສະມາຄົມ ສະວິດ - ຫວຽດນາມ ໄດ້ຮັບຫຼຽນໄຊມິດຕະພາບຈາກປະທານປະເທດ ແຫ່ງ ສສ ຫວຽດນາມ ເນື່ອງຈາກມີຜົນງານປະກອບສ່ວນໃນການເສີມຂະຫຍາຍມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ສືບຕໍ່ຮ່ວມເດີນຄຽງຂ້າງຜູ້ເຄາະຮ້າຍຈາກສານພິດສີສົ້ມ
ວັນທີ 19/1/1969, ຊາວໜຸ່ມສະວິດ 3 ຄົນ ຄື Olivier Parriaux, Bernard Bachelard ແລະ Noé Graff ໄດ້ລັກລອບປີນຂຶ້ນໄປເທິງຍອດມະຫາວິຫານ Notre-Dame Paris ແລະ ແຂວນທຸງຂອງແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ ຫວຽດນາມ.
ທຸງຜືນດັ່ງກ່າວມີເນື້ອທີ່ 17,5 ຕາແມັດ, ຕັດຫຍິບດ້ວຍຜ້າໄໝໂດຍພັນລະຍາຂອງທ່ານ Bernard Bachelard, ໄດ້ປິວສະບັດຢູ່ເທິງຍອດວິຫານເປັນເວລາຫຼາຍຊົ່ວໂມງ, ສ້າງກະແສສະທ້ອນຢ່າງກວ້າງຂວາງໃນສື່ມວນຊົນຝຣັ່ງ ແລະ ສາກົນ. ຕຳຫຼວດຝຣັ່ງຕ້ອງລະດົມເຮລິຄອບເຕີ ແລະ ໃຊ້ເວລາປະມານ 11 ຊົ່ວໂມງ ຈຶ່ງສາມາດເອົາທຸງລົງໄດ້.
ຕົວຕົນຂອງທັງສາມຄົນທີ່ປະຕິບັດການນີ້ ໄດ້ຖືກປິດເປັນຄວາມລັບມາຫຼາຍທົດສະວັດ. ຈົນຮອດປີ 2023, ເມື່ອປຶ້ມ Le Viet Cong au sommet de Notre-Dame ໄດ້ຮັບການຕີພິມ, ເລື່ອງລາວດັ່ງກ່າວຈຶ່ງໄດ້ຮັບການເປີດເຜີຍຢ່າງຄົບຖ້ວນຫຼາຍຂຶ້ນ.
ຕາມທ່ານ Olivier Parriaux, ສິ່ງສຳຄັນບໍ່ແມ່ນຊື່ສຽງຂອງຜູ້ທີ່ໄດ້ແຂວນທຸງ, ແຕ່ແມ່ນການເຮັດໃຫ້ໂລກຮັບຮູ້ວ່າ ປະຊາຊົນ ຫວຽດນາມ ບໍ່ໄດ້ໂດດດ່ຽວໃນການຕໍ່ສູ້ເພື່ອເອກະລາດ ແລະ ສັນຕິພາບ.
![]() |
| ຈາກຊ້າຍໄປຂວາ: ທ່ານ Olivier Parriaux ແລະ ທ່ານ Bernard Bachelard, ສອງໃນສາມຄົນທີ່ໄດ້ແຂວນທຸງແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ ຫວຽດນາມ ເທິງຍອດຫໍຂອງມະຫາວິຫານ Notre-Dame Paris ຢູ່ ຝຣັ່ງ ໃນປີ 1969, ໃນໂອກາດຢ້ຽມຢາມນະຄອນໂຮ່ຈິມິນ ໃນເດືອນ 11/2024. |
ເດືອນ 11/2024, ທ່ານ Olivier Parriaux ແລະ ທ່ານ Bernard Bachelard ໄດ້ກັບຄືນມາຫວຽດນາມ. ຢູ່ນະຄອນໂຮ່ຈິມິນ, ທັງສອງທ່ານໄດ້ໄປຢ້ຽມຢາມອຸໂມງກູຈີ, ຫໍພິພິທະພັນຮ່ອງຮອຍສົງຄາມ ແລະ ບ້ານສັນຕິພາບ. ພ້ອມກັນນັ້ນ, ທັງສອງທ່ານຍັງສະແດງການສະໜັບສະໜູນຕໍ່ບັນດາຜູ້ເຄາະຮ້າຍຈາກສານພິດສີສົ້ມ/dioxin, ໃນນັ້ນມີການຮ່ວມເດີນທາງກັບທ່ານນາງ ເຈິ່ນໂຕ໊ງາ, ຜູ້ທີ່ໄດ້ຕິດຕາມຄະດີຟ້ອງຮ້ອງບັນດາບໍລິສັດເຄມີຂອງອາເມລິກາທີ່ກ່ຽວຂ້ອງກັບສານພິດສີສົ້ມມາເປັນເວລາຫຼາຍປີ, ໃນເສັ້ນທາງຕໍ່ສູ້ເພື່ອຄວາມຍຸຕິທຳ.
ທ່ານ Olivier Parriaux ໃຫ້ຮູ້ວ່າ, ພວກເຂົາພວມລະດົມແຫຼ່ງຊັບພະຍາກອນຢູ່ສະວິດ ເພື່ອຊ່ວຍສະໜັບສະໜູນຄ່າໃຊ້ຈ່າຍດ້ານກົດໝາຍຂອງຄະດີຟ້ອງຮ້ອງ, ພ້ອມທັງເຮັດວຽກກັບບັນດາບຸກຄົນທີ່ມີອິດທິພົນຢູ່ນະຄອນໂຮ່ຈິມິນ ແລະ ຊອກຫາວິທີຮ່ວມມືກັບບັນດາອົງການ ເພື່ອສະໜັບສະໜູນການຕໍ່ສູ້ນີ້.
ໃນການຢ້ຽມຢາມຄັ້ງນີ້, ການນຳນະຄອນໂຮ່ຈິມິນ ໄດ້ມອບຫຼຽນການນະຄອນໂຮ່ຈິມິນໃຫ້ແກ່ທ່ານ Olivier Parriaux ແລະ ທ່ານ Bernard Bachelard, ເພື່ອຮັບຮູ້ບັນດາການປະກອບສ່ວນຂອງທັງສອງທ່ານຕໍ່ຂະບວນການສາມັກຄີກັບຫວຽດນາມ.
ຍສໝ - ສະວິດຄາດວ່າຈະສົ່ງຜູ້ຊ່ຽວຊານດ້ານນ້ຳສະອາດ, ສຸຂະອະນາໄມ, ເຮືອນຢູ່ທີ່ປອດໄພປະມານ 8 ຄົນ... ພ້ອມດ້ວຍເຄື່ອງບັນເທົາທຸກ 25.000 ກວ່າກິໂລ ເພື່ອຊ່ວຍເຫຼືອຫວຽດນາມ ພາຍຫຼັງພາຍຸເລກທີ 3. |
ຍສໝ - ນັບແຕ່ວັນທີ 15 – 19 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ 2 ເພື່ອນມິດສະວິດ ທີ່ພິເສດຢ່າງສົມກຽດຄື: ທ່ານ Olivier Parriaux ແລະ ທ່ານ Bernard Bachelard. ຫຼາຍກວ່າເຄິ່ງສະຕະວັດກ່ອນ (ປີ 1969), ພ້ອມກັບທ່ານ Noé Graff, ເຂົາເຈົ້າໄດ້ປະຕິບັດຢ່າງກ້າຫານ ແລະ ເປັນສັນຍາລັກຄື: ແຂວນທຸງຊາດຂອງກອງທັບປົດປ່ອຍພາກໃຕ້ ຫວຽດນາມ ຢູ່ເທິງຈອມຂອງ Notre Dame Cathedral Paris (ຝຣັ່ງ). ເຖິງວ່າທ່ານ Noé Graff ບໍ່ສາມາດເຂົ້າຮ່ວມການຢ້ຽມຢາມຍ້ອນເຫດຜົນດ້ານສຸຂະພາບກໍ່ຕາມ, ແຕ່ທ່ານ Olivier Parriaux ແລະ Bernard Bachelard ຍັງສືບຕໍ່ການເດີນທາງເພື່ອຕິດພັນການພົວພັນມິດຕະພາບກັບຫວຽດນາມ ຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້. |
ມິງດຶກ


