ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງນັກວິຊາການ, ນັກວິທະຍາສາດ ຢູ່ ໂອຕຣິດ

15:44 | 31/07/2026

ຍສໝ - ຄະນະຜູ້ແທນ ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໂດຍແມ່ນ ສ. ປະລິນຍາເອກ ເຈິ່ນຕວນແອັງ, ຮອງປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ປະທານສະມາຄົມ ເປັນຫົວໜ້າຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ໂອຕຣິດ. ຄະນະໄດ້ພົບປະກັບນັກວິຊາການຫວຽດນາມ, ເຮັດວຽກກັບ ສະຖານເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍບັນດາຮາກຖານຄົ້ນຄວ້າ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນ ຢູ່ ໂອຕຣິດ, ແລກປ່ຽນຄວາມສາມາດໃນການຮ່ວມມື ເຂົ້າໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່.

ຫວຽດນາມ - ບູຣຸນດີ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງປັນຍາຊົນ ແລະ ນັກວິທະຍາສາດ

ໃນຂອບເຂດການເຄື່ອນໄຫວເຮັດວຽກ, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ຈັດການພົບປະ, ເສວະນາ ກັບບັນດານັກວິຊາການ, ນັກວິທະຍາສາດ ແລະ ຊ່ຽວຊານໜຸ່ມຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮຽນຮູ້ ແລະ ເຮັດວຽກຢູ່ ໂອຕຣິດ.

ເຂົ້າຮ່ວມການເສວະນາ ມີບັນດານັກສຶກສາປະລິນຍາເອກ, ນັກສຶກສາຕ່າງປະເທດ ແລະ ຊ່ຽວຊານຫວຽດນາມ ທີ່ພວມປະຕິບັດງານຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ວິສາຫະກິດເຕັກໂນໂລຊີຂອງ ໂອຕຣິດ. ບັນດາຜູ້ແທນ ໄດ້ແລກປ່ຽນບົດຮຽນການສຶກສາ, ການຄົ້ນຄວ້າ; ແລກປ່ຽນກ່ຽວກັບຄວາມສາມາດໃນການຮ່ວມມື ລະຫວ່າງ ບັນດາຮາກຖານຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດ.

ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງນັກວິຊາການ, ນັກວິທະຍາສາດ ຢູ່ ໂອຕຣິດ

ຄະນະປະຕິບັດງານ ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ພົບປະກັບນັກວິຊາການຊາວຫວຽດນາມອາໄສຢູ່ ໂອຕຣິດ.

ເນື້ອໃນການປຶກສາຫາລື ໄດ້ສຸມໃສ່ບາງຂົງເຂດ ເຊັ່ນ: ປັນຍາປະທານ (AI), ຫຸ່ນຍົນ (Robot), ເຕັກໂນໂລຊີຂໍ້ມູນຂ່າວສານ, ວິສະວະກຳກົນຈັກ, ເຕັກໂນໂລຊີຄວອນຕຳ ແລະ ເຕັກໂນໂລຊີນິວເຄຼຍ. ນີ້ແມ່ນບັນດາຂົງເຂດທີ່ ໂອຕຣິດ ມີທ່າແຮງ, ທັງແມ່ນກຸ່ມຂະແໜງການທີ່ ຫວຽດນາມ ພວມໃຫ້ຄວາມສົນໃຈພັດທະນາ.

ໃນການກ່າວປາໄສຢູ່ທີ່ການເສວະນາ, ສອ. ປອ ເຈິ່ນຕວນແອັງ ໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ທີມງານນັກວິຊາການຫວຽດນາມ ຢູ່ ໂອຕຣິດ ບັນລຸໄດ້. ທ່ານຖືວ່າ ບັນດາຊ່ຽວຊານ, ນັກວິທະຍາສາດຫວຽດນາມ ຢູ່ຕ່າງປະເທດ ແມ່ນແຫຼ່ງທຶນອັນສຳຄັນ ຕໍ່ກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ຂະບວນການເຊື່ອມໂຍງສາກົນຂອງປະເທດຊາດ.

ປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ຫວັງຢ່າງຍິ່ງວ່າ ບັນດານັກວິຊາການ, ນັກວິທະຍາສາດໜຸ່ມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ເພີ່ມທະວີການແລກປ່ຽນທາງດ້ານວິຊາການ, ຮ່ວມມືຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີ ລະຫວ່າງ ຫວຽດນາມ ແລະ ໂອຕຣິດ.

ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງນັກວິຊາການ, ນັກວິທະຍາສາດ ຢູ່ ໂອຕຣິດ

ຄະນະປະຕິບັດງານ ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ພົບປະກັບນັກວິຊາການຊາວຫວຽດນາມອາໄສຢູ່ ໂອຕຣິດ.

ຄະນະຜູ້ແທນ ຍັງໄດ້ເຮັດວຽກກັບ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂອຕຣິດ, ແລກປ່ຽນກ່ຽວກັບທິດທາງການຊຸກຍູ້ການຮ່ວມມືທາງດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ເພີ່ມທະວີການປະສານງານ ເຂົ້າໃນວຽກງານການຕ່າງປະເທດປະຊາຊົນ.

ຢູ່ທີ່ການເຮັດເຮັດວຽກ, ທ່ານ ວູເລໄທຮວ່າງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂອຕຣິດ ໄດ້ແນະນຳບາງກິດຈະກຳການຕ່າງປະເທດພະຫຸພາຄີຂອງຫວຽດນາມ ຢູ່ທີ່ ວຽນນາ (Vienna), ເຊິ່ງເປັນບ່ອນຕັ້ງສຳນັກງານໃຫຍ່ຂອງຫຼາຍອົງການຈັດຕັ້ງສາກົນ ເຊັ່ນ: ອົງການພະລັງງານປະລະມານູສາກົນ (IAEA), ຫ້ອງການປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC), ອົງການພັດທະນາອຸດສາຫະກຳປະຊາຊາດ (UNIDO) ແລະ ຄະນະກຳມະການປະຊາຊາດກ່ຽວກັບການນຳໃຊ້ບ່ອນຫວ່າງອະວະກາດຢ່າງສັນຕິ (COPUOS).

ທ່ານເອກອັກຄະລັດຖະທູດ ຍັງໄດ້ແຈ້ງຂໍ້ມູນກ່ຽວກັບບັນດາກິດຈະກຳທີ່ສະຖານທູດຜັນຂະຫຍາຍ ເພື່ອເຊື່ອມໂຍງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດ. ບາງເວທີປຶກສາຫາລື ກ່ຽວກັບຄວາມປອດໄພທາງໄຊເບີ, ປັນຍາປະທານ, ຫຸ່ນຍົນຮູບຮ່າງຄົນ ແລະ ການຫັນເປັນດິຈິຕອນ ທີ່ຈັດຂຶ້ນຢູ່ ວຽນນາ ໄດ້ດຶງດູດການເຂົ້າຮ່ວມຂອງບັນດານັກວິທະຍາສາດ, ຊ່ຽວຊານ ແລະ ວິສາຫະກິດເຕັກໂນໂລຊີຂອງ ຫວຽດນາມ, ໂອຕຣິດ.

ບັນດາຜູ້ແທນຖືວ່າ ທ່າແຮງຂອງ ໂອຕຣິດ ທາງດ້ານວິທະຍາສາດ - ເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງ ໄດ້ສ້າງເງື່ອນໄຂໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ພັດທະນາແຫຼ່ງບຸກຄະລາກອນ ແລະ ເຊື່ອມໂຍງບັນດາຮາກຖານວິທະຍາສາດ, ມະຫາວິທະຍາໄລ, ວິສາຫະກິດ.

ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ເຊື່ອມໂຍງນັກວິຊາການ, ນັກວິທະຍາສາດ ຢູ່ ໂອຕຣິດ

ທ່ານ ປອ. Alfred Gerstl, ປະທານສະມາຄົມ ໂອຕຣິດ - ຫວຽດນາມ ຕາງໜ້າໃຫ້ສະມາຄົມ ເຂົ້າຮັບເອົາມຽນໄຊມິດຕະພາບ ຈາກປະທານປະເທດ ແຫ່ງ ສ.ສ ຫວຽດນາມ

ໃນການປະຕິບັດງານ, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ປະສານງານກັບ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂອຕຣິດ ຈັດພິທີມອບ-ຮັບ ຫຼຽນໄຊມິດຕະພາບ ຂອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ມອບໃຫ້ ປອ. Peter Jankowitsch, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ໂອຕຣິດ, ປະທານສະມາຄົມ ໂອຕຣິດ - ຫວຽດນາມ ໄລຍະ 1998-2022, ປະຈຸບັນແມ່ນ ປະທານກິດຕິມະສັກຂອງສະມາຄົມ; ພ້ອມທັງມອບຫຼຽນໄຊມິດຕະພາບ ໃຫ້ແກ່ ຄະນະສະມາຄົມ ໂອຕຣິດ - ຫວຽດນາມ.

ລາງວັນດັ່ງກ່າວ ແມ່ນການຮັບຮອງ ແລະ ຍົກຍ້ອງຕໍ່ການປະກອບສ່ວນຢ່າງທົນທານຂອງ ດຣ. Peter Jankowitsch ແລະ ສະມາຄົມ ໂອຕຣິດ - ຫວຽດນາມ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງຊາດ.

ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ສະຖາບັນສາກົນກ່ຽວກັບການວິເຄາະລະບົບປະຍຸກໃຊ້ (IIASA), ສະພາບັນດິດ ໂອຕຣິດ, ມະຫາວິທະຍາໄລເຕັກໂນໂລຊີ ວຽນນາ ແລະ ອົງການພະລັງງານປະລະມານູສາກົນ (IAEA). ຢູ່ທີ່ບັນດາການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວຄົ້ນຄວ້າ, ການກໍ່ສ້າງ, ການໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ຄວາມສາມາດໃນການສ້າງຕັ້ງຈຸດເຊື່ອມໂຍງການຮ່ວມມືເພີ່ມເຕີມ ລະຫວ່າງ ຮາກຖານວິທະຍາສາດຫວຽດນາມ ກັບ ບັນດາຄູ່ຮ່ວມມືຢູ່ ໂອຕຣິດ.

ຫວຽດນາມ - ໂອຕຣິດ ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ ຫວຽດນາມ - ໂອຕຣິດ ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ
ຍສໝ - ວັນທີ 5/5 ຢູ່ທີ່ນະຄອນຫຼວງ ວຽນນາ (ໂອຕຣິດ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານສົມທົບກັບ ສະພາການຄ້າສະຫະພັນໂອຕຣິດ, ສະຖາບັນເຕັກໂນໂລຊີໂອຕຣິດ ແລະ ບໍລິສັດ FPT ຮ່ວມກັນຈັດເວທີປຶກສາຫາລືຄວາມໝັ້ນຄົງທາງໄຊເບີ ໂອຕຣິດ - ຫວຽດນາມ ໃນຮູບແບບເຊິ່ງໜ້າສົມທົບກັບທາງອອນລາຍ. ກິດຈະກຳນີ້ມຸ່ງໄປສູ່ເປົ້າໝາຍເພີ່ມທະວີການຮ່ວມມືສອງຝ່າຍ, ປັບປຸງຂີດຄວາມສາມາດດ້ານສະຖາບັນ ແລະ ເຕັກໂນໂລຊີ, ທັງເປີດໂອກາດການລົງທຶນ ແລະ ທຸລະກິດໃໝ່ໆໃນຂົງເຂດຄວາມໝັ້ນຄົງທາງໄຊເບີ ແລະ ການຫັນເປັນດີຈີຕອນ.
ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch ໄດ້ຮັບຫຼຽນໄຊມິດຕະພາບ ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch ໄດ້ຮັບຫຼຽນໄຊມິດຕະພາບ
ຍສໝ - ບໍ່ດົນນານມານີ້, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານງານກັບ ສະມາຄົມມິດຕະພາບ ຫວຽດນາມ-ໂອຕຣິດ ຈັດຕັ້ງພິທີມອບ-ຮັບຫຼຽນໄຊມິດຕະພາບ ຂອງປະທານປະເທດ ໃຫ້ແກ່ ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch - ປະທານກິດຕິມະສັກ ສະມາຄົມ ໂອຕຣິດ-ຫວຽດນາມ, ຍ້ອນໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ໂອຕຣິດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ