ຫວຽດນາມ - ອົດສະຕາລີ ຍົກລະດັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ

16:36 | 13/08/2026

ຍສໝ - ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃຫ້ຫັນຈາກບັນດາໂຄງການຮ່ວມມືແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການຄົ້ນຄວ້າຮ່ວມ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ນຳຜົນການຄົ້ນຄວ້າໄປສູ່ການຄ້າ.

ຖະແຫຼງການຮ່ວມຫວຽດນາມ - ອົດສະຕາລີ ຢືນຢັນຄວາມໄວ້ວາງໃຈທາງຍຸດທະສາດຢ່າງເລິກເຊິ່ງ ຫວຽດນາມ - ອົດສະຕາລີ ຂະຫຍາຍການຮ່ວມມືດ້ານສື່ມວນຊົນ ແລະ ການຄ້າດິຈິຕອນ

ເນື່ອງໃນໂອກາດການຢ້ຽມຢາມຂັ້ນລັດຖະກິດຢູ່ອົດສະຕາລີ ຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສອງປະເທດໄດ້ອອກ “ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການເຊື່ອມຕໍ່ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ”.

ຖະແຫຼງການຮ່ວມຢືນຢັນວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ; ພ້ອມທັງຮັບຮູ້ບັນດາຄວາມຄືບໜ້າຢ່າງເປັນຮູບປະທຳໃນຂົງເຂດນີ້ ແລະ ບົດບາດນັບມື້ນັບສຳຄັນຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕໍ່ການເຕີບໂຕເສດຖະກິດແບບຍືນຍົງ, ຜະລິດຕະພາບ, ຄວາມສາມາດຕ້ານທານ ແລະ ຄວາມສາມາດແຂ່ງຂັນ.

ການນຳສອງປະເທດເຫັນດີເລັ່ງລັດການຮ່ວມມືໃນບັນດາຂົງເຂດເຕັກໂນໂລຊີຫຼັກ ແລະ ເຕັກໂນໂລຊີເກີດໃໝ່, ໃຫ້ສອດຄ່ອງກັບບັນດາບູລິມະສິດ, ທ່າແຮງ ແລະ ຄວາມສາມາດຂອງສອງປະເທດ. ບົນຈິດໃຈດັ່ງກ່າວ, ສອງຝ່າຍເຫັນດີຊອກຫາໂອກາດເພື່ອຂະຫຍາຍການຄົ້ນຄວ້າຮ່ວມ, ເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາລະບົບນິເວດນະວັດຕະກຳ ແລະ ຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມມືໃໝ່.

ຈາກການຮັບເອົາເຕັກໂນໂລຊີ ໄປສູ່ການຮ່ວມສ້າງສັນ

ອາດເວົ້າໄດ້ວ່າ ທິດທາງນີ້ໄດ້ຮັບການສ້າງຂຶ້ນບົນພື້ນຖານການຮ່ວມມືທີ່ມີຢູ່ແລ້ວ, ແຕ່ໄດ້ວາງຄວາມຮຽກຮ້ອງທີ່ສູງຂຶ້ນກ່ຽວກັບລວງເລິກ ແລະ ປະສິດທິຜົນ. ແທນທີ່ຈະພຽງແຕ່ເຊື່ອມຕໍ່ແຕ່ລະໂຄງການ ຫຼື ແຕ່ລະອົງການ, ສອງປະເທດມຸ່ງໄປສູ່ການເຊື່ອມໂຍງແຫຼ່ງກຳລັງຄົ້ນຄວ້າ, ວິສາຫະກິດ ແລະ ຕະຫຼາດ ເຂົ້າໃນລະບົບນິເວດການຮ່ວມມືໄລຍະຍາວ.

ກ່ອນໜ້ານັ້ນ, ກ່າວຄຳປາໄສທີ່ເວທີປາໄສວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການລົງທຶນ, ການສຶກສາ - ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ ຫວຽດນາມ - ອົດສະຕາລີ 2026 (Tech Connect Viet Nam - Australia), ທ່ານ ໂຕເລິມ ໄດ້ເຮັດໃຫ້ແຈ້ງຕື່ມເຖິງແນວທາງຂອງຫວຽດນາມໃນໄລຍະໃໝ່.

ຕາມ ທ່ານ ໂຕເລິມ, ສຳລັບຫວຽດນາມ, ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຊັບພະຍາກອນມະນຸດຄຸນນະພາບສູງ ບໍ່ແມ່ນພຽງແຕ່ທາງເລືອກອີກຕໍ່ໄປ, ຫາກໄດ້ກາຍເປັນຄວາມຮຽກຮ້ອງອັນຈຳເປັນ ເພື່ອປະຕິບັດຄວາມປາດຖະໜາໃຫ້ຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ພັກ ແລະ ລັດຫວຽດນາມ ໄດ້ກຳນົດຮູບແບບການພັດທະນາໃໝ່, ໃນນັ້ນ ພູມປັນຍາ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ການເຊື່ອມໂຍງສາກົນ ໄດ້ຖືກກຳນົດເປັນບັນດາກຳລັງຂັບເຄື່ອນຕົ້ນຕໍຂອງການເຕີບໂຕເສດຖະກິດ.

ພ້ອມກັນນັ້ນ, ຫວຽດນາມພວມຫັນປ່ຽນຢ່າງແຮງຈາກເປົ້າໝາຍດຶງດູດການລົງທຶນ ໄປສູ່ການຮ່ວມມືເພື່ອຮ່ວມກັນພັດທະນາ; ຈາກການຮັບເອົາເຕັກໂນໂລຊີ ໄປສູ່ການຮ່ວມສ້າງສັນເຕັກໂນໂລຊີ; ຈາກການເຂົ້າຮ່ວມຕ່ອງໂສ້ມູນຄ່າ ໄປສູ່ການຄ່ອຍໆຄອງບັນດາຕຳແໜ່ງທີ່ມີມູນຄ່າເພີ່ມສູງກວ່າໃນຕ່ອງໂສ້ມູນຄ່າທົ່ວໂລກ.

ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຫຼາຍຈຸດແຂງ ຊຶ່ງຫວຽດນາມໃຫ້ຄວາມສຳຄັນເປັນພິເສດ ແລະ ປາດຖະໜາຢາກຮ່ວມເດີນທາງໃນຂະບວນການພັດທະນາ. ສອງປະເທດມີທັງບັນດາທ່າແຮງຍຸດທະສາດ ແລະ ປັດໄຈທີ່ສາມາດເສີມໜູນກັນໄດ້ຢ່າງເປັນທຳມະຊາດ.

ບົນພື້ນຖານນັ້ນ, ສອງປະເທດຕ້ອງຫັນຈາກການຮ່ວມມື ໄປສູ່ການຮ່ວມສ້າງສັນ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ ແລະ ຮ່ວມພັດທະນາ, ຈາກການເຊື່ອມຕໍ່ລະຫວ່າງແຕ່ລະອົງການ ໄປສູ່ການເຊື່ອມໂຍງສອງລະບົບນິເວດນະວັດຕະກຳ, ສ້າງລະບົບນິເວດນະວັດຕະກຳລະດັບພາກພື້ນ ບ່ອນທີ່ວິສາຫະກິດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ບັນດາກອງທຶນລົງທຶນ ສາມາດເຊື່ອມຕໍ່, ຮ່ວມສ້າງສັນ ແລະ ຮ່ວມກັນພັດທະນາ.

ທ່ານ ໂຕເລິມ ສະເໜີໃຫ້ສອງປະເທດສ້າງ ແລະ ຜັນຂະຫຍາຍຍຸດທະສາດເຊື່ອມຕໍ່ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ດ້ວຍວິໄສທັດໄລຍະຍາວ, ຖືນີ້ເປັນເສົາຄ້ຳໃໝ່ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ.

ສອງປະເທດຂະຫຍາຍບັນດາໂຄງການຄົ້ນຄວ້າຮ່ວມ, ເພີ່ມທະວີການເຊື່ອມຕໍ່ບັນດາສູນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດ ແລະ ກອງທຶນລົງທຶນດ້ານນະວັດຕະກຳ; ສ້າງບັນດາເຄືອຂ່າຍຮ່ວມມືຄົ້ນຄວ້າໃນບັນດາຂົງເຂດບູລິມະສິດ ເຊັ່ນ: ປັນຍາປະດິດ (AI), ຊິບເຄິ່ງຕົວນຳ, ເຕັກໂນໂລຊີດິຈິຕອນ, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີຄວອນຕຳ, ພະລັງງານສະອາດ, ແຮ່ທາດຍຸດທະສາດ ແລະ ເສດຖະກິດທະເລ.

ຫວຽດນາມ - ອົດສະຕາລີ ຍົກລະດັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ
ບັນດາບົດບັນທຶກຄວາມເຂົ້າໃຈ (MOU) ໄດ້ຮັບການມອບລະຫວ່າງບັນດາຝ່າຍ ໃນງານ Vietnam - Australia Tech Connect, ວັນທີ 10 ສິງຫາ ທີ່ນະຄອນ Sydney.

ສຸມໃສ່ເຕັກໂນໂລຊີຍຸດທະສາດ, ນຳຜົນການຄົ້ນຄວ້າອອກສູ່ຕະຫຼາດ

ຈາກທິດທາງລະດັບສູງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຫັນເປັນຮູບປະທຳດ້ວຍການກຳນົດໃຫ້ເຊື່ອມໂຍງບັນດາໂຄງການຄົ້ນຄວ້າ, ສະຖາບັນຄົ້ນຄວ້າ, ແຫຼ່ງທຶນ ແລະ ຕະຫຼາດ ເຂົ້າເປັນລະບົບຮ່ວມມືທີ່ສາມາດສ້າງຜົນກະທົບໄດ້ຫຼາຍຂຶ້ນ.

ທີ່ເວທີປາໄສ Tech Connect ຫວຽດນາມ - ອົດສະຕາລີ 2026, ທ່ານ ຫວູຫາຍກວັນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ ໃນໄລຍະໃໝ່ຈຳເປັນຕ້ອງມີ 3 ການຫັນປ່ຽນສຳຄັນຄື: ຈາກການແລກປ່ຽນປະສົບການ ໄປສູ່ການຮ່ວມກັນກຳນົດ ແລະ ແກ້ໄຂບັນດາໂຈດໃຫຍ່ດ້ານການພັດທະນາ; ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມສະໜອງທຶນ ແລະ ສ້າງຊັບສິນທາງປັນຍາ, ຜະລິດຕະພັນໃໝ່; ຈາກບັນດາໂຄງການແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດຮ່ວມມືໄລຍະຍາວ.

ຈຸດສຸມທຳອິດແມ່ນ ຮ່ວມກັນຄົ້ນຄວ້າ, ພັດທະນາເຕັກໂນໂລຊີຍຸດທະສາດ ແລະ ວາງວິສາຫະກິດໄວ້ເປັນໃຈກາງຂອງຕ່ອງໂສ້ນະວັດຕະກຳ.

ສອງຝ່າຍຖືກສະເໜີໃຫ້ສຸມໃສ່ບັນດາຂົງເຂດຄື ປັນຍາປະດິດ (AI), ຊິບເຄິ່ງຕົວນຳ, ຄວາມປອດໄພທາງໄຊເບີ, ເຕັກໂນໂລຊີຄວອນຕຳ, ເຕັກໂນໂລຊີຊີວະພາບ, ພະລັງງານສະອາດ ແລະ ເຕັກໂນໂລຊີທາງທະເລ. ສິ່ງສຳຄັນແມ່ນ ແຕ່ລະໂຄງການຄົ້ນຄວ້າຕ້ອງຖືກສ້າງເປັນຕ່ອງໂສ້ທີ່ຕໍ່ເນື່ອງ, ເລີ່ມຈາກໂຈດຄວາມຕ້ອງການຂອງຕະຫຼາດ, ຜ່ານການທົດລອງ ຈົນເຖິງການນຳໄປສູ່ການຄ້າ.

ສູນເຕັກໂນໂລຊີຍຸດທະສາດ ຖືກຄາດຫວັງໃຫ້ກາຍເປັນແພລດຟອມຮ່ວມ, ພ້ອມທັງເຊື່ອມຕໍ່ກັບບັນດາກອງທຶນລົງທຶນຮ່ວມສ່ຽງ ແລະ ແຫຼ່ງທຶນດ້ານເຕັກໂນໂລຊີ ເພື່ອນຳບັນດາສິ່ງປະດິດທີ່ມີທ່າແຮງຈາກຫ້ອງທົດລອງອອກສູ່ຕະຫຼາດ.

ໃນປີ 2026, ຫວຽດນາມສະໜອງທຶນ 1 ລ້ານ USD ໃຫ້ແກ່ສູນເຕັກໂນໂລຊີຍຸດທະສາດ ແລະ ປະມານ 3 ລ້ານ USD ໃຫ້ແກ່ 10 ໂຄງການຄົ້ນຄວ້າຮ່ວມກ່ຽວກັບເຕັກໂນໂລຊີຍຸດທະສາດ.

ນອກຈາກການຄົ້ນຄວ້າເຕັກໂນໂລຊີຍຸດທະສາດແລ້ວ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງສະເໜີໃຫ້ເລັ່ງລັດການຮ່ວມມືດ້ານເສດຖະກິດດິຈິຕອນ ແລະ ການຫັນເປັນດິຈິຕອນ, ໂດຍເລືອກບາງຂະແໜງການ ແລະ ວິສາຫະກິດສະເພາະ ເພື່ອຜັນຂະຫຍາຍໂຄງການນຳໃຊ້ AI ແລະ ການຫັນເປັນດິຈິຕອນ.

ວິທີການນີ້ ທັງຊ່ວຍແກ້ໄຂໂຈດຕົວຈິງຂອງວິສາຫະກິດ, ທັງສ້າງຂໍ້ມູນ ແລະ ຫຼັກຖານເພື່ອໜູນຊ່ວຍຂະບວນການສ້າງນະໂຍບາຍ. ພ້ອມກັນນັ້ນ, ນີ້ຍັງເປັນວິທີໜຶ່ງເພື່ອນຳຂອບການຮ່ວມມືເສດຖະກິດດິຈິຕອນລະຫວ່າງສອງປະເທດໄປສູ່ຜົນສຳເລັດທີ່ເປັນຮູບປະທຳ.

ອີກທິດທາງສຳຄັນໜຶ່ງແມ່ນ ການລົງທຶນໃສ່ຄົນ ແລະ ຄວາມສາມາດຄົ້ນຄວ້າໄລຍະຍາວ. ສອງປະເທດມີເງື່ອນໄຂສະດວກເພື່ອພັດທະນາບັນດາກຸ່ມຄົ້ນຄວ້າຮ່ວມ, ຫ້ອງທົດລອງຮ່ວມ ແລະ ບັນດາໂຄງການທີ່ເປີດໂອກາດໃຫ້ນັກວິທະຍາສາດເຮັດວຽກໂດຍກົງກັບວິສາຫະກິດ.

ໃນການເຮັດວຽກກັບ ທ່ານ Tim Ayres, ລັດຖະມົນຕີອຸດສາຫະກຳ, ວິທະຍາສາດ ແລະ ຊັບພະຍາກອນອົດສະຕາລີ, ທ່ານ ຫວູຫາຍກວັນ ຍັງສະເໜີໃຫ້ລັດຖະບານສອງປະເທດພິຈາລະນາສ້າງຕັ້ງກອງທຶນຄົ້ນຄວ້າຮ່ວມ ຫວຽດນາມ - ອົດສະຕາລີ, ແນໃສ່ສ້າງແຫຼ່ງທຶນໄລຍະຍາວໃຫ້ແກ່ນັກວິທະຍາສາດຂອງສອງປະເທດ.

ໃນລະດັບການຜັນຂະຫຍາຍ, ທ່ານ ດ່າວຫງອກຈຽນ, ຫົວໜ້າກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ (NAFOSTED) ໃຫ້ຮູ້ວ່າ NAFOSTED ກຳນົດຮູບແບບ “ສາມຝ່າຍ” ຄື ລັດ - ສະຖາບັນການສຶກສາ - ວິສາຫະກິດ ເປັນກົນໄກສຳຄັນໃນການຫັນພູມປັນຍາໃຫ້ເປັນເຕັກໂນໂລຊີ ແລະ ຜະລິດຕະພັນການຄ້າ. ຕາມນັ້ນ, ກອງທຶນມຸ່ງໄປສູ່ການຮ່ວມກັບບັນດາຄູ່ຮ່ວມມືອົດສະຕາລີ ເພື່ອແກ້ໄຂບັນດາໂຈດໃຫຍ່ກ່ຽວກັບເຕັກໂນໂລຊີຍຸດທະສາດ, ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ບົນພື້ນຖານແບ່ງປັນແຫຼ່ງກຳລັງ, ຄວາມຮັບຜິດຊອບ, ຜົນປະໂຫຍດ ແລະ ຄວາມສ່ຽງ.

ຫວ່າງມໍ່ໆມານີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ອະນຸມັດໂຄງການຮ່ວມມືຄົ້ນຄວ້າ ຫວຽດນາມ - ອົດສະຕາລີ ກ່ຽວກັບເຕັກໂນໂລຊີຍຸດທະສາດ ໄລຍະ 2026-2028, ຄາດວ່າຈະສະໜອງທຶນໃຫ້ 5-7 ໜ້າວຽກຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ ທີ່ຢູ່ໃນບັນຊີເຕັກໂນໂລຊີຍຸດທະສາດ ຊຶ່ງອອກໂດຍນາຍົກລັດຖະມົນຕີ.

ຈາກທິດທາງສູ່ການເຊື່ອມຕໍ່ທີ່ເປັນຮູບປະທຳ

ບັນດາທິດທາງຂ້າງເທິງພວມຄ່ອຍໆຖືກຫັນເປັນຮູບປະທຳ ຜ່ານບັນດາການເຊື່ອມຕໍ່ທີ່ເວທີປາໄສ Tech Connect ຫວຽດນາມ - ອົດສະຕາລີ 2026.

ບົດບັນທຶກຄວາມເຂົ້າໃຈ 7 ສະບັບ ທີ່ໄດ້ມອບຢູ່ເວທີປາໄສ ສຸມໃສ່ການເຊື່ອມຕໍ່ຊ່ຽວຊານ, ການຝຶກອົບຮົມຊັບພະຍາກອນມະນຸດ, ການຄົ້ນຄວ້າ, ການຖ່າຍທອດ ແລະ ນຳໃຊ້ເຕັກໂນໂລຊີ.

ໃນນັ້ນ, ກົມເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ) ແລະ ສະມາຄົມປັນຍາຊົນ ແລະ ຊ່ຽວຊານຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການເຊື່ອມຕໍ່ຖັນແຖວຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ອົດສະຕາລີ, ຊຸກຍູ້ການຄົ້ນຄວ້າ ແລະ ຖ່າຍທອດໃນບັນດາຂົງເຂດເຕັກໂນໂລຊີດິຈິຕອນ, ຊິບເຄິ່ງຕົວນຳ, AI, ພ້ອມທັງໜູນຊ່ວຍວິສາຫະກິດເຕັກໂນໂລຊີດິຈິຕອນຫວຽດນາມ ໃນການສົ່ງເສີມການຄ້າ ແລະ ການລົງທຶນຢູ່ອົດສະຕາລີ.

ສະຖາບັນເຕັກໂນໂລຊີໄປສະນີ ແລະ ໂທລະຄົມ ແລະ ມະຫາວິທະຍາໄລເຕັກໂນໂລຊີ Sydney ໄດ້ຕົກລົງຮ່ວມມືຄົ້ນຄວ້າ, ຜັນຂະຫຍາຍໄລຍະຕໍ່ໄປຂອງສູນເຕັກໂນໂລຊີຍຸດທະສາດ ອົດສະຕາລີ - ຫວຽດນາມ, ສຸມໃສ່ເຕັກໂນໂລຊີຫຼັກ, ເຕັກໂນໂລຊີຍຸດທະສາດ, ການພັດທະນາການນຳໃຊ້ ແລະ ບັນດາຮູບແບບເຕັກໂນໂລຊີໃໝ່.

ຂະນະດຽວກັນ, ຂໍ້ຕົກລົງລະຫວ່າງ NAFOSTED ແລະ ອົງການຄົ້ນຄວ້າວິທະຍາສາດ ແລະ ອຸດສາຫະກຳອົດສະຕາລີ (CSIRO) ໄດ້ເປີດໂອກາດເພີ່ມເຕີມໃນການເຊື່ອມໂຍງແຫຼ່ງກຳລັງ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.

Tech Connect ຍັງຖືກກຳນົດທິດໃຫ້ກາຍເປັນກົນໄກເຊື່ອມຕໍ່ເປັນປະຈຳ, ໂດຍມີຂໍ້ສະເໜີໃຫ້ຈັດຂຶ້ນທຸກປີ ແລະ ໝູນວຽນກັນຈັດຢູ່ຫວຽດນາມ ແລະ ອົດສະຕາລີ.

ຈາກຖະແຫຼງການຮ່ວມ ໄປສູ່ບັນດາຄຳໝັ້ນສັນຍາກ່ຽວກັບໂຄງການຄົ້ນຄວ້າ, ກົນໄກສະໜອງທຶນ ແລະ ບັນດາການເຊື່ອມຕໍ່ຢ່າງເປັນຮູບປະທຳທີ່ Tech Connect, ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ອົດສະຕາລີ ພວມສະແດງໃຫ້ເຫັນບາດກ້າວຫັນປ່ຽນໃໝ່ທາງດ້ານຄຸນນະພາບ.

ຈຸດສຸມບໍ່ແມ່ນພຽງການຮ່ວມມືແບບແຍກສ່ວນອີກຕໍ່ໄປ, ແຕ່ມຸ່ງໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ຮ່ວມກັນນຳເຕັກໂນໂລຊີອອກສູ່ຕະຫຼາດ. ນີ້ຍັງເປັນພື້ນຖານເພື່ອໃຫ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ກາຍເປັນເສົາຄ້ຳທີ່ນັບມື້ນັບເປັນຮູບປະທຳ ໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ.

ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ
ຍສໝ - ວັນທີ 9/8/2026, ພາຍໃຕ້ການເປັນສັກຂີພິຍານຂອງກົງສຸນໃຫຍ່ຫວຽດນາມປະຈຳ Sydney, ສະຖາບັນຄົ້ນຄວ້າ ເຕິມແອງ ແລະ ສະຖາບັນຄົ້ນຄວ້າ RNA ແຫ່ງມະຫາວິທະຍາໄລ New South Wales ຂອງອົດສະຕາລີ ໄດ້ລົງນາມຮ່ວມມືດ້ານການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ RNA, ເປີດທ່າແຮງໃນການນຳໄປປະຍຸກໃຊ້ເພື່ອຜະລິດຢາ ແລະ ວັກຊີນຮຸ່ນໃໝ່.
ການນຳຫວຽດນາມ - ອົດສະຕາລີ ພົບປະກັບສື່ມວນຊົນ ການນຳຫວຽດນາມ - ອົດສະຕາລີ ພົບປະກັບສື່ມວນຊົນ
ຍສໝ - ໃນຂອບເຂດການຢ້ຽມຢາມຂັ້ນລັດຢູ່ອົດສະຕາລີ, ຕອນທ່ຽງວັນທີ 11/8 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Canberra, ທັນທີພາຍຫຼັງການເຈລະຈາ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ Anthony Albanese, ນາຍົກລັດຖະມົນຕີອົດສະຕາລີ ໄດ້ພົບປະກັບສື່ມວນຊົນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ