ຫວຽດນາມ - ອາເມລິກາ ຊຸກຍູ້ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ

19:07 | 13/08/2026

ຍສໝ - ຕອນບ່າຍວັນທີ 12/8, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບຄະນະສະມາຊິກສະພາຕ່ຳສະຫະລັດອາເມລິກາ ນຳໂດຍທ່ານ Tim Walberg, ປະທານຄະນະກຳມາທິການການສຶກສາ ແລະ ກຳລັງແຮງງານ ສະພາຕ່ຳສະຫະລັດອາເມລິກາ. ສອງຝ່າຍໄດ້ແລກປ່ຽນຫຼາຍທິດທາງ ເພື່ອເປີດກວ້າງການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ.

ສະມາຄົມ ຫວຽດນາມ - ອາເມລິກາ: 80 ປີແຫ່ງການເດີນທາງແຫ່ງໜຶ່ງ ລັດຖະມົນຕີ ເລຮວ່າຍຈຸງ ແລະ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ແລກປ່ຽນກ່ຽວກັບສາຍພົວພັນ ຫວຽດນາມ - ອາເມລິກາ

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະສະມາຊິກສະພາຕ່ຳສະຫະລັດອາເມລິກາ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ; ພ້ອມທັງຢືນຢັນວ່າ ຫວຽດນາມຖືສະຫະລັດອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມສຳຄັນທາງຍຸດທະສາດແຖວໜ້າ.

ຫວຽດນາມປາດຖະໜາສືບຕໍ່ຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບສະຫະລັດອາເມລິກາ ໃຫ້ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ ແລະ ຍົກສູງລັກສະນະຍຸດທະສາດໃນບັນດາຂົງເຂດຮ່ວມມື. ສາຍພົວພັນສອງປະເທດໄດ້ຮັບການຊຸກຍູ້ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນແລະກັນ.

ທ່ານນາງ ຫງວຽນທິແທງ ຍິນດີຕໍ່ການທີ່ສະຫະລັດອາເມລິກາໃຫ້ຄວາມສຳຄັນແກ່ສາຍພົວພັນກັບຫວຽດນາມ, ສະໜັບສະໜູນຫວຽດນາມທີ່ເຂັ້ມແຂງ, ເອກະລາດ, ເພິ່ງຕົນເອງ ແລະ ຮັ່ງມີ, ສອດຄ່ອງກັບຜົນປະໂຫຍດໄລຍະຍາວຂອງສອງປະເທດ.

ຫວຽດນາມ - ອາເມລິກາ ຊຸກຍູ້ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ
ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຄະນະກຳມາທິການການສຶກສາ ແລະ ກຳລັງແຮງງານ ສະພາຕ່ຳສະຫະລັດອາເມລິກາ. (ພາບ: ຕ໊ວນແອັງ).

ເຊື່ອມໂຍງການຝຶກອົບຮົມກັບຄວາມຕ້ອງການຂອງວິສາຫະກິດ

ໂດຍຕີລາຄາສູງການສະໜັບສະໜູນຂອງສະຫະລັດອາເມລິກາຕໍ່ຂົງເຂດການສຶກສາ ແລະ ການຝຶກອົບຮົມ, ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ສອງປະເທດໄດ້ລົງນາມ ແລະ ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈຮ່ວມມືຫຼາຍສະບັບ. ເຖິງຢ່າງໃດກໍຕາມ, ທ່າແຮງໃນການພັດທະນາຂົງເຂດນີ້ຍັງມີຫຼາຍ ແລະ ຈຳເປັນຕ້ອງໄດ້ຂຸດຄົ້ນໃຫ້ສົມກັບຂອບເຂດສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ສະຫະລັດອາເມລິກາ.

ທ່ານນາງ ຫງວຽນທິແທງ ສະເໜີໃຫ້ທ່ານ Tim Walberg ແລະ ບັນດາສະມາຊິກສະພາໃນຄະນະ ສືບຕໍ່ສະໜັບສະໜູນຮູບແບບການຮ່ວມມືສາມຝ່າຍ ລະຫວ່າງສະຖາບັນການສຶກສາຂັ້ນມະຫາວິທະຍາໄລຂອງຫວຽດນາມ, ສະຖາບັນການສຶກສາຂັ້ນມະຫາວິທະຍາໄລຂອງສະຫະລັດອາເມລິກາ ແລະ ວິສາຫະກິດ. ການຮ່ວມມືຄວນບູລິມະສິດບັນດາຂົງເຂດທີ່ຫວຽດນາມມີຄວາມຕ້ອງການສູງ ເຊັ່ນ: ເຕັກໂນໂລຊີເຄິ່ງຕົວນຳ, ປັນຍາປະດິດ (AI), ເຕັກໂນໂລຊີດິຈິຕອນ, ເຕັກໂນໂລຊີຊີວະພາບ ແລະ ບັນດາເຕັກໂນໂລຊີຍຸດທະສາດ.

ວິສາຫະກິດຖືກຄາດຫວັງໃຫ້ເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າໃນທົ່ວຂະບວນການຝຶກອົບຮົມ, ນັບແຕ່ການກຳນົດຄວາມຕ້ອງການດ້ານແຫຼ່ງບຸກຄະລາກອນ ແລະ ທັກສະ, ການສ້າງຫຼັກສູດ, ສະໜອງຊ່ຽວຊານ ຈົນເຖິງການຮັບນັກສຶກສາເຂົ້າຝຶກງານ ແລະ ຮັບເຂົ້າເຮັດວຽກພາຍຫຼັງຮຽນຈົບ.

ພ້ອມກັນນັ້ນ, ຫວຽດນາມປາດຖະໜາໃຫ້ບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງສະຫະລັດອາເມລິກາ ເປີດສາຂາ ຫຼື ຜັນຂະຫຍາຍຫຼັກສູດຝຶກອົບຮົມຢູ່ຫວຽດນາມ. ຫວຽດນາມພ້ອມສ້າງເງື່ອນໄຂສະດວກໃຫ້ບັນດາມະຫາວິທະຍາໄລ, ອົງການການສຶກສາ ແລະ ວິສາຫະກິດສະຫະລັດອາເມລິກາ ເປີດກວ້າງການດຳເນີນງານ ແລະ ສ້າງສາຍພົວພັນຮ່ວມມືໄລຍະຍາວ.

ໂດຍກ່າວເຖິງຂົງເຂດແຮງງານ, ທ່ານນາງ ຫງວຽນທິແທງ ເນັ້ນໜັກວ່າ ຫວຽດນາມຍາມໃດກໍຖືການພັດທະນາຕະຫຼາດແຮງງານທີ່ທັນສະໄໝ, ຄ່ອງຕົວ, ມີປະສິດທິຜົນ ແລະ ຍືນຍົງ, ຕິດພັນກັບການຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ເປັນໜຶ່ງໃນໜ້າທີ່ສຳຄັນໃນຂະບວນການພັດທະນາ ແລະ ເຊື່ອມໂຍງສາກົນ. ສະພາແຫ່ງຊາດຫວຽດນາມພວມປຶກສາຫາລື ແລະ ຈະຮັບຮອງຮ່າງກົດໝາຍສະບັບດັດແກ້, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຜູ້ອອກແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ ທີ່ກອງປະຊຸມວິສາມັນຄັ້ງທີ 1.

ທ່ານນາງ ຫງວຽນທິແທງ ສະເໜີໃຫ້ບັນດາສະມາຊິກສະພາສະຫະລັດອາເມລິກາ ເອົາໃຈໃສ່ຊຸກຍູ້ການຮ່ວມມືຝຶກວິຊາຊີບ, ຍົກສູງທັກສະ ແລະ ຜະລິດຕະພາບແຮງງານ; ເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາສະຖາບັນສຶກສາວິຊາຊີບ ແລະ ອົງການວິຊາຊີບຂອງສອງປະເທດ, ໂດຍສະເພາະໃນບັນດາຂະແໜງເຕັກໂນໂລຊີສູງ, ເຄິ່ງຕົວນຳ, ປັນຍາປະດິດ ແລະ ການຜະລິດທີ່ທັນສະໄໝ. ສອງປະເທດຍັງສາມາດເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການຊ່ວຍຜູ້ອອກແຮງງານປັບຕົວເຂົ້າກັບການຫັນເປັນດິຈິຕອນ ແລະ ລະບົບອັດຕະໂນມັດ; ປັບປຸງເງື່ອນໄຂການເຮັດວຽກ, ຮັບປະກັນຄວາມປອດໄພແຮງງານ ແລະ ສ້າງສາຍພົວພັນແຮງງານທີ່ກົມກຽວ.

ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງສະພາ

ບົນພື້ນຖານສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ພວມຮັກສາທ່າພັດທະນາໃນທາງບວກ, ທ່ານນາງ ຫງວຽນທິແທງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ - ການທູດ, ຊຸກຍູ້ການແລກປ່ຽນຄະນະທຸກຂັ້ນ, ໂດຍສະເພາະລະຫວ່າງການນຳຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາສະຫະລັດອາເມລິກາ.

ທ່ານນາງ ຫງວຽນທິແທງ ຍັງສະເໜີໃຫ້ຊຸກຍູ້ການສ້າງຕັ້ງກຸ່ມສະມາຊິກສະພາສະຫະລັດອາເມລິກາທີ່ເປັນມິດກັບຫວຽດນາມ, ຜ່ານນັ້ນສ້າງກົນໄກສົນທະນາຢ່າງເປັນປະຈຳ ແລະ ແທດຈິງ ລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.

ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ຫວຽດນາມປາດຖະໜາສືບຕໍ່ຖືການຮ່ວມມືດ້ານເສດຖະກິດເປັນຈຸດສຸມ ແລະ ກຳລັງຂັບເຄື່ອນຂອງສາຍພົວພັນສອງຝ່າຍ. ທ່ານນາງ ຫງວຽນທິແທງ ສະເໜີໃຫ້ບັນດາສະມາຊິກສະພາສະຫະລັດອາເມລິກາ ມີສຽງສະໜັບສະໜູນ ແລະ ສະເໜີໃຫ້ລັດຖະບານສະຫະລັດອາເມລິກາ ຮັບຮອງຫວຽດນາມເປັນເສດຖະກິດຕະຫຼາດໂດຍໄວ; ພ້ອມທັງຊຸກຍູ້ໃຫ້ສອງປະເທດສຳເລັດການເຈລະຈາສັນຍາການຄ້າຕອບແທນໂດຍໄວ.

ໂດຍຂອບໃຈທ່ານນາງ ຫງວຽນທິແທງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ທ່ານ Tim Walberg ສະແດງຄວາມປາດຖະໜາຢາກເພີ່ມທະວີການເຊື່ອມຕໍ່, ເປີດກວ້າງໂອກາດຮ່ວມມື ແລະ ສ້າງວຽກເຮັດງານທຳເພີ່ມຂຶ້ນ, ປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນສອງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມຢູ່ສະຫະລັດອາເມລິກາ.

ທ່ານ Tim Walberg, ປະທານຄະນະກຳມາທິການການສຶກສາ ແລະ ກຳລັງແຮງງານ ສະພາຕ່ຳສະຫະລັດອາເມລິກາ ສະແດງຄວາມປະທັບໃຈຕໍ່ບັນດາບາດກ້າວຂອງຫວຽດນາມໃນຂົງເຂດການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ປັນຍາປະດິດ; ພ້ອມທັງເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານເສດຖະກິດຕໍ່ການພັດທະນາສາຍພົວພັນສອງຝ່າຍ.

ທ່ານ Tim Walberg ໃຫ້ຄຳໝັ້ນວ່າ ຈະຕັ້ງໜ້າຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ການຝຶກອົບຮົມ, ໂດຍສຸມໃສ່ການສຶກສາຂັ້ນມະຫາວິທະຍາໄລ; ເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງວິສາຫະກິດສະຫະລັດອາເມລິກາ ກັບບັນດາສະຖາບັນການສຶກສາຂອງຫວຽດນາມ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍສົນໃຈຮ່ວມກັນ ບົນຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

Rad Kivette: ເມື່ອຊາວອາເມຣິກາ ໄດ້ເລືອກຫວຽດນາມ ເປັນພາລະກິດຊີວິດຂອງລາວ Rad Kivette: ເມື່ອຊາວອາເມຣິກາ ໄດ້ເລືອກຫວຽດນາມ ເປັນພາລະກິດຊີວິດຂອງລາວ
ຍສໝ - ນັບແຕ່ໄວໜຸ່ມເຂົ້າຮ່ວມການເຄື່ອນໄຫວຕ້ານສົງຄາມຢູ່ ອາເມລິກາ ມາຮອດປະຈຸບັນ, ທ່ານ Rad Kivette, ຫົວໜ້າຫ້ອງການຜູ້ຕາງໜ້າມູນນິທິ VinaCapital Foundation (VCF) ປະຈຳ ຫວຽດນາມ ໄດ້ຕັດສິນໃຈຂາຍທຸລະກິດ ແລະ ເລືອກຫວຽດນາມ ເປັນບ້ານເກີດເມືອງນອນແຫ່ງທີສອງຂອງລາວ. ເປັນເວລາຫຼາຍກວ່າສອງທົດສະວັດ, ລາວໄດ້ອຸທິດຕົນເອງໃຫ້ແກ່ໂຄງການມະນຸດສະທໍາ, ພິຈາລະນາການຍຶດຫມັ້ນກັບປະເທດທີ່ມີຮູບຊົງ S ເປັນພາລະກິດຂອງຊີວິດຂອງລາວ.
ຫວຽດນາມ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືຈຸດສຸມຢູ່ລະດັບທ້ອງຖິ່ນ ຫວຽດນາມ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືຈຸດສຸມຢູ່ລະດັບທ້ອງຖິ່ນ
ຍສໝ - ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ຫວຽດນາມ ຖື​ອາ​ເມ​ລິ​ກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ແຖວໜ້າ​ຂອງ​ຕົນ ​ແລະ ຖື​ລັດ ວໍ​ຊິງ​ຕັນ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່​ລະດັບທ້ອງ​ຖິ່ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ