| ໝູ່ບ້ານຫວຽດນາມຢູ່ ສ.ເກົາຫຼີ ສືບຕໍ່ເສີມສ້າງມິດຕະພາບສອງປະເທດ ນັກສຶກສາ ຫວຽດນາມ - ສ.ເກົາຫຼີ ຮ່ວມແຮງເພື່ອເດັກນ້ອຍ |
ຄະນະນຳໂດຍ ທ່ານ ປອ. ເຈິ່ນຫາຍລິງ, ກຳມະການຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ, ປະທານ VKBIA, ປະທານຜູ້ກໍ່ຕັ້ງສະມາຄົມຊ່ຽວຊານ - ປັນຍາຊົນຫວຽດນາມ - ສ.ເກົາຫຼີ (VKEIA) ເປັນຫົວໜ້າຄະນະ.
ຈຸດເດັ່ນຂອງໂຄງການແມ່ນກອງປະຊຸມລະຫວ່າງການນຳຄະນະກຳມະການປະຊາຊົນແຂວງນິງບິ່ງ ກັບ VKBIA ແລະ ບັນດາຄູ່ຮ່ວມມື ສ.ເກົາຫຼີ ເຊິ່ງດຳເນີນໃນວັນທີ 14/8. ທ່ານ ດັ້ງແທງເຊີນ, ຮອງປະທານຄະນະກຳມະການປະຊາຊົນແຂວງນິງບິ່ງ ພ້ອມດ້ວຍຜູ້ຕາງໜ້າບັນດາພະແນກ, ຄະນະ ແລະ ຂະແໜງການຂອງແຂວງເຂົ້າຮ່ວມ.
![]() |
| ພາບລວມຂອງກອງປະຊຸມ. |
ສອງຝ່າຍໄດ້ແລກປ່ຽນກ່ຽວກັບທ່າແຮງ, ຈຸດແຂງຂອງແຂວງນິງບິ່ງ ແລະ ບັນດາໂອກາດຮ່ວມມືກັບ ສ.ເກົາຫຼີ ໃນບັນດາຂົງເຂດເຊັ່ນ: ອຸດສາຫະກຳເຕັກໂນໂລຊີສູງ, ອຸດສາຫະກຳສະໜັບສະໜູນ, logistics, ການທ່ອງທ່ຽວ, ກະສິກຳເຕັກໂນໂລຊີສູງ, ການສຶກສາ, ການຫັນເປັນດິຈິຕອນ, ເສດຖະກິດສີຂຽວ ແລະ ການພັດທະນາຕົວເມືອງແບບຍືນຍົງ.
ທ່ານ ດັ້ງແທງເຊີນ, ຮອງປະທານຄະນະກຳມະການປະຊາຊົນແຂວງນິງບິ່ງ ໃຫ້ຮູ້ວ່າ ແຂວງນິງບິ່ງປາດຖະໜາຢາກສືບຕໍ່ເປີດກວ້າງການເຊື່ອມໂຍງກັບບັນດາທ້ອງຖິ່ນ, ອົງການເສດຖະກິດ, ສະມາຄົມ ແລະ ປະຊາຄົມວິສາຫະກິດ ສ.ເກົາຫຼີ ຜ່ານ VKBIA. ແຂວງໃຫ້ບູລິມະສິດແກ່ບັນດາໂຄງການທີ່ມີເນື້ອໃນເຕັກໂນໂລຊີ ແລະ ມູນຄ່າເພີ່ມສູງ, ພ້ອມທັງເອົາໃຈໃສ່ເຊື່ອມໂຍງວິສາຫະກິດ FDI ກັບວິສາຫະກິດທ້ອງຖິ່ນ, ຍົກສູງຄວາມສາມາດໃນການເຂົ້າຮ່ວມຕ່ອງໂສ້ສະໜອງສາກົນ.
ການນຳແຂວງຍັງຄາດຫວັງວ່າ VKBIA ຈະສືບຕໍ່ເປັນຂົວຕໍ່ ນຳພາບັນດາວິສາຫະກິດ, ນັກລົງທຶນ ແລະ ບັນດາທ້ອງຖິ່ນ ສ.ເກົາຫຼີ ມາຊອກຮູ້ໂອກາດຢູ່ນິງບິ່ງ, ພ້ອມທັງໂຄສະນາພາບພົດ, ຜະລິດຕະພັນ ແລະ ບັນດາຄຸນຄ່າອັນເປັນເອກະລັກຂອງທ້ອງຖິ່ນໄປສູ່ຕະຫຼາດ ສ.ເກົາຫຼີ.
ສ່ວນຝ່າຍ VKBIA, ທ່ານ ປອ. ເຈິ່ນຫາຍລິງ ເຫັນວ່າ ພື້ນທີ່ການພັດທະນາໃໝ່ພວມສ້າງເງື່ອນໄຂໃຫ້ນິງບິ່ງສາມາດສ້າງບັນດາໂຄງການຮ່ວມມືສາກົນໄລຍະຍາວ.
![]() |
| ຜູ້ຕາງໜ້າການນຳສະມາຄົມ VKBIA ໃຫ້ຄຳໝັ້ນຕໍ່ການນຳຄະນະກຳມະການປະຊາຊົນແຂວງນິງບິ່ງ ກ່ຽວກັບການເພີ່ມທະວີການຮ່ວມມືກັບ ສ.ເກົາຫຼີ. |
VKBIA ປາດຖະໜາຢາກຫັນຈາກການເຊື່ອມໂຍງເປັນແຕ່ລະໂຄງການ, ແຕ່ລະວິສາຫະກິດ ໄປສູ່ການສ້າງລະບົບນິເວດການຮ່ວມມືຫວຽດນາມ - ສ.ເກົາຫຼີ, ໃນນັ້ນ ການລົງທຶນເຊື່ອມຕິດກັບການຄ້າ ແລະ ຕ່ອງໂສ້ສະໜອງ; ເຕັກໂນໂລຊີເຊື່ອມຕິດກັບການຝຶກອົບຮົມຊັບພະຍາກອນມະນຸດ; ການທ່ອງທ່ຽວເຊື່ອມຕິດກັບວັດທະນະທຳ ແລະ ການແລກປ່ຽນປະຊາຊົນ.
ໜຶ່ງໃນຈຸດສຸມທີ່ໄດ້ສະເໜີແມ່ນ ການຮ່ວມມືຝຶກອົບຮົມຊັບພະຍາກອນມະນຸດ, ໂດຍສະເພາະບຸກຄະລາກອນດ້ານເຕັກນິກສຳລັບອຸດສາຫະກຳເຕັກໂນໂລຊີສູງ, ອຸດສາຫະກຳສະໜັບສະໜູນ, ການຫັນເປັນດິຈິຕອນ, logistics ແລະ ບຸກຄະລາກອນດ້ານການທ່ອງທ່ຽວ - ການບໍລິການທີ່ມີຄວາມສາມາດດ້ານພາສາເກົາຫຼີ. ສອງຝ່າຍຍັງມຸ່ງໄປສູ່ບັນດາໂຄງການແລກປ່ຽນນັກສຶກສາ, ຊ່ຽວຊານ ແລະ ການຝຶກອົບຮົມຕາມຄວາມຕ້ອງການຮັບສະໝັກແຮງງານຕົວຈິງຂອງວິສາຫະກິດ.
ວັນທີ 15/8, ຄະນະເຮັດວຽກໄດ້ດຳເນີນໂຄງການສະຫວັດດີການສັງຄົມຢູ່ຕາແສງໂກເລ້. ເຮືອນມະຫາສາມັກຄີ - ເຮືອນແຫ່ງຄວາມຮັກຫວຽດນາມ - ສ.ເກົາຫຼີ ຈຳນວນ 2 ຫຼັງ ໄດ້ຮັບການເປີດນຳໃຊ້ ແລະ ມອບໃຫ້ຄອບຄົວທຸກຍາກ, ໃກ້ຄຽງຄອບຄົວທຸກຍາກທີ່ມີສະພາບຫຍຸ້ງຍາກ; ຫໍສະໝຸດໂຮງຮຽນມັດທະຍົມຕອນຕົ້ນໂກເລ້ ກໍໄດ້ຮັບການມອບພ້ອມກັບປຶ້ມ ແລະ ອຸປະກອນການຮຽນ. ພ້ອມກັນນັ້ນ, ຄະນະຍັງໄດ້ມອບເຄື່ອງອຸປະໂພກບໍລິໂພກ ແລະ ຂອງຂວັນສະຫວັດດີການໃຫ້ 70 ຄອບຄົວທີ່ມີສະພາບຫຍຸ້ງຍາກ.
ມູນຄ່າລວມຂອງແຫຼ່ງຊັບພະຍາກອນຊ່ວຍເຫຼືອມີຫຼາຍກວ່າ 1 ຕື້ດົ່ງ, ໂດຍໄດ້ລະດົມດ້ວຍການຮ່ວມສະໜັບສະໜູນຂອງສະມາຄົມບ້ານໃໝ່ Saemaul ນະຄອນ Gwangju, ສະມາຄົມຊາວຫວຽດນາມຢູ່ Jeonnam - Gwangju, ກຸ່ມບໍລິສັດ Moksong ພ້ອມດ້ວຍບັນດາວິສາຫະກິດ ແລະ ອົງການກຸສົນຂອງ ສ.ເກົາຫຼີ.
ຜູ້ຕາງໜ້າສະມາຄົມບ້ານໃໝ່ Saemaul ນະຄອນ Gwangju ໃຫ້ຮູ້ວ່າ ໂຄງການບໍ່ພຽງແຕ່ຊ່ວຍເຫຼືອດ້ານພື້ນຖານວັດຖຸເທົ່ານັ້ນ ແຕ່ຍັງມຸ່ງໄປສູ່ການສົ່ງເສີມຈິດໃຈເພິ່ງຕົນເອງ, ການຮ່ວມມື ແລະ ການສ້າງຊຸມຊົນ, ຜ່ານນັ້ນສ້າງຂົວຕໍ່ເຊື່ອມສາຍພົວພັນລະຫວ່າງປະຊາຊົນສອງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ.
ບັນດາກິດຈະກຳຢູ່ນິງບິ່ງ ໄດ້ສະແດງໃຫ້ເຫັນຮູບແບບການຮ່ວມມືຫຼາຍລະດັບ ລະຫວ່າງລັດຖະບານທ້ອງຖິ່ນ, ທ້ອງຖິ່ນ, ວິສາຫະກິດ, ຊ່ຽວຊານ ແລະ ປະຊາຊົນສອງປະເທດ. ຜ່ານນັ້ນ, VKBIA ແລະ ບັນດາຄູ່ຮ່ວມມື ສ.ເກົາຫຼີ ມຸ່ງຫວັງຫັນທ່າແຮງ ແລະ ມິດຕະພາບຫວຽດນາມ - ສ.ເກົາຫຼີ ໃຫ້ກາຍເປັນບັນດາໂຄງການຮ່ວມມືອັນລະອຽດ, ສ້າງຄຸນຄ່າໄລຍະຍາວໃຫ້ແກ່ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ.
ຍສໝ - ຕັ້ງແຕ່ວັນທີ 19-21 ກໍລະກົດ, ຄະນະຜູ້ແທນຂອງ ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ຮວ່າງກົງຖຸຍ, ຮອງປະທານ ເປັນຫົວໜ້າຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ສ.ເກົາຫຼີ, ປະກອບສ່ວນຊຸກຍູ້ການຕ່າງປະເທດປະຊາຊົນ, ເພີ່ມທະວີການເຊື່ອມໂຍງຊຸມຊົນນັກທຸລະກິດ, ຜູ້ຊ່ຽວຊານ, ນັກປາດອາຈານ ຊາວຫວຽດນາມ ຢູ່ທີ່ ສ.ເກົາຫຼີ. |
ຍສໝ - ຕາມຕົວເລກຂໍ້ມູນ ໂດຍອົງການທ່ອງທ່ຽວ ສ.ເກົາຫຼີ (KTO) ປະກາດໃນເດືອນ 7/2026, ຫວຽດນາມ ຢືນຢູ່ອັນດັບທີສອງ ພາຍໃນລາຍຊື່ບັນດາຈຸດໝາຍປາຍທາງຢູ່ຕ່າງປະເທດ ທີ່ນັກທ່ອງທ່ຽວ ສ.ເກົາຫຼີ ເລືອກໃຊ້ບໍລິການ, ເປັນຮອງພຽງແຕ່ ຍີ່ປຸ່ນ ເທົ່ານັ້ນ. |
ມິງດຶກ

