| ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ ຫວຽດນາມເພີ່ມທະວີຖານະບົດບາດໃນສາຍພົວພັນກັບນູແວນເຊລັງ |
ທ່ານ ຟານມິງຢາງ, ເອກອັກຄະລັດຖະທູດຫວຽດນາມປະຈຳນູແວນເຊລັງ ສະແດງຄວາມຂອບໃຈຕໍ່ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ໄດ້ສະຫຼະເວລາພົບປະກັບພະນັກງານ, ເຈົ້າໜ້າທີ່ສະຖານທູດ ແລະ ຜູ້ຕາງໜ້າຊຸມຊົນຊາວຫວຽດນາມຢູ່ນູແວນເຊລັງ ແລະ ບັນດາປະເທດເກາະປາຊີຟິກໃຕ້. ສິ່ງນີ້ສະແດງເຖິງຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ແລະ ສ່ວນຕົວຂອງ ທ່ານ ໂຕເລິມ ຕໍ່ພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ, ເປັນແຫຼ່ງກຳລັງໃຈ ແລະ ການຊຸກຍູ້ທາງຈິດໃຈອັນໃຫຍ່ຫຼວງ, ຊ່ວຍຫຍໍ້ໄລຍະຫ່າງທາງພູມສາດ ແລະ ນຳເອົາຄວາມອົບອຸ່ນແຫ່ງຄວາມຮັກບ້ານເກີດເມືອງນອນ, ນ້ຳໃຈຮ່ວມຊາດ ຈາກບ້ານເກີດໄປສູ່ພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ.
ລາຍງານສະພາບການເຄື່ອນໄຫວຂອງຊຸມຊົນຊາວຫວຽດນາມຢູ່ນູແວນເຊລັງ, ທ່ານ ຟານມິງຢາງ ເນັ້ນໜັກວ່າ ປັດຈຸບັນ ຊຸມຊົນຊາວຫວຽດນາມຢູ່ນູແວນເຊລັງ ມີປະມານ 15.000 ຄົນ, ສາມາດເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນໄດ້ດີ, ຍາມໃດກໍຕັ້ງໜ້າຮັກສາປະເພນີ, ເອກະລັກວັດທະນະທຳຂອງຊາດ ແລະ ຫັນໃຈສູ່ປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນຫວຽດນາມ - ນູແວນເຊລັງ. ບັນດາສະມາຄົມ ແລະ ອົງການຂອງຊາວຫວຽດນາມ ໄດ້ຮັບການສ້າງຕັ້ງຢູ່ທຸກນະຄອນໃຫຍ່ຂອງນູແວນເຊລັງ. ບັນດາສະມາຄົມນັກສຶກສາຫວຽດນາມກໍມີການເຄື່ອນໄຫວຢ່າງຟົດຟື້ນ ແລະ ຕັ້ງໜ້າ.
ສິ່ງທີ່ໜ້າສົນໃຈໃນໄລຍະມໍ່ໆມານີ້ແມ່ນ ເຄືອຂ່າຍປັນຍາຊົນຫວຽດນາມຢູ່ນູແວນເຊລັງ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຄົນຫວຽດນາມ, ໂດຍຄົນຫວຽດນາມ ແລະ ສຳລັບຄົນຫວຽດນາມ, ເພື່ອເຊື່ອມຕໍ່ພູມປັນຍາ, ແບ່ງປັນບົດຮຽນ ແລະ ປະສົບການ ແນໃສ່ສ້າງຊຸມຊົນຫວຽດນາມທີ່ສາມັກຄີ, ເຊື່ອມໂຍງ ແລະ ຮ່ວມກັນພັດທະນາ.
ກ່າວຄຳປາໄສໃນການພົບປະ, ຜູ້ຕາງໜ້າຊຸມຊົນຊາວຫວຽດນາມ ສະແດງຄວາມດີໃຈຕໍ່ບັນດາຜົນສຳເລັດໃນການພັດທະນາຂອງປະເທດ, ເຊື່ອໝັ້ນຕໍ່ບັນດານະໂຍບາຍ ແລະ ການຕັດສິນໃຈເຊີງຍຸດທະສາດຂອງພັກ ແລະ ລັດ ໃນໄລຍະມໍ່ໆມານີ້, ຢືນຢັນວ່າ ຈະສືບຕໍ່ເພີ່ມທະວີຄວາມຜູກພັນໃນຊຸມຊົນ, ຫັນໃຈສູ່ຮາກເຫງົ້າ ແລະ ບ້ານເກີດເມືອງນອນ, ປະກອບສ່ວນຮັກສາ ແລະ ໂຄສະນາເອກະລັກວັດທະນະທຳຫວຽດນາມ ກໍຄື ປະເພນີອັນດີງາມຂອງຊາດໃຫ້ແກ່ເພື່ອນມິດນູແວນເຊລັງ ແລະ ສາກົນ; ພ້ອມທັງຮ່ວມແຮງຮ່ວມໃຈປະຕິບັດຄວາມປາດຖະໜາໃນການສ້າງປະເທດໃຫ້ເຂັ້ມແຂງ, ຮັ່ງມີ ແລະ ຜາສຸກ.
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ມອບຮູບປັ້ນປະທານ ໂຮ່ຈິມິນ ໃຫ້ແກ່ສະຖານທູດຫວຽດນາມປະຈຳນູແວນເຊລັງ. |
ກ່າວຄຳປາໄສໃນການພົບປະ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ແລະ ນູແວນເຊລັງ ໄດ້ສ້າງຕັ້ງສາຍພົວພັນການທູດມາແລ້ວກວ່າ 50 ປີ, ສາຍພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງດີງາມ. ປີ 2025, ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສະແດງເຖິງລະດັບຄວາມໄວ້ວາງໃຈສູງ ແລະ ການຮ່ວມມືຮອບດ້ານໃນຫຼາຍຂົງເຂດ. ການຢ້ຽມຢາມຄັ້ງນີ້ມີຈຸດປະສົງສືບຕໍ່ເຮັດໃຫ້ສາຍພົວພັນເລິກເຊິ່ງຂຶ້ນຕື່ມ ແລະ ຊຸກຍູ້ບັນດາກິດຈະກຳຮ່ວມມືສອງຝ່າຍໃຫ້ນັບມື້ນັບເປັນຮູບປະທຳ ແລະ ມີປະສິດທິຜົນ. ສອງຝ່າຍຈະຮ່ວມກັນແລກປ່ຽນ, ລົງນາມເອກະສານໃນຫຼາຍເສົາຄ້ຳການຮ່ວມມື; ເອົາໃຈໃສ່ຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ. ນູແວນເຊລັງ ເປັນປະເທດທີ່ມີຈຸດແຂງດ້ານທະເລ; ຫວຽດນາມມີທ່າແຮງດ້ານທະເລ ແລະ ພວມມຸ່ງໄປສູ່ການສ້າງປະເທດໃຫ້ເຂັ້ມແຂງດ້ານທະເລ.
ແຈ້ງໃຫ້ພີ່ນ້ອງຊາວຫວຽດນາມຊາບກ່ຽວກັບສະພາບການພາຍໃນປະເທດ, ທ່ານ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມພວມວາງເປົ້າໝາຍການພັດທະນາໃນລະດັບສູງ ດ້ວຍຄາດໝາຍການເຕີບໂຕສອງຕົວເລກຂຶ້ນໄປ, ຊຸກຍູ້ການພັດທະນາຮອບດ້ານ ເພື່ອກາຍເປັນປະເທດທີ່ມີລາຍຮັບສູງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ມີຄຸນນະພາບສູງຂຶ້ນນັບມື້.
ໃນໄລຍະຜ່ານມາ, ທົ່ວລະບົບການເມືອງໄດ້ດຳເນີນຫຼາຍວຽກງານ ແລະ ມາຮອດປັດຈຸບັນໄດ້ບັນລຸຜົນສຳເລັດເບື້ອງຕົ້ນຢ່າງດີ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ບັນດາທ້ອງຖິ່ນພວມຕັ້ງໜ້າສົ່ງເສີມກຳລັງພາຍໃນ ດ້ວຍພື້ນທີ່ພັດທະນາໃໝ່; ກົງຈັກການປົກຄອງໄດ້ຮັບການຈັດສັນໃຫ້ກະທັດຮັດ ແລະ ສືບຕໍ່ພະຍາຍາມຍົກສູງປະສິດທິຜົນການເຄື່ອນໄຫວ ດ້ວຍເປົ້າໝາຍບໍລິຫານສັງຄົມໃຫ້ດີຂຶ້ນນັບມື້ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ. ຫຼາຍມະຕິຍຸດທະສາດ ແລະ ນະໂຍບາຍດ້ານເສດຖະກິດ - ສັງຄົມ ກໍໄດ້ຮັບການປະກາດໃຊ້ ເພື່ອສ້າງບາດກ້າວບຸກທະລຸ, ດ້ວຍຄວາມມຸ່ງໝັ້ນເຮັດໃຫ້ບັນດາເປົ້າໝາຍການພັດທະນາທີ່ວາງໄວ້ກາຍເປັນຈິງ.
ທ່ານ ໂຕເລິມ ໃຫ້ຮູ້ວ່າ ກົມການເມືອງຫາກໍ່ປະກາດໃຊ້ມະຕິໃໝ່ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ (ມະຕິເລກທີ 23-NQ/TW, ລົງວັນທີ 2 ສິງຫາ 2026), ໃນນັ້ນ ເນັ້ນໜັກວ່າ ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ບໍ່ພຽງແຕ່ເປັນພາກສ່ວນທີ່ຜູກພັນຢ່າງແໜ້ນແຟ້ນ ແລະ ບໍ່ສາມາດແຍກອອກໄດ້ຂອງປະຊາຄົມຊາດຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນແຫຼ່ງກຳລັງຍຸດທະສາດເພື່ອພັດທະນາປະເທດ.
ທ່ານ ໂຕເລິມ ໄດ້ຝາກຄຳຖາມຂ່າວຢ່າງສະໜິດສະໜົມເຖິງພີ່ນ້ອງຊາວຫວຽດນາມຢູ່ນູແວນເຊລັງ ແລະ ບັນດາປະເທດເກາະປາຊີຟິກໃຕ້, ພ້ອມທັງຮັບຮູ້ ແລະ ຍ້ອງຍໍຊຸມຊົນ ກໍຄື ບັນດາສະມາຄົມ, ອົງການຂອງຊາວຫວຽດນາມຢູ່ນູແວນເຊລັງ ທີ່ໄດ້ຈັດຫຼາຍກິດຈະກຳອັນມີຄວາມໝາຍ. ພີ່ນ້ອງຊາວຫວຽດນາມແມ່ນບັນດາ “ທູດ” ທີ່ປະກອບສ່ວນເຜີຍແຜ່ພາບພົດອັນດີງາມຂອງປະເທດຫວຽດນາມໄປສູ່ເພື່ອນມິດສາກົນ; ພ້ອມທັງຫວັງວ່າ ພີ່ນ້ອງຈະສືບຕໍ່ຍົກສູງນ້ຳໃຈສາມັກຄີ, ຮ່ວມແຮງຮ່ວມໃຈສ້າງຊຸມຊົນໃຫ້ນັບມື້ນັບພັດທະນາເຂັ້ມແຂງ, ຍົກສູງຄວາມພາກພູມໃຈໃນຊາດ, ຮັກສາ ແລະ ສົ່ງເສີມເອກະລັກວັດທະນະທຳດັ້ງເດີມຂອງບ້ານເກີດເມືອງນອນ, ສືບຕໍ່ປະກອບສ່ວນຢ່າງເປັນຮູບປະທຳເຂົ້າໃນຂະບວນການພັດທະນາບ້ານເກີດເມືອງນອນ ແລະ ປະເທດຊາດ.
ຊຸມຊົນຊາວຫວຽດນາມສືບຕໍ່ສາມັກຄີ, ຜູກພັນ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮ່ວມກັນພັດທະນາເສດຖະກິດ, ຍົກສູງຄຸນນະພາບຊີວິດ ແລະ ຫັນໃຈສູ່ບ້ານເກີດເມືອງນອນ, ພ້ອມທັງຕັ້ງໜ້າປະກອບສ່ວນ ແລະ ກາຍເປັນປັດໄຈສຳຄັນຢ່າງຍິ່ງໃນການຊຸກຍູ້ສາຍພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ນູແວນເຊລັງ.
ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດແລ້ວ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 2 ແຕ່ວັນທີ 25 – 28 ກຸມພາ. |
ຍສໝ - ທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນູແວນເຊລັງ ປະຈຳ ຫວຽດນາມ ຢືນຢັນວ່າ ດ້ວຍການໜູນຊ່ວຍ ແລະ ສົມທົບກັນຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ, ການພົວພັນຄູ່ຮ່ວມມື ອາຊຽນ - ນູແວນເຊລັງ ຈະສືບຕໍ່ໄດ້ຮັບການປັບປຸງ, ຍົກສູງຂຶ້ນສູ່ລະດັບສູງໃໝ່ ແລະ ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ 2 ຝ່າຍ. |
ມິງດຶກ
