ວຽກງານການຕ່າງປະເທດມຸ່ງສູ່ຜົນປະໂຫຍດອັນເປັນຮູບປະທຳຂອງປະເທດຊາດ

15:23 | 10/08/2026

ຍສໝ - ປັດຈຸບັນ, ພັກເຮົາວາງວຽກງານການຕ່າງປະເທດໄວ້ໃນຖານະ “ສຳຄັນຍິ່ງ, ເປັນປະຈຳ”, ຄຽງຄູ່ກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ. ນີ້ແມ່ນບາດກ້າວໃໝ່ດ້ານແນວຄິດ ເມື່ອວຽກງານການຕ່າງປະເທດຖືກກຳນົດໃຫ້ຕ້ອງກ້າວໄປກ່ອນໜຶ່ງບາດກ້າວ, ປະກອບສ່ວນປົກປັກຮັກສາປະເທດແຕ່ຫົວທີ, ແຕ່ໄກ, ພ້ອມທັງເປີດກວ້າງພື້ນທີ່, ແຫຼ່ງກຳລັງ ແລະ ໂອກາດເພື່ອການພັດທະນາ. ເມື່ອເບິ່ງຈາກພຶດຕິກຳຕົວຈິງ, ຂໍ້ຮຽກຮ້ອງດັ່ງກ່າວພວມຄ່ອຍໆຖືກຫັນເປັນຮູບປະທຳ.

ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ຂົວຕໍ່ຂອງວຽກງານການຕ່າງປະເທດ ຫວຽດນາມ ປັບປຸງວຽກງານການຕ່າງປະເທດປະຊາຊົນຢ່າງເຂັ້ມແຂງ ເພື່ອການພັດທະນາ
ວຽກງານການຕ່າງປະເທດມຸ່ງສູ່ຜົນປະໂຫຍດອັນເປັນຮູບປະທຳຂອງປະເທດຊາດ
ກອງປະຊຸມເຕັມຄະນະວ່າດ້ວຍວຽກງານການຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ, ໃນຂອບເຂດກອງປະຊຸມການທູດຄັ້ງທີ 33.

ບໍ່ແມ່ນເລື່ອງບັງເອີນທີ່ມະຕິເລກທີ 06-NQ/TW ກຳນົດໃຫ້ວຽກງານການຕ່າງປະເທດເປັນໜ້າທີ່ “ສຳຄັນຫຼັກແຫຼ່ງ ແລະ ເປັນປະຈຳ”. ໃນໂລກທີ່ກຳລັງປ່ຽນແປງຢ່າງວ່ອງໄວ ແລະ ເຕັມໄປດ້ວຍຄວາມບໍ່ແນ່ນອນ, ຄວາມເຫັນຕ່າງ ຫຼື ການປ່ຽນແປງໃດໜຶ່ງໃນການພົວພັນລະຫວ່າງບັນດາປະເທດໃຫຍ່ ລ້ວນແຕ່ສາມາດສົ່ງຜົນກະທົບໂດຍກົງຕໍ່ສະພາບແວດລ້ອມການພັດທະນາຂອງຫວຽດນາມ.

ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ກໍໄດ້ເນັ້ນໜັກວ່າ: “ວຽກງານພາຍໃນ ແລະ ວຽກງານຕ່າງປະເທດຕ້ອງດຳເນີນຄຽງຄູ່ກັນ ແລະ ເສີມໜູນເຊິ່ງກັນແລະກັນ, ວຽກງານຕ່າງປະເທດແມ່ນການຂະຫຍາຍອອກໄປຂອງວຽກງານພາຍໃນ”. ປະເທດຊາດຢາກພັດທະນາ ບໍ່ສາມາດພຽງແຕ່ຈັດການວຽກງານພາຍໃນໃຫ້ດີ, ແຕ່ຕ້ອງຮູ້ຈັກເປີດປະຕູໃຫ້ຖືກທິດ, ເລືອກເຟັ້ນຄູ່ຮ່ວມມື, ຫັນການພົວພັນໃຫ້ເປັນຜົນປະໂຫຍດ ແລະ ຫັນຄວາມໄວ້ວາງໃຈໃຫ້ກາຍເປັນຕະຫຼາດ, ເຕັກໂນໂລຊີ ແລະ ອົງຄວາມຮູ້ທີ່ເປັນຮູບປະທຳ.

ເມື່ອເບິ່ງຈາກການພົວພັນ ຫວຽດນາມ - ມາເລເຊຍ, ສິ່ງດັ່ງກ່າວຍິ່ງເຫັນໄດ້ຢ່າງຈະແຈ້ງ. ໃນເຄິ່ງປີທຳອິດຂອງປີ 2026, ມູນຄ່າການຄ້າສອງສົ້ນບັນລຸ 10,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ສອງປະເທດໄດ້ສ້າງຂອບການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານນັບແຕ່ເດືອນ 11/2024, ແຕ່ເປົ້າໝາຍໃນປັດຈຸບັນບໍ່ແມ່ນພຽງການຮັກສາການພົວພັນອັນດີງາມ, ຫາກຍັງແມ່ນການເຮັດໃຫ້ການພົວພັນນັ້ນເຂົ້າສູ່ລວງເລິກຫຼາຍຂຶ້ນ, ເປີດກວ້າງ ແລະ ສ້າງຄວາມສະດວກຫຼາຍຂຶ້ນໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃນທິດທາງທີ່ສົມດຸນ; ຊຸກຍູ້ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ, ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ. ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍຂຶ້ນເປັນ 20 ຕື້ໂດລາສະຫະລັດ ກໍໄດ້ວາງຄວາມຮຽກຮ້ອງດັ່ງກ່າວ.

ສຳລັບສະຫະລັດອາເມລິກາ, ທິດທາງນີ້ກໍມີຄວາມເປັນຮູບປະທຳຢ່າງຊັດເຈນ. ຫວຽດນາມກຳນົດໃຫ້ສະຫະລັດອາເມລິກາເປັນໜຶ່ງໃນບັນດາຄູ່ຮ່ວມທີ່ມີຄວາມສຳຄັນທາງຍຸດທະສາດແຖວໜ້າ; ພ້ອມທັງສະເໜີໃຫ້ສຳເລັດການເຈລະຈາສັນຍາການຄ້າຕ່າງຕອບແທນໂດຍໄວ, ຈຳກັດບັນດາມາດຕະການປ້ອງກັນການຄ້າທີ່ຮຸນແຮງ ເຊິ່ງອາດສົ່ງຜົນກະທົບຕໍ່ພາບລວມຂອງການພົວພັນສອງປະເທດ. ສອງຝ່າຍຕ້ອງຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນດ້ານວິທະຍາສາດ - ເຕັກໂນໂລຊີ; ການສ້າງບາດກ້າວບຸກທະລຸໃນການພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ແມ່ນບຸລິມະສິດຂອງຫວຽດນາມໃນການປະຕິບັດບັນດາເປົ້າໝາຍຍຸດທະສາດດ້ານການເຕີບໂຕ.

ຈາກການພົວພັນລະຫວ່າງປະເທດ, ຄວາມຮຽກຮ້ອງນີ້ຍັງຖືກວາງອອກຕໍ່ກະແສທຶນ ແລະ ວິສາຫະກິດຕ່າງປະເທດ. ຫວຽດນາມບໍ່ພຽງແຕ່ດຶງດູດທຶນ, ແຕ່ຍັງໃຫ້ຄວາມສຳຄັນກັບການຄັດເລືອກໂຄງການທີ່ມີເຕັກໂນໂລຊີທີ່ດີ ແລະ ສອດຄ່ອງກັບຄວາມຕ້ອງການພັດທະນາພາຍໃນປະເທດ. ການທີ່ LAPP ຂອງເຢຍລະມັນຖືຫວຽດນາມເປັນຕະຫຼາດຈຸດສຸມ, ໃນສະພາບທີ່ຄວາມຕ້ອງການຈາກສູນຂໍ້ມູນ AI, ລະບົບອັດຕະໂນມັດ, ພະລັງງານທົດແທນ ແລະ ໂຄງລ່າງອັດສະລິຍະເພີ່ມຂຶ້ນ ແມ່ນຕົວຢ່າງໜຶ່ງ. ນັ້ນກໍຄືທິດທາງທີ່ມະຕິເລກທີ 06-NQ/TW ວາງອອກ, ຄືຫັນຈາກ “ການດຶງດູດ” ໄປສູ່ “ການຄັດເລືອກ”, ໂດຍໃຫ້ບຸລິມະສິດແກ່ເຕັກໂນໂລຊີສູງ ແລະ ບັນດາໂຄງການທີ່ເຊື່ອມໂຍງຢ່າງເລິກເຊິ່ງກັບເສດຖະກິດພາຍໃນປະເທດ.

ແຫຼ່ງກຳລັງເພື່ອການພັດທະນາບໍ່ໄດ້ຢູ່ພຽງແຕ່ໃນບັນດາໂຄງການລົງທຶນ ຫຼື ຕະຫຼາດຢູ່ຕ່າງປະເທດ. ຊາວຫວຽດນາມຢູ່ຕ່າງປະເທດກວ່າ 6,5 ລ້ານຄົນ ກໍເປັນແຫຼ່ງກຳລັງໜຶ່ງຂອງຊາດ. ຈາກລະດັບ 2,3 ຕື້ໂດລາສະຫະລັດໃນປີ 2004, ຈຳນວນເງິນໂອນກັບປະເທດໄດ້ເພີ່ມຂຶ້ນເປັນ 17,7 ຕື້ໂດລາສະຫະລັດໃນປີ 2025. ຍອດເງິນໂອນກັບປະເທດນັບແຕ່ປີ 1993 ຈົນເຖິງປັດຈຸບັນ, ເຖິງແມ່ນຂໍ້ມູນຍັງບໍ່ຄົບຖ້ວນ, ແຕ່ກໍເກີນ 250 ຕື້ໂດລາສະຫະລັດ, ເທົ່າກັບມູນຄ່າ FDI ທີ່ເບີກຈ່າຍໃນໄລຍະດຽວກັນ. ຕົວເລກເຫຼົ່ານີ້ສະແດງໃຫ້ເຫັນວ່າ ຊາວຫວຽດນາມຢູ່ຕ່າງປະເທດບໍ່ແມ່ນພຽງກຸ່ມເປົ້າໝາຍທີ່ຕ້ອງຂົນຂວາຍ ແລະ ເອົາໃຈໃສ່ດູແລ, ຫາກແມ່ນແຫຼ່ງກຳລັງຂອງປະເທດຢ່າງແທ້ຈິງ.

ມະຕິເລກທີ 23-NQ/TW ໄດ້ຍົກແນວຄິດດັ່ງກ່າວຂຶ້ນອີກຂັ້ນໜຶ່ງ, ຈາກ “ການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ດູແລ” ໄປສູ່ການຮ່ວມເດີນທາງ ແລະ ສ້າງກົນໄກ. ຜູ້ຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ, ປັນຍາຊົນ ແລະ ຄົນຮຸ່ນໜຸ່ມຢູ່ຕ່າງປະເທດ ສາມາດປະກອບສ່ວນບໍ່ພຽງແຕ່ດ້ວຍການກັບຄືນປະເທດ, ແຕ່ຍັງສາມາດປະກອບສ່ວນຈາກທາງໄກ ຜ່ານເຄືອຂ່າຍເຊື່ອມໂຍງອົງຄວາມຮູ້, ເຕັກໂນໂລຊີ, ການລົງທຶນ ແລະ ຕະຫຼາດ. ເມື່ອແຕ່ລະສຳນັກງານຜູ້ຕາງໜ້າກາຍເປັນສູນເຊື່ອມໂຍງແຫຼ່ງກຳລັງຂອງຫວຽດນາມໃນແຕ່ລະທ້ອງຖິ່ນປະຈຳການ, ວຽກງານການຕ່າງປະເທດກໍຈະເຂົ້າໃກ້ກັບວຽກງານພັດທະນາປະເທດຫຼາຍຂຶ້ນຢ່າງແທ້ຈິງ.

ເພື່ອໃຫ້ແຫຼ່ງກຳລັງເຫຼົ່ານັ້ນເຂົ້າສູ່ຊີວິດຕົວຈິງ, ວຽກງານການຕ່າງປະເທດກໍຕ້ອງເຂົ້າເຖິງທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ. ໄທ ແລະ ຫວຽດນາມ ຫາກໍສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນການທູດ. ຢູ່ ເກິ່ນເທີ, ການຮ່ວມມືໄດ້ຖືກຫັນເປັນຮູບປະທຳຜ່ານການເຊື່ອມໂຍງວິສາຫະກິດ, ການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ການສຶກສາ. ໃນປີ 2025, ທຶນລົງທຶນຂອງໄທຢູ່ ເກິ່ນເທີ ບັນລຸປະມານ 119,25 ລ້ານໂດລາສະຫະລັດ. ໃນ 6 ເດືອນຕົ້ນປີ 2026, ເກິ່ນເທີ ສົ່ງອອກໄປໄທປະມານ 13,9 ລ້ານໂດລາສະຫະລັດ ແລະ ນຳເຂົ້າ 3,8 ລ້ານໂດລາສະຫະລັດ. ຕົວເລກເຫຼົ່ານີ້ສະແດງວ່າ ວຽກງານການຕ່າງປະເທດຈະມີຄວາມໝາຍຢ່າງແທ້ຈິງ ກໍຕໍ່ເມື່ອເຊື່ອມຕິດກັບຜະລິດຕະພັນ, ຕະຫຼາດ ແລະ ຄວາມຕ້ອງການພັດທະນາ.

ຈາກທ້ອງຖິ່ນເບິ່ງກວ້າງອອກໄປສູ່ພາກພື້ນ, ອາຊຽນແມ່ນພື້ນທີ່ສຳຄັນສຳລັບຫວຽດນາມໃນການເປີດກວ້າງການຮ່ວມມື. ຫວຽດນາມເປັນສະມາຊິກຂອງອົງການນີ້ມາແລ້ວ 31 ປີ ແລະ ກຳລັງຮ່ວມກັບບັນດາປະເທດມຸ່ງໄປສູ່ປະຊາຄົມທີ່ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະ ຮັກສາບົດບາດໃຈກາງ. ໃນພາກພື້ນທີ່ມີປະຊາກອນປະມານ 800 ລ້ານຄົນ, ການເສີມສ້າງອາຊຽນໃຫ້ເຂັ້ມແຂງ ກໍແມ່ນວິທີໜຶ່ງທີ່ຫວຽດນາມຂະຫຍາຍພື້ນທີ່ຍຸດທະສາດ ແລະ ສ້າງພື້ນທີ່ໃໝ່ໃຫ້ແກ່ການພັດທະນາ.

ແຕ່ການເປີດກວ້າງການຮ່ວມມື ກໍໝາຍຄວາມວ່າວຽກງານການຕ່າງປະເທດຕ້ອງດຳເນີນຄຽງຄູ່ກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ເພື່ອສ້າງທ່າທີ່ໝັ້ນຄົງ. ການຮ່ວມມື ຫວຽດນາມ - ມາເລເຊຍ ດ້ານປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການບັງຄັບໃຊ້ກົດໝາຍທາງທະເລ; ການຮ່ວມມືກັບກຳປູເຈຍໃນການຕ້ານອາຊະຍາກຳຂ້າມຊາດ; ຫຼື ການແລກປ່ຽນກ່ຽວກັບທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ ສະແດງໃຫ້ເຫັນວ່າ “ແນວປ້ອງກັນຄວາມໝັ້ນຄົງ - ການພັດທະນາ” ຖືກສ້າງຂຶ້ນຈາກຄວາມໄວ້ວາງໃຈ, ກົນໄກປະສານງານ ແລະ ຄວາມສາມາດແກ້ໄຂຄວາມເຫັນຕ່າງດ້ວຍວິທີການສັນຕິ.

ເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ທີ່ຍາວ 258,939 ກິໂລແມັດ ກໍແມ່ນບ່ອນທີ່ຄວາມຮຽກຮ້ອງນີ້ຖືກສະແດງອອກໃນແຕ່ລະມື້. ເສັ້ນຊາຍແດນແຫ່ງສັນຕິພາບບໍ່ໄດ້ຖືກຮັກສາດ້ວຍກຳລັງປົກປ້ອງອະທິປະໄຕພຽງຢ່າງດຽວ, ແຕ່ຍັງດ້ວຍການພົວພັນບ້ານໃກ້ເຮືອນຄຽງ, ການແລກປ່ຽນປະຊາຊົນ, ການຮ່ວມມືເສດຖະກິດ ແລະ ຄວາມເຫັນພ້ອມຢູ່ຂັ້ນຮາກຖານ. ການຮັກສາອະທິປະໄຕ ແລະ ການເປີດກວ້າງການຮ່ວມມື, ຫາກດຳເນີນໄດ້ດີ, ຈະເສີມໜູນເຊິ່ງກັນແລະກັນ.

ສາມາດເຫັນໄດ້ວ່າ ວຽກງານການຕ່າງປະເທດນັບມື້ນັບເຊື່ອມຕິດກັບການພັດທະນາປະເທດ. ດັ່ງທີ່ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກ, ຫວຽດນາມສືບຕໍ່ຍຶດໝັ້ນແນວທາງ “ເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫຼາຍຝ່າຍ, ຫຼາຍຮູບແບບໃນການພົວພັນຕ່າງປະເທດ”. ຮັກສາທ່າທີຂອງປະເທດໃຫ້ໝັ້ນຄົງ, ເປີດກວ້າງທ່າແຫ່ງການຮ່ວມມື, ສ້າງກຳລັງພາຍໃນເພື່ອໃຫ້ສຽງຂອງປະເທດມີນ້ຳໜັກ ແລະ ມີພະລັງ. ນັ້ນແມ່ນວິທີທີ່ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIV ເຂົ້າສູ່ພາກປະຕິບັດ, ທັງປົກປ້ອງປະເທດແຕ່ຫົວທີ, ແຕ່ໄກ ແລະ ເປີດທາງໄປສູ່ອະນາຄົດແຫ່ງການພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ເປັນເຈົ້າຕົນເອງ.

ວຽກງານການຕ່າງປະເທດແມ່ນ “ປະຕູ” ແລະ “ຂົວເຊື່ອມຕໍ່” ຂອງນະຄອນ ເຫ້ວ ກັບເພື່ອນມິດສາກົນ ວຽກງານການຕ່າງປະເທດແມ່ນ “ປະຕູ” ແລະ “ຂົວເຊື່ອມຕໍ່” ຂອງນະຄອນ ເຫ້ວ ກັບເພື່ອນມິດສາກົນ
ຍສໝ - ນີ້ແມ່ນຄຳປາໄສຂອງ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ ນະຄອນ ​ເຫ້ວ, ທ່ານ ຟານກູຍເຟືອງ ​ທີ່​ກອງ​ປະຊຸມສະຫຼຸບ​ວຽກ​ງານ​ການ​ຕ່າງປະ​ເທດ​ປີ 2024 ​ແລະ ຜັນ​ຂະຫຍາຍ​ໜ້າທີ່​ປີ 2025 ຂອງ​ພະ​ແນ​ກການ​ຕ່າງປະ​ເທດ ​ນະຄອນ​ ເຫ້ວ ໃນຕອນແລງ ວັນທີ 10 ມັງກອນ.
ເປັນເຈົ້າການ, ຕັ້ງໜ້າເພື່ອຜັນຂະຫຍາຍມະຕິມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃນວຽກງານການຕ່າງປະເທດ ເປັນເຈົ້າການ, ຕັ້ງໜ້າເພື່ອຜັນຂະຫຍາຍມະຕິມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃນວຽກງານການຕ່າງປະເທດ
ຍສໝ​ -​ ສະຫາຍ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນວ່າ ການສືບທອດພື້ນຖານທີ່ສອດຄ່ອງຂອງນະໂຍບາຍການຕ່າງປະເທດໃນໄລຍະຫຼາຍທົດສະວັດທີ່ຜ່ານມາ, ໃນສະພາບການທີ່ປະເທດກຳລັງພະຍາຍາມບັນລຸການເຕີບໂຕສອງຕົວເລກ ແລະ ປະຕິບັດສອງເປົ້າໝາຍຄົບຮອບ 100 ປີຢ່າງສຳເລັດຜົນ, ແນວທາງນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໄດ້ມີການພັດທະນາທີ່ສຳຄັນເພື່ອຮັບໃຊ້ພາລະກິດການສ້າງສາ ແລະ ປ້ອງກັນປະເທດຢ່າງມີປະສິດທິພາບຫຼາຍຂຶ້ນໃນຍຸກໃໝ່.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ