ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ

11:05 | 10/08/2026

ຍສໝ - ບັນດາຜົນງານ ແລະ ການອຸທິດຂອງສະຫາຍ ໄຊສົມພອນ ພົມວິຫານ ໄດ້ປະໄວ້ຮ່ອງຮອຍອັນເລິກເຊິ່ງ, ປະກອບສ່ວນສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ສາຍພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການສືບທອດ ແລະ ພັດທະນາໃຫ້ນັບມື້ນັບມີເນື້ອໃນຕົວຈິງ, ມີປະສິດທິຜົນ ແລະ ຍືນຍົງ.

ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ
ທ່ານ ເຈີ່ນເເທງເໝີນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.

ການນຳຜູ້ທີ່ຍາມໃດກໍໃຫ້ຄວາມສຳຄັນເປັນພິເສດຕໍ່ການຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ຫວຽດນາມ - ລາວ

ສະຫາຍ ໄຊສົມພອນ ພົມວິຫານ ເກີດວັນທີ 12/12/1956 ຢູ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ; ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໃນປີ 1976. ສະຫາຍເປັນກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດລາວ.

ໃນຖານະເປັນລູກຊາຍກົກຂອງປະທານ ໄກສອນ ພົມວິຫານ - ຜູ້ນຳອັນດີເດັ່ນຂອງການປະຕິວັດລາວ, ຜູ້ສ້າງຕັ້ງ ແລະ ວາງຮາກຖານໃຫ້ແກ່ລັດລາວ, ພ້ອມທັງເປັນໜຶ່ງໃນຜູ້ວາງຮາກຖານໃຫ້ແກ່ສາຍພົວພັນພິເສດ ຫວຽດນາມ - ລາວ, ສະຫາຍໄດ້ສືບທອດມູນເຊື້ອປະຕິວັດອັນສະຫງ່າງາມຂອງຄອບຄົວ ແລະ ຍາມໃດກໍໃຫ້ຄວາມສຳຄັນເປັນພິເສດຕໍ່ການຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ສະຫາຍໄດ້ຮັບການສຶກສາຢ່າງເປັນລະບົບດ້ານເສດຖະກິດ - ການເມືອງ: ໃນໄລຍະ 1983-1984 ເປັນອາຈານສອນຢູ່ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ; ໃນໄລຍະ 1984-1987 ເປັນນັກສຶກສາປະລິນຍາເອກຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ມົສກູ ຂອງສະຫະພາບໂຊວຽດ, ປ້ອງກັນວິທະຍານິພົນສຳເລັດ ແລະ ໄດ້ຮັບປະລິນຍາເອກດ້ານເສດຖະກິດ - ການເມືອງ, ສາມາດນຳໃຊ້ພາສາລັດເຊຍໄດ້ຢ່າງຄ່ອງແຄ້ວ ແລະ ຮູ້ພາສາຫວຽດນາມເປັນຢ່າງດີ.

ເສັ້ນທາງການເຮັດວຽກຂອງສະຫາຍຜູກພັນກັບເກືອບທຸກຂົງເຂດສຳຄັນຂອງກົງຈັກລັດລາວ. ຫຼັງຈາກໄລຍະປະຕິບັດວຽກຢູ່ແຂວງສະຫວັນນະເຂດ (1987-1995), ສະຫາຍໄດ້ດຳລົງຕຳແໜ່ງຕາມລຳດັບຄື: ລັດຖະມົນຕີກະຊວງການເງິນ (1995-1998); ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (1998-2001); ປະທານຄະນະການຕ່າງປະເທດຂອງສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດ (2001-2006); ຮອງປະທານສະພາແຫ່ງຊາດ (2006-2016); ປະທານຄະນະກຳມະການສູນກາງແນວລາວສ້າງຊາດ (2016-2020); ປະທານສະພາແຫ່ງຊາດລາວ ນັບແຕ່ເດືອນ 3/2021. ສະຫາຍໄດ້ຮັບເລືອກເຂົ້າກົມການເມືອງ ນັບແຕ່ເດືອນ 1/2016 ແລະ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈໃນບັນດາສະໄໝຕໍ່ມາ.

ກັບພາລະກິດສ້າງສາປະເທດລາວ ແລະ ບັນດາຮ່ອງຮອຍພົ້ນເດັ່ນໃນຕຳແໜ່ງປະທານສະພາແຫ່ງຊາດ

ການຜ່ານຫຼາຍຕຳແໜ່ງວຽກງານ ນັບແຕ່ອຳນາດການປົກຄອງທ້ອງຖິ່ນ, ອົງການບໍລິຫານ, ນິຕິບັນຍັດ ຈົນເຖິງວຽກງານແນວໂຮມ ໄດ້ຊ່ວຍໃຫ້ສະຫາຍມີວິໄສທັດຮອບດ້ານກ່ຽວກັບການບໍລິຫານປະເທດ, ໂດຍສະເພາະໃນຂົງເຂດການເງິນ, ການສ້າງສະຖາບັນ, ການສ້າງຄວາມສາມັກຄີທົ່ວປວງຊົນ ແລະ ການຈັດຕັ້ງກົງຈັກລັດ.

ໃນຕຳແໜ່ງປະທານສະພາແຫ່ງຊາດ, ສະຫາຍຍາມໃດກໍເອົາໃຈໃສ່ຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການຕິດຕາມກວດກາສູງສຸດ ແລະ ການຕັດສິນບັນດາບັນຫາສຳຄັນຂອງປະເທດ; ຊີ້ນຳການປັບປຸງລະບົບກົດໝາຍໃຫ້ສົມບູນເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ປັບປຸງສະພາບແວດລ້ອມການລົງທຶນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ເສດຖະກິດ ແລະ ຊຸກຍູ້ການສ້າງລັດແຫ່ງກົດໝາຍສັງຄົມນິຍົມຂອງລາວ. ສະຫາຍຍັງເອົາໃຈໃສ່ເປັນພິເສດຕໍ່ການເພີ່ມທະວີການປະສານງານລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ໃນການແກ້ໄຂບັນຫາດ້ານການເງິນ, ງົບປະມານ, ການລົງທຶນຂອງລັດ ແລະ ການຜັນຂະຫຍາຍບັນດາໂຄງການພັດທະນາແຫ່ງຊາດ.

ໃນເດືອນ 3/2021, ທີ່ກອງປະຊຸມຄັ້ງທີ 1 ຂອງສະພາແຫ່ງຊາດຊຸດທີ IX, ສະຫາຍໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດລາວ. ໃນສະໄໝ 2021-2026, ສະຫາຍໄດ້ນຳພາສະພາແຫ່ງຊາດສຸມໃສ່ປັບປຸງລະບົບກົດໝາຍໃຫ້ສົມບູນ ເພື່ອຮັບໃຊ້ແຜນພັດທະນາເສດຖະກິດ - ສັງຄົມ; ເພີ່ມທະວີການຕິດຕາມກວດກາການປະຕິບັດນະໂຍບາຍດ້ານການເງິນ, ງົບປະມານ, ການລົງທຶນຂອງລັດ, ການປະຕິຮູບລັດຖະບານ ແລະ ການສ້າງລັດແຫ່ງກົດໝາຍ.

ໃນທ້າຍປີ 2025, ສະຫາຍໄດ້ເປັນປະທານບັນດາກອງປະຊຸມສະພາແຫ່ງຊາດ ເພື່ອປະເມີນຜົນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 2021-2025, ພ້ອມທັງປຶກສາຫາລືແຜນພັດທະນາເສດຖະກິດ - ສັງຄົມ ຄັ້ງທີ X (2026-2030); ເນັ້ນໜັກຄວາມຈຳເປັນໃນການເພີ່ມທະວີການຕິດຕາມກວດກາການປະຕິບັດນະໂຍບາຍການເງິນ, ເງິນຕາ, ການລົງທຶນຂອງລັດ ແລະ ບັນດາໂຄງການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານອາຊະຍາກຳ ແລະ ຢາເສບຕິດ.

ໃນເດືອນ 3/2026, ທີ່ກອງປະຊຸມຄັ້ງທີ 1 ຂອງສະພາແຫ່ງຊາດຊຸດທີ X, ສະຫາຍສືບຕໍ່ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດ ເລືອກໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ X. ໃນເດືອນ 7/2026, ສະຫາຍ ພ້ອມກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເປັນປະທານຮ່ວມກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳລັດຖະບານ ເພື່ອທົບທວນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ກະກຽມເນື້ອໃນສຳລັບກອງປະຊຸມວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດຊຸດທີ X, ເພື່ອແກ້ໄຂທັນເວລາບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດໃນການບໍລິຫານເສດຖະກິດ - ການເງິນຂອງປະເທດ.

ນອກຈາກນັ້ນ, ສະຫາຍຍັງໄດ້ປະກອບສ່ວນຫຼາຍດ້ານໃນວຽກງານການຕ່າງປະເທດລັດຖະສະພາ, ປະກອບສ່ວນຍົກສູງບົດບາດ ແລະ ຖານະຂອງສະພາແຫ່ງຊາດລາວຢູ່ AIPA, IPU ແລະ ບັນດາກົນໄກລັດຖະສະພາລະດັບພາກພື້ນ, ສາກົນ; ຖືວຽກງານການຕ່າງປະເທດລັດຖະສະພາເປັນຊ່ອງທາງສຳຄັນໃນການຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຂະຫຍາຍການຮ່ວມມື ແລະ ຍົກສູງຖານະຂອງລາວໃນເວທີສາກົນ.

ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ
ທ່ານ ເຈີ່ນເເທງເໝີນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພົບປະເຈລະຈາຢູ່ນະຄອນຫຼວງວຽງຈັນ ໃນເດືອນ 10/2024.

ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ, ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ

ໃນຖານະເປັນຜູ້ສືບທອດມູນເຊື້ອປະຕິວັດຂອງຄອບຄົວ ແລະ ເປັນຜູ້ທີ່ມີຄວາມຮັກແພງອັນເລິກເຊິ່ງຕໍ່ ຫວຽດນາມ ສະເໝີມາ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເອົາໃຈໃສ່ເປັນພິເສດຕໍ່ການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ.

ໃນຕຳແໜ່ງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຕໍ່ມາໃນຕຳແໜ່ງປະທານສະພາແຫ່ງຊາດ, ສະຫາຍ ໄດ້ປະກອບສ່ວນສຳຄັນຫຼາຍປະການເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດລາວ, ກໍຄືລະຫວ່າງແນວລາວສ້າງຊາດ ແລະ ແນວໂຮມປິຕຸພູມ ຫວຽດນາມ. ສະຫາຍ ຍາມໃດກໍເນັ້ນໜັກການຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດ ໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການສ້າງກົດໝາຍ, ການຕິດຕາມກວດກາສູງສຸດ, ການຕັດສິນບັນດາບັນຫາສຳຄັນຂອງປະເທດ; ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.

ພາຍໃຕ້ການນຳພາຂອງສະຫາຍ, ສະພາແຫ່ງຊາດສອງປະເທດໄດ້ຮັກສາການຢ້ຽມຢາມ ແລະ ການພົບປະຂັ້ນສູງຢ່າງເປັນປົກກະຕິ; ເພີ່ມທະວີການແລກປ່ຽນລະຫວ່າງບັນດາຄະນະກຳມາທິການວິຊາສະເພາະ, ກຸ່ມສະມາຊິກສະພາມິດຕະພາບ; ປະສານສົມທົບຢ່າງແໜ້ນແຟ້ນຢູ່ AIPA, IPU ແລະ ບັນດາເວທີລັດຖະສະພາຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຮັດແໜ້ນພື້ນຖານການເມືອງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ ແລະ ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ດ້ວຍເກືອບ 4 ທົດສະວັດແຫ່ງການເຄື່ອນໄຫວຢ່າງຕໍ່ເນື່ອງໃນບັນດາຕຳແໜ່ງການນຳນັບແຕ່ທ້ອງຖິ່ນເຖິງສູນກາງ, ພ້ອມດ້ວຍປະສົບການອັນຍາວນານ ແລະ ຫຼາກຫຼາຍໃນຫຼາຍຂົງເຂດ ເຊັ່ນ: ການເງິນ, ເສດຖະກິດ, ວຽກງານມະຫາຊົນ, ວຽກງານແນວໂຮມ, ການຕ່າງປະເທດ ແລະ ນິຕິບັນຍັດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຮັບການຕີລາຄາວ່າເປັນໜຶ່ງໃນບັນດາການນຳທີ່ມີຄວາມສາມາດ ແລະ ມີບົດບາດອັນສູງສົ່ງຂອງພັກ ແລະ ລັດລາວ; ໄດ້ປະກອບສ່ວນສຳຄັນຫຼາຍປະການຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດລາວ.

ບັນດາຄຸນປະໂຫຍດຂອງສະຫາຍໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຊຸກຍູ້ວຽກງານການຕ່າງປະເທດລັດຖະສະພາ ແລະ ບໍ່ຢຸດຢັ້ງການທະນຸຖະໜອມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການເຊື່ອມໂຍງທາງຍຸດທະສາດ ຫວຽດນາມ - ລາວ ໄດ້ປະໄວ້ຮ່ອງຮອຍອັນເລິກເຊິ່ງ, ປະກອບສ່ວນສ້າງພື້ນຖານອັນໝັ້ນຄົງເພື່ອໃຫ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດສືບຕໍ່ໄດ້ຮັບການສືບທອດ, ພັດທະນາໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ແລະ ຍືນຍົງ.

ຖະຫວາຍທູບທຽນລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ ຖະຫວາຍທູບທຽນລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ
ຍສໝ - ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ໄດ້ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ.
ບັນດາທ້ອງຖິ່ນ ຫວຽດນາມ - ລາວ ເສີມສ້າງການຮ່ວມມື ບັນດາທ້ອງຖິ່ນ ຫວຽດນາມ - ລາວ ເສີມສ້າງການຮ່ວມມື
ຍສໝ - ເມື່ອບໍ່ດົນມານີ້, ທີ່ແຂວງ ຫຼວງພະບາງ ທາງພາກເໜືອຂອງ ລາວ, ໄດ້ມີການຈັດກອງປະຊຸມຫາລືລະຫວ່າງຄະນະຜູ້ແທນແຂວງ ລາວກາຍ ຂອງ ຫວຽດນາມ ແລະ ແຂວງ ບໍ່ແກ້ວ ຂອງ ລາວ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ