50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່

16:15 | 12/08/2026

ຍສໝ​ - ພາຍຫຼັງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ການແລກປ່ຽນປະຊາຊົນ ຫວຽດນາມ - ໄທ ພວມມຸ່ງໄປສູ່ການເຊື່ອມຕໍ່ທີ່ເປັນຮູບປະທຳຫຼາຍຂຶ້ນລະຫວ່າງທ້ອງຖິ່ນ, ວິສາຫະກິດ ແລະ ຄົນຮຸ່ນໜຸ່ມ. ທີ່ພິທີລະນຶກຢູ່ ເຫງະອານ, ການນຳຂອງສອງສະມາຄົມມິດຕະພາບໄດ້ຍົກໃຫ້ເຫັນບັນດາຈຸດສຸມສຳລັບໄລຍະຕໍ່ໄປ, ນັບແຕ່ການເຊື່ອມຕໍ່ເສດຖະກິດທ້ອງຖິ່ນ, ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ໄປຈົນເຖິງນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ປັນຍາປະດິດ (AI).

ຫວຽດນາມ - ໄທ ແລກປ່ຽນສານອວຍພອນເນື່ອງໃນໂອກາດ 50 ປີແຫ່ງການພົວພັນການທູດ 50 ປີ ແຫ່ງການທະນຸຖະໜອມສາຍພົວພັນມິດຕະພາບ ຫວຽດນາມ - ໄທ

ວັນທີ 10/8 ຢູ່ແຂວງ ເຫງະອານ, ສະມາຄົມມິດຕະພາບຫວຽດນາມ - ໄທ, ສະຖານທູດໄທປະຈຳຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ເຫງະອານ ໄດ້ປະສານສົມທົບກັນຈັດພິທີລະນຶກ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (6/8/1976 - 6/8/2026).

50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່
ບັນດາຜູ້ແທນຢ້ຽມຊົມງານວາງສະແດງພາບ 50 ປີແຫ່ງມິດຕະພາບ ຫວຽດນາມ - ໄທ. (ພາບ: ດິງຮວ່າ)

ໂດຍເຂົ້າຮ່ວມພິທີມີ ທ່ານ ໂງເລວັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ; ທ່ານ ຫວໍຈ້ອງຫາຍ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເຫງະອານ; ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດໄທປະຈຳຫວຽດນາມ; ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ພົນໂທ, ສາດສະດາຈານ, ປະລິນຍາເອກ ຫງວຽນວັນແທ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ໄທ; ທ່ານ Sanan Angubolkul, ປະທານສະມາຄົມມິດຕະພາບໄທ - ຫວຽດນາມ, ພ້ອມດ້ວຍຜູ້ແທນປະມານ 300 ຄົນ ທີ່ເປັນຕົວແທນຈາກບັນດາກະຊວງ, ຄະນະ, ຂະແໜງການ, ອົງການມະຫາຊົນສູນກາງ, ອົງການ, ວິສາຫະກິດ, ຊາວຫວຽດນາມຢູ່ໄທ ແລະ ບັນດາສະມາຄົມມິດຕະພາບຫວຽດນາມ - ໄທ ຂອງ 16 ແຂວງ, ນະຄອນ.

ຫວຽດນາມ ແລະ ໄທ ສ້າງຕັ້ງສາຍພົວພັນການທູດໃນປີ 1976. ໃນໄລຍະ 50 ປີຜ່ານມາ, ສາຍພົວພັນສອງປະເທດໄດ້ພັດທະນາເປັນກ້າວໆ ຈາກຄູ່ຮ່ວມຍຸດທະສາດໃນປີ 2013, ຄູ່ຮ່ວມຍຸດທະສາດທີ່ເພີ່ມທະວີໃນປີ 2019 ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2025. ເມື່ອຫວນຄືນເສັ້ນທາງເຄິ່ງສະຕະວັດ, ບັນດາຄຳປາໄສຢູ່ພິທີລະນຶກໄດ້ກ່າວເຖິງບັນດາບາດກ້າວພັດທະນາໃນການຮ່ວມມືດ້ານການເມືອງ, ເສດຖະກິດ, ການພັດທະນາແບບຍືນຍົງ, ການຫັນເປັນດິຈິຕອນ, ການແລກປ່ຽນປະຊາຊົນ ແລະ ການເຊື່ອມຕໍ່ທ້ອງຖິ່ນ.

50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່
ບັນດາຜູ້ແທນຊົມວິດີໂອຄລິບ “50 ປີຮ່ວມເດີນທາງ, 30 ປີຂົວເຊື່ອມປະຊາຊົນ”. (ພາບ: ດິງຮວ່າ)

ເຊື່ອມຕໍ່ເສດຖະກິດ, ປະຊາຄົມລະຫວ່າງ ເຫງະອານ ແລະ ໄທ

ຕາມທ່ານ ຫວໍຈ້ອງຫາຍ, ມູນຄ່າການຄ້າສອງສົ້ນລະຫວ່າງ ເຫງະອານ ແລະ ໄທ ບັນລຸປະມານ 100 ລ້ານ USD. ປັດຈຸບັນ, ແຂວງມີ 9 ໂຄງການ FDI ຂອງນັກລົງທຶນໄທ ດ້ວຍຍອດທຶນຈົດທະບຽນຫຼາຍກວ່າ 241 ລ້ານ USD, ໂດຍສຸມໃສ່ໂຄງລ່າງເຂດອຸດສາຫະກຳ, ອຸດສາຫະກຳສະໜັບສະໜູນ, ການປຸງແຕ່ງອາຫານ, ການຜະລິດຊິ້ນສ່ວນເອເລັກໂຕຣນິກ ແລະ ບັນດາຂະແໜງທີ່ມີມູນຄ່າເພີ່ມສູງ.

ໃນການຮ່ວມມືດ້ານການລົງທຶນ, ການນຳແຂວງ ເຫງະອານ ໃຫ້ຮູ້ວ່າ ເຂດອຸດສາຫະກຳ WHA 1 ທີ່ລົງທຶນໂດຍກຸ່ມ WHA (ໄທ) ມີເນື້ອທີ່ເກືອບ 500 ເຮັກຕາ ແລະ ມີອັດຕາການເຂົ້າໃຊ້ພື້ນທີ່ຫຼາຍກວ່າ 60%. WHA ພວມສືບຕໍ່ຂະຫຍາຍການລົງທຶນເຂດອຸດສາຫະກຳແຫ່ງທີສອງຢູ່ ເຫງະອານ.

50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່
ທ່ານ ຫວໍຈ້ອງຫາຍ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເຫງະອານ, ກ່າວຄຳເຫັນທີ່ພິທີລະນຶກ. (ພາບ: ດິງຮວ່າ)

ຕາມທ່ານ ຫວໍຈ້ອງຫາຍ, ປັດຈຸບັນມີຊາວເຫງະອານປະມານ 5.000 ຄົນ ພວມດຳລົງຊີວິດຢູ່ບັນດາທ້ອງຖິ່ນຂອງໄທ. ກິດຈະກຳແລກປ່ຽນດ້ານວັດທະນະທຳ, ການສຶກສາ - ຝຶກອົບຮົມ, ການທ່ອງທ່ຽວ ແລະ ການເຊື່ອມຕໍ່ປະຊາຄົມຂອງສອງປະເທດ ໄດ້ຮັບການຮັກສາຄຽງຄູ່ກັບການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງສອງຝ່າຍ.

ກ່າວຄຳເຫັນທີ່ພິທີລະນຶກ, ທ່ານນາງ Urawadee Sriphyromya, ເອກອັກຄະລັດຖະທູດ, ໄດ້ກ່າວເຖິງບັນດາຂີດໝາຍທາງປະຫວັດສາດ ແລະ ປະຊາຄົມໃນສາຍພົວພັນສອງປະເທດ. ທ່ານນາງໄດ້ກ່າວເຖິງໄລຍະເວລາທີ່ປະທານ ໂຮ່ຈີມິນ ເຄີຍເຄື່ອນໄຫວຢູ່ໄທ ແລະ ການທີ່ປະຊາຊົນໄທຮັກສາບັນດາສະຖານທີ່ລະນຶກເຖິງເພິ່ນຢູ່ Udon Thani, Nakhon Phanom ແລະ Phichit.

ທ່ານນາງເອກອັກຄະລັດຖະທູດຍັງໃຫ້ຮູ້ວ່າ ປະຊາຄົມຊາວໄທເຊື້ອສາຍຫວຽດນາມ ມີບົດບາດສຳຄັນໃນການຊຸກຍູ້ການແລກປ່ຽນປະຊາຊົນຜ່ານການຄ້າ ແລະ ວັດທະນະທຳ. ຢູ່ Udon Thani ແລະ Nakhon Phanom ໄດ້ມີການສ້າງຕັ້ງຖະໜົນຫວຽດນາມ (Vietnam Town); ບັນດາວັດຫວຽດນາມຂອງນິກາຍອານາມ ກໍໄດ້ຮັບການຮັກສາໄວ້ຢູ່ຫຼາຍທ້ອງຖິ່ນຂອງໄທ.

ຈຸດສຸມການເຊື່ອມຕໍ່ໃນໄລຍະຕໍ່ໄປ

ທີ່ພິທີລະນຶກ, ການນຳສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ ໄດ້ໃຊ້ເວລາສ່ວນສຳຄັນໃນການກ່າວຄຳເຫັນ ເພື່ອກ່າວເຖິງບັນດາທິດທາງການເຄື່ອນໄຫວໃນໄລຍະຕໍ່ໜ້າ.

50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່
ທ່ານ ຫງວຽນວັນແທ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ໄທ, ກ່າວຄຳເຫັນທີ່ພິທີລະນຶກ. (ພາບ: ດິງຮວ່າ)

ທ່ານ ຫງວຽນວັນແທ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ໄທ ໃຫ້ຮູ້ວ່າ ສະມາຄົມຈະສືບຕໍ່ຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ ແລະ ບັນດາອົງການສັງຄົມ. ໃນສະພາບການທີ່ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ພັດທະນາຢ່າງວ່ອງໄວ, ທ່ານໄດ້ກ່າວເຖິງບົດບາດໃນການເຊື່ອມຕໍ່ພູມປັນຍາ, ເຕັກໂນໂລຊີ, ປະສົບການດ້ານການບໍລິຫານ ແລະ ແຫຼ່ງກຳລັງສາກົນກັບບັນດາທ້ອງຖິ່ນ.

ຕາມທ່ານ ຫງວຽນວັນແທ່ງ, ໃນໄລຍະຕໍ່ໜ້າ ສະມາຄົມຈະປະສານສົມທົບກັບສະມາຄົມມິດຕະພາບໄທ - ຫວຽດນາມ ແລະ ບັນດາຄູ່ຮ່ວມມື ເພື່ອສຸມໃສ່ 4 ທິດທາງຕົ້ນຕໍ.

4 ທິດທາງຂອງສະມາຄົມມິດຕະພາບຫວຽດນາມ - ໄທ:

ຂະຫຍາຍການແລກປ່ຽນລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະລະຫວ່າງ ເຫງະອານ ກັບບັນດາແຂວງພາກຕາເວັນອອກສຽງເໜືອຂອງໄທ;

ເພີ່ມທະວີການເຊື່ອມຕໍ່ຄົນຮຸ່ນໜຸ່ມ, ນັກວິຊາການ, ນັກທຸລະກິດ ແລະ ບັນດາອົງການສັງຄົມ;

ສົ່ງເສີມບັນດາຄຸນຄ່າທາງປະຫວັດສາດ, ວັດທະນະທຳ ທີ່ຕິດພັນກັບປະທານ ໂຮ່ຈີມິນ ແລະ ປະຊາຄົມຊາວຫວຽດນາມຢູ່ໄທ;

ຮ່ວມເດີນທາງກັບບັນດາອົງການ, ວິສາຫະກິດ ແລະ ທ້ອງຖິ່ນ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ນະວັດຕະກຳ.

ທ່ານ Sanan Angubolkul, ປະທານສະມາຄົມມິດຕະພາບໄທ - ຫວຽດນາມ ເນັ້ນໜັກວ່າ ສາຍພົວພັນລະຫວ່າງປະຊາຊົນສອງປະເທດແມ່ນ “ຮາກຖານ” ຂອງສາຍພົວພັນ ຫວຽດນາມ - ໄທ. ໃນໄລຍະ 30 ປີຜ່ານມາ, ສອງສະມາຄົມໄດ້ປະສານສົມທົບກັນຈັດຕັ້ງຫຼາຍກິດຈະກຳໃນຂົງເຂດການສຶກສາ, ວັດທະນະທຳ, ກິລາ, ສົ່ງເສີມການຄ້າ ແລະ ຊ່ວຍເຫຼືອດ້ານສາທາລະນະສຸກ. ຕາມທ່ານ Sanan Angubolkul, ເຖິງວ່າບາງກິດຈະກຳຈະມີຂະໜາດນ້ອຍ, ແຕ່ບັນດາກິດຈະກຳຢູ່ລະດັບຊຸມຊົນນັ້ນເອງ ໄດ້ປະກອບສ່ວນເຊື່ອມສາຍສຳພັນລະຫວ່າງປະຊາຊົນສອງປະເທດ ແລະ ສືບຕໍ່ສາຍພົວພັນມິດຕະພາບຈາກຮຸ່ນສູ່ຮຸ່ນ.

50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່
ທ່ານ Sanan Angubolkul, ປະທານສະມາຄົມມິດຕະພາບໄທ - ຫວຽດນາມ, ກ່າວຄຳເຫັນທີ່ພິທີລະນຶກ. (ພາບ: ດິງຮວ່າ)

ທ່ານ Sanan Angubolkul ໄດ້ຍົກໃຫ້ເຫັນ 2 ທິດທາງທີ່ສະມາຄົມມິດຕະພາບໄທ - ຫວຽດນາມ ຈະຊຸກຍູ້ໃນທົດສະວັດຕໍ່ໜ້າ: ທິດທາງທີໜຶ່ງ ແມ່ນເພີ່ມທະວີການເຊື່ອມຕໍ່ເສດຖະກິດທ້ອງຖິ່ນ, ສ້າງໂອກາດໃຫ້ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ, ວິສາຫະກິດຊຸມຊົນຂອງສອງປະເທດ ໄດ້ເຊື່ອມຕໍ່ການຄ້າ ແລະ ຮ່ວມກັນພັດທະນາ. ທິດທາງທີສອງ ແມ່ນຊຸກຍູ້ການຫັນເປັນດິຈິຕອນ ແລະ ປັນຍາປະດິດ (AI). ຕາມທ່ານ Sanan Angubolkul, ເຕັກໂນໂລຊີແມ່ນເຄື່ອງມືສຳຄັນທີ່ຊ່ວຍຍົກສູງຄວາມສາມາດຂອງປະຊາຊົນ ແລະ ເສດຖະກິດຮາກຖານ, ເພື່ອຮອງຮັບກັບການປ່ຽນແປງຢ່າງວ່ອງໄວຂອງໂລກ.

50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່
ບັນດາຜູ້ແທນຖ່າຍຮູບທີ່ລະນຶກຮ່ວມກັນ. (ພາບ: ດິງຮວ່າ)
50 ປີ ຫວຽດນາມ - ໄທ ຮ່ວມເດີນໜ້າພັດທະນາ 50 ປີ ຫວຽດນາມ - ໄທ ຮ່ວມເດີນໜ້າພັດທະນາ
ຍສໝ - ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (6/8/1976 - 6/8/2026), ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ເນັ້ນໜັກວ່າ ບັນດາການຢ້ຽມຢາມຂັ້ນສູງຢ່າງຕໍ່ເນື່ອງ, ໃນນັ້ນມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Sophon Zaram, ປະທານລັດຖະສະພາ ຄວບຕຳແໜ່ງປະທານສະພາຕ່ຳ ໄທ, ໄດ້ສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນສອງປະເທດ.
ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ຍສໝ - ວັນທີ 6/8, ງານວາງສະແດງ “ສານສາຍໃຍມິດຕະພາບ: ເຊີດຊູ 50 ປີແຫ່ງສາຍພົວພັນການທູດ ຫວຽດນາມ - ໄທ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ, ແນະນຳເຄື່ອງນຸ່ງປະເພນີ ແລະ ຈຸດຄ້າຍຄືກັນດ້ານວັດທະນະທຳລະຫວ່າງສອງປະເທດ. ເຫດການຍັງເນັ້ນໜັກບົດບາດຂອງການແລກປ່ຽນປະຊາຊົນໃນເສັ້ນທາງເຄິ່ງສະຕະວັດແຫ່ງສາຍພົວພັນສອງຝ່າຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ