ເປີດກວ້າງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອູການດາ

15:18 | 13/08/2026

ຍສໝ - ວັນທີ 12/8, ຢູ່ຮ່າໂນ້ຍ, ທ່ານ ເລແອັງຕ໊ວນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳຕ້ອນຮັບທີ່ເວທີປາໄສວິສາຫະກິດ ຫວຽດນາມ - ອູການດາ, ຢືນຢັນວ່າ ກະຊວງການຕ່າງປະເທດພ້ອມທີ່ຈະຄຽງຂ້າງ ແລະ ສະໜັບສະໜູນວິສາຫະກິດສອງປະເທດໃນການເຊື່ອມຕໍ່, ເປີດກວ້າງຕະຫຼາດ ແລະ ຊຸກຍູ້ການຮ່ວມມືໃຫ້ມີປະສິດທິຜົນ.

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອູການດາ ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ ອູການດາ ເປີດປະຕູເຊື່ອມໂຍງສູ່ ອາຟຣິກາ ຈາກ ຮ່າໂນ້ຍ

ເວທີປາໄສດັ່ງກ່າວ ໄດ້ຮັບການປະສານຈັດຕັ້ງໂດຍສະຖານທູດອູການດາປະຈຳມາເລເຊຍ ທີ່ຮັບໜ້າທີ່ຄວບຕຳແໜ່ງປະຈຳຫວຽດນາມ ແລະ ສະພາການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ຕາມຂໍ້ສະເໜີຂອງກະຊວງການຕ່າງປະເທດ.

ຕາງໜ້າການນຳກະຊວງການຕ່າງປະເທດ, ທ່ານ ເລແອັງຕ໊ວນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຕີລາຄາສູງຕໍ່ການຈັດເວທີປາໄສໃນສະພາບການທີ່ຫວຽດນາມ ແລະ ອູການດາ ມີຫຼາຍໂອກາດໃນການເປີດກວ້າງການຮ່ວມມື, ໂດຍສະເພາະໃນບັນດາຂົງເຂດກະສິກຳ, ພະລັງງານ, ການທ່ອງທ່ຽວ, ການຂຸດຄົ້ນບໍ່ແຮ່ ແລະ ການຫັນເປັນດິຈິຕອນ.

ຕາມທ່ານລັດຖະມົນຕີຊ່ວຍວ່າການ, ອາຟຣິກາ ພວມກາຍເປັນໜຶ່ງໃນກຳລັງຂັບເຄື່ອນການເຕີບໂຕທີ່ສຳຄັນ ແລະ ເປັນຈຸດສຸມດຶງດູດການລົງທຶນຂອງເສດຖະກິດໂລກ. ໃນຂະບວນການດັ່ງກ່າວ, ອູການດາ ພວມກ້າວຂຶ້ນເປັນໜຶ່ງໃນບັນດາເສດຖະກິດທີ່ສຳຄັນຂອງທະວີບ, ເປີດກວ້າງໂອກາດໃໝ່ໆໃຫ້ແກ່ການຮ່ວມມືກັບຫວຽດນາມ.

ເປີດກວ້າງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອູການດາ
ທ່ານ ເລແອັງຕ໊ວນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກ່າວຄຳປາໄສທີ່ເວທີປາໄສ.

ຄຽງຂ້າງວິສາຫະກິດໃນການເປີດກວ້າງຕະຫຼາດ

ໂດຍຢືນຢັນວ່າ ຫວຽດນາມປາດຖະໜາສ້າງສາຍພົວພັນຄູ່ຮ່ວມມືທີ່ສະເໝີພາບ, ໄວ້ວາງໃຈກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ກັບອູການດາ ກໍຄືບັນດາປະເທດອາຟຣິກາ, ທ່ານ ເລແອັງຕ໊ວນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດຫວຽດນາມ ພ້ອມທີ່ຈະປະສານສົມທົບຢ່າງໃກ້ຊິດກັບ VCCI ພ້ອມດ້ວຍບັນດາອົງການ, ກະຊວງ ແລະ ຂະແໜງການ ເພື່ອແກ້ໄຂຂໍ້ຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

ກະຊວງການຕ່າງປະເທດຍັງຈະສືບຕໍ່ສົ່ງເສີມບົດບາດເປັນຂົວຕໍ່, ສະໜັບສະໜູນວິສາຫະກິດຫວຽດນາມ ແລະ ບັນດາຄູ່ຮ່ວມມືສາກົນ ໃຫ້ເພີ່ມທະວີການເຊື່ອມຕໍ່, ເຂົ້າເຖິງຕະຫຼາດ ແລະ ຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນ.

ດ້ວຍຫົວຂໍ້ “ອູການດາ - ໄຂ່ມຸກແຫ່ງອາຟຣິກາ”, ເວທີປາໄສໄດ້ດຶງດູດຜູ້ແທນກວ່າ 300 ຄົນ ຈາກບັນດາກະຊວງ, ຂະແໜງການ, ອົງການ ແລະ ວິສາຫະກິດຂອງສອງປະເທດເຂົ້າຮ່ວມ. ຄະນະວິສາຫະກິດອູການດາ ນຳໂດຍທ່ານ Frank Tumwebaze, ລັດຖະມົນຕີກະສິກຳ, ລ້ຽງສັດ ແລະ ປະມົງອູການດາ ແລະ ທ່ານນາງ Justine Kasule Lumumba, ລັດຖະມົນຕີເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ທິດທາງແຫ່ງຊາດອູການດາ.

ຈຳນວນຜູ້ແທນທີ່ເຂົ້າຮ່ວມ ສະແດງໃຫ້ເຫັນເຖິງຄວາມສົນໃຈຂອງບັນດາອົງການ ແລະ ປະຊາຄົມວິສາຫະກິດ ຕໍ່ທ່າແຮງການຮ່ວມມືລະຫວ່າງຫວຽດນາມ ແລະ ອູການດາ.

ປັດຈຸບັນ, ອູການດາ ແມ່ນໜຶ່ງໃນບັນດາເສດຖະກິດທີ່ສຳຄັນຢູ່ອາຟຣິກາຕາເວັນອອກ, ມີທີ່ຕັ້ງໃຈກາງໃນການເຊື່ອມຕໍ່ກັບປະຊາຄົມອາຟຣິກາຕາເວັນອອກ (EAC), ມີກຳລັງແຮງງານໜຸ່ມ, ທ່າແຮງດ້ານກະສິກຳຂະໜາດໃຫຍ່ ແລະ ແຫຼ່ງຊັບພະຍາກອນແຮ່ທາດທີ່ອຸດົມສົມບູນ.

ຫວຽດນາມ ແລະ ອູການດາ ມີສາຍພົວພັນມິດຕະພາບອັນມີມູນເຊື້ອ. ການນຳ ແລະ ປະຊາຊົນອູການດາຫຼາຍລຸ້ນຄົນ ໄດ້ສະໜັບສະໜູນການຕໍ່ສູ້ເພື່ອເອກະລາດ ແລະ ໂຮມປະເທດເປັນເອກະພາບຂອງຫວຽດນາມ. ໃນໄລຍະຜ່ານມາ, ການຮ່ວມມືດ້ານເສດຖະກິດສອງຝ່າຍ ໄດ້ບັນທຶກບັນດາບາດກ້າວທີ່ໜ້າສັງເກດ; ມູນຄ່າການຄ້າສອງສົ້ນໃນປີ 2025 ເພີ່ມຂຶ້ນເປັນສອງເທົ່າເມື່ອທຽບກັບປີ 2024.

ເປີດກວ້າງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອູການດາ
ວາລະສົນທະນາສະເພາະຫົວຂໍ້ທີ່ເວທີປາໄສ.

ບູລິມະສິດກະສິກຳ, ການຫັນເປັນດິຈິຕອນ, ພະລັງງານ ແລະ ການທ່ອງທ່ຽວ

ກ່ອນໜ້ານັ້ນ, ວັນທີ 11/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ຫງວຽນເຟືອງຈ່າ, ຫົວໜ້າກົມຕາເວັນອອກກາງ - ອາຟຣິກາ, ກະຊວງການຕ່າງປະເທດຫວຽດນາມ, ໄດ້ເຮັດວຽກກັບທ່ານ Richard Kabonero, ຫົວໜ້າກົມຮ່ວມມືເສດຖະກິດພາກພື້ນ, ກະຊວງການຕ່າງປະເທດອູການດາ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຊຸກຍູ້ບັນດາກິດຈະກຳຮ່ວມມືສອງຝ່າຍໃນຂອບເຂດເວທີປາໄສ, ພ້ອມທັງປຶກສາຫາລືບັນດາມາດຕະການພັດທະນາການພົວພັນ ຫວຽດນາມ - ອູການດາ ໃນໄລຍະຕໍ່ໜ້າ.

ທີ່ການເຮັດວຽກ, ຝ່າຍອູການດາໄດ້ຂອບໃຈກະຊວງການຕ່າງປະເທດຫວຽດນາມທີ່ໄດ້ຄຽງຂ້າງ ແລະ ສະໜັບສະໜູນການຈັດເວທີປາໄສ, ພ້ອມທັງແຈ້ງຜົນຂອງການເຮັດວຽກຈຳນວນໜຶ່ງລະຫວ່າງຄະນະຜູ້ແທນວິສາຫະກິດອູການດາ ກັບບັນດາກະຊວງ ແລະ ຂະແໜງການຂອງຫວຽດນາມ.

ທ່ານ Richard Kabonero ສະແດງຄວາມປາດຖະໜາໃຫ້ຫວຽດນາມຖ່າຍທອດຄວາມຮູ້, ເຕັກນິກ ແລະ ເຕັກໂນໂລຊີດ້ານກະສິກຳໃຫ້ແກ່ອູການດາ; ພ້ອມທັງຮຽກຮ້ອງໃຫ້ບັນດາວິສາຫະກິດເຕັກໂນໂລຊີຂະໜາດໃຫຍ່ຂອງຫວຽດນາມ ເຂົ້າໄປລົງທຶນຢູ່ອູການດາ. ຝ່າຍອູການດາຍັງສະເໜີໃຫ້ສ້າງເງື່ອນໄຂສະດວກຫຼາຍຂຶ້ນແກ່ບັນດາບໍລິສັດທ່ອງທ່ຽວຂອງສອງປະເທດ, ໃນນັ້ນມີການຄົ້ນຄວ້າເປີດຖ້ຽວບິນກົງລະຫວ່າງຫວຽດນາມ ແລະ ອູການດາ.

ທ່ານນາງ ຫງວຽນເຟືອງຈ່າ ຂອບໃຈຝ່າຍອູການດາທີ່ໄດ້ເລືອກຫວຽດນາມເປັນສະຖານທີ່ຈັດເວທີປາໄສ “ອູການດາ - ໄຂ່ມຸກແຫ່ງອາຟຣິກາ”. ທ່ານນາງເຫັນວ່າ ນີ້ແມ່ນໂອກາດໃຫ້ວິສາຫະກິດຫວຽດນາມເຂົ້າເຖິງຕະຫຼາດອູການດາທີ່ມີປະຊາກອນກວ່າ 50 ລ້ານຄົນ ກໍຄືຕະຫຼາດອາຟຣິກາຕາເວັນອອກ. ພ້ອມກັນນັ້ນ, ບັນດາວິສາຫະກິດອູການດາກໍສາມາດເຊື່ອມຕໍ່ກັບບັນດາໂອກາດທາງທຸລະກິດຢູ່ຫວຽດນາມ, ຜ່ານນັ້ນ ເປີດກວ້າງການຮ່ວມມືກັບພາກພື້ນອາຊີ - ປາຊີຟິກ.

ທີ່ການເຮັດວຽກ, ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງຂໍ້ມູນກ່ຽວກັບບັນດາທິດທາງພັດທະນາໃຫຍ່ຂອງປະເທດພາຍຫຼັງກອງປະຊຸມໃຫຍ່ພັກຄັ້ງທີ XIV ແລະ ບັນດານະໂຍບາຍໃໝ່ທີ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ.

ຝ່າຍຫວຽດນາມສະເໜີໃຫ້ກະຊວງການຕ່າງປະເທດຂອງສອງປະເທດ ຊຸກຍູ້ການເຈລະຈາ ແລະ ລົງນາມບັນດາຂໍ້ຕົກລົງທີ່ສ້າງພື້ນຖານໃນການປົກປ້ອງວິສາຫະກິດ, ລວມມີສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ ແລະ ສັນຍາຫຼີກລ່ຽງການເກັບພາສີຊ້ຳຊ້ອນ.

ສອງຝ່າຍເຫັນດີໃຫ້ບູລິມະສິດນຳບັນດາເນື້ອໃນການຮ່ວມມືທີ່ທັງສອງຝ່າຍສົນໃຈຮ່ວມກັນ ໄປຜັນຂະຫຍາຍໃນຕົວຈິງ, ໂດຍສຸມໃສ່ກະສິກຳ, ການຫັນເປັນດິຈິຕອນ, ພະລັງງານ ແລະ ການທ່ອງທ່ຽວ.

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອູການດາ ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອູການດາ ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ
ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ປະທານາທິບໍດີ ອູການດາ ທ່ານ Yoweri Kaguta Museveni ໄດ້ນຳຫນ້າຄະນະຜູ້ແທນຂັ້ນສູງ ອູການດາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 23 -25 ພະຈິກປີ 2022.
ອູການດາ ເປີດປະຕູເຊື່ອມໂຍງສູ່ ອາຟຣິກາ ຈາກ ຮ່າໂນ້ຍ ອູການດາ ເປີດປະຕູເຊື່ອມໂຍງສູ່ ອາຟຣິກາ ຈາກ ຮ່າໂນ້ຍ
ຍສໝ - ເວທີປາໄສໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “Uganda: The Pearl of Africa - Your Gateway to Africa” (ອູການດາ - ໄຂ່ມຸກແຫ່ງ ອາຟຣິກາ: ປະຕູເຊື່ອມໂຍງສູ່ ອາຟຣິກາ) ແລະ ເປັນຂໍ້ລິເລີ່ມສຳຄັນໃນຍຸດທະສາດການທູດດ້ານເສດຖະກິດ ແລະ ການຄ້າຂອງ ອູການດາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ