ການແລກປ່ຽນພຸດທະສາສະໜາເຊື່ອມສາຍພົວພັນປະຊາຊົນຫວຽດນາມ - ສີລັງກາ

12:53 | 13/08/2026

ຍສໝ - ຈາກຫ້ອງຮຽນພາສາຫວຽດນາມ, ບັນດາກິດຈະກຳວັດທະນະທຳ ຈົນເຖິງການຊ່ວຍເຫຼືອຊຸມຊົນຢູ່ສູນປະຕິບັດທຳ ຈຸກເລິມ ທີ່ Kandy (ສີລັງກາ), ການແລກປ່ຽນພຸດທະສາສະໜາພວມສ້າງສາຍພົວພັນໂດຍກົງເພີ່ມຕື່ມລະຫວ່າງປະຊາຊົນຫວຽດນາມ ແລະ ສີລັງກາ. ສະມາຄົມມິດຕະພາບຫວຽດນາມ - ສີລັງກາ ກຳນົດວ່າ ນີ້ແມ່ນຊ່ອງທາງໜຶ່ງທີ່ຕ້ອງສືບຕໍ່ຊຸກຍູ້ໃນອາຍຸການ 2026-2031.

ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ ສະມາຄົມມິດຕະພາບ ຫວຽດນາມ-ສີລັງກາ ເພີ່ມທະວີການເຊື່ອມໂຍງລະຫວ່າງທ້ອງຖິ່ນ ແລະ ວິສາຫະກິດ

ວັນທີ 11 ສິງຫາ ທີ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສີລັງກາ (ສະມາຄົມ) ໄດ້ຈັດກິດຈະກຳແບ່ງປັນຂໍ້ມູນໃນຫົວຂໍ້ “ພຸດທະສາສະໜາຢູ່ສີລັງກາ - ປະເພນີ, ລັກສະນະພິເສດ ແລະ ການພົວພັນກັບພຸດທະສາສະໜາຫວຽດນາມ”. ລາຍການດັ່ງກ່າວມີ ພຣະອາຈານ ທິກຟາບກວາງ, ກຳມະການປະຈຳຄະນະເຜີຍແຜ່ພຣະທຳສູນກາງ ສະພາສົງພຸດທະສາສະໜາຫວຽດນາມ, ກຳມະການຄະນະປະສານງານຊຸມຊົນຊາວຫວຽດນາມຢູ່ສີລັງກາ, ຜູ້ກໍ່ຕັ້ງ ແລະ ເຈົ້າອາວາດສູນປະຕິບັດທຳ Trúc Lâm ຫວຽດນາມ ຢູ່ສີລັງກາ, ເປັນຜູ້ບັນຍາຍ.

ການແລກປ່ຽນພຸດທະສາສະໜາເຊື່ອມສາຍພົວພັນປະຊາຊົນຫວຽດນາມ - ສີລັງກາ
ພຣະອາຈານ ທິກຟາບກວາງ ແລກປ່ຽນຄວາມເຫັນໃນລາຍການ. (ພາບ: ຟ້າມຮ່າ)

ນີ້ແມ່ນກິດຈະກຳທີ່ສະມາຄົມຈັດຂຶ້ນ ເພື່ອຜັນຂະຫຍາຍທິດທາງເພີ່ມທະວີການເຊື່ອມຕໍ່ກັບຊຸມຊົນຊາວຫວຽດນາມຢູ່ສີລັງກາ ແລະ ສົ່ງເສີມບົດບາດຂອງບັນດາບຸກຄົນທີ່ມີຊື່ສຽງ ແລະ ອິດທິພົນໃນຂົງເຂດການຕ່າງປະເທດປະຊາຊົນ, ວັດທະນະທຳ ແລະ ພຸດທະສາສະໜາ ຕາມຈິດໃຈຊີ້ນຳຂອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ II, ອາຍຸການ 2026-2031 ຂອງສະມາຄົມ.

ຕາມ ທ່ານ ຟ້າມວັນລິງ, ຮອງສາດສະດາຈານ, ປະລິນຍາເອກ, ອະດີດຮອງປະທານສະພາທິດສະດີສູນກາງ, ປະທານສະມາຄົມ, ການແລກປ່ຽນພຸດທະສາສະໜາແມ່ນຊ່ອງທາງສຳຄັນເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ. ກິດຈະກຳແບ່ງປັນຄັ້ງນີ້ໄດ້ແນະນຳບັນດາຄຸນຄ່າອັນໂດດເດັ່ນຂອງພຸດທະສາສະໜາສີລັງກາ, ພ້ອມທັງສ້າງເວທີແລກປ່ຽນ ແລະ ເຊື່ອມຕໍ່ລະຫວ່າງສະມາຄົມກັບບັນດາອົງການ, ອົງການຈັດຕັ້ງ, ຊ່ຽວຊານ ແລະ ຜູ້ທີ່ສົນໃຈຕໍ່ການພົວພັນຫວຽດນາມ - ສີລັງກາ.

ທີ່ລາຍການ, ພຣະອາຈານ ທິກຟາບກວາງ ໄດ້ແນະນຳກ່ຽວກັບພຸດທະສາສະໜາສີລັງກາ ແລະ ກິດຈະກຳຂອງສູນປະຕິບັດທຳ Trúc Lâm ຫວຽດນາມ ຢູ່ນະຄອນ Kandy - ວັດຫວຽດນາມແຫ່ງທຳອິດທີ່ຖືກກໍ່ສ້າງຢູ່ສີລັງກາ.

ສູນປະຕິບັດທຳດັ່ງກ່າວສ້າງຕັ້ງຂຶ້ນໃນປີ 2020, ປັດຈຸບັນເປັນສະຖານທີ່ປະກອບກິດຈະກຳທາງພຸດທະສາສະໜາ ແລະ ພົບປະຂອງຊຸມຊົນຊາວຫວຽດນາມປະມານ 200 ຄົນຢູ່ສີລັງກາ, ໃນນັ້ນຫຼາຍກວ່າເຄິ່ງໜຶ່ງແມ່ນພະສົງ ແລະ ແມ່ຊີນັກສຶກສາ ທີ່ພວມຮ່ຳຮຽນຢູ່ບັນດາສະຖາບັນການສຶກສາພຸດທະສາສະໜາຂອງສີລັງກາ.

ນອກຈາກສະຖາປັດຕະຍະກຳ ແລະ ອາຫານທີ່ມີເອກະລັກຫວຽດນາມແລ້ວ, ສູນປະຕິບັດທຳຍັງຈັດຫ້ອງຮຽນພາສາຫວຽດນາມໂດຍບໍ່ເສຍຄ່າໃຫ້ແກ່ເດັກນ້ອຍທ້ອງຖິ່ນ ດ້ວຍການສະໜັບສະໜູນຈາກບັນດາອະດີດເອກອັກຄະລັດຖະທູດຫວຽດນາມປະຈຳສີລັງກາ. ຕາມ ພຣະອາຈານ ທິກຟາບກວາງ, ມີບາງໄລຍະຫ້ອງຮຽນສາມາດດຶງດູດນັກຮຽນໄດ້ຫຼາຍກວ່າ 100 ຄົນ; ເດັກນ້ອຍຫຼາຍຄົນສາມາດສື່ສານເປັນພາສາຫວຽດນາມ ແລະ ຮ້ອງເພງຫວຽດນາມໄດ້ຫຼາຍກວ່າ 20 ເພງ.

ດ້ວຍບັນດາການປະກອບສ່ວນອັນໂດດເດັ່ນໃນການໂຄສະນາ ແລະ ເຜີຍແຜ່ພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ, ພຣະອາຈານ ທິກຟາບກວາງ ໄດ້ຮັບການເຊີດຊູຈາກຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໃຫ້ເປັນ “ທູດພາສາຫວຽດນາມ” ປະຈຳປີ 2026.

ພຣະອາຈານ ທິກຟາບກວາງ ເລົ່າວ່າ, ໃນໂອກາດການຢ້ຽມຢາມສີລັງກາຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ນຳໂດຍ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໃນເດືອນພຶດສະພາ 2026, ເດັກນ້ອຍຊາວສີລັງກາສອງຄົນ ທີ່ເຄີຍຮຽນພາສາຫວຽດນາມຢູ່ສູນປະຕິບັດທຳ ຈຸກເລິມ ໄດ້ນຸ່ງຊຸດປະຈຳເຜົ່າຂອງເຂດພູດອຍຫວຽດນາມ ແລະ ຮ້ອງເພງ “ໄປຮຽນ” ເປັນພາສາຫວຽດນາມຕໍ່ໜ້າຄະນະຜູ້ແທນ.

ສູນປະຕິບັດທຳຍັງໄດ້ຈັດບັນດາຫຼັກສູດຝຶກສະມາທິໃຫ້ແກ່ປະຊາຊົນທ້ອງຖິ່ນ. ຕາມຂໍ້ມູນທີ່ໄດ້ແບ່ງປັນຢູ່ໃນລາຍການ, ມາຮອດປັດຈຸບັນ ໄດ້ຈັດຫຼັກສູດຝຶກສະມາທິຫຼາຍກວ່າ 200 ຄັ້ງ; ກອງທຶນການສຶກສາ Trúc Lâm ຮັກສາທຶນການສຶກສາ 35 ທຶນ ສຳລັບນັກຮຽນ, ນັກສຶກສາທີ່ມີສະພາບຄອບຄົວຫຍຸ້ງຍາກ. ສູນປະຕິບັດທຳຍັງໄດ້ເຂົ້າຮ່ວມຂຸດນ້ຳສ້າງ, ສ້າງເຮືອນເອື້ອອາທອນ ແລະ ຊ່ວຍເຫຼືອປະຊາຊົນໃນໄລຍະທີ່ສີລັງກາປະສົບກັບວິກິດການເສດຖະກິດ.

ການແລກປ່ຽນພຸດທະສາສະໜາເຊື່ອມສາຍພົວພັນປະຊາຊົນຫວຽດນາມ - ສີລັງກາ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກຮ່ວມກັນ. (ພາບ: ຟ້າມຮ່າ)

ສີລັງກາມີປະເພນີພຸດທະສາສະໜາອັນຍາວນານ, ໂດຍມີປະມານ 70% ຂອງປະຊາກອນນັບຖືສາສະໜາພຸດ. ພຣະອາຈານ ທິກຟາບກວາງ ໃຫ້ຮູ້ວ່າ ໜຶ່ງໃນຈຸດເຊື່ອມໂຍງລະຫວ່າງພຸດທະສາສະໜາຫວຽດນາມ ແລະ ສີລັງກາ ແມ່ນລະບົບພຣະໄຕປິດົກ Nikaya ທີ່ພຣະມະຫາເຖຣະ ທິກມິງເຈົາ ໄດ້ແປເປັນພາສາຫວຽດນາມ, ເຊິ່ງປັດຈຸບັນຖືກນຳໃຊ້ໃນການສຶກສາ ແລະ ຝຶກອົບຮົມພຸດທະສາສະໜາຢູ່ຫວຽດນາມ.

ທີ່ລາຍການ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບຈຸດຄ້າຍຄື ແລະ ຈຸດແຕກຕ່າງລະຫວ່າງພຸດທະສາສະໜາຝ່າຍເຖຣະວາດ ແລະ ຝ່າຍມະຫາຍານ, ຮູບແບບການຈັດຕັ້ງວັດວາອາຮາມ, ການສຶກສາພຸດທະສາສະໜາ, ກໍຄືຂະບວນການກໍ່ສ້າງວັດຂອງຊາວຫວຽດນາມຢູ່ສີລັງກາ.

ກິດຈະກຳແບ່ງປັນຄັ້ງນີ້ດຳເນີນຂຶ້ນໃນສະພາບການທີ່ຫວຽດນາມ ແລະ ສີລັງກາ ຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນເດືອນພຶດສະພາ 2026. ໃນຖະແຫຼງການຮ່ວມເນື່ອງໃນໂອກາດການຢ້ຽມຢາມຂັ້ນລັດຕໍ່ສີລັງກາຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ, ສອງຝ່າຍເຫັນດີເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການພຸດທະສາສະໜາ; ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງບັນດາສະມາຄົມມິດຕະພາບ, ສະມາຄົມສາມັກຄີ ແລະ ຂະຫຍາຍການແລກປ່ຽນປະຊາຊົນ.

ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ
ຍສໝ - ຈັດ​ຕັ້ງ​ການ​ແຂ່ງຂັນສອບ​ຖາມ, ຈັດ​ຕັ້ງ​ສັບປະດາ​ຮູບ​ເງົາ​ຫວຽດ​ນາມ ແລະ ສັບປະດາ​ອາ​ຫານ​ຫວຽດ​ນາມ; ການເປີດຈຳໜ່າຍ​ຊຸດ​ສະ​ແຕມລວມ ຫວຽດນາມ -​ສີ​ລັງກາ... ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈະ​ດຳ​ເນີນເນື່ອງໃນໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສີ​ລັງກາ (1970 – 2025).
ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ
ຍສໝ - ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ ເນື່ອງໃນໂອກາດບົດຢ້ຽມຢາມລັດຖະກິດ ຢູ່ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແຕ່ວັນທີ 7-8 ພຶດສະພາ, ທ່ານກໍາມະການສູນກາງພັກ, ຮອງເລຂາທິການປະຈຳຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ໄດ້ຕອບສຳພາດຕໍ່ສື່ມວນຊົນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ