ເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດ

13:30 | 17/08/2026

ຍສໝ - ມະຕິເລກທີ 23-NQ/TW ໄດ້ວາງອອກຂໍ້ຮຽກຮ້ອງໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ: ບໍ່ພຽງແຕ່ຢຸດຢູ່ການຂົນຂວາຍ, ເຕົ້າໂຮມ ແລະ ເອົາໃຈໃສ່ດູແລ ເທົ່ານັ້ນ, ຫາກຍັງສຸມໃສ່ສ້າງກົນໄກເພື່ອເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າກັບບັນດາຄວາມຕ້ອງການພັດທະນາອັນລະອຽດຂອງປະເທດ, ພ້ອມທັງສົ່ງເສີມບົດບາດເປັນຂົວຕໍ່ເຊື່ອມໂຍງຫວຽດນາມກັບໂລກ.

APEC 2027 ຍົກລະດັບຄວາມສາມາດດ້ານພິທີການຕ່າງປະເທດຂອງຫວຽດນາມ ຫວຽດນາມ - ນູແວນເຊລັງ ເພີ່ມທະວີການຮ່ວມມືທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ

ມະຕິເລກທີ 23-NQ/TW ລົງວັນທີ 2/8/2026 ຂອງກົມການເມືອງ ກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ; ເປັນຂົວຕໍ່ລະຫວ່າງຫວຽດນາມກັບໂລກ, ຮ່ວມເດີນທາງ ແລະ ເຂົ້າຮ່ວມໂດຍກົງໃນພາລະກິດກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.

ດ້ວຍຊາວຫວຽດນາມຫຼາຍກວ່າ 6,5 ລ້ານຄົນ ທີ່ດຳລົງຊີວິດຢູ່ຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນ, ແຫຼ່ງກຳລັງຂອງປະຊາຄົມນັບມື້ນັບຫຼາກຫຼາຍ, ນັບແຕ່ພູມປັນຍາ, ວິທະຍາສາດ - ເຕັກໂນໂລຊີ, ປະສົບການດ້ານການບໍລິຫານ, ການລົງທຶນ, ທຸລະກິດ ຈົນເຖິງວັດທະນະທຳ ແລະ ເຄືອຂ່າຍສາຍພົວພັນສາກົນ. ບັນຫາທີ່ວາງອອກແມ່ນ ເຮັດແນວໃດໃຫ້ບັນດາແຫຼ່ງກຳລັງເຫຼົ່ານັ້ນເຊື່ອມກັບຄວາມຕ້ອງການພາຍໃນປະເທດໄດ້ຢ່າງຖືກຈຸດ ແລະ ຫັນເປັນຜົນສຳເລັດອັນລະອຽດ.

ຖືກແຫຼ່ງກຳລັງ, ຖືກຄວາມຕ້ອງການ

ທ່ານນາງ ຮ່າແທງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ, ປະທານສະພາທີ່ປຶກສາດ້ານການເຊື່ອມໂຍງສາກົນ - ການຕ່າງປະເທດປະຊາຊົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ຂຶ້ນກັບຄະນະແນວໂຮມປິຕຸພູມຫວຽດນາມນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ ຈຸດທີ່ໜ້າສົນໃຈຂອງມະຕິ 23 ແມ່ນການຫັນປ່ຽນຢ່າງແຮງໄປສູ່ແນວຄິດຮ່ວມເດີນທາງ, ສ້າງກົນໄກ ແລະ ລະດົມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ໃຫ້ເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າໃນການພັດທະນາປະເທດ.

ເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດ
ທ່ານນາງ ຮ່າແທງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ, ກ່າວຄຳເຫັນທີ່ໂຄງການ. ພາບ: ຊວນຄູ.

ຈາກຄວາມຕ້ອງການຂອງນະຄອນໂຮ່ຈີມິນໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການເງິນ, ສາທາລະນະສຸກ, ການສຶກສາ, ການຄ້າ ແລະ ການລົງທຶນ, ທ່ານນາງເຫັນວ່າ ຈຳເປັນຕ້ອງຫັນຈາກຮູບແບບການເຊື່ອມໂຍງທີ່ຕົ້ນຕໍອີງໃສ່ເຫດການ ໄປສູ່ການເຊື່ອມໂຍງຕາມຄວາມຕ້ອງການ, ຂົງເຂດ ແລະ ຜົນສຳເລັດອັນລະອຽດ. ຊ່ຽວຊານສາມາດເຂົ້າຮ່ວມໃຫ້ຄຳປຶກສາ, ຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ; ນັກທຸລະກິດສາມາດເຊື່ອມໂຍງການລົງທຶນ, ທຸລະກິດ ແລະ ເປີດກວ້າງຕະຫຼາດ; ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດຍັງສາມາດປະກອບສ່ວນໂຄສະນາພາບພົດຂອງຫວຽດນາມ ແລະ ເປີດກວ້າງສາຍພົວພັນຮ່ວມມື.

ຕາມທ່ານ ເລິມກວາງກຸ໊ຍ, ທະນາຍຄວາມ, ຜູ້ອຳນວຍການສູນຊ່ວຍເຫຼືອຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈີມິນ, ເພື່ອໃຫ້ແຫຼ່ງກຳລັງສາມາດເຊື່ອມກັບຄວາມຕ້ອງການໄດ້ຢ່າງຖືກຈຸດ, ກ່ອນອື່ນຕ້ອງຮູ້ວ່າ ຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດມີຈຸດແຂງໃນຂົງເຂດໃດ, ພ້ອມກັນນັ້ນກໍຕ້ອງກຳນົດໃຫ້ຈະແຈ້ງວ່າ ບັນດາໂຄງການ ຫຼື ບັນຫາໃດຢູ່ພາຍໃນປະເທດທີ່ພວມຕ້ອງການແຫຼ່ງກຳລັງ ແລະ ພູມປັນຍາເຂົ້າຮ່ວມແກ້ໄຂ.

ຕາມທ່ານ, ຈຳເປັນຕ້ອງສ້າງເຄືອຂ່າຍ ແລະ ຖານຂໍ້ມູນຊ່ຽວຊານ, ປັນຍາຊົນ, ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດຕາມແຕ່ລະຂົງເຂດ; ຜ່ານນັ້ນ ເຊື່ອມໂຍງພວກເຂົາກັບອົງການ, ວິສາຫະກິດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ບັນດາໂຄງການພັດທະນາທີ່ເໝາະສົມ. ດັ່ງນັ້ນ, ແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດຈຶ່ງບໍ່ແມ່ນພຽງແຕ່ທຶນເທົ່ານັ້ນ ແຕ່ຍັງລວມມີຄວາມຮູ້, ເຕັກໂນໂລຊີ, ປະສົບການດ້ານການບໍລິຫານ ແລະ ເຄືອຂ່າຍສາກົນ.

ສະພາບຕົວຈິງຢູ່ Chongqing ແລະ Sichuan (ຈີນ) ສະແດງໃຫ້ເຫັນວ່າ ບັນດາແຫຼ່ງກຳລັງດັ່ງກ່າວພວມມີຢູ່ໃນປະຊາຄົມ. VOV ອ້າງຄຳເວົ້າຂອງ ດຣ. ຫງວຽນທິລານ, ປະທານສະມາຄົມຊາວຫວຽດນາມຢູ່ Chongqing ແລະ Sichuan, ໃຫ້ຮູ້ວ່າ ປັດຈຸບັນສະມາຄົມມີສະມາຊິກເກືອບ 5.000 ຄົນ, ລວມມີຊາວຫວຽດນາມຢູ່ຕ່າງປະເທດ, ປັນຍາຊົນ, ຊ່ຽວຊານ, ນັກທຸລະກິດ ແລະ ນັກສຶກສາຫວຽດນາມທີ່ຮຽນຢູ່ຕ່າງປະເທດ. ຫຼາຍຄົນພວມເຮັດວຽກຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດໃຫຍ່; ວິສາຫະກິດຂອງຊາວຫວຽດນາມດຳເນີນງານໃນຫຼາຍຂົງເຂດ, ໃນນັ້ນມີການສຶກສາ, ວັດທະນະທຳ ແລະ ເຕັກໂນໂລຊີສູງ.

ຕາມທ່ານນາງ ຫງວຽນທິລານ, ນອກຈາກຄວາມສາມາດປະກອບສ່ວນໂດຍກົງເຂົ້າໃນການພັດທະນາພາຍໃນປະເທດແລ້ວ, ປະຊາຄົມຍັງສາມາດສົ່ງເສີມເຄືອຂ່າຍຢູ່ປະເທດທີ່ຕົນອາໄສຢູ່ ເພື່ອໂຄສະນາພາບພົດຂອງຫວຽດນາມ, ຊຸກຍູ້ການແລກປ່ຽນ ແລະ ເປີດກວ້າງການຮ່ວມມື.

ການເຊື່ອມໂຍງຕ້ອງນຳໄປສູ່ຜົນສຳເລັດ

ບັນດາຄຳເຫັນລ້ວນແຕ່ເນັ້ນໜັກວ່າ ການເຊື່ອມໂຍງກັບຊາວຫວຽດນາມຢູ່ຕ່າງປະເທດຕ້ອງກ້າວເຂົ້າສູ່ວຽກງານອັນລະອຽດ, ມີຈຸດປະສານງານຮັບຜິດຊອບ ແລະ ມີກົນໄກເພື່ອໃຫ້ບັນດາຂໍ້ສະເໜີສາມາດຜັນຂະຫຍາຍເປັນໂຄງການ ແລະ ໂຄງການພັດທະນາ.

ທ່ານ ເລິມກວາງກຸ໊ຍ ເຫັນວ່າ ຈຳເປັນຕ້ອງຫັນຈາກການຕົ້ນຕໍເຊີນຊວນຊາວຫວຽດນາມຢູ່ຕ່າງປະເທດໃຫ້ປະກອບສ່ວນ ໄປສູ່ການຕັ້ງໜ້າສ້າງພື້ນທີ່ໃຫ້ພວກເຂົາເຂົ້າຮ່ວມແກ້ໄຂບັນດາບັນຫາການພັດທະນາ. ເມື່ອຄວາມຕ້ອງການພາຍໃນປະເທດຖືກກຳນົດຢ່າງຈະແຈ້ງ ແລະ ແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດຖືກຈັດແບ່ງຕາມຂົງເຂດ, ການເຊື່ອມໂຍງຈຶ່ງຈະມີເງື່ອນໄຂຫັນເປັນບັນດາໂຄງການອັນລະອຽດ.

ທ່ານ ຫງວຽນຢຸຍແອັງ, ປະທານສະມາຄົມຊາວຫວຽດນາມຢູ່ Fukuoka (ຍີ່ປຸ່ນ), ເລຂາທິການໃຫຍ່ເຄືອຂ່າຍການສອນພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມທົ່ວໂລກ ເຫັນວ່າ ແຫຼ່ງກຳລັງດ້ານວັດທະນະທຳກໍຈຳເປັນຕ້ອງຖືກຈັດຕັ້ງຕາມຮູບແບບດຽວກັນ.

ຕາມທ່ານ, ບັນດາກິດຈະກຳວັດທະນະທຳຂອງປະຊາຄົມຈຳເປັນຕ້ອງຫັນຈາກກິດຈະກຳທີ່ແຍກກັນເປັນແຕ່ລະຄັ້ງ ໄປສູ່ບັນດາໂຄງການທີ່ມີລັກສະນະເປັນລະບົບຫຼາຍຂຶ້ນ, ເພີ່ມການເຊື່ອມໂຍງລະຫວ່າງອົງການພາຍໃນປະເທດກັບສະມາຄົມ, ໂຮງຮຽນ, ສູນພາສາຫວຽດນາມ ແລະ ປະຊາຄົມຢູ່ຕ່າງປະເທດ. ສະພາບຕົວຈິງຂອງເຄືອຂ່າຍການສອນພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມທົ່ວໂລກ ສະແດງໃຫ້ເຫັນວ່າ ເມື່ອຄູສອນ, ອາສາສະໝັກ, ໂຮງຮຽນພາສາຫວຽດນາມ ແລະ ສະມາຄົມຕ່າງໆໄດ້ຮັບການເຊື່ອມໂຍງ, ກິດຈະກຳຮັກສາພາສາຫວຽດນາມ ແລະ ວັດທະນະທຳ ບໍ່ພຽງແຕ່ຮັບໃຊ້ປະຊາຄົມເທົ່ານັ້ນ ຫາກຍັງປະກອບສ່ວນນຳພາບພົດຂອງຫວຽດນາມເຂົ້າໃກ້ສັງຄົມຂອງປະເທດທີ່ຕົນອາໄສຢູ່ຫຼາຍຂຶ້ນ.

ວຽກງານການຕ່າງປະເທດມຸ່ງສູ່ຜົນປະໂຫຍດອັນເປັນຮູບປະທຳຂອງປະເທດຊາດ ວຽກງານການຕ່າງປະເທດມຸ່ງສູ່ຜົນປະໂຫຍດອັນເປັນຮູບປະທຳຂອງປະເທດຊາດ
ຍສໝ - ປັດຈຸບັນ, ພັກເຮົາວາງວຽກງານການຕ່າງປະເທດໄວ້ໃນຖານະ “ສຳຄັນຍິ່ງ, ເປັນປະຈຳ”, ຄຽງຄູ່ກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ. ນີ້ແມ່ນບາດກ້າວໃໝ່ດ້ານແນວຄິດ ເມື່ອວຽກງານການຕ່າງປະເທດຖືກກຳນົດໃຫ້ຕ້ອງກ້າວໄປກ່ອນໜຶ່ງບາດກ້າວ, ປະກອບສ່ວນປົກປັກຮັກສາປະເທດແຕ່ຫົວທີ, ແຕ່ໄກ, ພ້ອມທັງເປີດກວ້າງພື້ນທີ່, ແຫຼ່ງກຳລັງ ແລະ ໂອກາດເພື່ອການພັດທະນາ. ເມື່ອເບິ່ງຈາກພຶດຕິກຳຕົວຈິງ, ຂໍ້ຮຽກຮ້ອງດັ່ງກ່າວພວມຄ່ອຍໆຖືກຫັນເປັນຮູບປະທຳ.
ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ
ຍສໝ - ວັນທີ 10/8/2026, ທີ່ ຮ່າໂນ້ຍ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ໄດ້ຈັດກອງສຳມະນາ “ການສ້າງ ແລະ ພັດທະນາເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ”. ທີ່ກອງສຳມະນາ, ບັນດາຜູ້ແທນສະເໜີໃຫ້ສືບຕໍ່ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ ເພື່ອສ້າງເງື່ອນໄຂສະດວກຫຼາຍຂຶ້ນໃຫ້ຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າຮ່ວມແກ້ໄຂບັນດາໂຈດໃຫຍ່ ແລະ ບັນດາໜ້າທີ່ດ້ານວິທະຍາສາດ - ເຕັກໂນໂລຊີຢູ່ພາຍໃນປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ