ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

15:19 | 12/08/2026

ຍສໝ - ວັນທີ 10/8, ທີ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ນຳໂດຍ ທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານຄະນະວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຍັງສະຖານທູດແຫ່ງ ສປປ ລາວ ປະຈຳຫວຽດນາມ ເພື່ອຂຽນປຶ້ມໄວ້ອາໄລ ລະນຶກເຖິງ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ.

ຫວຽດນາມ - ລາວ ຂະຫຍາຍການຮ່ວມມືຝຶກອົບຮົມພະນັກງານ, ຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຂີດໝາຍຂອງປະທານ ໄຊສົມພອນ ພົມວິຫານ ໃນສາຍພົວພັນ ຫວຽດນາມ - ລາວ
ສະມາຄົມມິດຕະພາບຫວຽດນາມ - ລາວ ຮ່ວມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ
ທ່ານ ຫງວຽນດັກວິງ ຂຽນປຶ້ມໄວ້ອາໄລ ລະນຶກເຖິງ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ. (ພາບ: ແທງຖາວ)

ໃນປຶ້ມໄວ້ອາໄລ, ທ່ານ ຫງວຽນດັກວິງ ຂຽນວ່າ:

“ດ້ວຍຄວາມອາໄລຫາຢ່າງສຸດຊຶ້ງຕໍ່ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ຜູ້ນຳຫຼັກແຫຼ່ງຂອງພັກປະຊາຊົນປະຕິວັດລາວ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດລາວ. ສະຫາຍໄດ້ມີຄຸນປະໂຫຍດສຳຄັນໃນການສ້າງ, ເສີມສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມຈອດທາງຍຸດທະສາດ ຫວຽດນາມ - ລາວ.

ສະມາຄົມມິດຕະພາບຫວຽດນາມ - ລາວ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ພັກ, ລັດ ແລະ ປະຊາຊົນລາວ ພ້ອມທັງຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ. ການຈາກໄປຂອງສະຫາຍແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ, ກໍຄືບັນດາຜູ້ເຮັດວຽກງານການທູດປະຊາຊົນຂອງສອງປະເທດ. ພວກເຮົາຈະຈົດຈຳສະຫາຍຕະຫຼອດໄປ ດ້ວຍຄວາມເຄົາລົບ ແລະ ຮູ້ບຸນຄຸນຢ່າງຫາທີ່ສຸດບໍ່ໄດ້. ຂໍໃຫ້ດວງວິນຍານຂອງສະຫາຍໄປສູ່ສຸຄະຕິ.

ສະມາຄົມມິດຕະພາບຫວຽດນາມ - ລາວ ຈະພະຍາຍາມຢ່າງສຸດຄວາມສາມາດ ຮ່ວມກັບບັນດາອົງການມິດຕະພາບຂອງສອງປະເທດ ເພື່ອເສີມສ້າງ ແລະ ຊຸກຍູ້ສາຍພົວພັນມິດຕະພາບ, ຮັດແໜ້ນຄວາມສາມັກຄີ, ເພີ່ມທະວີການຮ່ວມມືລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃນການຮັກສາ ແລະ ສົ່ງເສີມສາຍພົວພັນລະຫວ່າງສອງປະເທດ ຊຶ່ງເປັນຊັບສົມບັດອັນລ້ຳຄ່າທີ່ຫຼາຍຮຸ່ນຄົນຂອງສອງປະເທດ, ໃນນັ້ນມີສະຫາຍ, ໄດ້ທຸ້ມເທແຮງກາຍແຮງໃຈສ້າງສາມາຢ່າງຍາວນານ.”

ສະຫາຍ ໄຊສົມພອນ ພົມວິຫານ, ເກີດວັນທີ 12/12/1956, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ໄດ້ເຖິງແກ່ມໍລະນະກຳໃນວັນທີ 8/8/2026, ລວມອາຍຸໄດ້ 70 ປີ.

ສະຫາຍ ໄຊສົມພອນ ພົມວິຫານ ແມ່ນຜູ້ນຳຫຼັກແຫຼ່ງຂອງພັກປະຊາຊົນປະຕິວັດລາວ, ມີຄຸນປະໂຫຍດສຳຄັນຫຼາຍປະການຕໍ່ພາລະກິດປະຕິວັດລາວ ກໍຄືພາລະກິດປົກປັກຮັກສາ, ກໍ່ສ້າງ ແລະ ພັດທະນາປະເທດ. ສຳລັບສາຍພົວພັນຫວຽດນາມ - ລາວ, ສະຫາຍແມ່ນຜູ້ນຳທີ່ມີບົດບາດສຳຄັນໃນການສືບທອດ, ສ້າງສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມຈອດທາງຍຸດທະສາດລະຫວ່າງສອງປະເທດ.

ບັນດາທ້ອງຖິ່ນ ຫວຽດນາມ - ລາວ ເສີມສ້າງການຮ່ວມມື ບັນດາທ້ອງຖິ່ນ ຫວຽດນາມ - ລາວ ເສີມສ້າງການຮ່ວມມື
ຍສໝ - ເມື່ອບໍ່ດົນມານີ້, ທີ່ແຂວງ ຫຼວງພະບາງ ທາງພາກເໜືອຂອງ ລາວ, ໄດ້ມີການຈັດກອງປະຊຸມຫາລືລະຫວ່າງຄະນະຜູ້ແທນແຂວງ ລາວກາຍ ຂອງ ຫວຽດນາມ ແລະ ແຂວງ ບໍ່ແກ້ວ ຂອງ ລາວ.
ການຮ່ວມມືລະຫວ່າງທ້ອງຖິ່ນ - ແຮງຂັບເຄື່ອນໃໝ່ຂອງສາຍພົວພັນ ຫວຽດນາມ - ລາວ ການຮ່ວມມືລະຫວ່າງທ້ອງຖິ່ນ - ແຮງຂັບເຄື່ອນໃໝ່ຂອງສາຍພົວພັນ ຫວຽດນາມ - ລາວ
ຍສໝ - ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນ ກຳລັງກາຍເປັນແຮງຂັບເຄື່ອນສຳຄັນ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ພັດທະນາໄປໃນທິດທາງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຫຼາຍຂຶ້ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ