| ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ ການາດາ ແລະ Petrovietnam ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ |
![]() |
| ທຸງຊາດຫວຽດນາມ ແລະ ທຸງຊາດການາດາ. |
ໃນສະພາບການທີ່ສະພາບແວດລ້ອມດ້ານເສດຖະກິດ ແລະ ພູມສາດການເມືອງສາກົນມີການຜັນຜວນຫຼາຍຢ່າງ, ປະສົບການຂອງຫວຽດນາມໃນການປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເອກະລາດຕັດສິນຕົນເອງ ແລະ ຂະຫຍາຍສາຍພົວພັນກັບບັນດາປະເທດ ພວມໄດ້ຮັບຄວາມສົນໃຈຈາກເພື່ອນມິດກ້າວໜ້າຢູ່ການາດາ.
ບັນດາຄຳເຫັນດັ່ງກ່າວໄດ້ຖືກແບ່ງປັນຢູ່ນອກຂອບເຂດຂອງກິດຈະກຳປະຈຳປີຂອງພັກກອມມູນິດ ມາກຊິດ - ເລນິນນິດ ການາດາ (CPC ML) ຢູ່ Ottawa.
ທ່າມກາງສາຍຝົນທີ່ຕົກລົງມາຢ່າງໜັກ, ບັນດາສະມາຊິກພັກ ແລະ ຜູ້ສະໜັບສະໜູນ CPC ML ຍັງຄົງເຕົ້າໂຮມກັນຢູ່ອະນຸສາວະລີຂອງພັກ ພາຍໃນສຸສານ Beechwood ເພື່ອລະນຶກເຖິງບັນດາຜູ້ທີ່ໄດ້ວາງຮາກຖານ ແລະ ມີຄຸນປະໂຫຍດຫຼາຍປະການຕໍ່ການກໍ່ຕັ້ງ ແລະ ພັດທະນາຂອງອົງການນີ້.
ກິດຈະກຳປີນີ້ໄດ້ລະນຶກເຖິງທ່ານ Hardial Bains ຜູ້ກໍ່ຕັ້ງ ພ້ອມດ້ວຍບັນດາສະມາຊິກອາວຸໂສຂອງພັກ. ບັນດາບົດປາໄສ, ບົດກະວີ ແລະ ດົນຕີ ໄດ້ສະຫຼັບກັນໃນລາຍການ, ສະແດງເຖິງຄວາມຮູ້ບຸນຄຸນຕໍ່ບັນດາຄົນຮຸ່ນກ່ອນ ກໍຄືຈິດໃຈສາມັກຄີສາກົນທີ່ພັກ CPC ML ສືບຕໍ່ຍຶດໝັ້ນ.
ຈາກບັນດາບັນຫາທີ່ສະມາຊິກໃຫ້ຄວາມສົນໃຈ ເຊັ່ນ ສັນຕິພາບ, ເອກະລາດ, ສິດໃນການຕັດສິນຊາຕາກຳຂອງຕົນເອງ ແລະ ຄວາມສາມັກຄີລະຫວ່າງບັນດາຊົນຊາດ, ເລື່ອງລາວກ່ຽວກັບຫວຽດນາມກໍໄດ້ຖືກກ່າວເຖິງໃນການສົນທະນາຢູ່ນອກຂອບເຂດກິດຈະກຳ.
ແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມປະຈຳການາດາ, ທ່ານນາງ Margaret Villamizar, ສະມາຊິກພັກ CPC ML, ໃຫ້ຮູ້ວ່າ ສິ່ງທີ່ເຮັດໃຫ້ທ່ານນາງປະທັບໃຈເປັນພິເສດຕໍ່ປະຊາຊົນຫວຽດນາມ ແມ່ນຄວາມໜັກແໜ້ນໃນການຕໍ່ສູ້ເພື່ອປົກປັກຮັກສາເອກະລາດ ແລະ ສິດໃນການຕັດສິນຊາຕາກຳຂອງຕົນເອງ.
ຕາມທ່ານນາງ, ຕະຫຼອດໄລຍະປະຫວັດສາດ, ຫວຽດນາມໄດ້ຜ່ານການຕໍ່ສູ້ຫຼາຍຄັ້ງເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຂະບວນການນັ້ນເອງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການຈັດຕັ້ງ, ຄວາມສ້າງສັນ ກໍຄືຈິດໃຈອັນເຂັ້ມແຂງຂອງປະຊາຊົນຫວຽດນາມ.
ທ່ານນາງ Villamizar ເຫັນວ່າ ຈິດໃຈດັ່ງກ່າວຍັງສືບຕໍ່ສະແດງອອກໃນຂະບວນການພັດທະນາປະເທດ ແລະ ສາຍພົວພັນສາກົນໃນປັດຈຸບັນ. ຫວຽດນາມຍຶດໝັ້ນສິດໃນການຕັດສິນບັນຫາຂອງຕົນເອງ, ພ້ອມກັນນັ້ນກໍເປັນມິດກັບບັນດາປະເທດ ແລະ ສົ່ງເສີມກຳລັງແຮງ, ຊັບພະຍາກອນມະນຸດ ເພື່ອກຳນົດທິດທາງການພັດທະນາ.
ກ່າວເຖິງບົດບາດຂອງຫວຽດນາມໃນການຊຸກຍູ້ສັນຕິພາບ, ທ່ານນາງ Villamizar ຕີລາຄາວ່າ ຫວຽດນາມພວມມີບັນດາການປະກອບສ່ວນສຳຄັນຢູ່ໃນພາກພື້ນ ກໍຄືໃນເວທີສາກົນ.
ຕາມທ່ານນາງ, ການທີ່ຫວຽດນາມຮັກສາສາຍພົວພັນກັບທຸກປະເທດ, ພ້ອມທັງເຊີດຊູກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ ມີຄວາມໝາຍເປັນພິເສດໃນສະພາບການທີ່ໂລກພວມປະເຊີນກັບຄວາມຂັດແຍ່ງ ແລະ ຄວາມບໍ່ໝັ້ນຄົງ.
ທ່ານນາງ Villamizar ເຫັນວ່າ ປະສົບການຂອງຫວຽດນາມຍັງສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຮັກສານະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເຊີດຊູບັນດາມາດຕະການທາງການທູດ ແລະ ການເຈລະຈາ, ເຄົາລົບກົດໝາຍສາກົນ ກໍຄືສ້າງສາຍພົວພັນລະຫວ່າງບັນດາປະເທດບົນຈິດໃຈສະເໝີພາບ, ບໍ່ບັງຄັບ.
ບັນດາຄຳເຫັນຂ້າງເທິງສະທ້ອນໃຫ້ເຫັນຄວາມສົນໃຈຂອງເພື່ອນມິດສາກົນຕໍ່ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເອກະລາດຕັດສິນຕົນເອງຂອງຫວຽດນາມ.
ໃນສະພາບການທີ່ໂລກມີການຜັນຜວນຫຼາຍຢ່າງ, ຫວຽດນາມສືບຕໍ່ຍຶດໝັ້ນຫຼັກການ, ພ້ອມທັງມີຄວາມຄ່ອງຕົວໃນວິທີການ, ຮັກສາສາຍພົວພັນທີ່ສ້າງສັນກັບບັນດາປະເທດ ແລະ ຮັບປະກັນສິດໃນການຕັດສິນຕົນເອງຕໍ່ບັນດາບັນຫາທີ່ພົວພັນເຖິງຜົນປະໂຫຍດແຫ່ງຊາດ, ຜ່ານນັ້ນປະກອບສ່ວນຍົກສູງຖານະບົດບາດຂອງປະເທດໃນເວທີສາກົນ.
ກິດຈະກຳຂອງບັນດາສະມາຊິກພັກ CPC ML ຢູ່ສຸສານ Beechwood ແມ່ນກິດຈະກຳລະນຶກປະຈຳປີຂອງພັກ, ພ້ອມທັງເປັນໂອກາດໃຫ້ບັນດາສະມາຊິກພັກສືບຕໍ່ແລກປ່ຽນກ່ຽວກັບບັນດາບັນຫາທີ່ພວກເຂົາໃຫ້ຄວາມສົນໃຈ, ໃນນັ້ນມີສັນຕິພາບ, ເອກະລາດ, ສິດໃນການຕັດສິນຊາຕາກຳຂອງຕົນເອງ ແລະ ຄວາມສາມັກຄີລະຫວ່າງບັນດາຊົນຊາດ.
ໃນບັນດາການສົນທະນາເຫຼົ່ານັ້ນ, ປະສົບການຂອງຫວຽດນາມໃນການປົກປັກຮັກສາເອກະລາດ, ຮັກສາຄວາມເປັນເອກະລາດຕັດສິນຕົນເອງ ແລະ ຊຸກຍູ້ສາຍພົວພັນສັນຕິພາບ ຍັງສືບຕໍ່ໄດ້ຮັບຄວາມສົນໃຈຈາກເພື່ອນມິດການາດາ.
ຍສໝ - ຕອນບ່າຍວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ເນື່ອງພາຍໃດໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ. |
ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ 2026, ອັນເປັນການໝາຍບາດກ້າວຂະຫຍາຍຕົວໃໝ່ ພາຍໃດວຽກງານການກໍ່ສ້າງບຳລຸງສ້າງກຳລັງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ. |
ມິງດຶກ
