ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ຍສໝ - ໂດຍຮັບຄຳເຊີນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ພັນລະຍາ, ປະທານສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທ່ານທອງລຸນສີສຸລິດ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ແຫ່ງ ສປປ.ລາວ ໄດ້ມາຢ້ຽມຢາມສັນຖະວະໄມຕີ ຢູ່ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28-29 ມິຖຸນາ 2021.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 29 ມິຖຸນາ 2021. ການຢ້ຽມຢາມຄັ້ງນີ້ໄດ້ເປັນການຢືນຢັນນ້ຳໃຈສາມັກຄີ, ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ໂດຍການປະສານສົມທົບ ແລະ ສະໜັບສະໜູນການຈັດຕັ້ງ ຂອງສະຖານທູດຫວຽດນາມ ປະຈຳສາທາລະນະລັດເຊັກ ແລະ ຄະນະນຳຂອງສູນການຄ້າ Sapa, ສະມາຄົມພັນລະຍາ, ສາມີຂອງຄະນະທູຕານຸທູດໃນສາທາລະນະລັດເຊັກ (DSA) ໄດ້ໄປຢ້ຽມຢາມ ແລະ ແລກປ່ຽນວັດທະນະທຳທີ່ສູນການຄ້າ Sapa ໃນ Prague, ສາທາລະນະລັດເຊັກ.
ເຖິງວ່າປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນໄລຍະກ່ວາ 1 ປີທີ່ຜ່ານມາ ແຕ່ສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ຊ່ວຍເຫຼືອກັນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
ໂດຍຮັບຄໍາເຊີນຂອງທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາ, ທ່ານ ຫງວຽນຊວນຟຸກ, ປະທານປະເທດແຫ່ງ ສສ ຫວຽດນາມ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28-29 ມິຖຸນາ 2021.
ຍສໝ - ນັບແຕ່ວັນທີ 23 ມິຖຸນາ, ໝາກລິ້ນຈີ່ແກ່ນນ້ອຍຫວຽດນາມ ຊຸດທຳອິດ ໄດ້ວາງຂາຍຢູ່ຮ້ານສັບພະສິນຄ້າ Carrefour ຂອງປະເທດແບນຊິກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ຈະມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ໃນລະຫວ່າງວັນທີ 28 ຫາ ວັນທີ 29 ມິຖຸນາ 2021.
ວັນທີ 23 ມິຖຸນາ, ຢູ່ສໍານັກງານສູນກາງພັກ, ທ່ານ ເຈິ່ນຕ໊ວນແອັງ, ກໍາມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບທ່ານ Greg Hands, ຮອງລັດຖະມົນຕີຮັບຜິດຊອບນະໂຍບາຍການຄ້າ, ກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ.
ຍສໝ - ທີ 23 ມິຖຸນາຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ -ກູບາໄດ້ສົມທົບກັບສະຖານທູດກູບາປະຈຳຫວຽດນາມຈັດຕັ້ງການພົບປະມິດຕະພາບລະຫວ່າງຫວຽດນາມ - ກູບາປີ 2021. ສະມາຄົມມິດຕະພາບຫວຽດນາມ - ກູບາໄດ້ແບ່ງປັນສານສາມັກຄີກັບປະຊາຊົນກູບາ, ຮຽກຮ້ອງຢຸດຕິນະໂຍບາຍຂວ້ຳບາດຕໍ່ກູບາ.
ຍສໝ - ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້ແກ່ກອງງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ.
ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ, ອຳນາດການປົກຄອງຂອງນະຄອນພວມຍູ້ໄວຄວາມຄືບໜ້າໃນການສ້າງນະຄອນອັດສະລິຍະ.
ວັນທີ 22 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ, ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍບົດບາດປະທານຄະນະ IAI ປີ 2021.
ລັດຖະບານລາວ ກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ຮ່ວມມືກັນພັດທະນາລະບົບ ແອັບສູນບໍລິການປະຕູດຽວ ຫລື Smart (One Door Service Center) ODSC Mobile application ທີ່ນຳໃຊ້ລະບົບຄລາວ (Cloud System), ເຊິ່ງກອງປະຊຸມວິຊາການ ຂອງໜ່ວຍງານຍ່ອຍ ດ້ານປັບປຸງບໍລິຫານ ລັດຖະການ ໃນຫົວຂໍ້ “ ການບໍລິຫານລັດ ທີ່ນໍາໃຊ້ລະບົບເອເລັກໂຕຣນິກ e-governance ແບບທາງໄກ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2021 ທີ່ກະຊວງພາຍໃນ, ໂດຍການເຂົ້າຮ່ວມຂອງ ທ່ານ ...
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸໄດ້ປະມານ 904 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາສະຫາລັດ. ໃນນັ້ນ, ປະເທດທີ່ ສປປ ລາວ ສົ່ງອອກຫລັກ ແມ່ນ ສປ ຈີນ, ມູນຄ່າປະມານ 168 ລ້ານໂດລາ, ຫວຽດນາມ 106 ລ້ານໂດລາ, ...
ໃນວັນທີ 24 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ.ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບ ສະພາບໂຄວິດ-19 ໃນ ສປປ ລາວ ວ່າ: ວັນທີ 23 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.574 ຄົນ. ໃນນັ້ນ, ກວດພົບຜູ້ຕິດເຊື້ອທັງໝົດ 4 ຄົນ, ຈາກນະຄອນຫລວງ 3 ຄົນ ແລະ ແຂວງສະຫວັນນະເຂດ ...
ຕອນບ່າຍວັນທີ 22 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ.
ເມື່ອບໍ່ດົນມານີ້, ກອງປະຊຸມທາງອອນລາຍບັນດາເຈົ້າໜ້າທີ່ອາວຸໄສ (SOM) ອາຊຽນ + 3 ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຖືກໄຂຂຶ້ນໃນວັນທີ 22 ມິຖຸນາ.
ຍສໝ - ເມື້ອບໍ່ດົນມານີ້, ທີ່ທຳນຽບປະທານ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບສະແດງຄວາມຊົມເຊີຍ ທ່ານ Antonio Guterres ເນື່ອງໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ສະຫະປະຊາຊາດ ອາຍູການ 2022 -2026 ແລະ ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ.
ຍສໝ - ປັດຈຸບັນ ອາກຊັງຕິນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ຢູ່ ອາເມລິກາລາຕິນ, ຖັດຈາກ ບຣາຊິນ ແລະ ເມັກຊີໂກ.
ທ່ານລັດຖະມົນຕີ Dominic Raab ເນັ້ນໜັກວ່າ ອັງກິດຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ ໃນສະພາບການປະເທດອັງກິດພາຍຫຼັງ Brexit ດັດປັບນະໂຍບາຍມຸ່ງໄປສູ່ພາກພື້ນ ມາຫາສະໝຸດອິນເດຍ - ປາຊີຟິກ.
ຍສໝ - ຢູ່ນະຄອນ Perth, ປະເທດອົດສະຕາລີ, ວັນທີ 19 ມິຖຸນາ, ໄດ້ດຳເນີນການປະມູນລາຄາໝາກລິນຈີ່ສົດຂອງຫວຽດນາມ ໃນງວດທຳອິດທີ່ໄດ້ນຳເຂົ້າອົດສະຕາລີ.
ຕອນເຊົ້າວັນທີ 21 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ Vivian Balakrishnan .
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ປະເທດເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ ດ້ວຍຮູບແບບຢ່າງມີໄຫວພິບ, ເໝາະສົມກັບການຜັນແປຂອງໂລກລະບາດໂຄວິດ-19.
ຍສໝ - ທ່ານເອກອັກຄະລັດຖະທູດ ເລວຽດຢວຽນ ຢັ້ງຢືນການພົວພັນເສດຖະກິດ ແລະ ແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ມີການຜັນແປຕັ້ງໜ້າຫຼາຍຢ່າງ.
ຍສໝ - ສິ້ນສຸດການຮຽນ, ມີນາຍທະຫານຄົນ 1 ໄດ້ປະເພດເກັ່ງ, 15 ຄົນໄດ້ປະເພດດີ ແລະ 1 ຄົນໄດ້ປະເພດປານກາງ.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໄດ້ຕາງໜ້າລັດຖະບານ ຮັບວັກຊິນກັນພະຍາດ COVID-19 ຂອງລັດຖະບານຍີ່ປຸ່ນ ຈຳນວນເກືອບ 1 ລ້ານໂດສ ເພື່ອອຸປະຖຳຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດ COVID-19.
ຍສໝ - ອຸປະກອນການແພດເຊິ່ງແຂວງວີ໋ງຟຸກ ໜູນຊ່ວຍໃນຄັ້ງນີ້, ລວມມີ: ຜ້າອັດປາກ-ອັດດັງ 300.000 ອັນ, ຊຸດປ້ອງກັນໂຄວິດ-19 1.000 ຊຸດ, ນໍ້າຢາຂ້າເຊື້ອ 1.000 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 50 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ໜູນຊ່ວຍໃຫ້ແຂວງຫຼວງນໍ້າທາ; ຜ້າອັດປາກ-ອັດດັງ 150.000 ອັນ...
ຍສໝ - ໃນຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບບັດດາເຄື່ອງອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ.
ຍສໝ - ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ສືບຕໍ່ລະດົມເງິນໄດ້ຫຼາຍຮ້ອຍລ້ານກີບ ເພື່ອອຸປະຖຳຫວຽດນາມ ໃນການຕ້ານການລະບາດຂອງພະຍາດ COVID-19.