ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ

09:20 | 24/06/2021

ຍສໝ - ເມື້ອບໍ່ດົນມານີ້, ທີ່ທຳນຽບປະທານ, ທ່ານປະທານປະເທດ ຫວຽດ​ນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ ທ່ານ Antonio Guterres ເນື່ອງໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ສະຫະປະຊາຊາດ ອາ​ຍູ​ການ 2022 -2026 ແລະ ແລ​ກ​ປ່ຽນກ່ຽວກັບການ​ເພີ່ມ​ທະ​ວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ.

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ
ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ UNITAD ໃນ ການປະຕີບັດໜ້າທີ່ຕາມກົດໝາຍສາກົນ ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ UNITAD ໃນ ການປະຕີບັດໜ້າທີ່ຕາມກົດໝາຍສາກົນ

ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍຢືນຢັນຄວາມຖືເປັນສຳຄັນ ແລະ ສະແດງຄວາມປິ​ຕິຊົມຊື່ນຕໍ່ບາດ​ກ້​າ​ວພັດທະນາອັນດີງາມ ຂອງການພົວພັນ ລະ​ຫວ່າງ ຫວຽດນາມ - ສະຫະປະຊາຊາດ ໃນໄລຍະຜ່ານມາ. ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ ທ່ານເລຂາທິການໃຫຍ່ Antonio Guterres ໃນອາຍຸການຜ່ານມາ, ພ້ອມທັງສະແດງການສະໜັບສະໜູນບັນດາບຸລິມະສິດ ແລະ ທິດທາງຂອງທ່ານເລຂາທິການໃຫຍ່ໃນໄລຍະ 5 ປີຕໍ່ໜ້າ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ໃນຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງສະຫະປະຊາຊາດ, ໃນນັ້ນ ມີໜ້າທີ່ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ປະຕິບັດບັນ​ດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ກຳລັງສະໝັກຮັບເລືອກຕັ້ງເຂົ້າໃນສະພາສິດທິມະນຸດ ສຳລັບອາຍຸການ 2023-2025.

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ ທ່ານ Antonio Guterres. (ພາບ: TTXVN)

ທ່ານປະທານປະເທດ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງສະຫະປະຊາຊາດ ໃຫ້ແກ່ຫວຽດນາມ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ບັນດາອົງການສະຫະປະຊາຊາດ ສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນ ຫວຽດນາມ, ໂດຍສະເພາະໃນການຈັດຕັ້ງຜັນຂະຫຍາຍວັກຊີນ ແລະ ໃຫ້ຄຳປຶກ​ສາແນະນຳນະໂຍບາຍຟື້ນຟູຫຼັງຈາກໂລກລະບາດ.

ສ່ວນ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ໄດ້ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ແລະ ໃນການຕໍ່ສູ້ຕ້ານໂລກລະບາດ COVID-19. ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຂອບໃຈເປັນພິເສດ ທີ່ຫວຽດນາມໄດ້ຮັບເອົາ ແລະ ປະ​ສົ​ບຜົນ​ສ​ສຳ​ເລັດ​ໃນ​ການປິ່ນປົວໃຫ້ແກ່ພະນັກງານສະຫະປະຊາຊາດທີ່ຕິດເຊື້ອ COVID-19.

ເມື່ອ​ແລກ​ປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ສອງຝ່າຍໄດ້ແບ່ງປັນຄວາມສຳຄັນຂອງການຮັກສາ ແລະ ຊຸກ​ຍູ້ສັນຕິພາບ, ສະຖຽນລະພາບ, ຄວາມ​ໝັ້ນ​ຄົງ, ຄວາມປອດໄພ, ແລະ ຄວາມເສລີໃນການເດີນທະເລ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະ ແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍທະເລປີ 1982, ຢືນຢັນບົດບາດໃຈກາງຂອງອາຊຽນ ໃນການແກ້ໄຂບັນຫາໃນພາກພື້ນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19 ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19

ຍສໝ - ໃນໄລຍະເກືອບ 2 ປີທີ່ຜ່ານມາ, ພັກ, ລັດ ແລະ ພໍ່ແມ່ປະຊາຊົນ, ແລະ ນັກຮົບໃນທົ່ວປະເທດ ໄດ້ເຫັນຢ່າງຈະແຈ້ງເຖິງບົດບາດທີ່ສຳຄັນ ແລະ ບໍ່ອາດຂາດສື່ມວນຊົນໄດ້ ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19.

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດສິງກະໂປ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດສິງກະໂປ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ປະເທດເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ ດ້ວຍຮູບແບບຢ່າງມີໄຫວພິບ, ເໝາະສົມກັບການຜັນແປຂອງໂລກລະບາດໂຄວິດ-19.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026

ຍສໝ - ໃນຕອນເຊົ້າວັນທີ 19 ມິຖຸນາ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ແລະ ແລກປ່ຽນກ່ຽວກັບການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ-ສປຊ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.