ກອງບັນຊາການທະຫານແຂວງວີ໋ງຟຸກ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດແຂວງວີ໋ງຟຸກ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາແຂວງຂອງລາວ

15:32 | 19/06/2021

ຍສໝ - ອຸປະກອນການແພດເຊິ່ງແຂວງວີ໋ງຟຸກ ໜູນຊ່ວຍໃນຄັ້ງນີ້, ລວມມີ: ຜ້າອັດປາກ-ອັດດັງ 300.000 ອັນ, ຊຸດປ້ອງກັນໂຄວິດ-19 1.000 ຊຸດ, ນໍ້າຢາຂ້າເຊື້ອ 1.000 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 50 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ໜູນຊ່ວຍໃຫ້ແຂວງຫຼວງນໍ້າທາ; ຜ້າອັດປາກ-ອັດດັງ 150.000 ອັນ...

ປະເທດລາວ: ຈັດຕັ້ງພິທີມອບ - ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ ປະເທດລາວ: ຈັດຕັ້ງພິທີມອບ - ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ
ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19 ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19
ກອງບັນຊາການທະຫານແຂວງວີ໋ງຟຸກ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດແຂວງວີ໋ງຟຸກ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາແຂວງຂອງລາວ
ກອງບັນຊາການທະຫານແຂວງວີ໋ງຟຸກ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດແຂວງວີ໋ງຟຸກ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາແຂວງຂອງລາວ.ພາບ: ຟ້າມກຽນ.

ວັນທີ 17 ມິຖຸນາ 2021, ໂດຍໄດ້ຮັບການມອບສິດຈາກຄະນະພັກແຂວງວີ໋ງຟຸກ, ຄະນະກຳມະການປະຊາຊົນແຂວງວີ໋ງຟຸກ, ກອງບັນຊາການທະຫານແຂວງວີ໋ງຟຸກ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດແຂວງວີ໋ງຟຸກ ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາແຂວງຂອງລາວ.

ອຸປະກອນການແພດເຊິ່ງແຂວງວີ໋ງຟຸກ ໜູນຊ່ວຍໃນຄັ້ງນີ້, ລວມມີ: ຜ້າອັດປາກ-ອັດດັງ 300.000 ອັນ, ຊຸດປ້ອງກັນໂຄວິດ-19 1.000 ຊຸດ, ນໍ້າຢາຂ້າເຊື້ອ 1.000 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 50 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ໜູນຊ່ວຍໃຫ້ແຂວງຫຼວງນໍ້າທາ; ຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນໂຄວິດ-19 750 ຊຸດ, ນໍ້າຢາຂ້າເຊື້ອ 500 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 25 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ແມ່ນໜູນຊ່ວຍໃຫ້ແຂວງຫຼວງພະບາງ... ດ້ວຍຍອດມູນຄ່າທັງໝົດແມ່ນປະມານ 857 ລ້ານດົ່ງ.

ນີ້ແມ່ນຂອງຂວັນທີ່ແທດຈິງ, ສະແດງໃຫ້ເຫັນນ້ຳໃຈ, ຄວາມເອົາໃຈໃສ່, ການລະດົມກໍາລັງໃຈຊ່ວຍເຫຼືອຂອງທະຫານເຂດ 2, ແຂວງວີ໋ງຟຸກ ສສ.ຫວຽດນາມ, ກໍ່ຄືກອງບັນຊາການທະຫານແຂວງ ວີ໋ງຟຸກ ໃຫ້ບັນດາແຂວງຂອງລາວ ໃນການຍູ້ຖອຍພະຍາດໂຄວິດ-19. ຜ່ານນັ້ນ, ສືບຕໍ່ຍົກສູງນໍ້າໃຈສາມັກຄີແບບພິເສດລະຫວ່າງປະຊາຊົນ, ກອງທັບສອງປະເທດ, ປະກອບສ່ວນຊຸກຍູ້ການຮ່ວມມື, ພັດທະນາການພົວພັນຫວຽດນາມ-ລາວ.

Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19 Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19

ຍສໝ - ໃນວັນທີ 16 ມິຖຸນາ, Samsung ຫວຽດນາມ ໄດ້ເປັນກຽດຮັບໃບຍ້ອງຍໍສຳລັບການປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ (6 ຕື້ດົງ) ແລະ ບາງທ້ອງຖິ່ນອື່ນໆ.

ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

ວັນທີ 17 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການເຈລະຈາທາງອອນລາຍກັບທ່ານປະທານສະພາແຫ່ງຊາດຈີນ ລີ໊ຈານຊູ.

ຄວາມຫຍຸ້ງຍາກໃນຍຸດທະສາດວັກຊີນ COVID-19 ຂອງຫວຽດນາມ ຄວາມຫຍຸ້ງຍາກໃນຍຸດທະສາດວັກຊີນ COVID-19 ຂອງຫວຽດນາມ

ຍສໝ - ດ້ວຍຍຸດທະສາດວັກຊີນ COVID-19, ຫວຽດນາມ ຫວັງວ່າຈະສາມາດທຽບທັນກັບບັນດາປະເທດອື່ນໆໃນໂລກ ໃນການສັກຢາວັກຊີນກັນພະຍາດ ແລະ ສ້າງການຕ້ານທານຕໍ່ພະຍາດໃນຊຸມຊົນ. ເຖິງຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.